ໂຄງການການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ ECILL ເອກອ້າງມໍລະດົກທາງທໍາມະຊາດທີ່ໄດ້ຮັບການອະນຸລັກ ພາຍໃຕ້ການສະໜັບສະໜູນຈາກ ສະຫະພາບເອີຣົບ EU, ອົງການພັດທະນາແຫ່ງປະເທດຝຣັ່ງ AFD ແລະ ອົງການອະນຸລັກສັດປ່າ WCS/ECILL project showcased its natural heritage through the work supported by the EU, AFD and WCS

ໂຄງການການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ ECILL ເອກອ້າງມໍລະດົກທາງທໍາມະຊາດທີ່ໄດ້ຮັບການອະນຸລັກ ພາຍໃຕ້ການສະໜັບສະໜູນຈາກ ສະຫະພາບເອີຣົບ EU, ອົງການພັດທະນາແຫ່ງປະເທດຝຣັ່ງ AFD ແລະ ອົງການອະນຸລັກສັດປ່າ WCS

 

ແຂວງສະຫວັນນະເຂດ ວັນທີ 2729 ກໍລະກົດ 2022.

ຄະນະຜູ້ແທນສະຫະພາບເອີຣົບ ປະຈຳ ສປປ ລາວ (EU) ແລະ ອົງການພັດທະນາແຫ່ງປະເທດຝຣັ່ງ (AFD) ໄດ້ຢ້ຽມຢາມ ແຂວງສະຫວັນນະເຂດ ເພື່ອປະເມີນໝາກຜົນທີ່ບັນລຸໄດ້ພາຍໃຕ້ໂຄງການ ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ (ECILL), ໂດຍໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ ແລະ ອົງການ AFD.

ທ່ານ ນາງ Cecile Leroy ຜູ້ຈັດການແຜນງານສີຂຽວຂອງ EU ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຄວາມຕັ້ງໃຈຢ່າງຕໍ່ເນື່ອງຕໍ່ໂຄງການ ມາຍັງ ທ່ານ ຄຳແສງ ສໍພາບມີໄຊ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ (PAFO), ກະຊວງກະສິກຳ ແລະ ປ່າໄມ້ (MAF), ພ້ອມທັງຕາງໜ້າຄະນະກໍາມະການຈັດຕັ້ງປະຕິບັດໂຄງການ ສໍາລັບແຜນງານເຂດທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ລະຫວ່າງ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ແລະ ກະຊວງກະສິກໍາ ແລະ ປ່າໄມ້, ລວມທັງທີມງານໂຄງການທັງໝົດ.

 

ທ່ານ ນາງ Cecile Leroy ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວິທີການຄຸ້ມຄອງພູມີທັດແບບປະສົມປະສານ (ILM) ເຊິ່ງເປັນວິທີການທີ່ຈັດຕັ້ງປະຕິບັດໂດຍໂຄງການ ໂດຍທ່ານໄດ້ກ່າວວ່າ “ມັນເປັນວິທີທີ່ດີ​ໃນ​ການ​ຄຸ້ມ​ຄອງ​ຄວາມ​ກົດ​ດັນຕ່າງໆ​ດ້ານ​ການ​ນຳ​ໃຊ້​ທີ່​ດິນ​ທີ່​ມີ​ການ​ແຂ່ງຂັນ ​ແລະ ຊ່ອງ​ຫວ່າງດ້ານ​ນະ​ໂຍບາຍທີ່ຍັງມີ​ຢູ່​​ຫຼາຍ​ປະ​ເທດ, ລວມທັງ ສປປ ລາວ”. ທ່ານ ນາງ Cecile Leroy ຍັງໄດ້ກ່າວຕື່ມວ່າ “ພາຍໃຕ້​ຫຼັກ​ການ​ການມີສ່ວນ​ຮ່ວມ, ການ​ປະສານສົມທົບກັນ ແລະ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ຊຸມ​ຊົນ, ILM ສະໜອງ​ກອບ​ໃນ​ການ​ເຊື່ອມ​ໂຍງ​ການຜະລິດ, ສະ​ຖາ​ບັນ ແລະ ນະ​ໂຍ​ບາຍຕ່າງໆ​ ເຂົ້າກັບ​ບັນ​ດາ​ກິດ​ຈະ​ກຳການຄຸ້ມຄອງພູມີທັດ​ອື່ນໆ; ຮັບປະກັນຄວາມໝັ້ນຄົງດ້ານສະ ບຽງອາຫານ ແລະ ໂພຊະນາການ, ການສ້າງວຽກເຮັດງານທຳ ແລະ ກະສິກຳແບບຍືນຍົງ ແລະ ທົນທານ; ປະກອບສ່ວນເຂົ້າໃນການແກ້ໄຂ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຮັບປະກັນດ້ານຊີວະນາໆພັນ ແລະ ການອະນຸລັກລະບົບນິເວດທີ່ດິນປ່າໄມ້, ການຟື້ນຟູ ແລະ ການນໍາໃຊ້ແບບຍືນຍົງ”.

ILM ມີຄວາມໝາຍສຳຄັນຕໍ່ຄວາມໝາຍໝັ້ນຂອງສະຫະພາບເອີຣົບ ຕໍ່ວາລະຫຼັງປີ 2020 ດ້ານຊີວະນາໆພັນ ແລະ ລະບົບສະບຽງອາຫານ ແລະ ຄຳໝັ້ນສັນຍາທີ່ມີຕໍ່ສົນທິສັນຍາປາຣີ ແລະ ເປົ້າໝາຍການພັດທະນາແບບຍືນຍົງ. ວິທີການຂອງ ILM ຍັງເອື້ອອໍານວຍຄວາມສະດວກໃຫ້ແກ່ການຟື້ນຟູສີຂຽວທີ່ສອດຄ່ອງ ກັບຂໍ້ຕົກລົງສີຂຽວຂອງສະຫະ ພາບເອີຣົບ.

ທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອໍານວຍການ ອົງການ WCS ປະຈໍາ ສປປ ລາວ ໄດ້ໃຫ້ຂໍ້ສັງເກດວ່າ: ເຂດທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ (XCP RWC) ປະສົບກັບສິ່ງທ້າທາຍຫຼາຍດ້ານສໍາລັບການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ. ພູມີທັດນີ້ແມ່ນຢູ່ນອກຂອບເຂດການຄຸ້ມຄອງຂອງລະ ບົບປ່າສະຫງວນແຫ່ງຊາດ (NPA) ຢ່າງສິ້ນເຊີງ ເຊິ່ງຈໍາເປັນຕ້ອງມີວິທີການຄຸ້ມຄອງທີ່ແຕກຕ່າງອອກໄປ. ດ້ວຍເຫດນີ້, ອົງການ WCS ຈຶ່ງໄດ້ໝູນໃຊ້ວິທີການທີ່ດີທີ່ເຄີຍປະຕິບັດມາ ໂດຍສະເພາະການມີສ່ວນຮ່ວມຂອງຊຸມຊົນທີ່ເພິ່ງພາອາ ໄສປ່າໄມ້ ແລະ ຊັບພະຍາກອນທໍາມະຊາດ ເພື່ອຮ່ວມກັນພັດທະນາກອບການວາງແຜນນໍາໃຊ້ທີ່ດິນ ແລະ ຊັບພະຍາກອນ ໂດຍປັບໃຫ້ເຂົ້າກັບຄວາມຕ້ອງການທີ່ເປັນເອກະລັກຂອງທີ່ດິນບໍລິເວນນໍ້າ ແລະ ການປ່ຽນແປງລະດັບນໍ້າຕາມລະດູການຂອງພູມີທັດນີ້.

ທ່ານ ນາງ Lisa Mengual ພະນັກງານໂຄງການດ້ານກະສິກຳ ແລະ ຊີວະນາໆພັນຂອງອົງການ AFD, ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງສະຫະພາບເອີຣົບ ສຳລັບການສະໜັບສະໜູນບັນດາກິດຈະກໍາຕ່າງໆ ຢູ່ເຂດພື້ນທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ, ພ້ອມທັງການສະໜັບສະໜູນດ້ານການພັດທະນານະໂຍບາຍແຫ່ງຊາດ ເພື່ອຮັບປະກັນການປົກປັກຮັກສາພູມີທັດ ແລະ ຊີວະນາໆພັນທີ່ເປັນເອກະລັກສະເພາະນີ້ໃຫ້ດີຂຶ້ນ.

ໃນໂອກາດລົງຢ້ຽມຢາມຄັ້ັ້ງນີ້, ທ່ານ ຄຳແສງ ສໍພາບມີໄຊ ໄດ້ສະແດງຄວາມຂອບໃຈຕໍ່ຄະນະທີມງານ ແລະ ໂຄງການ ECILL ທີ່ໄດ້ມອບລົດຈັກຈໍານວນໜຶ່ງ ໃຫ້ແກ່ PAFO ແຂວງສະຫວັນນະເຂດ ຊຶ່ງຈະຊ່ວຍໃຫ້ທີມງານຂອງ PAFO ສາມາດເຂົ້າຫາຊຸມຊົນທ້ອງຖິ່ນຢ່າງໃກ້ຊິດ ເພື່ອປຶກສາຫາລື, ປະສານງານ ແລະ ຕິດຕາມຢ່າງເປັນປົກກະຕິ.

ຢູ່ ສປປ ລາວ, ໂຄງການ ECILL ໄດ້ຖືກຈັດຕັ້ງປະຕິບັດໃນ 3 ພູມີທັດຄື: ອຸທິຍານແຫ່ງຊາດ ນໍ້າເອດ-ພູເລີຍ, ພູມີທັດປ່າສະຫງວນແຂວງບໍລິຄໍາໄຊ ແລະ ເຂດພື້ນທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ. ແຜນງານ “ພູມີທັດເພື່ອອະນາຄົດຂອງພວກເຮົາ” ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ ແມ່ນໄດ້ສະໜັບສະໜູນ 22 ໂຄງການ ທີ່ມີຄວາມຄ້າຍຄືກັບການຄຸ້ມຄອງພູມີທັດແບບປະສົມປະສານ (ILM) ໃນ 19 ປະເທດ ແລະ 3 ອະນຸພາກພື້ນໃນເຂດ Global South, ອາຊີຕາເວັນອອກສຽງໃຕ້, ອາຟຣິກາ ແລະ ອາເມລິກາໃຕ້ ເພື່ອສ້າງຄວາມຮູ້ ແລະ ແບ່ງປັນແນວທາງການປະຕິບັດທີ່ດີທີ່ສຸດ ສໍາລັບການພັດທະນາແບບຍືນຍົງ.

 

ECILL project showcased its natural heritage through the work supported by the EU, AFD and WCS

 

Savannakhet Province, 2729 July 2022.

The delegation of the European Union to Lao PDR (EU) and the French Development Agency (AFD) made a courtesy visit to Savannakhet Province to observe the work achieved under the project “Environment Conservation through Integrated Land management in Lao PDR”, co-funded by the EU and AFD.

Ms. Cecile Leroy, EU Programme Manager, expressed sincere gratitude toward Mr.Khamseng Sorpabmixay, Deputy Director of Savannakhet Provincial Agriculture and Forestry Office (PAFO), Ministry of Agriculture and Forestry, representing the Project Implementation Management Committee for the WCS-MAF Xe Champhone Ramsar Wetlands Program, for his constant support and dedication to the project, including his team.

Ms. Cecile Leroy also raised the significance of the integrated landscape management (ILM), which is an approach undertaken by the project, saying that it is “a promising approach to managing competing land use pressures and the fragmented policy space in many countries, including Lao PDR.” “Premised on principles of participation, cooperation and community empowerment, ILM offers a compelling framework for linking agricultural practices, institutions and policies with other landscape-scale activities; ensures food and nutrition security, job creation and resilient and sustainable agriculture; contributes to climate change mitigation and adaptation; and warrants biodiversity and land/forest ecosystems conservation, restoration and sustainable use,” she added.

ILM is integral to the European Union’s (EU) ambitious post-2020 biodiversity and food systems agendas and its commitment to the Paris Agreement and the Sustainable Development Goals. ILM approaches furthermore facilitate an inclusive green recovery consistent with the EU Green Deal.

Ms. Manoly Sisavanh, Deputy Director of WCS to Lao PDR, noted that the Xe Champhone Ramsar Wetlands Complex (XCP RWC) presents many challenges for the conservation of biodiversity and sustainable management of natural resources. This landscape is wholly outside the national protected area (NPA) governance framework and its protection therefore requires a different approach. Because of this, WCS builds on existing methods used in forest-dependent communities to develop a land and resource-planning framework adapted to the unique needs of the landscape’s seasonal shifts in water levels.

Ms. Lisa Mengual, Agriculture and Biodiversity AFD Project Officer, appreciated the EU efforts for more resources specifically earmarked for supporting activities in Xe Champhone wetland, as well as for supporting national policy development to ensure a better protection of this unique landscape and biodiversity.

During the field visit, Mr. Khamseng Sorpabmixay thanked the Delegation and ECILL project for the in-kind motorbikes donated to Savannakhet PAFO. This will help the PAFO team to regularly reach out to the local communities for regular consultation, coordination, and monitoring.

In Lao PDR, ECILL project is implemented in three landscapes: Nam Et – Phou Louey National Park, Bolikhamxay Protected Area Landscapes and the Xe Champhone Ramsar Wetland Complex in Savannakhet Province. The EU-funded “Landscapes For Our Future” programme is supporting 22 similar Integrated Landscape Management (ILM) projects across 19 countries and 3 sub-regions throughout the Global South, in Southeast Asia, Africa and South America to build knowledge and share best practices for a sustainable long term development.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ