ແຂວງວຽງຈັນເປີດຂະບວນການຜະລິດລະດູແລ້ງປີ 2018-2019

      IMG_5700   IMG_5703

       ແຂວງວຽງຈັນເປັນແຂວງໜື່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດຢ່າງຮ້າຍແຮງເປັນຕົ້ນຜົນກະທົບຈາກອິດທິພົນຂອງພາຍຸເຊິນຕິນ, ພາຍຸບິນກາ ແລະ ການປ່ອຍເຂື່ອນນໍ້າງື່ມ 1, ເຂື່ອນນໍ້າລີກເຮັດໃຫ້ພາຍໃນແຂວງ ໄດ້ຮັບຜົນກະທົບກວມເອົາ 7 ເມືອງ 43 ບ້ານ, 3.008 ຄອບຄົວມີເນື້ອທີ່ຖືກຜົນກະທົບ ແລະ ເສຍຫາຍຄື: ດ້ານຊົນລະປະທານເປ່ເພ່ 27 ໂຄງການມູນຄ່າເສຍຫາຍ 12,6 ຕື້ກີບ, ເນື້ອທີ່ເຂົ້ານາປີ ຖືກກະທົບ 3.896 ເຮັກຕາ ເສຍຫາຍ 3.882 ເຮັກຕາ, ເນື້ອທີ່ປູກພືດຕ່າງໆທັງໝົດ 1.493,64 ເຮັກຕາ ເສຍຫາຍ 1.493,64 ເຮັກຕາ, ສັດໄດ້ຮັບຜົນກະທົບດ້ານສຸຂະພາບ ແລະ ຂາດອາຫານມີຄວາຍ 10.601 ໂຕ, ງົວ 37.989 ໂຕ, ໝູ 19.057 ໂຕ, ແບ້ 6.008 ໂຕ, ສັດປີກ 567.121 ໂຕ, ໜອງປາ 150 ໜອງ, ຄັງລ້ຽງສັດ 1.300 ເຮັກຕາ, ທົ່ງຫຍ້າປູກ 464 ເຮັກຕາ ແລະ ຟາມໝູຈໍານວນໜຶ່ງ.

          IMG_5719  IMG_5737  IMG_5791 IMG_5766

       ເພື່ອເປັນການປົກປັກຮັກສາເນື້ອທີ່ການຜະລິດ ແລະ ຜົນຜະລິດລະດູຝົນໃຫ້ໄດ້ຮັບຜົນດີ ແລະ ມີຄຸນນະພາບສຸມໃສ່ການແກ້ໄຂໄພພິບັດທີ່ເກີດຂື້ນໃຫ້ຄືນສູ່ສະພາບປົກກະຕິໂດຍໄວພ້ອມທັງຫ້າງຫາກະກຽມໃສ່ການຜະ ລິດລະດູແລ້ງປີ 2018-2019 ໃຫ້ໄດ້ຕົວເລກຄາດໝາຍເນື້ອທີ່ຜະລິດນາແຊງ ທົ່ວແຂວງໃຫ້ໄດ້ 10.000 ເຮັກຕາ ແລະ ປູກພືດ 22.500 ເຮັກຕາ ແລະ ເພື່ອເປັນການປະຕິບັດຕາມປະທິນລະດູການຜະລິດໃນວັນທີ 9 ພະຈິກ 2018 ນີ້, ທີ່ບ້ານ ນາຝ້າຍ, ເມືອງ ທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີເປີດຂະບວນການຜະລິດລະດູແລ້ງຂື້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງວັນ ວິໄລເຮືອງ ການນໍາກະ ຊວງກະສິກໍາ ແລະ ປ່າໄມ້, ທ່ານ ເສດໄຊ ວິໄລໄຟ ເຈົ້າເມືອງໆ ທຸລະຄົມ ຄະນະແກ້ໄຂໄພພິບັດຊຸກຍູ້ການ ຜະລິດ ລະດູແລ້ງ, ຮອງຫົວໜ້າຫ້ອງການ, ຫົວໜ້າ ແລະ ຮອງກົມ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້, ພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາ ຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ຈຸດປະສົງເພື່ອເປີດຂະບວນການຜະລິດລະດູແລ້ງປີ 2018-2019 ພ້ອມທັງ ສະເຫຼີມສະຫຼອງ 3 ວັນສໍາຄັນຄື: ວັນຊົນລະປະທານແຫ່ງຊາດ 3 ພະຈິກ, ວັນສັກຢາປ້ອງກັນພະຍາດສັດ 11 ພະຈິກ ແລະ ວັນດິນໂລກ 5 ທັນວາ 2018 ທີ່ຈະມາເຖິງນີ້, ໂດຍກິດຈະກໍາໃນງານປະກອບດ້ວຍການເປີດນໍ້າຊົນລະປະທານ, ການສັກຢາ ປ້ອງກັນພະຍາດສັດ, ການໄຖກົບຕໍເຟືອງລົງໃສ່ນາເພື່ອປັບປຸງບໍາລຸງດີນ, ການໃສ່ຝຸ່ນຄອກໃສ່ເນື້ອທີ່ນາຄືນຄວາມອຸດົມສົມບູນ ໃຫ້ພື້ນທີ່ຜະລິດ ແລະ ການຂະຫຍາຍເນື້ອທີ່ນາຈາກໄຮ່ນ້ອຍເປັນນາໄຮ່ໃຫຍ່ໂດຍນໍາໃຊ້ກົນຈັກທົ່ວເມືອງທຸລະຄົມມີແຜນຈະ ຂະຫຍາຍໃຫ້ໄດ້ 30 ໄລ່.

ພາບ ແລະ ຂ່າວໂດຍ:ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ