Siammone Xayalath

ຂະບວນການແຂ່ງຂັນກິລາຊິງຂັນປະທານສູນກາງແນວລາວສ້າງຊາດ

IMG_3829

   ເພື່ອເປັນການສະເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບຄົບຮອບ 70 ປີ (20 ມັງກອນ 1949 ຫາ 20 ມັງກອນ 2019) ໃຫ້ເປັນຂະບວນຟົດຟື້ນ, ໃນວັນທີ 4 ມັງກອນ 2019 ນີ້, ສູນກາງຊາວ ໜຸ່ມປະຊາຊົນປະຕິວັດໄດ້ຮ່ວມກັບບໍລິສັດດວງພະສຸກກໍ່ສ້າງ ຈັດຂະບວນການແຂ່ງຂັນກິລາຂື້ນຢູ່ທີສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວເພື່ອຊິງຂັນປະທານສູນກາງແນວລາວສ້າງຊາດ, ເຊິ່ງການແຂ່ງຂັນດັ່ງກ່າວປະກອບມີ 4 ປະເພດ ກິລາໄດ້ແກ່: ກິລາເປ່ຕັງ, ກິລາດອກປີກໄກ່, ກິລາແລ່ນໄຖ່ ແລະ ກິລາດຶງເຊືອກ, ໂດຍມີນັກກິລາ 200 ກວ່າຄົນເຂົ້າຮ່ວມໂດຍມາຈາກ 8 ພາກສ່ວນຄື: ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນນັກຮົບເກົ່າແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ, ສູນກາງສະຫະພັນກໍາມະບານລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກໍາມະ ບານປ້ອງກັນປະເທດ, ກໍາມະບານກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດດວງພະສຸກກໍ່ສ້າງ.

IMG_4164 IMG_3946

IMG_4037 IMG_3988

    ຜ່ານການ ແຂ່ງຂັນປາກົດວ່າປະເພດກິລາເປ່ຕັງລາງວັນຊະນະເລີດປະເພດທີມຊາຍແມ່ນສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ປະ ເພດທີມຍິງແມ່ນສູນກາງສະຫະພັນແມ່ຍິງລາວ, ກິລາຕີດອກປີກໄກ່ປະເພດທີມຊາຍລາງວັນຊະນະເລີດແມ່ນກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ປະເພດທີມຍິງແມ່ນສູນກາງ ສະຫະພັນນັກຮົບເກົ່າ, ກິລາແລ່ນໄຖປະເພດຊາຍ ລາງວັນ ຊະນະເລີດແມ່ນກໍາ ມະບານກະຊວງປ້ອງກັນປະເທດປະເພດຍິງແມ່ນສູນກາງສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ກິລາດຶງເຊືອກປະສົມຍິງ-ຊາຍ ລາງວັນຊະນະເລີດແມ່ນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເຊິ່ງ

IMG_4126 IMG_4120

IMG_4109 IMG_4144

     ໃຫ້ກຽດ ມອບຮັບ ລາງວັນ ຊະນະເລີດຄັ້ງນີ້ໂດຍ ທ່ານ ໄຊສົມພອນ ພົມວິຫານ ກົມການເມືອງສູນກາງພັກປະທານສູນກາງແນວ ລາວສ້າງຊາດ, ລາງວັນຮອງຊະນະເລີດອັນດັບ 2 ມອບໂດຍທ່ານ ຄໍາຫຼ້າ ດວງຜາສຸກ ປະທານບໍລິສັດດວງພະສຸກ ກໍ່ສ້າງຈໍາກັດ ແລະ ລາງວັນຮອງຊະນະເລີດອັນດັບ 3 ມອບໂດຍ ທ່ານ ພົນຈັດຕະວາ ຄໍາຫອມ ແສງບົວລົມ ຮອງປະທານສະຫະ ພັນນັກຮົບເກົ່າແຫ່ງຊາດລາວ, ການແຂ່ງຂັນຄັ້ງນີ້ກໍາມະບານ ກະຊວງກະສິກໍາ ແລະ ປ່າໄມ້ ນອກຈາກຍາດມາໄດ້ລາງວັນຊະນະເລີດດອກປີກໄກ່ປະເພດ ທີມຊາຍແລ້ວຍັງສາມາດຍາດໄດ້ຮອງຊະນະເລີດອັນດັບ 2 ກິລາເປ່ຕັງປະເພດທີມຊາຍ ແລະ ຮອງຊະນະເລີດອັນດັບ 3 ກິລາແລ່ນ ໄຖ່ປະເພດຍິງນໍາອີກ.

IMG_4138

ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ

ລັດຖະມົນຕີກະຊວງ ກປ ລົງຕິດຕາມຊຸກຍູ້ວຽກງານ ແລະ ມອບເຄື່ຶອງຊ່ວຍເຫຼຶອ ທີ່ບ້ານ ຈຸດສຸມ ເມືອງ ບໍ່ແຕນ ແຂວງ ໄຊຍະບູລີ.

 IMG_68844 IMG_68522

   ໃນວັນທີ 26 ທັນວາ 2018 ຜ່ານມານີ້, ທ່ານປອລຽນທີແກ້ວລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ພ້ອມດ້ວຍການນໍາກະຊວງ, ຫົວໜ້າກົມແລະຮອງກົມ, ຮອງຫົວໜ້າຫ້ອງການ, ສະຖາບັນ, ຫົວໜ້າພະແນກກປແຂວງໄຊຍະບູລີ, ຫ້ອງການກະສິກໍາແລະປ່າໄມ້ເມືອງບໍ່ແຕນແລະພະນັກງານວິຊາການໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຢູ່ທີ່ບ້ານນໍ້າພຽງເມືອງບໍ່ແຕນ ແຂວງໄຊຍະບູລີ, ເຊິ່ງເປັນບ້ານໜຶ່ງທີ່ນອນໃນ 4 ບ້ານຈຸດສຸມຈັດສັນພູມລໍາເນົາແລະອາຊີບໝັ້ນຄົງຂອງລັດຖະບານທີ່ຈະຕ້ອງເຮັດໃຫ້ສໍາເລັດໃນປີ 2020, ບ້ານນໍ້າພຽງເປັນບ້ານທີ່ຂື້ນກັບກຸ່ມບ້ານພັດທະ ນານາບໍ່ນ້ອຍແລະເປັນບ້ານຕິດກັບເຂດຊາຍແດນລາວ-ໄທ ແລະ ຕິດກັບເຂດປ່າປ້ອງກັນແຫ່ງຊາດ, ໂດຍບ້ານດັ່ງ ກ່າວໄດ້ປະກາດແຕ່ງຕັ້ງເປັນຢ່າງທາງການໃນວັນທີ 1 ກຸມພາ 2017 ເພື່ອຊ່ວຍປົກປັກຮັກສາຊາຍແດນໃຫ້ກໍາລັງ ປ້ອງກັນຊາດປ້ອງກັນຄວາມສະຫງົບໂດຍສະເພາະແມ່ນກອງພັນ 413 ກອງຮ້ອຍຊາຍແດນ.

IMG_69088

 

IMG_69200

   ໃນໂອກາດ ການໄປຢ້ຽມ ຢາມ ແລະ ຕິດຕາມຄວາມຄືບໜ້າຄັ້ງນີ້ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບຟັງການລາຍງານສະພາບຄວາມຄຶບໜ້າ ຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານດັ່ງກ່າວໂດຍການ ລາຍງານຂອງ ທ່ານ ສົມພົງ ສີສຸວົງ ເລຂາພັກບ້ານ ນາຍບ້ານບ້ານນໍ້າພຽງ. ຈາກນັ້ນໃນນາມຕາງໜ້າຄະນະພັກ, ຄະນະ ນໍາກະຊວງກະສິກໍາ ແລະ ປ່າໄມ້ແລະພະນັກງານທຸກຄົນ ທ່ານລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ໄດ້ມອບເຄື່ອງຊ່ວຍເຫຼືອເຊິ່ງປະກອບດ້ວຍ ເຄື່ອງສຽງ, ເຄື່ອງນຸ່ງກັນໜາວເດັກນ້ອຍ, ເຄື່ອງກິລາ, ອຸປະກອນການຮຽນ ແລະ ເຄື່ອງບໍລິໂພກ ໃຫ້ກັບບ້ານນໍ້າພຽງລວມມູນຄ່າ 11.835.000 ກີບແລະເງິນເພື່ອສ້າງກອງທຶນອີກຈໍານວນ 58.500.000 ກີບ ຕາງໜ້າຮັບ ໂດຍຄະນະບ້ານ ບ້ານ ນໍ້າພຽງ, ຈາກນັ້ນກໍ່ໄດ້ສືບຕໍ່ມອບເຄື່ອງຊ່ວຍເຫຼືອເພື່ອເປັນ ຂັວນກໍາລັງໃຈໃຫ້ອ້າຍນ້ອງທະຫານກອງພັນ 413, ທະຫານຊາຍແດນ 519, ແລະກອງບັນຊາການທະຫານເມືອງບໍ່ແຕນ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນແລະສະເຫຼີມສະຫຼອງ ວັນສ້າງຕັ້ງ ກອງທັບຄົບຮອບ 70 ປີ 20 ມັງກອນ1949 ຫາ 20 ມັງກອນ 2019 ໃຫ້ເປັນບວນຟົດຟື້ນ.ໂດຍໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ຈໍານວນໜຶ່ງລວມມູນຄ່າ 12.050.000 ກີບ ຕາງໜ້າຮັບໂດຍທ່ານພັນໂທພູເງິນຈັນທະຄູນຫົວໜ້າກອງບັນຊາການ ທະຫານເມືອງບໍ່ແຕນ ໂດຍມີອໍານາດປົກຄອງແຂວງ, ເມືອງພ້ອມດ້ວຍພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ. ໂອກາດດຽວກັນນີ້ທ່ານ ລັດຖະມົນຕີກະຊວງ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ລົງພົບປະກັບປະຊາຊົນພາຍໃນບ້ານດັ່ງກ່າວພ້ອມທັງລົງສໍາຫຼວດເບິ່ງແບບແຜນການດໍາລົງຊີວິດຂອງປະຊາຊົນນໍາອີກ.

        IMG_69388 IMG_6878

IMG_69400

 

ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ

ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ຕ້ອນຮັບບໍລິສັດກິໂລສະກາປະເທດອິນເດຍ

 

IMG_2581

ໃນວັນທີ 16 ພະຈິກ 2018 ນີ້, ກະຊວງກະສິກໍາແລະປ່າໄມ້, ທ່ານປອລຽນທີແກ້ວລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ພ້ອມດ້ວຍຮອງຫົວໜ້າຫ້ອງການ, ຮອງກົມແລະພະແນກການທີ່ກ່ຽວຂ້ອງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະພົບປະຂອງທ່ານຜູ້ອຳນວຍການບໍລິສັດກິໂລສະກາປະເທດອິນເດຍພ້ອມດ້ວຍຄະນະ, Continue reading

ປິດຝຶກອົບຮົມດ້ານເຕັກນິກວິຊາການກະສິກໍາ ແລະ ປ່າໄມ້ຂັ້ນບ້ານ ແລະ ຊາວສິກອນ

IMG_2473

    ໃນວັນທີ 15 ພະຈິກ 2018 ນີ້,ທີ່ສູນພັດທະນາແລະບໍລິການດ້ານການກະເສດຫ້ວຍຊອນ- ຫ້ວຍຊົ້ວບ້ານນາຍາງ, ເມືອງນາຊາຍທອງນະຄອນຫຼວງວຽງຈັນ, ກະຊວງກະສິກໍາແລະປ່າໄມ້ໄດ້ຈັດພິທີປິດຝຶກອົບຮົບການສ້າງຄູຝຶກ​ເພື່ອກະກຽມສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການກະສິກໍາແລະປ່າໄມ້ Continue reading

ແຂວງວຽງຈັນເປີດຂະບວນການຜະລິດລະດູແລ້ງປີ 2018-2019

      IMG_5700   IMG_5703

       ແຂວງວຽງຈັນເປັນແຂວງໜື່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດຢ່າງຮ້າຍແຮງເປັນຕົ້ນຜົນກະທົບຈາກອິດທິພົນຂອງພາຍຸເຊິນຕິນ, ພາຍຸບິນກາ ແລະ ການປ່ອຍເຂື່ອນນໍ້າງື່ມ 1, ເຂື່ອນນໍ້າລີກເຮັດໃຫ້ພາຍໃນແຂວງ ໄດ້ຮັບຜົນກະທົບກວມເອົາ 7 ເມືອງ 43 ບ້ານ, 3.008 ຄອບຄົວມີເນື້ອທີ່ຖືກຜົນກະທົບ ແລະ ເສຍຫາຍຄື: ດ້ານຊົນລະປະທານເປ່ເພ່ 27 ໂຄງການມູນຄ່າເສຍຫາຍ 12,6 ຕື້ກີບ, ເນື້ອທີ່ເຂົ້ານາປີ ຖືກກະທົບ 3.896 ເຮັກຕາ ເສຍຫາຍ 3.882 ເຮັກຕາ, ເນື້ອທີ່ປູກພືດຕ່າງໆທັງໝົດ 1.493,64 ເຮັກຕາ ເສຍຫາຍ 1.493,64 ເຮັກຕາ, ສັດໄດ້ຮັບຜົນກະທົບດ້ານສຸຂະພາບ ແລະ ຂາດອາຫານມີຄວາຍ 10.601 ໂຕ, ງົວ 37.989 ໂຕ, ໝູ 19.057 ໂຕ, ແບ້ 6.008 ໂຕ, ສັດປີກ 567.121 ໂຕ, ໜອງປາ 150 ໜອງ, ຄັງລ້ຽງສັດ 1.300 ເຮັກຕາ, ທົ່ງຫຍ້າປູກ 464 ເຮັກຕາ ແລະ ຟາມໝູຈໍານວນໜຶ່ງ. Continue reading

ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຢູ່ ສປປ ລາວ ພາຍໃຕ້ໂຄງການພັດທະນາກະສິກໍາ ແລະ ການເຊື່ອມໂຍງດ້ານການຕະຫຼາດຢູ່ອາຊຽນ

IMG_2421

          ໃນວັນທີ 12 ພະຈິກ 2018 ທີ່ໂຮງແຮມວຽງຈັນພລາຊາ, ນະຄອນຫຼວງວຽງຈັນ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບສູນຄົ້ນຄວ້າກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ໄດ້ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການພາຍໃຕ້ການພັດທະ ນາກະສີກໍາ ແລະ ເຊື່ອມໂຍງດ້ານການ ຕະຫຼາດຢູ່ອາຊຽນຂື້ນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມ ປູກຝັງ ກະຊວງ ກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຜູ້ຕາງໜ້າ ຈາກກອງທຶນພັດທະນາກະສິກໍາ, ສະຖາບັນຄົ້ນຄວ້ານະໂຍບາຍອາຫານສາກົນ ແລະ ຈາກສູນຄົ້ນຄວ້າ ກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໃນກອງປະຊຸມດັ່ງກ່າວນີ້ມີຜູ້ເຂົ້າຮ່ວມ ຈາກພາກສ່ວນ ທີ່ກ່ຽວຂ້ອງອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ​ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ ມະຫາວິທະ ຍາໄລແຫ່ງຊາດທັງໝົດ 20 ທ່ານ. Continue reading

ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ຕ້ອນຮັບປະທານບໍລິສັດຢຸນນານຕ່ຽນຈານ ພັດທະນາກະສິກໍາຈໍາກັດ ສປ ຈີນ

IMG_4926 IMG_4927

      ໃນວັນທີ 8 ພະຈິກ 2018 ນີ້ທີ່ຫ້ອງຮັບແຂກຂອງຫ້ອງການກະຊວງກະສີກໍາ ແລະ ປ່າໄມ້ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າຫ້ອງການ, ຮອງກົມ ແລະ ພະແນກການທີ່ກ່ຽວຂ້ອງໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ນາງ ລຽງຢ່າລີ້ ປະທານບໍລິສັດຢຸນນານຕ່ຽນຈານພັດທະນາກະສິກໍາຈໍາກັດ ສາທາລະນະລັດປະຊາຊົນຈີນພ້ອມ ດ້ວຍ ຄະນະ. Continue reading

ປາຖະກະຖາວັນສະຖາປະນາ ສາທາລະນະລັດຮົງກາລີ ຄົບຮອບ 29 ປີ

 

IMG_4861

ໃນທາມກາງບັນຍາກາດທີ່ລັດຖະບານກໍຄືປະຊາຊົນຮົງກາລີພວມສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດຮົງກາລີ ຄົບຮອບ 29 ປີ ຢ່າງເປັນຂະບວນຟົດຟື້ນ, ສະມາຄົມມິດຕະພາບ ລາວ-ຮົງກາລີ ແລະ ສະຖານ ທູດຮົງກາລີປະຈໍາລາວກໍ່ໄດ້ ຈັດພິທີປາຖະກະຖາຂື້ນເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ໃນວັນທີ 5 ພະຈິກ 2018 ທີ່ພັດທະຄານແມ່ຂອງ, ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ພ້ອມທັງເປັນປະທານສະມາ ຄົມມິດຕະພາບ ລາວ-ຮົງກາລີ, ທ່ານເອກອັກຄະລັດຖະທູດຮົງກາລີ ປະຈໍາລາວ, ມີທ່ານຮອງຫົວໜ້າກົມພົວພັນສາ ກົນອົງການ ຈັດຕັ້ງມະຫາຊົນຄະນະພົວພັນຕ່າງປະເທດສູນກາງພັກ, ກໍາມະການສະມາຄົມມິດຕະພາບຮົງກາລີ-ລາວ ພ້ອມ ດ້ວຍບັນດາອາດີດນັກສຶກສາລາວຈາກຮົງກາລີ ແລະ ບັນດາຜູ້ຕາງໜ້າໂຄງການຮົງກາລີປະຈໍາລາວ ເຂົ້າຮ່ວມ ຢ່າງພ້ອມພຽງ. ໃນໂອກາດນີ້ທ່ານ ຊີນແວສເຕີ ບູສ ເອກອັກຄະລັດຖະທູດຮົງກາລີປະຈໍາລາວ ໄດ້ເລົ່າ ຄືນປະຫວັດຄວາມເປັນມາ ແລະ ການພັດທະນາເສດຖະກິດ-ສັງຄົມຂອງ ຮົງກາລີ ຕະຫຼອດໄລຍະ 29 ປີ ພ້ອມທັງໄດ້ຍົກໃຫ້ເຫັນເຖີງ ການຮ່ວມມື ແລະ ສາຍພົວພັນ ມິດຕະພາບອັນສະໜິດແໜ້ນ ແລະ ເປັນມູນ ເຊື້ອລະຫວ່າງ ລາວ-ຮົງກາລີ-ລາວ ແລະ ປະຊາຊົນຂອງ ທັງສອງຊາດລາວ-ຮົງກາລີ. Continue reading

ພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2018

IMG_0223 IMG_0259

ໃນວັນທີ 16 ຕຸລາ 2018 ໄດ້ມີພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມ ທຸກຍາກ ປະຈຳປີ 2018, ຊຶ່ງຈັດຂຶ້ນໂດຍກະຊວງກະສິ ກຳ ແລະປ່າໄມ້ ຮ່ວມກັບ ອົງການອາຫານ ແລະການກະເສດ FAO, ອົງການເພື່ອການພັດທະນາ ແຫ່ງສະຫະປະຊາຊາດ. ໃຫ້ກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ, ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ມີຮອງລັດຖະມົນຕີ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

IMG_4726 IMG_0354

ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດກ່າວໃນພິທີວ່າ: ສຳລັບ, ປະເທດເຮົາ ການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປີນີ້ ແມ່ນຢູ່ໃນເງື່ອນໄຂທີ່ປະຊາຊົນເຮົາສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕ ແລະລຶບລ້າງຄວາມທຸກຍາກແຫ່ງຊາດ (NGPES) ຕະຫຼອດໄລຍະ 15 ປີຜ່ານມາ (2003-2018) ແລະໃນໄລຍະເຄິ່ງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ 5 ປີຄັ້ງທີ VIII ເປັນ ຕົ້ນແມ່ນ ສປປລາວ ໄດ້ບັນລຸຫຼາຍເງື່ອນໄຂ ຂອງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ມີສະຖຽນລະພາບດ້ານການເມືອງ, ເສດຖະກິດ ມີການເຕີບໂຕຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ອົງການປົກຄອງທ້ອງຖິ່ນຮາກຖານ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນຕາມທິດ 3 ສ້າງ, ການແກ້ໄຂຄວາມທຸກຍາກ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະສົ່ງເສີມການຜະລິດເປັນສິນຄ້າ ກໍມີຄວາມຄືບໜ້າເປັນຢ່າງດີ.

ເພື່ອເຮັດພິທີດັ່ງກ່າວມີຄວາມໝາຍຄວາມສໍາຄັນ ຄະນະປະທານນໍາໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ປ່ອຍປຸມເປົ້າ ເພື່ອເປີດງານດັ່ງກ່າວຢ່າງເປັນທາງການ. ໂອກາດນີ້ ຄະນະປະທານ ພ້ອມດ້ວຍແຂກທີ່ເຂົ້າຮ່ວມ ໄດ້ທ່ຽວຊົມການວາງສະແດງສິນຄ້າພາຍໃນງານ ນໍາອີກ. ສຳລັບ ງານດັ່ງກ່າວແມ່ນຈະດຳເນີນໄປເປັນເວລາ 5 ວັນເຕັມ ແຕ່ວັນທີ 15 – 19 ຕຸລາ 2018, ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ, ຊຶ່ງພາຍໃນງານດັ່ງກ່າວມີການວາງສະແດງ ແລະຂາຍສິນຄ້າ ມາຈາກບັນດາລັດ ແລະຫົວໜ່ວຍທຸລະກິດທັງໝົດ 228 ຮ້ານ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ກະຊວງກະສິກໍາ ແລະ ປ່າໄມ້ ເປີດນໍາໃຊ້ສູນພັດທະນາການປະມົງ

IMG_1260

          ໃນວັນທີ 19 ຕຸລາ 2018 ນີ້, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດນໍາໃຊ້ ສູນພັດທະນາການປະມົງຂື້ນທີ່ບ້ານ ສິວິໄລ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ທາເກຊິ ຮິກິຮະຣະ ເອກອັກຄະລັດຖະທູດຢີ່ປຸ່ນປະຈໍາ ລາວ, ມີຫົວໜ້າຫ້ອງການ ຮ່ວມມືສາກົນໄຈກາປະຈໍາລາວ, ອົງການປົກ ຄອງທ້ອງຖິ່ນ, ຕາງໜ້າຈາກວິທະຍາໄລ, ບັນດາກົມສະຖາບັນ ອ້ອມຂ້າງກະຊວງ ກະສິກໍາ ແລະ ປ່າໄມ້ເຂົ້າຮ່ວມ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ