ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານ ສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018
ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົເອົາວັນ 3 ພະຈິກເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018 ໃນວັນທີ 9 ພະຈິກ 2017 ທີ່ສະຖານີດົງໂພສີ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານປອ. ສິນລະວົງ ຄຸດໄພທູນເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້. ບັນດາຫົວໜ້າ ຮອງຫົວໜ້າກົມ, ເຈົ້າເມືອງ ຮອງເຈົ້າເມືອງ, ຫົວໜ້າ ຮອງຫົວໜ້າພະແນກພ້ອມດ້ວຍພະນັກງານວິຊາການຕະຫຼອດຮອດປະຊາຊົນອ້ອມຂ້າງບ້ານດົງໂພສີ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ. ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ລາຍງານວ່າ: ປັດຈຸບັນທົ່ວນະຄອນຫຼວງວຽງຈັນມີລະບົບຊົນລະປະທານທັງໝົດ 80 ແຫ່ງ ໃນນັ້ນປະກອບມີອ່າງເກັບນ້ຳ 11 ແຫ່ງ ຝາຍນ້ຳລົ້ນ 2 ແຫ່ງຈັກສູບນ້ຳດ້ວຍໄຟຟ້າ 65 ແຫ່ງ ຊົນລະປະທານຝົນຝອຍ 1 ແຫ່ງມີກຸ່ມຜູ້ນຳໃຊ້ນ້ຳທັງໝົດ 135 ກຸ່ມ ມີລະບົບຄອງເໝືອງຍາວທັງໝົດ 471.685 ແມັດ. ໃນນັ້ນ ມີຄອງເບຕົງ 47.948ແມັດ. ຄອງເໝືອງແມ່ 184.848 ແມັດແລະ ຄອງຊອຍ 238.889 ແມັດ. ລະບົບຊົນລະປະທານເຫຼົ່ານີ້ສາມາດສະຫຼອງນ້ຳໃຫ້ແກ່ການຜະລິດລະດູຝົນ ເຂດຊົນລະປະທານໄດ້ 53.000 ເຮັກຕາ.
ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍຄວາມສຳຄັນນັ້ນຄະນະປະທານ ແລະແຂກທີ່ເຂົ້າຮ່ວມກໍ່ໄດ້ເປັນກຽດຕັດແຖບຜ້າ ຈາກນັ້ນເຈົ້າຄອງນະຄອນຫຼວງວຽງຈັນກໍ່ໄດ້ລັ່ນຄ້ອງ 9 ບາດເພື່ອເປັນການບົງບອກເຖີງ ການເປີດນຳໃຊ້ນໍ້າຊົນລະປະ ທານ ແລະ ເປີດຂະບວນການຜະລິດລະດູແລ້ງ ສົກປີ 2017-2018 ຢ່າງເປັນທາງການ ໃນເວລາຕໍ່ມາທ່ານ ເຈົ້າ ຄອງນະຄອນຫຼວງວຽງຈັນ ແລະ ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ລົງເບີ່ງການ ສາທິດການເຮັດນາຢອດ ທີ່ປະຢັດຕົ້ນທືນ ແລະ ແຮງງານ ທັງໄດ້ຜົນຜະລິດສູງອີກດ້ວຍ.
ຂ່າວໂດຍ: ຂັນວິຈິດ ມະຫາວັງ
ກວດແກ້ໂດຍ: ທ່ານ ນ. ປ້ອມ ພັນທະວົງ