ພິທີ ມອບ-ຮັບ ຢາວັກຊີນປ້ອງກັນ ແລະ ອຸປະກອນສຳລັບສັດ ລະຫວ່າງ ກົມລ້ຽງສັດ ແລະ ການປະມົງ ແລະ ບໍລິສັດ ພາຈະເລີນຊັບ ຂາອອກ-ຂາເຂົ້າ ຈຳກັດ

ພິທີ ມອບ-ຮັບ ຢາວັກຊີນປ້ອງກັນ ແລະ ອຸປະກອນສຳລັບສັດ ລະຫວ່າງ ກົມລ້ຽງສັດ ແລະ ການປະມົງ ແລະ ບໍລິສັດ ພາຈະເລີນຊັບ ຂາອອກ-ຂາເຂົ້າ ຈຳກັດ
ໃນວັນທີ 28 ພະຈິກ 2022, ທີ່ກົມລ້ຽງສັດ ແລະ ການປະມົງ, ໄດ້ຈັ້ພິທີ ພິທີມອບ-ຮັບ ຢາວັກຊີນປ້ອງກັນ ແລະ ອຸປະກອນສຳລັບສັດ ເພື່ອຮັບໃຊ້ໃນວຽກງານ ໂຄງການສະໜອງວັກຊິນປ້ອງກັນ ແລະ ອຸປະກອນສຳລັບສັດ ໃຫ້ແກ່ຊາວກະສິກອນ ທີ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດຜິວໜັງອັກເສບຕິດຕໍ່ ງົວ-ຄວາຍ Lumpy Skin Disease (LSD) ຢູ່ ສປປລາວ (ບ້ວງງົບປະມານເງິນແຮລັດຖະບານ ພາກ 65) ລະຫວ່າງ ກົມລ້ຽງສັດ ແລະ ການປະມົງ (ເຈົ້າຂອງໂຄງການ) ແລະ ບໍລິສັດ ພາຈະເລີນຊັບ ຂາອອກ-ຂາເຂົ້າ ຈຳກັດ (ຜູ້ສະໜອງ) ຂຶ້ນ.
ໃນການມອບ-ຮັບໃນຄັ້ງນີ້ ປະກອບມີ: ຢາວັກຊິນປ້ອງກັນ 1 ລາຍການ ແລະ ອຸປະກອນສັດຕະວະແພດ (ສຳລັບສັດ) 2 ລາຍການ ເຊັ່ນ: ວັກຊິນ (ຢາປ້ອງກັນພະຍາດຜິວໜັງອັກເສບຕິດຕໍ່ ງົວ-ຄວາຍ) ຈຳນວນ 1.850 ຂວດ, ມູນຄ່າ 1.140.000.000 ກີບ; ສະແລ້ງ 5cc ຈຳນວນ 40.000 ອັນ ມູນຄ່າ 42.000.000 ກີບ ແລະ ເຂັມ ເບີ 21 ຈຳນວນ 40.000 ອັນ ມູນຄ່າ 17.250.000 ກີບ ລວມເປັນມູນຄ່າທັງໝົດ 1.199.250.000 ກີບ (ໜຶ່ງພັນ ໜຶ່ງຮ້ອຍເກົ້າສິບເກົ້າລ້ານ ສອງແສນຫ້ສິບພັນກີບຖ້ວນ).
ເຊິ່ງໃຫ້ກຽດມອບໂດຍ ທ່ານ ຈັນທະໜອມ ບຸນສົມຫວັງ ປະທານບໍລິສັດ ພາຈະເລີນ ຊັບ ຂາອອກບຂາເຂົ້າ ແລະ ກ່າວຮັບໂດຍ ທ່ານ ສຸຣິຍະສັກ ໃຈຍະວົງ ຫົວໜ້າພະ ແນກສັດຕະວະແພດ. ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ນ. ວິໄລ ພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ທ່ານ ປອ ພັນທະວົງ ວົງສຳ ພັນ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ພ້ອມດ້ວຍຄະນະກຳມະການ ຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດຊື້ ໂຄງການສະໜອງຢາວັກຊິນປ້ອງກັນ ແລະ ອຸປະກອນສຳລັບສັດ ໃຫ້ແກ່ຊາວກະສິກອນ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບຕິດຕໍ່ ງົວ-ຄວາຍ Lumpy Skin Disease (LSD) ຢູ່ ສປປ ລາວ, ສະບັບເລກທີ 1797/ກປ, ລົງວັນທີ 13 ພຶດສະພາ 2022.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ