ຜົນສຳເລັດຂອງກອງປະຊຸມແລກປ່ຽນບົດຮຽນ ວຽກງານປັບປຸງຊີວິດການເປັນຢູ່

ຜົນສຳເລັດຂອງກອງປະຊຸມແລກປ່ຽນບົດຮຽນ ວຽກງານປັບປຸງຊີວິດການເປັນຢູ່

ໃນລະຫວ່າງວັນທີ 18-22 ກໍລະກົດ 2022 ທີ່ຜ່ານມານີ້, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານປັບປຸງຊີວິດການເປັນຢູ່ ໃຫ້ແກ່ພະນັກງານ ທລຍ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານຂຶ້ນ, ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ໂດຍການເປັນປະທານຂອງ ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອຳນວຍການບໍລິຫານ ທລຍ. ເຊິ່ງມີຫົວໜ້າຂະແໜງ ແລະ ທິມງານ ທລຍ ຂັ້ນສູນກາງ, ຜູ້ຊ່ວຍປະສານງານ ທລຍ ຂັ້ນແຂວງ, ຫົວໜ້າທິມງານ ທລຍ ຂັ້ນເມືອງ, ພະນັກງານປັບປຸງຊີວິດການເປັນຢູ່ຂັ້ນບ້ານ ໃນ 4 ແຂວງ 12 ເມືອງເປົ້າໝາຍ ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ ເຂົ້າຮ່ວມທັງໝົດ 88 ຄົນ, ຍິງ 30 ຄົນ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້: 1) ເພື່ອຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດບັນດາກິດຈະກຳປັບປຸງຊິວິດການເປັນຢູ່ ໃນບັນດາບ້ານເປົ້າໝາຍຂອງໂຄງການ ຊຸດທີ 1 ຈໍານວນ 229 ບ້ານ ໃນໄລຍະເດືອນມິຖຸນາ 2020 ເຖິງເດືອນມິຖຸນາ 2022; 2) ຄົ້ນຄວ້າຊອກຫາບັນຫາ, ອຸປະສັກຕ່າງໆ ທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ; ແລະ 3) ກໍານົດທິດທາງ, ມາດຕະການ ທີ່ເປັນເອກະພາບ ເພື່ອນໍາໃຊ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດກິດຈະກໍາປັບປຸງຊິວິດການເປັນຢູ່ ໃນບ້ານເປົ້າໝາຍຂອງໂຄງການ ຊຸດທີ 2 ຈຳນວນ 238 ບ້ານ.

ໃນກອງປະຊຸມ ທ່ານຜູ້ອໍານວຍການບໍລິຫານ ທລຍ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ຫຼັງຈາກນັ້ນ ທ່ານກໍ່ໄດ້ຂຶ້ນນຳສະເໜີ ທິດທາງ ແລະ ແຜນພັດທະນາ ຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງ 3 ເສົາຄໍ້າ 4 ແຜນງານ ໂດຍສະເພາະແຜນງານ ພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ຈາກນັ້ນ, ທ່ານ ສົມສັກ ຈັນດາລາ ຫົວໜ້າຂະແໜງປັບປຸງ ຊີວິດການເປັນຢູ່ ທລຍ ໄດ້ຂຶ້ນລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານປັບປຸງຊີວິດການເປັນຢູ່, ບັນຫາ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະ 24 ເດືອນຜ່ານມາ. ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດ ວຽກງານປັບປຸງຊີວິດການເປັນຢູ່ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍຫົົວໜ້າທິມງານ ທລຍ ຈາກ 12 ເມືອງ ຂອງ 4 ແຂວງ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການນໍາສະເໜີແນວຄວາມຄິດ ການສ້າງຕັ້ງກອງ ທຶນບູລະນະສ້ອມແປງກິດຈະກໍາໂຄງລ່າງພຶ້ນຖານຂອງຊູມຊົນ ໃນບ້ານເປົ້າໝາຍທີ່ໄດ້ຮັບ ການສະໜັບສະໜູນ ໂຄງການຍ່ອຍ ຈາກໂຄງການ ທລຍ ໃນໄລຍະຜ່ານມາ; ການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ ທລຍ; ຕົວຊີ້ບອກຂອງໂຄງການ ພ້ອມທັງ ບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການປ້ອນຂໍ້ມູນເຂົ້າຖານຂໍ້ມູນ ແລະ ການປັບປຸງໃນຕໍ່ໜ້າ. ກອງປະຊຸມ ຍັງໄດ້ມີການແບ່ງກຸ່ມຄົ້ນຄ້ວາລະດົມແນວຄວາມຄິດ ໃນຫົວຂໍ້ ຫຼື ໜ້າວຽກ ທີ່ເຫັນວ່າມີຄວາມຈຳເປັນທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

 

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ໄປທັດສະນະສຶກສາ ຢ້ຽມຢາມຟາມຄວາຍນົມ ແລະ ແບ້ ຢູ່ບ້ານເມືອງ    ຂາຍ, ນະຄອນຫຼວງພະບາງ ແລະ ໄດ້ຝຶກອົບຮົມເຕັກນິກການປູກຝັງ-ລ້ຽງສັດ ແລະ ເບິ່ງການສາທິດກິດຈະກຳຕົວຈິງ ຢູ່ວິທະຍາໄລເຕັກນິກ ກະສິກຳ ແລະ ປ່າໄມ້ ພາກເໜືອ ເຊິ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບເຕັກນິກການລ້ຽງສັດແບບໃໝ່, ການຮີດນົມຄວາຍ, ນົມແບ້ ແລະ ການແປຮູບຜະລິດ ຕະພັນຈາກນົມຄວາຍ ເພື່ອສ້າງມູນຄ່າເພິ່ມ ແລະ ສົ່ງເສີມໂພຊະນາການໃຫ້ກັບແມ່ ແລະ ເດັກ ໃນເຂດບ້ານເປົ້າໝາຍ ຂອງໂຄງການໃນຕໍ່ໜ້າ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ