
Siammone Xayalath
ໜັງສືສະເໜີເຈດຈໍານົງ (ຄັດເລືອກບໍລິສັດ-ບໍລິການໃຫ້ຄໍາປຶກສາ)
ພິທີເປີດຝຶກອົບຮົມສ້າງຄູຝຶກດ້ານເຕັກນິກວິຊາການກະສິກໍາ ແລະ ປ່າໄມ້ ໃຫ້ພະນັກງານວິຊາການສູນ ແລະ ສະຖານີບໍລິການດ້ານເຕັກນິກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ເມືອງ
ໃນວັນທີ 29 ກໍລະກົດ 2019 ນີ້, ທີ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນຫ້ວຍຊົ້ວ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເປີດຊຸດຝຶກອົບຮົມເພື່ອສ້າງຄູຝຶກດ້ານເຕັກນິກ ວິຊາການ ກະສິກໍາ ແລະ ປ່າໄມ້ ໃຫ້ພະນັກງານວິຊາການສູນ, ສະຖານີບໍລິການສົ່ງເສີມເຕັກນິກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ຂັ້ນເມືອງ ຂື້ນ, ໃຫ້ກຽດເປັນປະທານເປີດຊຸດຝຶກອົບຮົມໂດຍ ທ່ານ ປອ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ໂດຍມີຄະນະນໍາກະຊວງ, ຫົວໜ້າກົມ, ຮອງກົມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍວິທະຍາກອນ, ພະນັກງານຫຼັກແຫຼ່ງວິຊາການຈາກພະແນກ ກະສິກໍາ ແລະ ປ່າໄມ້ ແຂວງເປົ້າໝາຍເຂົ້າຮ່ວມ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ເພື່ືອເປັນການສ້າງຄູຝຶກໂດຍການສ້າງພະນັກງານວິຊາການຂັ້ນແຂວງແລະ ເມືອງ ໃຫ້ກາຍເປັນຜູ້ຖ່າຍທອດບົດຮຽນພ້ອມທັງເປັນຜູ້ນໍາພາຊ່ວຍເຫຼືອທາງດ້ານເຕັກນິກໃຫ້ແກ່ພະນັກງານປະຈໍາກຸ່ມບ້ານ ແລະ ຊາວກະສິກອນໃນຂັ້ນຕໍ່ໄປ, ນັກສໍາມະນາກອນຈະຮັບຮູ້ເຖິງຄວາມໝາຍ, ຄວາມສໍາຄັນຂອງນິຕິກໍາໃຕ້ກົດໝາຍຂອງຂະແໜງ ກະສິກໍາ ແລະ ປ່າໄມ້, ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາເພື່ອ ເຜີຍແຜ່ ແລະ ເປັນບ່ອນອີງໃນການວາງແຜນຈັດຕັ້ງປະຕິບັດວຽກງານຂອງຕົນ. ການຝຶກອົບຮົມນີ້ແມ່ນ ເລີ່ມແຕ່ວັນທີ 29 ກໍລະກົດ ຫາ 15 ສິງຫາ 2019 ລວມທັງໝົດ 15 ວັນ, ປະກອບມີ 4 ພາກໃຫຍ່, 12 ຫົວຂໍ້. ໂດຍມີຜູ້ເຂົ້າຮ່ວມຝຶກທັງໝົດ 40 ຄົນມາຈາກ 6 ແຂວງຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍາທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງ ວຽງຈັນ.
ທ່ານປະທານໄດ້ກ່າວໃນພິທີເປີດຝຶກອົບຮົມຄັ້ງນີ້ວ່າ: ການຝຶກອົບຮົມຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍສໍາຄັນແລະ ເປັນບາດລ້ຽວໃໝ່ຂອງການສ້າງພະນັກງານນໍາພາ ການປູກ-ການລ້ຽງຂອງຂະແໜງພວກເຮົາ ແລະ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາຊັບພະຍາກອນມະນຸດຂອງກະຊວງ ຄືສ້າງນັກພັດທະນາຂັ້ນບ້ານໃຫ້ໄດ້ 3-5 ຄົນຕໍ່ບ້ານ, ຄາດວ່າຮອດປີ 2020 ຈະໃຫ້ໄດ້ 60-70% ແລະ ຮອດປີ 2025 ໃຫ້ໄດ້ 100%, ທັງເປັນການຜັນຂະຫຍາຍຂໍ້ຕົກລົງ 837/ກປໃຫ້ປະກົດຜົນເປັນຈິງ. ໃນຕອນທ້າຍທ່ານຍັງໄດ້ເນັ້ນໜັກຕ່ືມໃຫ້ບັນດານັກສໍາມະນາກອນທຸກຄົນຈົ່ງສຸມຈິດສຸມໃຈເຮັດໃຫ້ຊຸດຝຶກອົບຮົມນີ້ໃຫ້ໄດ້ຮັບຜົນດີເພ່ືອເຮັດແນວໃດຈະໃຫ້ຄວາມຮູ້ເຫຼົ່ານີ້ໄປເຖິງຊາວກະສິກອນ ແລະ ນໍາໃຊ້ເຂົ້າໃນການຜະລິດກະສິກໍາ ແລະ ປ່າໄມ້ ເພື່ອສ້າງຄອບຄົວຕົວແບບດ້ານກະສິກໍາ, ບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້ ແລະ ເມືອງກະສິກໍາພັດທະນາໃຫ້ປະກົດຜົນເປັນຈິງ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ພິທີເຊັນສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການດ້ານສຸຂານາໄມຂອງໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສະຖານທີ່ກັກກັນສັດ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ.
ເພື່ອເປັນການຊຸກຍູ້ການສ້າງສະຖານທີ່ກັກກັນສັດເພື່ອສົ່ງອອກໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ, ກໍານົດໝາຍເຕັກນິກ ຂອງ ສປປ ລາວ ແລະ ຄໍາແນະນໍາຂອງອົງການສຸຂະພາບສັດສາກົນກໍານົດອອກ, ແນໃສ່ປະກອບສ່ວນຈັດຕັ້ງປະຕິບັດຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມ ກ່ຽວກັບການກັກກັນ ແລະ ກວດສຸຂະພາບສັດໃຫຍ່ທີ່ຈະສົ່ງຈາກ ສປປ ລາວ ໄປ ສປ ຈີນ ໃຫ້ເປັນຮູບປະທໍານັ້ນ, ໃນວັນທີ 24 ກໍລະກົດ 2019 ນີ້, ທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມກັບບໍລິສັດ ລາວໂກທົງພັດທະນາກິດຈະການລ້ຽງສັດ ຈໍາກັດ ຂອງ ສປ ຈີນ, ໄດ້ຈັດພິທີເຊັນສັນຍາວ່າດ້ວຍການຈັດຕັ້ງປະຕິບັດມາດຕະການດ້ານສຸຂານາໄມຂອງໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສະຖານທີ່ກັກກັນສັດທີ່ເມືອງ ສິງ ແຂວງ ຫຼວງນໍ້າທາຂື້ນ,
ໃນພິທີດັ່ງກ່າວທ່ານປະທານບໍລິສັດລາວໂກງທົງໄດ້ໃຫ້ຮູ້ວ່າ: ປີ 2018 ຜ່ານມາໄດ້ເຊັນສັນຍາລົງທຶນການຈັດຕັ້ງປະຕິບັດໂຄງການລ້ຽງງົວຊີ້ນເປັນສິນຄ້າ ແລະ ສ້າງສູນກັກກັນສັດພາຍໃຕ້ມາດຕະການດ້ານສຸຂານາໄມສັດ ແລະ ສຸຂານາໄມພືດທີ່ດີ ກັບພະແນກແຜນການ ແລະ ການລົງທຶນແຂວງຫຼວງນໍ້າທາ, ຈາກນັ້ນບໍລິສັດໄດ້ເລີ່ມ ຈັດຕັ້ງປະຕິບັດໂຄງການໂດຍສ້າງຟາມລ້ຽງງົວຊີ້ນ ແລະ ສູນກັກກັນສັດຂື້ນ ຊຶ່ງມາຮອດປັດຈຸບັນໄດ້ສ້າງຟາມງົວຊີ້ນໄລຍະທໍາອິດສໍາເລັດແລ້ວ 3 ແຫ່ງສາມາດທອມງົວໄດ້ 4.000 ໂຕ ແລະ ກໍ່ສ້າງສູນກັກກັນສັດສໍາເລັດ 90 ສ່ວນຮ້ອຍ, ເຊິ່ງໃນຕໍ່ໜ້າທາງບໍລິສັດຈະສຸມຄວາມພະຍາຍາມເພື່ອເຮັດໃຫ້ສໍາເລັດດ້ານວຽກງານດັ່ງກ່າວເພື່ອໃຫ້ບັນລຸ ແລະ ສາມາດສົ່ງອອກງົວພັນຊີ້ນໄປຍັງ ສປ ຈີນ ທີ່ໄດ້ທັງປະລິມານ ແລະ ຄຸນນະພາບ, ເພື່ອໃຫ້ສໍາເລັດຕາມແຜນການ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ ໂດຍສະເພາະດ້ານການບໍລິຫານຄຸ້ມຄອງ, ການຕິດຕາມດ້ານເຕັກນິກທີ່ຕິດພັນກັບວຽກງານກັກກັນສັດ ແລະ ເພື່ອຮັບຮອງເອົາແບບຂອງສູນກັກກັນສັດທີ່ກໍາລັງດໍາເນີນການກໍ່ສ້າງຢູ່ຈຶ່ງໄດ້ຈັດພິທີດັ່ງກ່າວນີ້ຂື້ນ, ເຊິ່ງການລົງນາມໃນສັນຍາໂຄງການດັ່ງກ່າວນີ້ ຕາງໜ້າຝ່າຍລາວເຊັນໂດຍທ່ານ ນາງ ວິໄລພອນ ວໍລະພີມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້, ແລະ ຕາງໜ້າຝ່າຍຈີນເຊັນໂດຍທ່ານ ຫວາງເຊີນລີ ປະທານບໍລິສັດໂກທົງ ພັດທະນາກິດຈະການລ້ຽງສັດ ຈໍາກັດໂດຍມີທ່ານຫົວໜ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການທີ່ກ່ຽວຂ້ອງຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ
ກອງປະຊຸມວິຊາການກ່ຽວກັບສະພາບການລະບາດຂອງພະຍາດຫ່ຽວເຫຼືອງຂອງກ້ວຍ
ໃນວັນທີ 11-12ກໍລະກົດ 2019, ທີ່ສໍານັກງານປົກຄອງເມືອງວັງວຽງ ແຂວງວຽງຈັນ, ສູນປ້ອງກັນພືດສາລະຄໍາ ກົມປູກຝັງກະຊວງກະສິກໍາ ແລະ ປ່າໄມ້ໄດ້ຈັດກອງປະຊຸມວິຊາການກ່ຽວກັບລາຍງານສະພາບການລະບາດ, ການປ້ອງ ກັນ ແລະ ກໍາຈັດພະຍາດຫ່ຽວເຫຼືອງກ້ວຍ, ໂດຍການເປັນປະທານຂອງ ທ່ານ ສິລິພົນ ພິທັກສູນ ຫົວໜ້າສູນປ້ອງກັນ ພືດສາລະຄໍາ, ມີຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ສາລະວັນ, ຫົວໜ້າ ແລະ ຮອງຂະແໜງປູກຝັງຈາກ 12 ແຂວງ ທົ່ວປະເທດ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 34 ຄົນຍິງ 11 ຄົນ.
ໃນໄລຍະຜ່ານມາການປູກກ້ວຍຂອງຊາວກະສິກອນ ໃນຂອບເຂດທົ່ວປະເທດແມ່ນເປັນຂະບວນຟົດຟື້ນໂດຍສະເພາະການປູກກ້ວຍຫອມຈີນຢູ່ແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ເພື່ອສົ່ງອອກລວມເນື້ອທີ່ປູກ 19.375ເຮັກຕາ ການລົງທຶນ ແລະ ຂະຫຍາຍພື້ນທີ່ການຜະລິດໄດ້ເຮັດໃຫ້ມີການນໍາເຂົ້າໜໍ່ພັນກ້ວຍ ແລະ ດິນທີ່ຕິດມາຈາກໜໍ່ພັນຈາກ ສປ ຈີນ ທີ່ມີການລະບາດຂອງພະຍາດຫ່ຽວເຫຼືອງຂອງກ້ວຍ, ພະຍາດຫ່ຽວເຫຼືອງກ້ວຍ ຫຼື TR4 ນີ້ແມ່ນມີຜົນກະທົບ ສູງຕໍ່ການຜະລິດກ້ວຍພື້ນທີ່ທີ່ມີການລະບາດຕົ້ນກ້ວຍຈະຫ່ຽວເຫຼືອງ ແລະ ຢືນຕົ້ນຕາຍໃນທີ່ສຸດ, ສາມາດອາໃສ ໃນດິນໄດ້ຫຼາຍກວ່າ 30ປີ ແລະ ມີພືດອາໃສຫຼາຍຊະນິດ ເຊັ່ນ: ກ້ວຍຫອມ, ກ້ວຍເລັບມືນາງ, ກ້ວຍນໍ້າ, ໄມ້ປະດັບ ແລະ ຫຍ້າຕ່າງໆ ການກະຈາຍຂອງເຊື້ອແມ່ນມີຫຼາຍທາງເຊັ່ນ: ໜໍ່ພັນທີ່ນໍາມາປູກ, ດິນ, ນໍ້າ, ອຸປະກອນລວມເຖິງລະບົບການຈັດການຟາມ ແລະ ອຶ່ນໆ, ຈາກຜົນການສໍາຫຼວດຂອງສູນປ້ອງກັນພືດໃນ 12 ແຂວງທີ່ມີການປູກກ້ວຍຫຼາຍທີ່ສຸດໄດ້ພົບເຫັນພະຍາດຫ່ຽວເຫຼືອງກ້ວຍລະບາດໃນຈໍານວນ 7 ແຂວງໂດຍ ໃນປີ 2017 ພົບການລະບາດຢູ່ ແຂວງ ບໍ່ແກ້ວ ແລະ ແຂວງ ຫຼວງນໍ້າທາ, ມາຮອດປີ 2019 ກໍ່ມີການ ແຜ່ໄປສູ່ພື້ນທີ່ອື່ນຄື ແຂວງ ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ລວມເປີເຊັນການລະບາດທັງໝົດ ທຽບໃສ່ຈໍານວນແຂວງທີ່ມີການປູກກ້ວຍທົ່ວປະເທດກວມເອົາ 58,33 %, ເພື່ອເຮັດໃຫ້ຫຼຸດ ຜ່ອນການລະບາດຂອງ ພະຍາດດັ່ງກ່າວໄປສູ່ແນວພັນກ້ວຍພື້ນເມືອງ ແລະ ພືດ ອື່ນໆ, ເລັ່ງໃສ່ການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຄວາມໝັ້ນຄົງທາງດ້ານຊີວະນາໆພັນພືດ ແລະ ເພີ່ມການເຝົ້າລະວັງການລະບາດພະຍາດຫ່ຽວເຫຼືອງ ຂອງກ້ວຍໄປສູ່ເຂດພື້ນທີ່ການຜະລິດອື່ນໆຈື່ງຈັດກອງປະຊຸມ ດັ່ງກ່າວນີ້ຂື້ນເພື່ອໃຫ້ພະນັກງນປ້ອງກັນພືດຂັ້ນທ້ອງ ຖິ່ນເຂົ້າໃຈສະພາບການລະບາດ, ສາຍເຫດການລະບາດ ແລະ ມາດຕະການປ້ອງກັນ ແລະ ກໍາຈັດພະຍາດຫຼ່ຽວ ເຫຼືອງຂອງກ້ວຍ. ເຊິ່ງໃນໂອກາດນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ລົງຢ້ຽມຢາມສວນສາທິດການທົດສອບ ການນໍາໃຊ້ເຊື້ອຊີວະວິທະຍາໃນການປ້ອງການ ແລະ ກໍາຈັດພະຍາດຫ່ຽວເຫຼືອງຂອງກ້ວຍທີ່ບ້ານວັງໝ້ຽງ, ເມືອງ ວັງວຽງ, ແຂວງ ວຽງຈັນ ໂດຍເຊື້ອຊີວະວິທະຍາທີ່ມີການທົດລອງຢູ່ນີ້ຫາກໄດ້ຮັບຜົນດີແມ່ນຈະມີປະໂຫຍດຫຼາຍ ຕໍ່ການປ້ອງກັນ ແລະ ກໍາຈັດພະຍາດດັ່ງກ່າວໃນອານະຄົດ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ແລະ ທິດທາງແຜນການປີ 2019 ຂອງສະຫະພັນກໍາມະບານ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ປາຖະກະຖາວັນສ້າງຕັ້ງກໍາມະບານສາກົນ ຄົບຮອບ 133 ປີ
ໃນວັນທີ 20 ພຶດສະພາ 2019, ສະພະພັນກໍາມະບານກະຊວງກະສິກໍາ ແລະ ປ່າໄມ້ໄດ້ຈັດກອງປະຊຸມສະຫຼຸບການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ແລະ ທິດທາງແຜນການປີ 2019 ຂື້ນ, ໂດຍການເປັນປະທານຮ່ວມຂອງທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ຄໍາພັນ ເໝືອນສິດທິດາ ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານກະຊວງກະສິກໍາ ແລະ ປ່າໄມ້, ຄະນະພັກຮາກຖານ, ແຂກຖືກເຊີນ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມ 203 ທ່ານ ຍິງ 71 ທ່ານ.
ທ່ານ ຄໍາພັນ ເໝືອນສິດທິດາ, ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານ, ປະທານສະຫະພັນກໍາມະບານກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນປີ 2018 ໃຫ້ຮູ້ວ່າ: ສະຫະພັນກໍາມະບານກະຊວງ ກະສິກໍາ ແລະ ປ່າໄມ້ ປະກອບມີ ສະມາຊິກທັງໝົດ 1.667 ທ່ານ, ມີ 12 ຄະນະກໍາມະບານຮາກຖານ ແລະ 3 ໜ່ວຍກໍາມະບານຮາກຖານ, ຄະນະບໍລິຫານ ງານສະ ຫະພັນກໍາມະບານ 14 ທ່ານ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ມີຄື: 1. ເປັນເຈົ້າສຶກສາອົບຮົມການ ເມືອງ-ແນວຄິດໄດ້ 90 %, 2. ປັບປຸງແບບແຜນນໍາພາ ແລະ ຂະຫຍາຍການຈັດຕັ້ງກໍາມະບານ ໄດ້ 90%, 3. ເປັນເຈົ້າປົກປ້ອງສິດຜົນປະ ໂຫຍດອັນຊອບ ທໍາຂອງພະນັກງານ, ສະມາຊິກກໍາມະບານ ແລະ ຜູ້ອອກແຮງງານໄດ້ 89%, 4. ເຂົ້າຮ່ວມຕິດຕາມ, ກວດກາ, ຄຸ້ມຄອງເສດ ຖະກິດ, ວັດທະນະທໍາ-ສັງຄົມໄດ້ 86% ແລະ 5. ເປັນເຈົ້າການຈັດຕັ້ງປະຕິບັດ ແນວທາງຕ່າງປະເທດຂອງພັກໄດ້ 87%, ສາມາດຄັດ ເລືອກໄດ້ກົມກອງ ແລະ ບຸກຄົນດີເດັ່ນປະເພດ 1 ໄດ້ຮັບໃບຍ້ອງຍໍຂອງສະຫະພັນກໍາມະບານ ກະຊວງ ຈໍານວນ 16 ກົມກອງ, ບຸກຄົນດີເດັ່ນປະເພດ 2 ໄດ້ຮັບໃບຍ້ອງຍໍຂອງສະຫະພັນກໍາມະບານກະຊວງ 1.498 ທ່ານ, ຍິງ 548 ທ່ານ, ດີເດັ່ນປະເພດ 2 ໄດ້ຮັບໃບຊົມເຊີຍຂອງສະຫະພັນກໍາມະບານກະຊວງ ຈໍານວນ 165 ທ່ານ, ຍິງ 52 ທ່ານ, ເຊິ່ງທິດທາງລວມໃນປີ 2019 ນີ້ສືບຕໍ່ປັບປຸງການຈັດຕັ້ງກໍາມະບານກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດ ຕັ້ງ ແລະ ແບບແຜນນໍາພາຕັ້ງໜ້າເຊື່ອມຊຶມ ແລະ ຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະ ຊຸມໃຫຍ່ຄັ້ງທີ VII ຂອງສູນກາງສະຫະພະພັນກໍາມະບານລາວ, ຕິດພັນກັບການແຂ່ງຂັນ 5 ເປັນເຈົ້າ ເຊິ່ງໃນປີ 2019 ນີ້ ໃນແຕ່ລະດ້ານຕ້ອງໄດ້ 58 % ຂື້ນໄປ ໂດຍໂອກາດນີ້ທ່ານຮອງປະທານສູນກາງສະຫະພັນກໍາມະບານລາວຍັງໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ກົມກອງລວມໝູ່ ແລະ ໄດ້ຈັບມືປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2019 ລະຫວ່າງຄະນະກໍາມະບານຮາກຖານ, ໜ່ວຍຮາກຖານ ແລະ ຄະນະບໍລິຫານງານກໍາມະບານກະຊວງ. ນອກນັ້ນ, ໄດ້ມີການມອບແນວພັນໄກ່ຈໍານວນໜື່ງໃຫ້ກໍາມະບານຮາກຖານແຂວງ ໄຊຍະບູລີ, ສູນກາງສະຫະພັນກໍາມະບານລາວ ແລະ ກໍາມະບານກອງທັບ ເພື່ອຊຸຍູ້ສົ່ງເສີມດ້ານການລ້ຽງ ແລະ ຂະຫຍາຍພັນຕໍ່ໄປ. ຈາກນັ້ນ, ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ສືບຕໍ່ຮັບຟັງການປາຖະກະຖາເລົ່າມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 133 ປີ (1 ພຶດສະພາ 1886-1 ພຶດສະພາ 2019) ໂດຍໃຫ້ກຽດປາຖະກະຖາຂອງທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກໍາມພບານລາວນໍາອີກ.
ພາບ ແລະ ຂ່າວ ໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ
ສະຫະພັນແມ່ຍິງກະຊວງ ກະສິກໍາ ແລະ ປ່າໄມ້ ຢ້ຽມຢາມຄອບຄົວຕົວແບບໃນການຜະລິດລູກກົບ
ເພື່ອສືບຕໍ່ອະນຸລັກຮັກສາມູນເຊື້ອດຸໝັ່ນຂອງແມ່ຍິງລາວ, ສ້າງທຸກເງື່ອນໄຂອໍານວຍຄວາມສະດວກໃຫ້ສະມາ ຊິກໃນຄອບຄົວຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດແນໃສ່ປະຕິບັດຂໍ້ແຂ່ງ ຂັນ 3 ດີ ຂອງແມ່ຍິງ ລາວ ຄື ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ,ໃນວັນທີ 25 ເມສາ 2019 ສະຫະພັນແມ່ຍິງກະຊວງ ກະສິກໍາ ແລະ ປ່າໄມ້ ນໍາໂດຍທ່ານ ນ. ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງ ກະຊວງ ກະສິກໍາ ແລະ ປ່າໄມ້ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມຄອບຄົວຂອງ ທ່ານ ນາງ ສາລາວົງ ທໍາມະເຈດີ ອາຍຸ 39 ປີ ຕົວແບບ ໃນການຜະລິດລູກກົບທີ່ ບ້ານ ໜອງສະ, ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ,
ທ່ານ ນາງ ສາລາວົງ ທໍາມະເຈດີ ໄດ້ໃຫ້ຮູ້ວ່າໃນຄອບຄົວມີສະມາຊິກ 3 ຄົນ ຜົວເມຍ ແລະ ລູກ 1 ຄົນ, ຕົນເອງໄດ້ເລີ່ມຜະລິດລູກກົບຂາຍ ມາແຕ່ປີ 2006 ເປັນອາຊີບເສີມໃນເວລາຫວ່າງນອກໂມງການ ນອກຈາກການເປັນພະນັກງານລັດສັງກັດ ໜ່ວຍງານ ບໍລິຫານງານ ແລະ ຂໍ້ມູນຂ່າວສານ ທີ່ສູນພັດທະນາການປະມົງນໍ້າຊ່ວງ, ໂດຍອີງໃສ່ພື້ນຖານ ແລະ ໄດ້ບົດຮຽນຈາກ ການຮຽນຮູ້ ແລະ ຝຶກອົບຮົມຈາກບ່ອນທີ່ຕົນເຮັດວຽກ ເປັນແຮງ ບັນດານໃຈໜຶ່ງ ແລະ ອີງໃສ່ຄວາມມັກຮັກ ແລະ ຢາກພັດທະນາຊີວິດຄອບຄົວຕົນເອງໃຫ້ດີຂື້ນເລື້ອຍໆນັ້ນຕົນເອງ ແລະ ຄອບຄົວຈຶ່ງຕັດສິນໃຈມາຜະລິດລູກກົບເພື່ອ ຈໍາໜ່າຍຍ້ອນການຜະລິດລູກກົບແມ່ນໃຊ້ຕົ້ນທືນຕໍາ.
ເບື້ອງຕົ້ນທາງຄອບຄົວແມ່ນລົງທຶນ 10 ລ້ານ ກີບໃນການສ້າງ ອ່າງ ແລະ ຊື້ພໍ່ແມ່ພັນ 200 ໂຕ, ໃນປີທໍາອິດໄດ້ກໍາໄລຈາກການຂາຍ 15 ລ້ານກີບ ແລະ ເພີ່ມຂື້ນ ເລື້ອຍໆຈົນ ຮອດປະຈຸບັນ ໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວສູງເຖິງ 30 ລ້ານກີບຕໍ່ປີຫຼັງຫັກຄ່າໃຊ້ຈ່າຍທັງໝົດ. ການຜະລິດລູກກົບ ແມ່ນໄດ້ຜະລິດແບບເຄິ່ງທໍາມະຊາດ, ປີໜຶ່ງສາມາດຜະລິດໄດ້ 3 ຊຸດ, ຊຸດໜຶ່ງມີພໍ່ແມ່ພັນ 15 ຄູ່ ແລະ ໄດ້ລູກ ກົບທັງໝົດ 15 ພັນໂຕ. ລູກຄ້າຫຼັກໆທີ່ມາຊື້ລູກກົບແມ່ນພໍ່ແມ່ປະຊາຊົນທົ່ວໄປ ແລະ ອ້າຍເອື້ອຍນ້ອງທະຫານ, ການຂາຍແມ່ນຂາຍໃນລາຄາ 500 ກີບຕໍ່ໂຕ. ການຜະລິດ ລູກກົບນີ້ເຖິງແມ່ນວ່າຈະຜະລິດໄດ້ຫຼາຍແຕ່ກໍ່ຍັງບໍ່ທັນພຽງ ພໍກັບຄວາມຕ້ອງ ການຂອງຕະຫຼາດເທື່ອເພາະທາງຕະຫຼາດຍັງມີຄວາມຕ້ອງການຫຼາຍແຜນການຕໍ່ໜ້າທາງຄອບຄົວຈະ ໄດ້ຂະຫຍາຍພື້ນທີ່ລ້ຽງຕື່ມອີກ ເພື່ອສະໜອງລູກກົບ ໃຫ້ພຽງພໍ, ພ້ອມກັນນີ້ຍັງໄດ້ລິເລີ່ມບຸກເບີກເນື້ອທີ່ຜະລິດລູກປາ ນ້ອຍອີກຈໍານວນ 11 ໜອງ ແລະ ລ້ຽງໝູຈໍານວນ ໜື່ງເຊິ່ງຄາດວ່າໃນປີຕໍ່ໄປຈະສາມາດສ້າງລາຍຮັບອີກທາງໜຶ່ງໃຫ້ກັບ ຄອບຄົວຕື່ມອີກ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ
ກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດ ໂຄງການ ສົ່ງເສີມ ລະບົບຕ່ອງໂສ້ການຜະລິດເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ
ໃນວັນທີ 5 ກຸມພາ ຜ່ານມາ ທີ່ນະຄອນປາກເຊ ແຂວງ ຈຳປາສັກ, ໂຄງການສົ່ງເສີມ ລະບົບຕ່ອງໂສ້ການຜະລິດເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ທີ່ຂື້ນກັບກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ລິເລີ່ມການຈັດຕັ້ງປະຕິບັດ ໂຄງການສົ່ງເສີມ ລະບົບຕ່ອງໂສ້ການຜະລິດເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມຂື້ນ. ໂດຍການເຂົ້າຮ່ວມ ຂອງ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ມີຮອງເຈົ້າແຂວງ ຈາກ ແຂວງຄຳມ່ວນ, ເຊກອງ, ສະຫວັນນະເຂດ, ຫົວໜ້າ ຫ້ອງວ່າການປົກຄອງແຂວງສາລະວັນ ມີຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ຫົວຫນ້າ ຮອງຫົວພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ຂະແໜງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນໂຄງການໜຶ່ງທີ່ຈະຊ່ວຍສະໜັບສະໜູນ ການຈັດຕັ້ງປະຕິບັດແຜນຍຸດທະສາດກະສິກຳ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ໃຫ້ປະກົດຜົນເປັນຈິງ. ຈຸດປະສົງກອງປະຊຸມເພື່ອປຶກສາຫາລືກ່ຽວກັບ ການສົ່ງເສີມການປັບປຸງຂອດການແຂ່ງຂັນທາງດ້ານການຜະລິດເຂົ້າເປັນສິນຄ້າຢູ່ແຂວງຄຳມ່ວນ, ສະຫວັນນະເຂດ ແລະ ແຂວງ ສາລະວັນ. ການຜະລິດພືດຜັກ ເປັນສິນຄ້າ ຢູ່ນະຄອນຫຼວງວຽງຈັນ, ຈຳປາສັກ ແຂວງ ເຊກອງ. ໂຄງການ ຄາດຄະເນມີປະຊາຊົນທີ່ຈະໄດ້ຮັບຜົນປະໂຫຍດປະມານ 35.000 ຄອບຄົວ, ກຸ່ມຜູ້ຜະລິດກະສິກຳ 50 ກຸ່ມ. ໂດຍມີຄາດໝາຍແນໃສ່ ການພັດທະນາຜະລິດຕາມລະບົບຕ່ອງໂສ້ມູນຄ່າ ໃຫ້ມີຄວາມຫຼາກຫຼາຍ ເພື່ອຜັນຂະຫຍາຍຕາມແຜນງານຜະລິດກະສິກໍາເປັນສິນຄ້າຂອງກະຊວງກະສິກໍາ ແລະ ປ່າໄມ້ ວາງອອກ, ໄລຍະການຈັດຕັ້ງປະຕິບັດໂຄງການແມ່ນຮອດປີ 2024 ໂດຍການນຳໃຊ້ທຶນຊ່ວຍເຫຼືອລ້າຈາກ ທະນາຄານພັດທະນາອາຊີ, ທຶນສົມທົບຂອງລັດຖະບານ ແລະ ທຶນທ້ອງຖິ່ນ ລວມມູນຄ່າ 46 ລ້ານ ກວ່າໂດລາສະຫະລັດ. ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານໄດ້ສະເໜີໃຫ້ ບັນດາ ແຂວງເປົ້າ ໝາຍ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຊ່ວຍກັນຊຸກຍູ້ ສົ່ງເສີມການຜະລິດກະສິ ກຳເປັນສິນຄ້າ ພ້ອມທັງດ້ານປະລິມານ ແລະ ຄຸນນະພາບໃຫ້ເປັນໂຄງການຕົວແບບທາງດ້ານການສົ່ງອອກ ສິນຄ້າກະສິກຳ ໃຫ້ມີມາດຕະຖານສາກົນ, ສາມາດແຂ່ງຂັນທາງດ້ານການຕະຫຼາດ ໃນອານາຄົດ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ
ກອງປະຊຸມ ສະຫຼຸບ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄງການການຄ້ຳປະກັນສະບຽງອາຫານແຫ່ງຊາດ
ໃນວັນທີ 4 ກຸມພາ ຜ່ານມາທີ່ສະໂມສອນຫຼັກ 4 ນະຄອນຫຼວງປາກເຊ ແຂວງຈຳປາສັກ, ກົມແຜນການ ແລະ ການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄງການການຄ້ຳປະກັນສະບຽງອາຫານແຫ່ງຊາດ ຂອງເຂດພາກກາງ – ພາກໃຕ້ ປະຈຳປິ 2018 ແລະ ທິດທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງ ທ່ານ ສະຫວັນ ຫານພົມ ຮອງຫົວໜ້າ ກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ , ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ, ພ້ອມນີ້ຍັງມີ ຫົວໜ້າ ແລະ ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ, ອັດຕະປື, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ໂຄງການສົ່ງເສີມ ການຜະລິດກະສິກຳ ເປັນສິນຄ້າ ແລະ ໂຄງການ ຄ້ຳປະກັນສະບຽງອາຫານ ໃນໄລຍະຜ່ານມາ, ເພື່ອປຶກສາຫາລື ການກະກຽມ ບັນດາໂຄງການຈຸດສຸມອຕາມທີ່ໄດ້ກຳນົດ ແລະ ກົນໄກ ການຈັດຕັ້ງ ປະຕິບັດໃນຕໍ່ຫນ້າ, ໂດຍການລະດົມຂົນຂວາຍຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາ ມີສ່ວນຮ່ວມໃນການພັດທະນາໂຄງການ, ໃນກອງປະຊຸມຍັງໄດ້ນຳສະເໜີ ແລະ ປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາ ທີ່ດິນ ກະສິກຳ, ວຽກງານຊົນລະປະທານ, ວຽກງານແນວພັນ ສົ່ງເສີມວຽກງານຕັ້ງກຸ່ມ, ການຜະລິດແບບລວມໝູ່, ການນຳໃຊ້ກົນຈັກ ແລະ ເຕັກນິກໃໝ່, ວຽກງານກະສິກຳ ສະອາດ, ວຽກງານການລ້ຽງສັດເພື່ອສົ່ງເສີມເປັນຟາມ, ການສ້າງເປັນຕ່ອງໂສ້ ແລະ ບັນດາກົນໄກ ທາງດ້ານພາສີ, ອາກອນສິນເຊື່ອ ແລະ ອື່ນໆ ຕາມແຜນພັດທະນາ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕາມ 4 ແຜນງານໃຫຍ່ ໂດຍສະເພາະ ແມ່ນແຜນງານຄ້ຳປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ແຜນງານ ຜະລິດກະສິກຳເປັນສິນຄ້າທີ່ຕິດພັນກັບການປຸງແຕ່ງ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ
ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການຈັດສັນພູມລຳເນົາ ແລະ ອາຊີບ
ພັກ ແລະ ລັດຖະບານໄດ້ຖືເອົາວຽກງານຈັດສັນພູມລໍາເນົາ, ບ່ອນທໍາມາຫາກິນຖາວອນ ແລະ ອາຊີບ ໝັ້ນຄົງໃຫ້ປະຊາຊົນ ເປັນນະໂຍບາຍໃຫຍ່ ແລະ ເປັນຍຸດທະສາດທີ່ສໍາຄັນຊຶ່ງໄດ້ກໍານົດໄວ້ໃນມະຕິກອງ ປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ, ເພື່ອແນ່ໃສ່ສ້າງເງື່ອນໄຂແກ່ປະຊາຊົນບັນດາເຜົ່າ ໄດ້ຮັບການຍົກລະດັບຊີວິດການ ເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ. ດັ່ງນັ້ນ, ໂດຍປະຕິບັດຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 204/ປປທ, ລົງວັນທີ 1 ສິງຫາ 2018 ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ອາຊີບ ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ອາຊີບ ສະບັບເລກທີ 086/ສພຊ, ລົງວັນທີ 15 ມິຖຸນາ 2018 ແລະ ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ກປ ສະບັບເລກທີ 0085/ກປ, ລົງວັນທີ 21 ມັງກອນ 2019 ວ່າດ້ວຍການອະນຸມັດຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ອາຊີບ ຢູ່ 3 ພາກ,
ເຊິ່ງໃນວັນທີ 1 ມັງກອນ 2019 ນີ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ຢູ່ 6 ແຂວງ ພາກເໜືອ ແລະ 5 ແຂວງພາກໃຕ້, ສໍາລັບຢູ່ພາກໃຕ້ໄດ້ຈັດທີ່ຫ້ອງວ່າການປົກຄອງແຂວງອັດຕະປື ໃຫ້ກຽດເປັນປະທານໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ແລະ ເຜີຍແຜ່ໂດຍ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສ່ວນຢູ່ພາກເໜືອແມ່ນຈັດຂື້ນທີ່ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ອຸດົມໄຊ ໃຫ້ກຽດເປັນປະທານຂອງ ທ່ານ ຄໍາພຽງ ຢ່າຈົງວ້າ ຮອງເຈົ້າແຂວງໆ ອຸດົມໄຊ ແລະ ທ່ານ ທອງວັນ ວິໄລເຮືອງ ຄະນະນໍາກະຊວງ ກະສິກໍາ ແລະ ປ່າໄມ້, ເຜີຍແຜ່ກົດໝາຍດັ່ງກ່າວ ໂດຍທ່ານ ກອງແກ້ວ ວົງປະເສີດ ຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ເຊິ່ງມີບັນດາຮອງເຈົ້າແຂວງຜູ້ຊີ້ນໍາວຽກງານ ພັດທະນາຊົນນະບົດ, ຕາງໜ້າສະມາຊິກສະພາປະຈໍາເຂດເລືອກຕັ້ງ, ສະພາປະຊາຊົນແຂວງ, ຕ່າງໜ້າຈາກກະຊວງ ອ້ອມຂ້າງ, ຫົວໜ້າ ແລະ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ພາກສ່ວນກ່ຽວຂ້ອງ ແລະ ແຂກ ຖືກເຊີນເຂົ້າຮ່ວມ.
ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມເຂົ້າ ໃຈທີ່ເປັນເອກະພາບເຖິງເຈຕະນາລົມຂອງກົດໝາຍ, ເພື່ອຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າ ທີ່ຢູ່ໃນເຂດການຈັດສັນ ພູມລຳເນົາ ແລະ ອາຊີບ ມີທີ່ຢູ່ອາໄສ, ບ່ອນທຳມາຫາກິນ ແລະ ອາຊີບໝັ້ນຄົງ ແນໃສ່ແກ້ໄຂການເຄື່ອນຍ້າຍຂອງປະຊາຊົນແບບບໍ່ຖືກຕ້ອງຕາມກົດໝາຍ, ລຶບລ້າງຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່, ສ້າງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງເປັນບ້ານພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງໃນກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບປະກອບມີ 12 ພາກ, 5 ໝວດ ແລະ 85 ມາດຕາ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ
ພິທີເຊັນບົດບັນທຶກຄວາມເຂົ້າໃຈກຽ່ວກັບໂຄງການທົດລອງປະສິດທິພາບຂອງການນຳໃຊ້ຝຸ່ນອົງຄະທາດ
ໂຄງການທົດລອງປະສິດທິພາບຂອງການນຳໃຊ້ຝຸ່ນອົງຄະທາດ ເອັນ ເອສ ເອ ວິວ ສະຕອ໋ບ (NSA WILT STOP) ເພື່ອຄວບຄຸມພະຍາດຫຽ່ວເຫຼືອງ(FUSARIUM WILT) ຂອງໝາກກ້ວຍ. ເຊີ່ງໂຄງການດັ່ງກ່າວເປັນໂຄງ ການລີ່ເລີ່ມ ຈາກບໍລິສັດ ຊອຍນອດ ຈຳກັດ(Siol north Pty LTD) ຈາກປະເທດອົດສະຕາລີຮ່ວມມືກັບກົມປູກ ຝັງ ເພື່ອທົດ ລອງປະສິດທິພາບຜະລິດຕະພັນຝຸ່ນອົງຄະ ທາດຂອງບໍລິສັດ ມາທົດລອງຢູ່ ສປປ ລາວ ເພື່ອຄວບຄຸມພະ ຍາດຫຽ່ວເຫຼືອງທີ່ມີການລະບາດຢູ່ໃນ ສວນໝາກກ້ວຍ ໂດຍສະເພາະຢູ່ທາງພາກເໜືອ ຂອງ ສປປ ລາວ, ຝຸ່ນອົງຄະ ທາດດັ່ງກ່າວເປັນຝຸ່ນ ທີ່ອຸດົມສົມບູນດ້ວຍທາດຄາບອນທໍາມະຊາດ 100 % ສາມາດຄວບຄຸມພະຍາດຫຽ່ວເຫຼືອງ. ຈາກ ການລົງສຳຫຼວດພື້ນທີ່ຕົວຈິງ ຂອງທັງສອງຝ່າຍຢູ່: ເມືອງສິງ ແຂວງຫຼວງນໍ້າທາ, ເມືອງວັງວຽງ ແຂວງວຽງຈັນ ແລະ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໃນການທົດລອງການນຳໃຊ້ຝຸ່ນ ດັ່ງກາວເຫັນວ່າມີປະສິດທິພາບ ແລະ ມີຄວາມເໝາະສົມ.
ດັ່ງນັ້ນໃນວັນທີ 22 ມັງກອນ 2019 ທີ່ຫ້ອງ ປະຊຸມຂອງກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈກຽ່ວກັບ ໂຄງການທົດລອງປະສິດທິພາບຂອງການນຳໃຊ້ຝຸ່ນອົງຄະທາດລະຫວ່າງກົມ ປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ ຊອຍນອດ ຈຳກັດ. ຕາງໜ້າຝ່າຍລາວໂດຍທ່ານ ປອ ສຸລາພອນ ອິນທະວົງ ຮອງຫົວກົມປູກຝັງ, ຝາຍບໍລິສັດຈາກປະເທດອົດສະຕາລີ ນຳໂດຍທ່ານ ປີເຕີ ທອບເພີວຽນ ປະ ທານບໍລິສັດ ຊອຍນອດ ຈຳກັດ, ເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ທ່ານ ຈຳປາແດງ ຕົວແທນບໍລິສັດຊອຍນອດ ຈຳກັດ. ນອກຈາກນັ້ນຍັງບັນດາຮອງ ຫົວໜ້າກົມປູກຝັງ, ຫົວໜ້າພະແນກການ ອອ້ມຂ້າງກົມ, ຕາງໜ້າຈາກແຂວງ ແລະ ເມືອງ ທີ່ທຳການ ທົດລອງ ແລະ ພະນັກງານວິຊາການທີ່ກຽ່ວຂ້ອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ໂຄງການ ດັ່ງກ່າວຈະຜະລິດຝຸ່ນອົງຄະທາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສາ ມາດເປັນຂໍ້ມູນທາງດ້ານວິຊາ ການທີ່ເປັນບ່ອນອີງໃນການປ້ອງກັນ ແລະ ຄວບຄຸມພະຍາດຫຽ່ວເຫຼືອງ ພ້ອມທັງເປັນ ບົດຮຽນໃນ ການຖ່າຍທອດທາງດ້ານວິຊາການດັ່ງກາວໃຫ້ກວ້າງຂວ້າງ ແລະ ມີປະສິດທິຜົນ.
ພາບ ແລະ ຂ່າວໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ