ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ລົງຊຸກຍູ້ຕິດຕາມການແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານ ຄຳປ່າແໜ ແລະ ບ້ານ ປ່າກ້ວຍ.

      23584750_1343609319081860_920572652_n (1)ppppp

       ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3817/ກປ, ລົງວັນທີ 17 ສິງຫາ 2017. ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ໂຄງການຜະລິດກະສິກຳເພື່ອແກ້ໄຂຄວາມທຸກຍາກ ຢູ່ບ້ານຄຳປ່າແໜ ແລະ ບ້ານ ປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ ແລະ ເພື່ອເປັນການຊຸກຍູ້ຕິດຕາມຄວາມຄືບໜ້າຂອງໂຄງການໃນແຕ່ລະໄລຍະ. ສະນັ້ນ, ໃນວັນທີ 14 ພະຈິກ 2017 ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງຊຸກຍູ້ຕິດຕາມການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ. ປະຊາຊົນໃນບ້ານສ່ວນຫຼາຍແມ່ນເປັນຊົນເຜົ່າກະຕາງ, ຖືສາສະໜາພຸດ, ເຮັດນາປູກເຂົ້າເປັນອາຊີບ ແລະ ຖືເອົາການປູກຝັງ ແລະ ລ້ຽງສັດເປັນອາຊີບສຳຮອງ. ໃນໄລຍະຜ່ານມາຍ້ອນຄວາມທຸກຍາກຂາດເຂີນ, ຂາດເຂົ້າກິນ, ຂາດເຂີນທາງດ້ານເສດຖະກິດ, ບໍ່ມີເນື້ອທີ່ນາທຳການຜະລິດ, ເຮັດນາບໍ່ກຸ້ມກິນຈຶ່ງມີຄອບຄົວຈຳນວນໜຶ່ງມີແນວຄິດເອື່ອຍອີງສັງຄົມ (ຂໍເປັນອາຊີບ).

ຊຶ່ງຜ່ານມາການນຳຂັ້ນເມືອງກໍ່ໄດ້ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນຕະຫຼອດມາ ແຕ່ກໍ່ບໍ່ສາມາດລຶບລ້າງຄວາມທຸກຍາກໃຫ້ໝົດໄປໄດ້, ພຽງແຕ່ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງ. ມາຮອດທ້າຍປີ 2015 ການນຳເມືອງຈຳພອນ ແລະ ທ່ານ ເກຍ ອູ໋ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມໂລມາຄຳ ຈຶ່ງໄດ້ເຊັນບົດບັນທຶກຮ່ວມກັນເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນສອງບ້ານ. ​ໂດຍນຳພາປະຊາຊົນປູກຜັກ, ເຈາະສ້າງບາດານ, ບຸກເບີກເນື້ອທີ່ນາ, ປຸກສາງເກັບມ້ຽນເຂົ້າ, ຊື້ໂຮງສີເຂົ້າ, ນຳພາລ້ຽງສັດ (ໝູ, ແບ້ ແລະ ສັດປີກ), ເຮັດຝາຍເກັບນ້ຳຂະໜາດນ້ອຍ, ສ້າງໜອງລ້ຽງປາ ແລະ ບຸກເບີກເນື້ອທີ່ນາໃຫ້ປະຊາຊົນ. ໃນໂອກາດດຽວກັນນີ້ ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ຊຸກຍູ້ກິດຈະກຳຂອງປະຊົນເຊັ່ນ: ການປູກຜັກ, ການລ້ຽງປາ, ການລ້ຽງໄກ່ພັນໄຂ່, ການລ້ຽງໝູ, ການລ້ຽງແບ້, ການລ້ຽງກົບ, ການລ້ຽງສັດປີກ, ການບຸກເບີກພື້ນທີ່ທຳການຜະລິດ ແລະ ການໄຖດີ​ນປົກ​ຕໍເຟືອງເພື່ອເປັນການປັບປຸງດິນ. ມາຮອດປັດຈຸບັນ ຍ້ອນຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ກໍ່ຄືການຳກະຊວງກະສິກຳ ແລະ ປ່າໄມ້, ການນຳແຂວງ, ການນຳເມືອງ ແລະ ທ່ານ ເກຍ ອູ໋ສິດທິເດດ ຈຶ່ງເຮັດໃຫ້ປະຊາຊົນບ້ານ ຄຳປ່າແໜ ແລະ ບ້ານປ່າກ້ວຍມີຊີວິດການເປັນຢູ່ທີ່ດີຂຶ້ນ. ຊຶ່ງຈາກເມື່ອກ່ອນທີ່ບໍ່ມີຫຍັງ, ແຕ່ມາດຽວນີ້ມີນາ, ສວນຜັກ ແລະ ສັດລ້ຽງເປັນຂອງຕົນເອງ ສາມາດສ້າງລາຍຮັບໃຫ້ຄອບຄົວເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ເຮັດໃຫ້ຫຼາຍຄອບຄອບຢຸດຕິຄວາມຄິດເອື່ອຍອິງສັງຄົມ (ຂໍເປັນອາຊີບ), ຫັນມາເຮັດອາຊີບໝັ້ນຄົງ ຈົນກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກ​ເທື່ອ​ລະ​ກ້າວ.

ຂ່າວໂດຍ: ເຂັມມະໄລ ສົນດາວັນ.

ກວດແກ້:ທ່ານ ນ. ປ້ອມ ​ພັນທະ​ວົງ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ