ປິດຝຶກອົບຮົມດ້ານເຕັກນິກວິຊາການກະສິກໍາ ແລະ ປ່າໄມ້ຂັ້ນບ້ານ ແລະ ຊາວສິກອນ

IMG_2473

    ໃນວັນທີ 15 ພະຈິກ 2018 ນີ້,ທີ່ສູນພັດທະນາແລະບໍລິການດ້ານການກະເສດຫ້ວຍຊອນ- ຫ້ວຍຊົ້ວບ້ານນາຍາງ, ເມືອງນາຊາຍທອງນະຄອນຫຼວງວຽງຈັນ, ກະຊວງກະສິກໍາແລະປ່າໄມ້ໄດ້ຈັດພິທີປິດຝຶກອົບຮົບການສ້າງຄູຝຶກ​ເພື່ອກະກຽມສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການກະສິກໍາແລະປ່າໄມ້ ໃຫ້ວິຊາການຂັ້ນບ້ານຂຶ້ນ, ພາຍ​ໃຕ້ການເປັນປະທານຂອງທ່ານປອພວງປາຣິສັກປຣະວົງວຽງຄໍາຮອງລັດຖະມົນຕີກະຊວງກະສິກໍາແລະປ່າໄມ້, ມີການນໍາກະຊວງ, ຫົວໜ້າແລະຮອງກົມ, ສະຖາບັນ, ສູນແລະຕາງໜ້າ 3 ອົງການຈັດຕັ້ງມະຫາຊົນພ້ອມດ້ວຍນັກວິທະຍາກອນແລະນັກສໍາມະນາກອນເຂົ້າຮ່ວມ. ໃນພິທີດັ່ງກ່າວທ່ານເພັດສະໝອນຖານາສັກຮອງຫົວໜ້າກົມຈັດຕັ້ງແລະພະນັກງານໄດ້ລາຍງານໃຫ້ຮູ້ວ່າ: ຊຸດຝຶກອົບຮົມດັ່ງກ່າວນີ້ໄດ້ດໍາເນີນມາແຕ່ວັນທີ 5-15 ພະຈິກ2018 ເປັນເວລາ 10 ວັນ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 7 ທ່ານ ຈາກພະແນກກະສິກໍາແລະປ່າໄມ້ 3 ​ແຂວງຄື: ແຂວງໄຊຍະບູລີ, ບໍລິຄໍາໄຊແລະນະຄອນຫຼວງວຽງຈັນ.

IMG_25155

 

ການຝຶກອົບຮົມປະກອບດ້ວຍພາກທິດສະດີ, ພາກປະຕິບັດຕົວຈິງແລະທັດສະນະສຶກສາ, ມີທັງໝົດ 9 ຫົວຂໍ້ໃຫຍ່ ໃນຂອບເຂດກົດໝາຍແລະນິຕິກໍາຕ່າງໆຂອງຂະແໜງກະສິກໍາແລະປ່າໄມ້, ການປູກ, ການລ້ຽງ, ການຂະຫຍາຍແນວພັນພືດ-ສັດ, ການປັບປຸງດິນ, ກະສິກໍາສະອາດ, ຄຸ້ມຄອງນໍາໃຊ້ຊົນລະປະທານ, ຄຸ້ມຄອງປ່າໄມ້ແລະການນໍາໃຊ້ເຄື່ອງກົນຈັກກະສິກໍາ. ​ໃນ​ພິທີ​ດັ່ງ ກ່າວໄດ້ມີການມອບໃບຢັ້ງຢືນໃຫ້ບັນດານັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໂດຍເປັນກຽດມອບຂອງທ່ານປອພວງປາຣິສັກປຣະວົງວຽງຄໍາຮອງລັດຖະມົນຕີກະຊວງກະສີກໍາແລະປ່າໄມ້.ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍແລະມີເນື້ອໃນເລິກເຊິ່ງທ່ານປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍແລະຂອບໃຈຕໍ່ນັກວິທະຍາກອນທີ່ສະຫຼະເວລາມາຖ່າຍທອດຄວາມຮູ້ແລະສໍາມະກອນທີ່ມີຄວາມຮັບຜິດຊອບສູງເຫັນໄດ້ຄວາມສໍາຄັນຂອງການຝຶກອົບຮົມຄັ້ງນີ້ພ້ອມທັງຮຽກຮ້ອງໃຫ້ນໍາເອົາຄວາມຮູ້ທີ່ໄດ້ນີ້ ໄປຈັດຕັ້ງຜັນຂະຫຍາຍໃນໜ້າວຽກ​ງານຂອງຕົນ ໃຫ້ໄດ້ຮັບ   ໝາກຜົນແລະສາມາດຖ່າຍທອດຄວາມຮູ້ໄປສູ່ປະຊາຊົນກໍ່ຄືຊາວກະສິກອນ.

IMG_25666

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ