ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານ ສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018

ppp pppp2

   ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ​. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົເອົາວັນ 3 ພະຈິກເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ສ້າງ​ຂະ​ບວນ​ການ​ອະ​ນາໄມ​ລວງ​ຄອງເໝືອງ ແລະ ປ່ອຍນ້ຳ​ຊົນລະປະທານສະໜອງ​ໃຫ້ແກ່​ເນື້ອທີ່​ການ​ຜະລິດ​ລະດູແລ້ງ ສົກ​ປີ 2017-2018 ໃນ​ວັນ​ທີ 9 ພະຈິກ 2017 ທີ່​ສະຖານີ​ດົງໂພ​ສີ ເມືອງ​ຫາດ​ຊາຍ​ຟອງນະຄອນ​ຫຼວງ​ວຽງ​ຈັນ ໂດຍການເຂົ້າຮ່ວມຂອງທ່ານປອ. ສິນລະ​ວົງ ຄຸດ​ໄພທູນເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ທ່ານ ປອ. ລຽນ ທິ​ແກ້ວ ລັດຖະມົນຕີກະຊວງ​ກະສິ​ກຳແລະ ປ່າໄມ້. ບັນດາ​ຫົວໜ້າ ຮອງ​ຫົວໜ້າກົມ, ເຈົ້າເມືອງ ຮອງ​ເຈົ້າເມືອງ, ຫົວໜ້າ ຮອງ​ຫົວໜ້າພະ​ແນກພ້ອມດ້ວຍພະນັກງານວິຊາການຕະຫຼອດຮອດ​ປະຊາຊົນ​ອ້ອມ​ຂ້າງ​ບ້ານ​ດົງໂພ​ສີ ເຂົ້າ​ຮ່ວມຢ່າງພ້ອມພຽງ.

     ທ່ານ ປອ. ຫຼ້າ​ສາຍ ນວນ​ທາ​ສິງ ຫົວໜ້າ​ພະ​ແນກ​ກະສິກຳ ແລະ ປ່າໄມ້ນະຄອນຫຼວງ​ວຽງ​ຈັນ ລາຍ​ງານ​ວ່າ: ປັດຈຸ​ບັນທົ່ວນະຄອນຫຼວງວຽງຈັນມີ​ລະບົບ​ຊົນ​ລະປະທານ​ທັງ​ໝົດ 80 ແຫ່ງ ໃນ​ນັ້ນປະກອບ​ມີ​ອ່າງເກັບນ້ຳ 11 ແຫ່ງ ຝາຍ​ນ້ຳ​ລົ້ນ 2 ແຫ່ງຈັກສູບນ້ຳ​ດ້ວຍ​ໄຟຟ້າ 65 ແຫ່ງ ຊົນລະປະທານ​ຝົນຝອຍ 1 ແຫ່ງມີ​ກຸ່ມ​ຜູ້ນຳ​ໃຊ້​ນ້ຳ​ທັງ​ໝົດ 135 ກຸ່ມ ມີ​ລະບົບ​ຄອງເໝືອງຍາວ​ທັງ​ໝົດ 471.685 ແມັດ. ໃນນັ້ນ ມີ​ຄອງ​ເບ​ຕົງ 47.948ແມັດ. ຄອງເໝືອງ​ແມ່ 184.848 ແມັດແລະ ຄອງ​ຊອຍ 238.889 ແມັດ. ລະບົບ​ຊົນລະປະທານ​ເຫຼົ່ານີ້​ສາມາດ​ສະຫຼອງ​ນ້ຳ​ໃຫ້​ແກ່ການ​ຜະລິດ​ລະດູຝົນ ເຂດ​ຊົນ​ລະປະທານ​ໄດ້ 53.000 ເຮັກຕາ.

     ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍຄວາມສຳຄັນນັ້ນຄະນະປະທານ ແລະແຂກທີ່ເຂົ້າຮ່ວມກໍ່ໄດ້ເປັນກຽດຕັດແຖບຜ້າ ຈາກນັ້ນເຈົ້າຄອງນະຄອນຫຼວງວຽງຈັນກໍ່ໄດ້ລັ່ນຄ້ອງ 9 ບາດເພື່ອເປັນການບົງບອກເຖີງ ການເປີດນຳໃຊ້ນໍ້າຊົນລະປະ ທານ ແລະ ເປີດຂະບວນການຜະລິດລະດູແລ້ງ ສົກປີ 2017-2018 ຢ່າງເປັນທາງການ ໃນເວລາຕໍ່ມາທ່ານ ເຈົ້າ ຄອງນະຄອນຫຼວງວຽງຈັນ ແລະ ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ລົງເບີ່ງການ ສາທິດການເຮັດນາຢອດ ທີ່ປະຢັດຕົ້ນທືນ ແລະ ແຮງງານ ທັງໄດ້ຜົນຜະລິດສູງອີກດ້ວຍ.

ຂ່າວໂດຍ: ຂັນວິຈິດ ມະຫາວັງ

ກວດແກ້ໂດຍ: ທ່ານ ນ. ປ້ອມ ພັນທະວົງ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ