ການສົນທະນາດ້ານນະໂຍບາຍ ກ່ຽວກັບ ““ຜົນປະໂຫຍດສູງສຸດຈາກການສົ່ງອອກກະສິກຳ ຢູ່ ສປປ ລາວ”” ສະຖາບັນກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 06 ກັນຍາ 2022 ໂຄງການພັດທະນາຄວາມອາດສາມາດໃນລະບົບນະວັດຕະກໍາກະສິກຳ: ຂະຫຍາຍກອບເວທີການກະເສດເຂດຮ້ອນ (TAP-AIS, GCP/GLO/017/EC)/Policy Dialogue on “Maximizing benefits of agriculture exports of Lao PDR” NAFRI, Vientiane Capital, Lao PDR, 06 September, 2022 Developing Capacities in Agriculture Innovation Systems: Scaling up a Tropical Agriculture Platform Framework (TAP AIS Project, GCP/GLO/017/EC)

[English below]

ການ​ສົນທະນາ​ດ້ານ​ນະ​ໂຍບາຍ ​ກ່ຽວ​ກັບ ““​ຜົນ​ປະ​ໂຫຍ​ດສູງ​ສຸດຈາກ​ການ​ສົ່ງ​ອອກ​ກະສິກຳ ​ຢູ່ ສປປ ລາວ””

ສະຖາບັນກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 06 ກັນຍາ 2022

ໂຄງການພັດທະນາຄວາມອາດສາມາດໃນລະບົບນະວັດຕະກໍາກະສິກຳ: ຂະຫຍາຍກອບເວທີການກະເສດເຂດຮ້ອນ(TAP-AIS, GCP/GLO/017/EC)

ໃນວັນອັງຄານທີ 6 ກັນຍາ 2022, ກົມແຜນການ ແລະ ການຮ່ວມມື (DOPC) ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ (DAEC) ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມປຶກສາຫາລືດ້ານນະໂຍບາຍ “ຜົນປະໂຫຍດສູງສຸດຈາກການສົ່ງອອກກະສິກຳຂອງ ສປປ ລາວ”, ເຊິ່ງຈັດຂຶ້ນພາຍໃຕ້ກອບ ໂຄງການ​ “ພັດທະນາ​ຄວາມ​ສາມາດ​ໃນ​ລະບົບ​ນະ​ວັດຕະກຳ​ກະສິກຳ: ເສີມຂະຫຍາຍກອບ​ເຂດ​ເວທີ​ກະສິກຳ​ເຂດ​ຮ້ອນ” (TAP-AIS) ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ, ປ່າ​ໄມ້​ ​ແລະ ພັດທະນາຊົນນະບົດ (NAFRI), ນະຄອນຫຼວງ​ວຽງ​ຈັນ, ໂດຍການເປັນປະທານຂອງ ທ່ານ ສົມໄຊ ສີສະນົນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ (DAEC), ປະທານຮ່ວມ ຂອງ ທ່ານ ປອ ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ນາຊາ ຮາຢັສ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ທ່ານ ອິນປອນ ແສນຄຳຕີ ຫົວໜ້າແຜນງານ ຂອງ ຫ້ອງການສະຫະພາບເອີຣົບ ຢູ່ ສປປ ລາວ.

ໂຄງການ TAP-AIS ແມ່ນໂຄງການລະດັບໂລກ ທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ເຊິ່ງເປັນສ່ວນໜຶ່ງຂອງໂຄງການ ທີ່ໃຫຍ່ກວ່າ ທີ່ຊື່ວ່າ: “ການພັດທະນານະວັດຕະກໍາທີ່ສະຫຼາດ ໂດຍຜ່ານການຄົ້ນຄວ້າໃນຂະແໜງກະສິກໍາ (DeSIRA): ເພື່ອການຫັນປ່ຽນລະບົບກະສິກໍາ ແລະ ອາຫານ ຢູ່ໃນປະເທດກໍາລັງພັດທະນາ ໄປສູ່ລະບົບນະວັດຕະກຳດ້ານກະສິກໍາ ແລະ ຄວາມຮູ້ ທີ່ກ່ຽວຂ້ອງກັບສະພາບດິນຟ້າອາກາດ”. ໂຄງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ລະ​ດັບ​ໂລກ, ພາກ​ພື້ນ ​ແລະ ​ໃນ 9 ປະ​ເທດ ເຊິ່ງມີ 3 ປະເທດໃນອາຊີ (ກໍາປູເຈຍ, ສປປ ລາວ ແລະ ປາກີສະຖານ), 5 ປະເທດໃນອາຟຣິກາ (ບູກີນາ ຟາໂຊ, ອີຣິດເຕຣຍ, ຣາວັນດາ ແລະ ເຊເນການ); ແລະ 1 ປະເທດໃນອາເມລິກາລາຕິນ (ໂຄລໍາເບຍ) ຈາກ ເດືອນສິງຫາ 2019 ຫາ ເດືອນ ກໍລະກົດ 2023.

ໃນ ສປປ ລາວ, ໂຄງການດັ່ງກ່າວໄດ້ເຮັດວຽກກັບຫຼາຍພາກສ່ວນກ່ຽວຂ້ອງ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຫັນປ່ຽນທີ່ຕິດພັນກັບດິນຟ້າອາກາດ, ການຜະລິດ ແລະ ການຫັນປ່ຽນລະບົບກະສິກຳ ແລະ ສະບຽງອາຫານແບບຍືນຍົງ ຜ່ານການພັດທະນາຄວາມສາມາດປະດິດສ້າງໃນລະດັບຊາດ.

ຈຸດປະສົງຂອງການຈັດກອງປະຊຸມທີ່ສຳຄັນຄັ້ງນີ້ ແມ່ນເພື່ອນຳເອົາບັນດາຜູ້ສ້າງ ແລະ ຜູ້ຕັດສິນນະໂຍບາຍ ມາຮ່ວມກັນສ້າງຄວາມເຂົ້າ ໃຈ ແລະ ໃຫ້ທິດທາງ ໃນການນຳເອົາຜົນປະໂຫຍດສູງສຸດ ຈາກການສົ່ງອອກຜະລິດຕະພັນກະສິກຳ ໃຫ້ແກ່ຊາວກະສິກອນຂະໜາດ ນ້ອຍຂອງລາວ.

​ເພື່ອເປັນ​ຂໍ້ມູນ​ປະກອບສ່ວນ​ເຂົ້າ​ໃນ​ການ​ສົນທະນາ​ດ້ານ​ນະ​ໂຍບາຍ​ລະດັບ​ຊາດ​ຄັ້ງ​ນີ້, ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ວິຊາ​ການ​ຈາກ FAO TAP-AIS, DAEC ​ໄດ້​ຈັດ​ຕັ້ງກອງປະຊຸມ​ການ​ສົນທະນາ​ຫຼາຍ​ພາກສ່ວນໃນ​ວັນ​ທີ 22 ມິຖຸນາ 2022, ການ​ປຶກສາ​ຫາລື​ດ້ານວິຊາການກັບ​ບັນດາ​ກົມວິຊາການທີ່ກ່ຽວຂ້ອງ, ພາກ​ເອກະ​ຊົນ ​ແລະ ຊາວ​ກະສິກອນ ເຊິ່ງຜົນ​ທີ່​ໄດ້​ຮັບຈາກກິດຈະກຳດັ່ງກ່າວ ​ແມ່ນ​ບົດ ສັງລວມນະໂຍບາຍ, ​ຂໍ້​ສະ​ເໜີ​ແນະ​ດ້ານ​ນະ​ໂຍບາຍ, ​ເຊິ່ງ​ໄດ້​ແບ່ງປັນ ​ແລະ ປຶກສາ​ຫາລື​ໃນກອງປະຊຸມການສົນທະນາດ້ານນະໂຍບາຍ​ຄັ້ງ​ນີ້ ​ເພື່ອ​ເປັນ​ທິດ​ທາງໃນການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ແລະ ​ເຮັດ​ໃຫ້​ບັນດາ​ຜູ້ຜະລິດຢູ່​ຊົນນະບົດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຕະຫຼາດ​ສົ່ງ​ອອກ.

ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານນະໂຍບາຍດັ່ງກ່າວ ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍມີຜູ້ຕາງໜ້າຈາກບັນດາກົມທີ່ສຳຄັນ ຂອງກະຊວງກະສິກຳ ແລະ ປ່າໄມ້, ບັນດາກະຊວງທີ່ກ່ຽວຂ້ອງ, ເຄືອຂ່າຍຊາວກະສິກອນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ນັກວິຊາການ ແລະ ພາກສ່ວນກ່ຽວຂ້ອງໃນຕ່ອງໂສ້ມູນຄ່າກະສິກຳ ຢູ່ ສປປ ລາວ. ການສົນທະນາດັ່ງກ່າວຍັງໄດ້ດຳເນີນຢູ່ໃນຮູບແບບອອນໄລ ສໍາລັບຜູ້ທີ່ບໍ່ສາມາດເຂົ້າຮ່ວມ ແຕ່ມີຄວາມກະຕືລືລົ້ນທີ່ຈະປະກອບສ່ວນສໍາລັບການສົນທະນາ ທີ່ມີໝາກຜົນຄັ້ງ ນີ້ດ້ວຍ.

ຂໍ້ຄວາມສຳຄັນຈາກການສົນທະນານະໂຍບາຍແມ່ນ:

  • ການສົ່ງອອກກະສິກໍາຂອງລາວສ່ວນຫຼາຍ ແມ່ນຜະລິດຕະພັນທີ່ບໍ່ໄດ້ຜ່ານການປຸງແຕ່ງ ເຊິ່ງຊາວກະສິກອນຂະໜາດນ້ອຍໄດ້ຮັບມູນຄ່າທາງດ້ານເສດຖະກິດໜ້ອຍກວ່າພໍ່ຄ້າ ແລະ ຜູ້ປະກອບການທີ່ຜະລິດສິນຄ້າມີຍີ່ຫໍ້.
  • ຜະລິດຕະພັນຂອງລາວບໍ່ສາມາດແຂ່ງຂັນ, ລະບົບກະສິກໍາໃນປັດຈຸບັນບໍ່ສາມາດຮັບປະກັນຄວາມສອດຄ່ອງຂອງຜະລິດຕະພັນ ທີ່ມີຄຸນນະພາບ ແລະ ການສະໜອງຕະຫຼາດສົ່ງອອກຢ່າງສະໝ່ຳສະເໝີ; ການຢັ້ງຢືນຜະລິດຕະພັນ ແລະ ສຸຂານາໄມພືດ (SPS) ແມ່ນສໍາຄັນຫຼາຍສໍາລັບການສົ່ງອອກກະສິກໍາ.
  • ການຜະລິດກະສິກຳແບບຍືນຍົງ ຈະສາມາດຍົກສະມັດຕະພາບການຜະລິດ ແລະ ຫຼຸດຕົ້ນທຶນການຜະລິດໃຫ້ໜ້ອຍລົງ ແນໃສ່ຫຼຸດຜ່ອນການສູນເສຍຫຼັງການເກັບກ່ຽວ, ເຕັກໂນໂລຊີປະຢັດແຮງງານ, ຕົ້ນທຶນຕໍ່າ ແລະ ອື່ນໆ.
  • ດຶງດູດການລົງທຶນຫຼາຍຂຶ້ນ ເພື່ອການຜະລິດປັດໃຈການຜະລິດກະສິກຳ ເຊັ່ນ: ປຸ໋ຍ ແລະ ອາຫານສັດ, ຕ້ອງມີການປັບປຸງສະພາບແວດລ້ອມການດຳເນີນທຸລະກິດດ້ານກະສິກຳ ແລະ ການນຳໃຊ້ລະບຽບການໃຫ້ມີປະສິດທິພາບຫຼາຍຂຶ້ນ.
  • ການເສີມສ້າງຄວາມສາມາດທີ່ກ່ຽວຂ້ອງໃຫ້ຊາວກະສິກອນຂະໜາດນ້ອຍ ແລະ ອົງການຈັດຕັ້ງຂອງເຂົາເຈົ້າ ຈະຊ່ວຍໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດໃນການຫັນປ່ຽນລະບົບກະສິກຳ ແລະ ອາຫານ, ການຄ້າ ແລະ ການເຂົ້າເຖິງຕະຫຼາດ.
  • ການປະສານງານ ແລະ ການຮ່ວມມື ລະຫວ່າງ ບັນດາພະແນກການຂອງລັດ, ສະຖາບັນພາກລັດ ແລະ ເອກະຊົນ, ນັກລົງທຶນ ແລະ ຊາວກະສິກອນ ແມ່ນກຸນແຈສຳຄັນໃນການແກ້ໄຂບັນຫາການສົ່ງອອກ ເຊັ່ນ: ຕົ້ນ​ທຶນ​ການ​ຜະ​ລິດ​ສູງ​, ຂັ້ນ​ຕອນ​ການ​ສົ່ງ​ອອກ​, ແລະ ເພື່ອ​ເຮັດ​ໃຫ້​ທຸກ​ພາກ​ສ່ວນ ລວມ​ທັງ​ຊາວ​ກະ​ສິ​ກອນຮ່ວມ​ກັນ​ຈາກ​ການ​ຮ່ວມ​ມື​.
  • ຂາດການຄົ້ນຄວ້າ ແລະ ການສຶກສາ ທີ່ມີຫຼັກຖານ ເພື່ອສະໜັບສະໜູນ ການວິເຄາະ ແລະ ທາງເລືອກນະໂຍບາຍ ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງກັບບັນດາຜູ້ດຳເນີນການ. ບັນຫາຕົ້ນທຶນການຜະລິດທີ່ສູງ ແລະ ການປະສານງານລະຫວ່າງບັນດາພາກສ່ວນສຳຄັນ ແມ່ນເກີນສິດຂອບເຂດຂອງຂະແໜງກະສິກຳ ທີ່ຈະແກ້ໄຂບັນຫາເຫຼົ່ານີ້ໂດຍຂະແໜງດຽວ.

ການພັດທະນາຄວາມສາມາດຂອງອົງກອນທີ່ສໍາຄັນ ແລະ ການປັບປຸງສະພາບແວດລ້ອມດ້ານນະໂຍບາຍ ສາມາດເສີມສ້າງຄວາມ ເຂັ້ມແຂງໃຫ້ລະບົບນະວັດຕະກໍາກະສິກໍາຂອງລາວ ແລະ ຊຸກຍູ້ການຫັນປ່ຽນຂອງລະບົບກະສິກໍາ-ອາຫານ, ຕໍ່ຍອດຈາກ​ປະ​ສົບ​ການ ​ແລະ ຄວາມ​ສຳ​ເລັດ​ໃນ​ການ​ສົ່ງ​ອອກ​ກະສິກຳ, ສປປ ລາວ ​ສາມາດ​ຮັບ​ຮູ້​ໄດ້ເຖິງທ່າແຮງ ແລະ ຄວາມ​ສາມາດທີ່ບົ່ມຊ້ອນ ​ດ້ານ​ການ​ສົ່ງ​ອອກ​ສິນຄ້າ​ກະສິກຳ ​ທີ່​ບໍ່​ໄດ້​ເອົາອອກມານຳໃຊ້ ​ໂດຍ​ການ​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ ໃນການ​ຜະລິດ​ກະສິກຳ ​ແລະ ການ​ປະຕິບັດມາດຕະຖານ ດ້ານຄຸນ​ນະພາ​ບ ​ແລະ ຄວາມປອດ​ໄພ.

ກອງປະຊຸມການສົນທະນາດ້ານນະໂຍບາຍໄດ້ສຳເລັດລົງດ້ວຍເນື້ອໃນ ແລະ ຜົນສຳເລັດອັນຈົບງາມ, ຂໍ້ສະເໜີແນະດ້ານນະໂຍບາຍໄດ້ຖືກນຳສະເໜີໂດຍ ກົມແຜນການ ແລະ ການຮ່ວມມື ແລະ ກ່າວປິດກອງປະຊຸມໂດຍ ທ່ານ ສົມໄຊ ສີຊານົນ ປະທານກອງປະຊຸມ, ຫົວໜ້າກົມສົ່ງເສີມກະສີກຳ ແລະ ສະຫະກອນ.

 

Policy Dialogue on “Maximizing benefits of agriculture exports of Lao PDR”

NAFRI, Vientiane Capital, Lao PDR, 06 September, 2022

Developing Capacities in Agriculture Innovation Systems: Scaling up a Tropical Agriculture Platform Framework (TAP AIS Project, GCP/GLO/017/EC)

On Tuesday 6 September 2022, Department of Planning and Cooperation (DOPC) and Department of Agricultural Extension and Cooperatives (DAEC) co-hosted the policy dialogue on “Maximizing benefits of agriculture exports from Lao PDR”, which was organized under the framework of EU funded project entitled “Developing Capacities in Agriculture Innovation Systems: Scaling up a Tropical Agriculture Platform Framework” (TAP AIS) at the National Agriculture and Forestry Research Institute (NAFRI), Vientiane Capital. The dialogue was chaired by the Director General of the DAEC, Mr. Somxay Sisanonh, and co-chaired by Deputy Director General, Dr. Phommy Inthichack, FAO Representative to Lao PDR, Mr. Nasar Hayat, and Programme Manager of the EU Delegation to Lao PDR, Mr. Inpone Senekhamty.

The TAP-AIS is global project funded by and a part of the larger European Union Initiative “Development Smart Innovation through Research in Agriculture (DeSIRA): Towards climate-relevant agricultural and knowledge innovation system”. The project has been implementing at global, regional and country levels, in nine countries. Three in Asia (Cambodia, Lao PDR and Pakistan), five in Africa (Burkina Faso, Eritrea, Malawi, Rwanda and Senegal); and one in Latin America (Colombia) from August 2019 to July 2023.

In Lao PDR, the project works with multi stakeholders aiming to contribute to promoting climate-relevant, productive and sustainable transformation of agriculture and food systems through developing capacities to innovate at national level.

The objective of this important event is to bring policy and decision makers together to provide insights and direction on how to maximize benefits from export of agriculture products by Lao stallholder farmers.

As an input to this national policy dialogue, with technical assistance from FAO TAP-AIS, DAEC hosted multi-stakeholder dialogue on 22 June 2022, followed by technical discussions with technical departments, private sectors and farmers. The results from those are the policy recommendations and policy brief, which were shared and discussed in this dialogue to guide a way forward for increased collaboration to facilitate and enable rural producers to benefit from export markets.

The policy dialogue was attended by a dynamic group of stakeholders with representatives from key departments of Ministry of Agriculture and Forestry, relevant Ministries, farmer organization, development partners, private sectors, academia, and relevant actors in agriculture value chain in Lao PDR. The dialogue was also made available virtually for those who could not attend but were eager to contribute for a fruitful discussion.

Key messages from the policy dialogues are:

  • Most Lao agriculture exports are unprocessed products for which smallholder farmers receive less economic value than traders and processors, who produce brand name items.
  • Lao products are not competitive, current farming systems cannot ensure consistency of quality products and regular supplies for export markets; production certification and Sanitary and Phytosanitary (SPS) are critical for agriculture export.
  • Sustainable agriculture practices will help produce more with less with an aim to reduce post-harvest loses, labor saving technologies, low input cost, etc.
  • Attracting more investment in the manufacturing of agriculture inputs including fertilizer and animal feed, there is a greater need to improve the agribusiness environment and the efficient application of regulations.
  • Strengthening relevant capacities of smallholder farmers and their organizations would enable them to benefit from the agri-food system transformation, commercialization and access to markets.
  • Coordination and collaboration among government departments, public and private institutions, investors and farmers are key to addressing export issues e.g. high production cost, export procedures, and enabling all stakeholders, including farmers, to mutually benefit from partnership.
  • Lack of evident based research and studies to provide analysis and policy options to address issues involving different actors. It is beyond the mandate of the agriculture sector to address these issues alone especially high production costs and coordination among key actors.

Developing capacities of key organizations and improving the policy environment can strengthen Lao agriculture innovation systems and drive the transformation of agri-food systems. Building on experience and achievement on agriculture export, Lao could realize its unexploited export potential in agriculture products by more effectively implementing policies to improve the agribusiness environment and the application of quality and safety standards.

The policy dialogue was successfully completed with fruitful discussions and contents and with policy recommendations by DOPC and closing remark by the chair, Mr. Somxay Sisanonh, the DG of DAEC.

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
Official Website :www.maf.gov.la
📺ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:
– ວັນພະຫັດ ພາກຄໍ່າ ເວລາ 17:45-18:15 ໂມງ;
– ວັນສຸກ ພາກເຊົ້າ ເວລາ 10:25-10:55 ໂມງ;
– ວັນອາທິດ ພາກເຊົ້າ ເວລາ 09:15-09:45 ໂມງ.
📺ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:
– ວັນອາທິດ ພາກເຊົ້າ ເວລາ 06:30-07:00 ໂມງ,ພາກແລງ ເວລາ 13:10-13:40 ໂມງ ແລະ
ພາກເດິກ ເວລາ 21:25-21:55 ໂມງ.
ຕິດຕໍ່ເອົາຂ່າວ ແລະ ລົງໂຄສະນາ ໄດ້ທີ່ເບີ 021 410154 ຕາມໂມງລັດຖະການ;
ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ