Siammone Xayalath

ຫນັງສື​ແຈ້ງ​ເຊີນ​ປະມູນ”ໂຄງການກໍ່ສ້າງສ້ອມແປງ ແລະ​ ຕໍ່ເຕີມອາຄານໃຫ້ສູນພັດທະນາ ແລະ​ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍ​ຊົ​້ວ”

ສູນພັດທະນາ​ ແລະ​ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ຂໍເຊີນບັນດາບໍລິສັດທີ່ສົນໃຈ ແລະມີຄຸນນະວຸດທິເຫມາະສົມເຂົ້າຍື່ນຊອງປະມູນສໍາລັບການກໍ່ສ້າງໂຄງການກໍ່ສ້າງສ້ອມແປງ ແລະ​ ຕໍ່ເຕີມອາຄານໃຫ້ສູນພັດທະນາ ແລະ​ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍ​ຊົ​້ວ​ ກຳນົດໄລຍະກໍ່ສ້າງ 10 ເດືອນ.

ບໍລິສັດໃດທີ່ຕ້ອງການຊື້ເອກະສານປະມູນຕ້ອງຍື່ນຫນັງສືຫາຫ້ອງການບໍລິຫານ ແລະ​ ແຜນການສູນພັດທະນາ​ ແລະ​ ບໍລິການດ້ານການກະເສດຫ້ວຍ-ຊອນຫ້ວຍຊົ້ວໃນໂມງລັດຖະການ​ ເລີ່ມແຕ່​ວັນທີ​ 12​ ກໍລະກົດ​ 2023​ ເປັນຕົ້ນໄປ ເຊິ່ງຊອງປະມູນຕ້ອງສົ່ງ ໃນເວລາ​ ຫລື​ ກ່ອນເວລາ 14:00​ ໂມງ​ ຂອງວັນທີ​ 16​ ສິງຫາ​ 2023​ ທີ່ຫ້ອງການບໍລິຫານ ແລະ​ ແຜນການ​ ສູນພັດທະນາ​ແລະບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ, ບ້ານ​ນາຍາງ, ເມືອງ​ນາຊາຍທອງ, ນະຄອນຫລວງວຽງຈັນ.​

#ເບີໂທຕິດຕໍ່:020​ 22337849 (ທ່ານ​ ຄໍາປັນ ສິດທິວົງ)

#ລາຍລະອຽດເພີ່ມຕື່ມອ່ານໄດ້ໃນເອກະສານດ້ານລຸ່ມນີ້:

ຫນັງສືເຊີນແຈ້ງປະມູນ

ຄໍາແນະນໍາ ກ່ຽວກັບເງື່ອນໄຂສຸຂານາໄມ ພືດ ສໍາລັບການສົ່ງອອກໝາກກ້ວຍ ຈາກ ສປປ ລາວ ໄປ ສປ ຈີນ

ຄໍາແນະນໍາ ກ່ຽວກັບເງື່ອນໄຂສຸຂານາໄມ ພືດ ສໍາລັບການສົ່ງອອກໝາກກ້ວຍ ຈາກ ສປປ ລາວ ໄປ ສປ ຈີນ

#ສາມາດາວໂຫຼດຟາຍເອກະສານໄດ້ທີ: https://www.maf.gov.la/wp-content/uploads/2023/01/ຄຳແນະນຳກ່ຽວກັບເງື່ອນໄຂສຸຂານາໄມພືດ-ສຳລັບການສົ່ງອອກໝາກກ້ວຍ-ຈາກ-ລາວໄປຈີນ.pdf

ຂໍ້ກໍານົດ ເງື່ອນໄຂສຸຂານາໄມ ກ່ຽວກັບການກັກກັນ ແລະ ກວດສຸຂະພາບສັດໃຫຍ່ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ

ຂໍ້ກໍານົດ ເງື່ອນໄຂສຸຂານາໄມ ກ່ຽວກັບການກັກກັນ ແລະ ກວດສຸຂະພາບສັດໃຫຍ່ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກົມໃຫຍ່ ພາສີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຄັ້ງວັນທີ 30 ເມສາ 2019

ຄໍາແນະນໍາວ່າດ້ວຍມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ

 ໃນ ປີ 2020 ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແນະນໍາ ເລກທີ 0807/ກລປ, ລົງວັນທີ 07 ເມສາ 2020,

ວ່າດ້ວຍມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ມີເນື້ອໃນດັ່ງນີ້້:

ພິທີເປີດຝຶກອົບຮົມສ້າງຄູຝຶກດ້ານເຕັກນິກວິຊາການກະສິກໍາ ແລະ ປ່າໄມ້ ໃຫ້ພະນັກງານວິຊາການສູນ ແລະ ສະຖານີບໍລິການດ້ານເຕັກນິກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ເມືອງ

WhatsApp Image 2019-07-31 at 14.36.52

ໃນ​ວັນ​ທີ 29 ກໍລະກົດ 2019 ນີ້​, ທີ່​ສູນພັດທະນາ ​ແລະ ບໍລິການ​ດ້ານ​ການ​ກະ​ເສດຫ້ວຍ​ຊອນ​ຫ້ວຍ​ຊົ້ວ,​ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ພິທີ​ເປີດຊຸດ​ຝຶກ​ອົບຮົມ​ເພື່ອ​ສ້າງ​ຄູ​ຝຶກ​ດ້ານ​ເຕັກນິກ​ ວິຊາ​ການ ກະ​ສິກໍາ ​ແລະ ປ່າ​ໄມ້​ ໃຫ້​ພະນັກງານ​ວິຊາ​ການ​ສູນ, ສະຖານີບໍລິການ​ສົ່ງເສີມ​ເຕັກນິກ​ກະສິກໍາ ​ແລະ ປ່າ​ໄມ້ ຂັ້ນ​ແຂວງ ​ແລະ ຂັ້ນ​ເມື​ອງ ຂື້ນ, ​ໃຫ້ກຽດ​ເປັນ​ປະທານ​ເປີດ​ຊຸດ​ຝຶກ​ອົບຮົມ​​ໂດ​ຍ ທ່ານ ປອ ພວງ​ປາຣິສັກ ປຣະວົງ​ວຽງ​ຄໍາ ຮອງ​ລັດຖະມົນຕີ​ກະຊວງ ກະສິກໍາ ​ແລະ ປ່າ​ໄມ້, ​ໂດຍ​ມີ​ຄະນະ​ນໍາ​ກະຊວງ, ຫົວ​ໜ້າກົມ, ຮອງ​ກົມ, ຕາງ​ໜ້າ 3 ອົງການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ​ພ້ອມ​ດ້ວຍ​ວິທະ​ຍາ​​ກອນ, ພະນັກງານ​ຫຼັກ​ແຫຼ່ງວິຊາ​ການ​ຈາກ​ພະ​ແນ​ກ ກະສິກໍາ ​ແລະ ປ່າ​ໄມ້ ແຂວງ​ເປົ້າໝາຍ​​ເຂົ້າ​ຮ່ວມ. ຈຸດປະສົງ​ຂ​ອງການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​​ເພື່ືອ​ເປັນ​ການສ້າງຄູ​ຝຶກ​ໂດຍ​ການ​ສ້າງ​ພະນັກງານ​ວິຊາ​ການ​ຂັ້ນ​ແຂວງ​ແລະ ​ເມື​ອງ ​ໃຫ້ກາຍ​ເປັນ​ຜູ້ຖ່າຍ​ທອດບົດຮຽນ​ພ້ອມທັງ​​ເປັນ​ຜູ້ນໍາພາ​ຊ່ວຍ​ເຫຼືອທາງ​ດ້ານ​ເຕັກ​ນິກ​ໃຫ້​ແກ່​ພະນັກງານ​ປະ​ຈໍາ​ກຸ່ມ​ບ້ານ ​ແລະ ຊາວ​ກະສິກອນ​ໃນ​ຂັ້ນ​ຕໍ່​ໄປ, ນັກສໍາ​ມະ​ນາກອນ​ຈະ​ຮັບ​ຮູ້ເຖິງຄວາມ​ໝາຍ, ຄວາມ​ສໍາຄັນຂອງນິຕິ​ກໍາ​ໃຕ້​ກົດໝາຍຂອງ​ຂະ​ແໜງ ກະສິກໍາ ​ແລ​ະ ປ່າ​ໄມ້, ຮັບຮູ້ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ດໍາລັດ​ວ່າ​ດ້ວຍ​ມາດຕະຖານ​ພົ້ນ​ທຸກ ​ແລ​ະ  ມາດຕະຖານ​ພັດທະນາ​​ເພື່ອ​ ເຜີ​ຍ​ແຜ່ ​ແລະ ​ເປັນ​ບ່ອນອີງ​ໃນ​ການວາງ​ແຜນ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ຕົນ​. ການ​ຝຶກ​ອົບຮົມ​ນີ້​ແມ່ນ​​ ເລີ່​ມ​ແຕ່ວັນ​ທີ 29 ກໍລະກົດ ຫາ 15 ສິງ​ຫາ 2019 ລວມທັງ​ໝົດ 15 ວັນ, ປະກອບ​ມີ 4 ພາກ​ໃຫຍ່, ​12 ຫົວ​ຂໍ້. ​ໂດຍ​ມີຜູ້​ເຂົ້າ​ຮ່ວມ​ຝຶກທັງ​ໝົດ 40 ຄົນ​ມາຈາກ 6 ​ແຂວງຄື: ​ແຂວງ​ຜົ້ງ​ສາລີ, ອຸດົມ​ໄຊ, ຫຼວງ​ນໍາ​ທາ, ບໍ່​ແກ້ວ, ຫຼວງພະ​ບາງ ​ແລະ ​ແຂວງ ວຽງ​ຈັນ. ​

WhatsApp Image 2019-07-31 at 14.34.41 WhatsApp Image 2019-07-31 at 14.41.30

 

ທ່ານ​ປະທານ​ໄດ້ກ່າວ​​ໃນ​ພິທີ​ເປີດຝຶກ​ອົບຮົມ​ຄັ້ງນີ້​ວ່າ: ການ​ຝຶກ​ອົບຮົມ​ຄັ້ງນີ້​ແມ່ນ​ສຸດ​ທີ່​ມີ​ຄວາ​ມໝາຍ​ສໍາຄັນ​ແລະ ​ເປັນ​ບາດ​ລ້ຽວ​ໃໝ່​ຂອງ​ການ​ສ້າງ​ພະນັກງານ​ນໍາພາ​ ການ​ປູກ-​ການ​ລ້ຽງ​ຂ​ອງ​ຂະ​ແໜງ​ພວກ​ເຮົາ ​ແລະ ເພື່ອ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ກໍ່​ຄືມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ ​ແລະ ​ແຜນ​ພັດທະນາ​ຊັບພະຍາກອນ​ມະນຸດ​ຂອງ​ກະຊວງ ​ຄື​ສ້າງ​ນັກ​ພັດທະນາ​ຂັ້ນ​ບ້ານ​ໃຫ້​ໄດ້ 3-5 ຄົນ​ຕໍ່ບ້ານ, ຄາດ​ວ່າ​ຮອດ​ປີ 2020 ຈະ​ໃຫ້​ໄດ້ 60-70% ​ແລະ ຮອດ​ປີ 2025 ​ໃຫ້​ໄດ້ 100%, ທັງ​ເປັນ​ການ​ຜັນ​ຂະຫຍາຍ​ຂໍ້ຕົກລົງ 837/ກປ​​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ​​ໃນ​ຕອນ​ທ້າຍ​ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ຕ່ືມ​ໃຫ້​ບັນດາ​ນັກສໍາ​ມະ​ນາກ​ອນທຸກ​ຄົນຈົ່ງ​ສຸມ​ຈິ​ດສຸມ​ໃຈ​ເຮັດ​ໃຫ້​ຊຸດ​ຝຶກ​ອົບຮົມ​ນີ້​ໃຫ້​ໄດ້​ຮັບ​ຜົນ​ດີ​ເພ່ືອ​ເຮັດ​ແນວ​ໃດ​ຈະ​ໃຫ້​ຄວາມ​ຮູ້​ເຫຼົ່າ​ນີ້​ໄປ​ເຖິງ​ຊາວ​ກະສິກອນ ​ແລະ ນໍາ​ໃຊ້​​ເຂົ້າ​ໃນການ​ຜະລິດ​ກະສິກໍາ ແລະ ປ່າ​ໄມ້ ​​ເພື່ອສ້າງ​​ຄອບຄົວ​ຕົວ​ແບບ​ດ້ານ​ກະສິກໍາ, ບ້ານ​ແບບຢ່າງ​ດ້ານ​ກະສິກໍາ ​ແລະ ປ່າ​ໄມ້ ​ແລະ ​ເມືອງກະສິກໍາ​ພັດທະນາ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

WhatsApp Image 2019-07-31 at 14.33.15

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ພິທີເຊັນສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການດ້ານສຸຂານາໄມຂອງໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສະຖານທີ່ກັກກັນສັດ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ.

WhatsApp Image 2019-07-25 at 14.50.57(1)

ເພື່ອ​ເປັນ​ການ​ຊຸກຍູ້​ການ​ສ້າງ​ສະຖານ​ທີ່ກັກ​ກັນ​ສັດ​​ເພື່ອ​ສົ່ງ​ອອກ​ໃຫ້​ຖືກຕ້ອງ​ຕາມກົດ​ໝາຍ, ລະບຽບ​ການ, ກໍານົດ​ໝາຍ​ເຕັກນິກ ຂອງ ສປປ ລາວ ​ແລະ ຄໍາ​ແນະ​ນໍາ​ຂອງ​ອົງການ​ສຸຂະພາບ​ສັດສາ​ກົນ​ກໍານົດ​ອອກ, ​ແນ​ໃສ່​ປະກອບ​ສ່ວນ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ກໍ​ານົດ​ເງື່ອນ​ໄຂ​ດ້ານ​ສຸຂາ​ນາ​ໄມ ​ກ່ຽວ​ກັບ​ການ​ກັກ​ກັນ ແລະ​ ກວດສຸຂະພາບ​ສັດ​​ໃຫຍ່​ທີ່​ຈະ​ສົ່ງ​ຈາກ ສປປ ລາວ ​ໄປ ສປ ຈີນ ​ໃຫ້​ເປັນ​ຮູບ​ປະ​ທໍາ​ນັ້ນ, ໃນ​ວັນ​ທີ 24 ກໍລະກົດ 2019 ນີ້, ທີ່​ກົມ​ລ້ຽງສັດ ​ແລະ ການ​ປະມົງ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້​ ​ໄດ້ຮ່ວມ​ກັບ​ບໍລິສັດ ລາວ​ໂກທົງພັດທະນາ​ກິດຈະການ​ລ້ຽງສັດ ຈໍາກັດ ຂອງ ສປ ຈີ​ນ, ​​ໄດ້ຈັດ​ພິທີ​ເຊັນ​ສັນຍາ​ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ດ້ານສຸຂາ​ນາ​ໄມຂອງ​​ໂຄງການ​ລ້ຽງງົວ​ຊີ້ນ​ເປັນ​ສິນ​ຄ້າ ​ແລະ ສ້າງ​ສະຖານ​ທີ່​ກັກ​ກັນ​ສັດທີ່​ເມືອງ ສິງ ​ແຂວງ ຫຼວງ​ນໍ້າທາ​ຂື້ນ,

0

​​​ໃນ​ພິທີ​ດັ່ງກ່າວທ່ານປະທານ​ບໍລິສັດລາວ​ໂກງ​ທົງ​ໄດ້​ໃຫ້​ຮູ້​ວ່າ: ​​ປີ 2018 ຜ່ານ​ມາ​ໄດ້​​ເຊັນ​ສັນຍາ​ລົງທຶນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ລ້ຽງງົວ​ຊີ້ນ​ເປັນ​ສິນ​ຄ້າ ​ແລະ ສ້າງ​ສູນກັກ​ກັນ​ສັດ​ພາຍ​​ໃຕ້​ມາດ​ຕະການດ້ານ​ສຸຂາ​ນາ​ໄມ​ສັດ ​ແລະ ສຸຂາ​ນາ​ໄມ​ພືດ​ທີ່​ດີ ກັບພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​​ແຂວງ​ຫຼວງ​ນໍ້າ​ທາ​, ​ຈາກ​ນັ້ນບໍລິສັດ​ໄດ້​ເລີ່​ມ ຈັດ​ຕັ້ງ​ປະຕິບັດ​​ໂຄງການ​ໂດຍ​ສ້າງຟາ​ມລ້ຽງ​ງົວ​ຊີ້ນ ​ແລະ ສູນ​ກັກກັນ​ສັດຂື້ນ ຊຶ່ງມາ​ຮອດ​ປັດຈຸບັນ​ໄດ້​ສ້າງ​ຟາ​ມງົວ​ຊີ້ນ​ໄລຍະ​ທໍາ​ອິດ​ສໍາ​ເລັດ​ແລ້ວ 3 ​ແຫ່ງ​ສາມາດ​ທອມ​ງົວ​ໄດ້ 4.000 ​ໂຕ ​ແລະ ​ກໍ່ສ້າງ​ສູນ​ກັກ​ກັນ​ສັດ​​ສໍາ​ເລັດ 90 ສ່ວນ​ຮ້ອຍ, ເຊິ່ງ​ໃນ​ຕໍ່ໜ້າທາງ​ບໍລິສັດ​ຈະ​ສຸມ​ຄວາມ​ພະຍາຍາມ​ເພື່ອ​ເຮັດ​ໃຫ້​ສໍາ​ເລັດ​ດ້ານ​ວຽກ​ງານ​ດັ່ງກ່າວ​ເພື່ອ​ໃຫ້​ບັນລຸ ​ແລະ ສາມາດສົ່ງ​ອອກ​ງົວ​ພັນ​ຊີ້ນ​ໄປ​ຍັງ ສປ ຈີນ ​ທີ່​ໄດ້​ທັງ​ປະລິມານ ​ແລະ ຄຸນ​ນະພາ​ບ, ​​ເພື່ອ​ໃຫ້​ສໍາ​ເລັດ​ຕາມ​ແຜນ​ການ ​ແລະ ຖືກຕ້ອງ ຕາ​ມລະບຽບ​ກົດໝາຍ ຂອງ ສປປ ລາວ​ ​ໂດຍ​ສະ​ເພາະ​ດ້ານການ​ບໍລິຫານ​ຄຸ້ມ​ຄອງ, ການ​ຕິດຕາມ​ດ້ານ​ເຕັກນິກທີ່​ຕິດ​ພັນ​ກັບ​ວຽກ​ງານ​ກັກ​ກັນ​ສັດ ​ແລະ ​ເພື່ອຮັບຮອງ​ເອົາ​ແບບ​ຂອງ​ສູນ​ກັກ​ກັນ​ສັດ​ທີ່​ກໍາລັງ​ດໍາ​ເນີນ​ການ​ກໍ່ສ້າງ​ຢູ່​ຈຶ່ງ​ໄດ້​ຈັດ​ພິທີ​ດັ່ງກ່າວ​ນີ້​ຂື້ນ, ​ເຊິ່ງ​ການ​​ລົງ​ນາມ​ໃນ​​ສັນຍາ​​​ໂຄງການ​ດັ່ງກ່າວ​ນີ້ ຕາງໜ້າ​ຝ່າຍ​ລາວ​ເຊັນ​ໂດຍ​ທ່ານ ນາງ ວິ​ໄລ​ພອນ ວໍລະ​ພີມ ຫົວໜ້າ​ກົມ​ລ້ຽງ​ສັດ ​ແລະ ການ​ປະມົງ, ກະຊວງ​ກະສິກ​ໍາ ​ແລະ ປ່າ​ໄມ້, ​ແລະ ຕາງ​ໜ້າຝ່າຍ​ຈີນ​ເຊັນ​ໂດຍ​ທ່ານ ຫວາງ​ເຊີນ​ລີ ປະທານ​ບໍລິສັດ​ໂກ​ທົງ ພັດທະນາ​ກິດຈະ​ການລ້ຽງສັດ ​ຈໍາ​ກັດໂດຍ​ມີທ່ານຫົວໜ້າ​ຫ້ອງການ​ກະຊວງກະສິກໍາ ​ແລະ ປ່າ​ໄມ້, ຮອງ​ຫົວໜ້າ​ກົມ, ຫົວ​ໜ້າພະ​ແນ​ກ, ຮອງ​ພະ​ແນ​ກ ​ແລະ ວິຊາ​ການ​ທີ່​ກ່ຽວ​ຂ້ອງ​ຈາກ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ​​ເປັນ​ສັກຂີ​ພະຍານ​.

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ ​ໂຄສະນາ ​ແລະ ຂ່າວສານ

ກອງປະຊຸມວິຊາການກ່ຽວກັບສະພາບການລະບາດຂອງພະຍາດຫ່ຽວເຫຼືອງຂອງກ້ວຍ

 WhatsApp Image 2019-07-15 at 16.57.23(2) WhatsApp Image 2019-07-15 at 16.57.23(1)

ໃນວັນທີ 11-12ກໍລະກົດ 2019, ທີ່ສໍານັກງານປົກຄອງເມືອງວັງວຽງ ແຂວງວຽງຈັນ, ສູນປ້ອງກັນພືດສາລະຄໍາ ກົມປູກຝັງກະຊວງກະສິກໍາ ແລະ ປ່າໄມ້ໄດ້ຈັດກອງປະຊຸມວິຊາການກ່ຽວກັບລາຍງານສະພາບການລະບາດ, ການປ້ອງ ກັນ ແລະ ກໍາຈັດພະຍາດຫ່ຽວເຫຼືອງກ້ວຍ, ໂດຍການເປັນປະທານຂອງ ທ່ານ ສິລິພົນ ພິທັກສູນ ຫົວໜ້າສູນປ້ອງກັນ ພືດສາລະຄໍາ, ມີຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ສາລະວັນ, ຫົວໜ້າ ແລະ ຮອງຂະແໜງປູກຝັງຈາກ 12 ແຂວງ ທົ່ວປະເທດ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 34 ຄົນຍິງ 11 ຄົນ.

   WhatsApp Image 2019-07-16 at 17.51.10(1) WhatsApp Image 2019-07-16 at 17.51.10

ໃນໄລຍະຜ່ານມາການປູກກ້ວຍຂອງຊາວກະສິກອນ ໃນຂອບເຂດທົ່ວປະເທດແມ່ນເປັນຂະບວນຟົດຟື້ນໂດຍສະເພາະການປູກກ້ວຍຫອມຈີນຢູ່ແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ເພື່ອສົ່ງອອກລວມເນື້ອທີ່ປູກ 19.375ເຮັກຕາ ການລົງທຶນ ແລະ ຂະຫຍາຍພື້ນທີ່ການຜະລິດໄດ້ເຮັດໃຫ້ມີການນໍາເຂົ້າໜໍ່ພັນກ້ວຍ ແລະ ດິນທີ່ຕິດມາຈາກໜໍ່ພັນຈາກ ສປ ຈີນ ທີ່ມີການລະບາດຂອງພະຍາດຫ່ຽວເຫຼືອງຂອງກ້ວຍ, ພະຍາດຫ່ຽວເຫຼືອງກ້ວຍ ຫຼື TR4 ນີ້ແມ່ນມີຜົນກະທົບ ສູງຕໍ່ການຜະລິດກ້ວຍພື້ນທີ່ທີ່ມີການລະບາດຕົ້ນກ້ວຍຈະຫ່ຽວເຫຼືອງ ແລະ ຢືນຕົ້ນຕາຍໃນທີ່ສຸດ, ສາມາດອາໃສ ໃນດິນໄດ້ຫຼາຍກວ່າ 30ປີ ແລະ ມີພືດອາໃສຫຼາຍຊະນິດ ເຊັ່ນ: ກ້ວຍຫອມ, ກ້ວຍເລັບມືນາງ, ກ້ວຍນໍ້າ, ໄມ້ປະດັບ ແລະ ຫຍ້າຕ່າງໆ ການກະຈາຍຂອງເຊື້ອແມ່ນມີຫຼາຍທາງເຊັ່ນ: ໜໍ່ພັນທີ່ນໍາມາປູກ, ດິນ, ນໍ້າ, ອຸປະກອນລວມເຖິງລະບົບການຈັດການຟາມ ແລະ ອຶ່ນໆ, ຈາກຜົນການສໍາຫຼວດຂອງສູນປ້ອງກັນພືດໃນ 12 ແຂວງທີ່ມີການປູກກ້ວຍຫຼາຍທີ່ສຸດໄດ້ພົບເຫັນພະຍາດຫ່ຽວເຫຼືອງກ້ວຍລະບາດໃນຈໍານວນ 7 ແຂວງໂດຍ ໃນປີ 2017 ພົບການລະບາດຢູ່ ແຂວງ ບໍ່ແກ້ວ ແລະ ແຂວງ ຫຼວງນໍ້າທາ, ມາຮອດປີ 2019 ກໍ່ມີການ ແຜ່ໄປສູ່ພື້ນທີ່ອື່ນຄື ແຂວງ ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ລວມເປີເຊັນການລະບາດທັງໝົດ ທຽບໃສ່ຈໍານວນແຂວງທີ່ມີການປູກກ້ວຍທົ່ວປະເທດກວມເອົາ 58,33 %, ເພື່ອເຮັດໃຫ້ຫຼຸດ ຜ່ອນການລະບາດຂອງ ພະຍາດດັ່ງກ່າວໄປສູ່ແນວພັນກ້ວຍພື້ນເມືອງ ແລະ ພືດ ອື່ນໆ, ເລັ່ງໃສ່ການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຄວາມໝັ້ນຄົງທາງດ້ານຊີວະນາໆພັນພືດ ແລະ ເພີ່ມການເຝົ້າລະວັງການລະບາດພະຍາດຫ່ຽວເຫຼືອງ ຂອງກ້ວຍໄປສູ່ເຂດພື້ນທີ່ການຜະລິດອື່ນໆຈື່ງຈັດກອງປະຊຸມ ດັ່ງກ່າວນີ້ຂື້ນເພື່ອໃຫ້ພະນັກງນປ້ອງກັນພືດຂັ້ນທ້ອງ ຖິ່ນເຂົ້າໃຈສະພາບການລະບາດ, ສາຍເຫດການລະບາດ ແລະ ມາດຕະການປ້ອງກັນ ແລະ ກໍາຈັດພະຍາດຫຼ່ຽວ ເຫຼືອງຂອງກ້ວຍ. ເຊິ່ງໃນໂອກາດນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ລົງຢ້ຽມຢາມສວນສາທິດການທົດສອບ ການນໍາໃຊ້ເຊື້ອຊີວະວິທະຍາໃນການປ້ອງການ ແລະ ກໍາຈັດພະຍາດຫ່ຽວເຫຼືອງຂອງກ້ວຍທີ່ບ້ານວັງໝ້ຽງ, ເມືອງ ວັງວຽງ, ແຂວງ ວຽງຈັນ ໂດຍເຊື້ອຊີວະວິທະຍາທີ່ມີການທົດລອງຢູ່ນີ້ຫາກໄດ້ຮັບຜົນດີແມ່ນຈະມີປະໂຫຍດຫຼາຍ ຕໍ່ການປ້ອງກັນ ແລະ ກໍາຈັດພະຍາດດັ່ງກ່າວໃນອານະຄົດ.

 WhatsApp Image 2019-07-15 at 16.57.23 WhatsApp Image 2019-07-16 at 17.51.10(2)

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ແລະ ທິດທາງແຜນການປີ 2019 ຂອງສະຫະພັນກໍາມະບານ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ປາຖະກະຖາວັນສ້າງຕັ້ງກໍາມະບານສາກົນ ຄົບຮອບ 133 ປີ

_MG_93588

ໃນວັນທີ 20 ພຶດສະພາ 2019, ສະພະພັນກໍາມະບານກະຊວງກະສິກໍາ ແລະ ປ່າໄມ້ໄດ້ຈັດກອງປະຊຸມສະຫຼຸບການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ແລະ ທິດທາງແຜນການປີ 2019 ຂື້ນ, ໂດຍການເປັນປະທານຮ່ວມຂອງທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ຄໍາພັນ ເໝືອນສິດທິດາ ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານກະຊວງກະສິກໍາ ແລະ ປ່າໄມ້, ຄະນະພັກຮາກຖານ, ແຂກຖືກເຊີນ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມ 203 ທ່ານ ຍິງ 71 ທ່ານ.

_MG_93400000

ທ່ານ ຄໍາພັນ ເໝືອນສິດທິດາ, ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານ, ປະທານສະຫະພັນກໍາມະບານກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນປີ 2018 ໃຫ້ຮູ້ວ່າ: ສະຫະພັນກໍາມະບານກະຊວງ ກະສິກໍາ ແລະ ປ່າໄມ້ ປະກອບມີ ສະມາຊິກທັງໝົດ 1.667 ທ່ານ, ມີ 12 ຄະນະກໍາມະບານຮາກຖານ ແລະ 3 ໜ່ວຍກໍາມະບານຮາກຖານ, ຄະນະບໍລິຫານ ງານສະ ຫະພັນກໍາມະບານ 14 ທ່ານ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ມີຄື: 1. ເປັນເຈົ້າສຶກສາອົບຮົມການ ເມືອງ-ແນວຄິດໄດ້ 90 %, 2. ປັບປຸງແບບແຜນນໍາພາ ແລະ ຂະຫຍາຍການຈັດຕັ້ງກໍາມະບານ ໄດ້ 90%, 3. ເປັນເຈົ້າປົກປ້ອງສິດຜົນປະ ໂຫຍດອັນຊອບ ທໍາຂອງພະນັກງານ, ສະມາຊິກກໍາມະບານ ແລະ ຜູ້ອອກແຮງງານໄດ້ 89%, 4. ເຂົ້າຮ່ວມຕິດຕາມ, ກວດກາ, ຄຸ້ມຄອງເສດ ຖະກິດ, ວັດທະນະທໍາ-ສັງຄົມໄດ້ 86% ແລະ 5. ເປັນເຈົ້າການຈັດຕັ້ງປະຕິບັດ ແນວທາງຕ່າງປະເທດຂອງພັກໄດ້ 87%, ສາມາດຄັດ ເລືອກໄດ້ກົມກອງ ແລະ ບຸກຄົນດີເດັ່ນປະເພດ 1 ໄດ້ຮັບໃບຍ້ອງຍໍຂອງສະຫະພັນກໍາມະບານ ກະຊວງ ຈໍານວນ 16 ກົມກອງ, ບຸກຄົນດີເດັ່ນປະເພດ 2 ໄດ້ຮັບໃບຍ້ອງຍໍຂອງສະຫະພັນກໍາມະບານກະຊວງ 1.498 ທ່ານ, ຍິງ 548 ທ່ານ, ດີເດັ່ນປະເພດ 2 ໄດ້ຮັບໃບຊົມເຊີຍຂອງສະຫະພັນກໍາມະບານກະຊວງ ຈໍານວນ 165 ທ່ານ, ຍິງ 52 ທ່ານ, ເຊິ່ງທິດທາງລວມໃນປີ 2019 ນີ້ສືບຕໍ່ປັບປຸງການຈັດຕັ້ງກໍາມະບານກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດ ຕັ້ງ ແລະ ແບບແຜນນໍາພາຕັ້ງໜ້າເຊື່ອມຊຶມ ແລະ ຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະ ຊຸມໃຫຍ່ຄັ້ງທີ VII ຂອງສູນກາງສະຫະພະພັນກໍາມະບານລາວ, ຕິດພັນກັບການແຂ່ງຂັນ 5 ເປັນເຈົ້າ ເຊິ່ງໃນປີ 2019 ນີ້ ໃນແຕ່ລະດ້ານຕ້ອງໄດ້ 58 % ຂື້ນໄປ ໂດຍໂອກາດນີ້ທ່ານຮອງປະທານສູນກາງສະຫະພັນກໍາມະບານລາວຍັງໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ກົມກອງລວມໝູ່ ແລະ ໄດ້ຈັບມືປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2019 ລະຫວ່າງຄະນະກໍາມະບານຮາກຖານ, ໜ່ວຍຮາກຖານ ແລະ ຄະນະບໍລິຫານງານກໍາມະບານກະຊວງ. ນອກນັ້ນ, ໄດ້ມີການມອບແນວພັນໄກ່ຈໍານວນໜື່ງໃຫ້ກໍາມະບານຮາກຖານແຂວງ ໄຊຍະບູລີ, ສູນກາງສະຫະພັນກໍາມະບານລາວ ແລະ ກໍາມະບານກອງທັບ ເພື່ອຊຸຍູ້ສົ່ງເສີມດ້ານການລ້ຽງ ແລະ ຂະຫຍາຍພັນຕໍ່ໄປ. ຈາກນັ້ນ, ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ສືບຕໍ່ຮັບຟັງການປາຖະກະຖາເລົ່າມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 133 ປີ (1 ພຶດສະພາ 1886-1 ພຶດສະພາ 2019) ໂດຍໃຫ້ກຽດປາຖະກະຖາຂອງທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກໍາມພບານລາວນໍາອີກ.

ພາບ ແລະ ຂ່າວ ໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ

ສະຫະພັນແມ່ຍິງກະຊວງ ກະສິກໍາ ແລະ ປ່າໄມ້ ຢ້ຽມຢາມຄອບຄົວຕົວແບບໃນການຜະລິດລູກກົບ

IMG_1556

ເພື່ອສືບຕໍ່ອະນຸລັກຮັກສາມູນເຊື້ອດຸໝັ່ນຂອງແມ່ຍິງລາວ, ສ້າງທຸກເງື່ອນໄຂອໍານວຍຄວາມສະດວກໃຫ້ສະມາ ຊິກໃນຄອບຄົວຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດແນໃສ່ປະຕິບັດຂໍ້ແຂ່ງ ຂັນ 3 ດີ ຂອງແມ່ຍິງ ລາວ ຄື ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ,ໃນວັນທີ 25 ເມສາ 2019 ສະຫະພັນແມ່ຍິງກະຊວງ ກະສິກໍາ ແລະ ປ່າໄມ້ ນໍາໂດຍທ່ານ ນ. ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງ ກະຊວງ ກະສິກໍາ ແລະ ປ່າໄມ້ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມຄອບຄົວຂອງ ທ່ານ ນາງ ສາລາວົງ ທໍາມະເຈດີ ອາຍຸ 39 ປີ ຕົວແບບ ໃນການຜະລິດລູກກົບທີ່ ບ້ານ ໜອງສະ, ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ,

IMG_15411

ທ່ານ ນາງ ສາລາວົງ      ທໍາມະເຈດີ ໄດ້ໃຫ້ຮູ້ວ່າໃນຄອບຄົວມີສະມາຊິກ 3 ຄົນ ຜົວເມຍ ແລະ ລູກ 1 ຄົນ, ຕົນເອງໄດ້ເລີ່ມຜະລິດລູກກົບຂາຍ ມາແຕ່ປີ 2006 ເປັນອາຊີບເສີມໃນເວລາຫວ່າງນອກໂມງການ ນອກຈາກການເປັນພະນັກງານລັດສັງກັດ ໜ່ວຍງານ ບໍລິຫານງານ ແລະ ຂໍ້ມູນຂ່າວສານ ທີ່ສູນພັດທະນາການປະມົງນໍ້າຊ່ວງ, ໂດຍອີງໃສ່ພື້ນຖານ ແລະ ໄດ້ບົດຮຽນຈາກ ການຮຽນຮູ້ ແລະ ຝຶກອົບຮົມຈາກບ່ອນທີ່ຕົນເຮັດວຽກ ເປັນແຮງ ບັນດານໃຈໜຶ່ງ ແລະ ອີງໃສ່ຄວາມມັກຮັກ ແລະ ຢາກພັດທະນາຊີວິດຄອບຄົວຕົນເອງໃຫ້ດີຂື້ນເລື້ອຍໆນັ້ນຕົນເອງ ແລະ ຄອບຄົວຈຶ່ງຕັດສິນໃຈມາຜະລິດລູກກົບເພື່ອ ຈໍາໜ່າຍຍ້ອນການຜະລິດລູກກົບແມ່ນໃຊ້ຕົ້ນທືນຕໍາ.

IMG_1468

ເບື້ອງຕົ້ນທາງຄອບຄົວແມ່ນລົງທຶນ 10 ລ້ານ ກີບໃນການສ້າງ ອ່າງ ແລະ ຊື້ພໍ່ແມ່ພັນ 200 ໂຕ, ໃນປີທໍາອິດໄດ້ກໍາໄລຈາກການຂາຍ 15 ລ້ານກີບ ແລະ ເພີ່ມຂື້ນ ເລື້ອຍໆຈົນ ຮອດປະຈຸບັນ ໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວສູງເຖິງ 30 ລ້ານກີບຕໍ່ປີຫຼັງຫັກຄ່າໃຊ້ຈ່າຍທັງໝົດ. ການຜະລິດລູກກົບ ແມ່ນໄດ້ຜະລິດແບບເຄິ່ງທໍາມະຊາດ, ປີໜຶ່ງສາມາດຜະລິດໄດ້ 3 ຊຸດ, ຊຸດໜຶ່ງມີພໍ່ແມ່ພັນ 15 ຄູ່ ແລະ ໄດ້ລູກ ກົບທັງໝົດ 15 ພັນໂຕ. ລູກຄ້າຫຼັກໆທີ່ມາຊື້ລູກກົບແມ່ນພໍ່ແມ່ປະຊາຊົນທົ່ວໄປ ແລະ ອ້າຍເອື້ອຍນ້ອງທະຫານ, ການຂາຍແມ່ນຂາຍໃນລາຄາ 500 ກີບຕໍ່ໂຕ. ການຜະລິດ ລູກກົບນີ້ເຖິງແມ່ນວ່າຈະຜະລິດໄດ້ຫຼາຍແຕ່ກໍ່ຍັງບໍ່ທັນພຽງ ພໍກັບຄວາມຕ້ອງ ການຂອງຕະຫຼາດເທື່ອເພາະທາງຕະຫຼາດຍັງມີຄວາມຕ້ອງການຫຼາຍແຜນການຕໍ່ໜ້າທາງຄອບຄົວຈະ ໄດ້ຂະຫຍາຍພື້ນທີ່ລ້ຽງຕື່ມອີກ ເພື່ອສະໜອງລູກກົບ ໃຫ້ພຽງພໍ, ພ້ອມກັນນີ້ຍັງໄດ້ລິເລີ່ມບຸກເບີກເນື້ອທີ່ຜະລິດລູກປາ ນ້ອຍອີກຈໍານວນ 11 ໜອງ ແລະ ລ້ຽງໝູຈໍານວນ ໜື່ງເຊິ່ງຄາດວ່າໃນປີຕໍ່ໄປຈະສາມາດສ້າງລາຍຮັບອີກທາງໜຶ່ງໃຫ້ກັບ ຄອບຄົວຕື່ມອີກ.

ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ

ກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດ ໂຄງການ ສົ່ງເສີມ ລະບົບຕ່ອງໂສ້ການຜະລິດເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ

51516013_567392120444749_3165063448845352960_n

    ໃນ​ວັນ​ທີ 5 ກຸມພາ ຜ່ານ​ມາ ທີ່ນະຄອນ​ປາກ​ເຊ ​ແຂວງ​ ຈຳປາ​ສັກ, ໂຄງການສົ່ງ​ເສີມ ລະບົບ​ຕ່ອງ​ໂສ້​ການ​ຜະລິດ​ເປັນ​ສິນຄ້າ ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ, ທີ່ຂື້ນກັບກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ​ໄດ້​ຈັດ​ກອງ​ປະ​ຊຸມ ​ລິ​ເລີ່ມການຈັດ​ຕັ້ງ​ປະຕິບັດ ​ໂຄງການສົ່ງ​ເສີມ ລະບົບ​ຕ່ອງ​ໂສ້​ການ​ຜະລິດ​ເປັນ​ສິນຄ້າ ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມຂື້ນ. ໂດຍ​ການ​ເຂົ້າ​ຮ່ວມ ຂອງ ທ່ານ ປອ. ພວງ​ປາຣິສັກ ປຣະ​ວົງ​ວຽງ​ຄຳ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ ກະຊວງ​ ອຸດສາຫະກຳ ​ແລະ ການ​ຄ້າ, ມີຮອງ​ເຈົ້າ​ແຂວງ ຈາກ ​ແຂວງ​ຄຳ​ມ່ວນ, ​​ເຊ​ກອງ, ສະຫວັນ​ນະ​ເຂດ, ຫົວໜ້າ ຫ້ອງ​ວ່າການປົກຄອງ​ແຂວງ​ສາລະ​ວັນ ມີຫົວ​ໜ້າ, ຮອງ​ຫົວໜ້າກົມ, ສະ​ຖາ​ບັນ, ຫົວຫນ້າ ຮອງ​ຫົວ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງຄຳ​ມ່ວນ, ​ສະ​ຫວັນນະ​ເຂດ, ​ເຊ​ກອງ, ສາລະ​ວັນ​, ​ຈຳປາ​ສັກ ​ແລະ ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ ​​ຂະ​ແໜງ​ການ ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

51286850_229575011323457_8070916355810918400_n (1)

   ໂຄງການ ສົ່ງ​ເສີມລະບົບ​ຕ່ອງ​ໂສ້​ການ​ຜະລິດ​ເປັນ​ສິນຄ້າ ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ​ເປັນ​ໂຄງການ​ໜຶ່ງ​ທີ່​ຈະ​​ຊ່ວຍ​ສະໜັບສະໜູນ ການຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ກະສິກຳ ​ແລະ ປ່າ​ໄມ້ ຮອດ​ປີ 2025 ​ແລະ ວິ​ໄສ​ທັດຮອດປີ 2030 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ຈຸດປະສົງ​​ກອງປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ ການ​ສົ່ງ​ເສີມ​ການ​ປັບປຸງ​ຂອດ​ການ​ແຂ່ງຂັນ​ທາງ​ດ້ານ​ການ​ຜະລິດ​ເຂົ້າ​ເປັນ​ສິນຄ້າ​ຢູ່​ແຂວງ​ຄຳ​ມ່ວນ, ສະຫວັນ​ນະ​ເຂດ ແລະ ​ແຂວງ ​ສາລະ​ວັນ. ການ​ຜະລິດ​ພືດ​ຜັກ ​ເປັນ​ສິນຄ້າ ຢູ່​ນະຄອນຫຼວງ​ວຽງຈັນ, ຈຳປາ​ສັກ ​ແຂວງ ​​ເຊ​ກອງ. ​​ໂຄງການ ຄາດ​ຄະ​ເນ​ມີ​ປະຊາຊົນ​ທີ່​ຈະໄດ້​ຮັບ​ຜົນ​ປະ​​ໂຫຍ​ດປະມານ 35.000 ຄອບຄົວ, ກຸ່ມ​ຜູ້​ຜະລິດ​ກະສິກຳ 50 ກຸ່ມ. ໂດຍ​ມີ​ຄາດໝາຍ​ແນ​ໃສ່ ການ​ພັດທະນາ​ຜະລິດ​ຕາມ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ ​ໃຫ້​ມີ​ຄວາມຫຼາກຫຼາຍ ​ເພື່ອ​ຜັນ​ຂະຫຍາຍຕາມ​ແຜນ​ງານ​ຜະລິ​ດກະສິກໍາ​ເປັນ​ສິນຄ້າ​ຂອງ​ກະຊວງກະສິກໍາ ແລະ ປ່າໄມ້ ວາງອອກ, ​ໄລຍະ​ການຈັດ​ຕັ້ງ​ປະຕິບັດ​ໂຄງການແມ່ນ​ຮອດ​ປີ 2024 ​ໂດຍ​ການ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ລ້າ​ຈາກ ທະນາຄານ​ພັດທະນາ​ອາຊີ, ທຶນ​ສົມທົບ​ຂອງ​ລັດຖະບານ ​ແລະ ທຶນ​ທ້ອງ​ຖິ່ນ ລວມມູນ​ຄ່າ​ 46 ລ້ານ ກວ່າ​ໂດ​ລາສະຫະລັດ. ​ໃນ​ຕອນ​ທ້​າຍຂອງກອງ​ປະຊຸມ ທ່ານ​ປະ​ທານໄດ້ສະເໜີໃຫ້ ບັນດາ ແຂວງເປົ້າ ໝາຍ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຊ່ວຍກັນຊຸກຍູ້ ສົ່ງເສີມການຜະລິດກະສິ ກຳເປັນສິນຄ້າ ພ້ອມທັງດ້ານປະລິມານ ແລະ ຄຸນນະພາບໃຫ້ເປັນໂຄງການຕົວແບບທາງດ້ານການສົ່ງອອກ ສິນຄ້າກະສິກຳ ໃຫ້ມີມາດຕະຖານສາກົນ, ສາມາດແຂ່ງຂັນທາງດ້ານການຕະຫຼາດ ໃນອານາຄົດ.

ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ