ຂ່າວ

ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ.

IMG_1537IMG_1553

            ໃນວັນທີ 12 ກໍລະກົດຜ່ານມາ, ສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2017 ຂື້ນ, ທີ່ສະໂມສອນກະຊວງ ກະສິກໍາ ແລະ ປ່າໄມ້, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ນ. ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນ. ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາສະຫາຍເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງກະຊວງ, ປ້າອາວຸໂສບໍານານ ແລະ ແຂກຖືກເຊີນເຂົ້າຮ່ວມຈໍານວນ 200 ກວ່າທ່ານ.

Continue reading

ທ່ານ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 40 ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO)

IMG_5506      thumbnail_IMG_5510

            ໃນລະຫວ່າງວັນທີ 3-8 ກໍລະກົດ 2017 ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 40 ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO). ຊື່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນທຸກໆສອງປີ ໂດຍມີບັນດາຄະນະລັດຖະມົນຕີກະ ຊວງກະສິກຳ ຫຼາຍກວ່າ 190 ກວ່າປະເທດ ໄດ້ມາເຕົ້າໂຮມກັນຢູ່ທີ່ສຳນັກງານໃຫຍ່ ຂອງອົງການ FAO ທີ່ນະຄອນ ຫຼວງໂຣມ, ປະເທດອີຕາລີ ເພື່ອປຶກສາຫາລື ກ່ຽວກັບ ສະພາບການຜະລິດສະບຽງອາຫານ ແລະ ການກະສິກຳ ເພື່ອຮັບປະກັນດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ມີຄວາມຍືນຍົງ, ທົບທວນຄືນບັນດາໜ້າວຽກທີ່ຜ່ານມາຂອງອົງການ FAO ໂດຍສະເພາະ ສະຫຼຸບການນໍາໃຊ້ງົບປະມານທີ່ຜ່ານມາ ແລະ ສະເໜີແຜນງົບປະມານປະຕິບັດວຽກງານ ຂອງແຕ່ລະຂົງເຂດພາກ​ພື້ນໃນຕໍ່ໜ້າ​ເຊັ່ນ: ອາຊີປາຊີຟິກ, ອາເມລິ ກາລາຕິນ, ເອີລົບ, ອາຟຼິກກາ, ພາກຕາເວັນອອກ ແລະ ພາກເໜືອຂອງອາເມລິກາ, ການປະຕິບັດວຽກງານຂອງແຕ່ລະຄະນະກຳມະທິການວິຊາການ​ເຊັ່ນ: ດ້ານກະສິກຳ, ການຄ້າ ກະສິກຳການປະມົງ, ປ່າໄມ ແລະການປະຕິບັດວຽກງານຂອງຄະນະກໍາມະການຄໍ້າປະກັນສະບຽງອາຫານໂລກ ແລະ ອື່ນໆ. Continue reading

ທ່ານ ນາຍົກລັດຖະມົນຕີ ລົງຢ້ຽມຢາມໂຄງການເຊມາອຸນດົງ

IMG_0970 IMG_0985

ເພື່ອຊຸກຍູ້ສົ່ງເສີມຊາວກະສິກອນ ໃນການນໍາເອົາຄວາມຮູ້ດ້ານການພັດທະນາຊົນນະບົດ ແລະການເປັນຜູ້ນໍາທີ່ດີ ຕາມແບບແຊມວນອຸນດົງ ໄປພັດທະນາບ້ານ ແລະຊຸມຊົນເຂດຫ່າງໄກສອກຫຼີກ. ໃນຕອນເຊົ້າຂອງວັນທີ 20 ມີຖຸນາ ຜ່ານມາ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການພັດທະນາຊົນນະບົດ ແບບມີສ່ວນຮ່ວມຕາມແບບແຊມວນອຸນດົງ ຢູ່ທີ່ກົມສົງເສີ່ມກະສິກໍາ ແລະສະຫະກອນ, ກະຊວງກະສິກໍາ ແລະປ່າໄມ້ ໂດຍການຕ້ອນຮັບຂອງທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍຄະນະ. Continue reading

ທະນາຄານພັດທະນາອາຊີ (ADB) ໃຫ້ການຊ່ວຍເຫຼືອພື້ນຖານໂຄງລ່າງກະສິກຳຊຸມຊົນ 4 ແຂວງພາກເໜືອ

19243077_661104820766839_1717208680727512873_o

ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ ​ໄດ້​​ຈັດ​ຕັ້ງປະຕິບັດ​ມາ​ແຕ່​ປີ 2010 ຢູ່ 4 ​ແຂວງ​ພາກ​ເໜືອຄື: ​ແຂວງ​ບໍ່​ແກ້ວ, ຫຼວງນ້ຳທາ, ອຸດົມ​ໄຊ ​ແລະ ​ແຂວງ ຜົ້ງສາລີ ​ເຊິ່ງບັນດາ​ແຂວງ​ດັ່ງກ່າວ​ນີ້ ​ແມ່ນ​ນອນ​ຢູ່​ໃນ​ແຂວງ​ເປົ້າໝາຍຂອງ​ໂຄງການ​ແຫ່ງ​ຊາດ (​ການ​ຜະລິດ​ກະສິກຳ ​ເພື່ອ​ຮັບປະກັນ​ຄວາມໝັ້ນຄົງ​ທາງ​ດ້ານ​ສະບຽງອາຫານ ​ແລະ ການ​ຜະລິດ​ເປັນ​ສິນຄ້າ). ໂຄງການດັ່ງກ່າວ ຈະຊ່ວຍໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະ ແຜນຍຸດທະສາດ ແລະ ແຜນດຳເນີນງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ​ເຊິ່ງປັດຈຸບັນ ກຳລັງສຸມໃສ່ປັບປຸງໂຄງລ່າງພື້ນຖານດ້ານກະສິກຳ ແລະ ວຽກງານກະສິກໍາ ໃຫ້ສາມາດຜະລິດກະສີກໍາເປັນສິນຄ້າ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ​ເທື່ອ​ລະ​ກ້າວ, ​ເຊິ່ງໃນນີ້ ວຽກບູລິມະສິດຂອງຂະ  ແໜງກະສີກໍາຕ້ອງຮັບປະກັນດ້ານ Continue reading

ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊີ້ນຳວຽກງານຕ້ານແລ້ງ-ຕ້ານຖ້ວມ.

IMG_0869 IMG_0905

ໃນວັນທີ 17 ມີຖຸນາ 2017 ນີ້ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະລົງຕິດຕາມ ແລະ ຊີ້ນຳວຽກງານຕ້ານແລ້ງ-ຕ້ານຖວມ ຢູ່ເຂດ ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ໂຄງການຄຸ້ມຄອງແລະຫລຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມແລະແຫ້ງແລ້ງ,ເປັນໂຄງການໜຶ່ງພາຍໃຕ້ກອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ(GMS) ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ(ADB)ຈໍານວນ36.5ລ້ານໂດລາ, ໃນນັ້ນເງິນກູ້ຢືມ 24 ລ້ານໂດລາແລະເງິນຊ່ວຍເຫລືອລ້າ12.5ລ້ານໂດລາ, ພ້ອມກັນນີ້ລັດຖະບານສາທາລະນະລັດປະຊາທິປະໄຕປະຊາຊົນລາວກໍໄດ້ສົມທົບທຶນຈຳນວນ0.59 ລ້ານໂດລາ. ປະກອບມີ 3 ໂຄງການໃຫຍ່ຄື: ໂຄງການພັດທະນາຊົນລະປະທານເຂດວຽງຈັນໃຕ້ ຂຶ້ນກັບພະແນກກະສິກຳແລະປ່າໄມ້ນະຄອນຫລວງ. ຊຶ່ງປະກອບມີກໍ່ສ້າງຊົນລະປະທານ 04 ແຫ່ງເຊັ່ນ: ໂຄງການຊົນລະປະທານສ້າງຫົວບໍ່,  ໂຄງການຊົນລະປະທານດົງຄວາຍ,ໂຄງການຊົນລະປະທານນາລ້ອງ 3  ແລະໂຄງການຊົນລະປະທານ ໝາກຮຽວ 2 , ລວມເນື້ອທີ່ຊົນລະປະທານທັງໝົດ 1.542 ເຮັກຕາແລະສ້າງປະຕູລະບາຍນ້ຳ 2 ແຫ່ງຄື: ຫ້ວຍເດື່ອແລະຫ້ວຍ   ໝາກຮຽວພ້ອມກັນນັ້ນຍັງໄດ້ມີການສ້າງຕັ້ງກຸ່ມຜູ້ນຳໃຊ້ນໍ້າແລະ ປັກຫລັກໝາຍຂອບເຂດດິນການຜະລິດກະສິກຳມີ 4 ໂຄງການ, ມີມູນຄ່າທັງໝົດ  5,600,000 ໂດລາ. Continue reading

ພິທີເຊັນສັນຍາປະຕິບັດໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ

IMG_8785 IMG_8793

​ໂຄງການ​ຮ່ວມ​ມື​ທົດ​ລອງ​ແກ້​ໄຂ​ຄວາມທຸກ​ຍາກ ລາວ-ຈີນ ​ແມ່ນ​ໄດ້ຮັບ​ການ​ຊ່ວຍ​ເຫຼືອຈາ​ກກະຊວງ​ການ​ຄ້າ ສາທາລະນະ​ລັດ​ ປະຊາ ຊົນ​ຈີນ ກໍ່ຄື​ລັດຖະບານ ສາທາລະນະ​ລັດ ປະຊາຊົນ​ຈີນ ​ໃນ​ກອບກາ​ນ​ຮ່ວ​ມມື​ແມ່ນ້ຳຂອງ-​ແມ່ນ້ຳລ້ານ​ຊ້າງ ​ແລະ ​ໄດ້​ມອບ​ເງິນ ​ຈຳນວນ 33 ລ້ານ​ກວ່າ​ຢວນ (ປະມານ 40 ຕື້ກີບ) ​​ໃຫ້​ສູນ​ຄຸ້ມ​ຄອງ​ໂຄງການ​ຊ່ວຍ​ເຫຼືອຕ່າງປະ​ເທດ​ແກ້​ໄຂ​ຄວາມທຸກ​ຍາກ ​ແຂວງ ກວາງຊີ ​ແລະ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ເປັນ​ຜູ້​ຈັດຕັ້ງປະຕິບັດ ​ໂຄງການ​ດັ່ງກ່າວ​ແມ່ນ​ຈະ​ໄດ້​ຈັດຕັ້ງປະຕິບັດ​ຢູ່ ບ້ານ ຊໍ້, ​ເມືອງ ສັງ​ທອງ, ນະຄອນຫຼວງວຽງຈັນ ​ແລະ ບ້ານ ຊຽງລ້ອມ, ​ເມືອງ ​ແລະ ​ແຂວງ ຫຼວງພະ​ບາງ  ​ໃນ​ວັນ​ທີ 14 ມີ​ຖຸນາ 2017 ທີ່​ຫ້ອງການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ພິທີ​ເຊັນ​ສັນຍາ​ປະຕິບັດ​ໂຄງການ​ Continue reading

ກອງປະຊຸມດຳເນີນຊີວິດການເມືອງ ປັບປຸງ ປົວແປງທົ່ວພັກ ປີ 2017

IMG_0280 IMG_0345

ກອງ​ປະຊຸມ​ດຳ​ເນີນ​ຊີວິດ​ການ​ເມືອງ ປັບປຸງ ປົວ​ແປງ​ທົ່ວ​ພັກ ປີ 2017 ຂອງ​ອົງຄະ​ນະ​ພັກ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ຊຸດ​ທີ 1 ໄດ້ໄຂ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 6-7 ມີ​ຖຸນາ 2017 ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ ​ແລະ ປ່າ​ໄມ້​ແຫ່ງ​ຊາດ. ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມຂອງ​ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ປະທານຄະນະ​ກວດກາ​ສູນ​ກາງ​ພັກ, ຮອງ​ຄະນະ​ຮັບຜິດຊອບ​ດຳ​ເນີນ​ຊີວິດ​ການ​ເມືອງ ປັບປຸງປົວ​ແປງ​ທົ່ວ​ພັກ ປີ 2017; ສະຫາຍ ລຽນ ທີ​ແກ້ວ ກຳມະການ​ສູນ​ກາ​ງພັກ, ​ເລຂາ​ຄະນະ​ພັກ​ກະຊວງ. ​ໂດຍ​ມີ​ຄະນະ​​ບໍລິຫານ​ງານ​ພັກກະຊວງ, ຄະນະ​ພັກ​ຂັ້ນ​ຕ່າງໆ, ສະມາຊິກ​ພັກຂັ້ນອາວຸ​ໂສ, ສະມາຊິກ​ພັກ-ພະນັກງານຫຼັກ​ແຫຼ່ງ  ​ເຂົ້າຮ່ວມ​ທັງໝົດ 357 ສະຫາຍ, ຍິງ 65 ສະຫາຍ.

          ໃນ​ທີ່​ປະ​ຊຸມ ສະຫາຍ ລຽນ ທີ​ແກ້ວ ກຳມະການ​ສູນ​ກາ​ງພັກ, ​ເລຂາ​ຄະນະ​ພັກ​ກະຊວງ ​ໄດ້​ຂຶ້ນ​ເຜີຍ​ແຜ່​ຄຳ​ສັ່ງ​ເລກທີ 01/ກມສພ, ລົງ​ວັນ​ທີ 01 ກຸມພາ 2017. ວ່າ​ດ້ວຍ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ ປົວ​ແປງ​ທົ່ວ​ພັກ ປີ 2017; ​ເອກະສານ ​ເດັດດ່ຽວປັບປຸງ​ປົວ​ແປງ​ທົ່ວ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ ​ແລະ ຄຳ​ແນະນຳ​ການສ້າງຂະ​ບວນການ​ແຂ່ງຂັນ​ຍ້ອງຍໍ 3 ​ເນື້ອ​ໃນ 4 ຮັບປະ ກັນ. ​ໃນ​ວັນ​ຕໍ່ມາ, ສະຫາຍ ທອງ​ພັດ ວົງ​ມະນີ ຮອງ​ເລຂາ​ຄະນະ​ພັກ​ກະຊວງ ​ໄດ້​ຂຶ້ນຜ່ານ​ບົດ​ສະຫຼຸບ ຕີ​ລາຄາ​ການ​ຊີ້​ນຳ-ນຳພາ Continue reading

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການສືກສາຄວາມເປັນໄປໄດ້ຂອງໂຄງການຊົນລະປະທານອ່າງເກັບນ້ຳ-ນ້ຳຄູ້ ເມືອງປາກະດີງ ແຂວງບໍລິຄຳໄຊ.

IMG_0799 IMG_0802

ໃນອາທິດທີ່ຜ່ານມານີ້ ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການສືກສາຄວາມເປັນໄປໄດ້ຂອງໂຄງການ ຊົນລະປະທານອ່າງເກັບນ້ຳ-ນ້ຳຄູ້ ເມືອງປາກກະດີງ ແຂວງ ບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມນີ້ມີທ່ານຮອງເຈົ້າແຂວງ ບໍລິຄຳໄຊ, ທ່ານຮອງຫົວໜ້າຫ້ອງການ ແລະ ຫົວໜ້າກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງ ພ້ອມພຽງ. Continue reading

ພິທີປູກຕົ້ນໄມ້ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

IMG_9785 IMG_9805

ດັ່ງທີ່ີຮູ້ນໍາກັນແລ້ວວ່າປ່າໄມ້ແມ່ນແຫຼ່ງຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນທີ່ມີຄຸນຄ່າ ແລະ ມີຄວາມໝາຍສຳຄັນຕໍ່ການດຳລົງຊີວິດມວນມະນຸດ ແລະ ຍັງເປັນຜົນປະໂຫຍດຕໍ່ທາງດ້ານເສດຖະກິດ, ການທ່ອງທ່ຽວ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ ສະນັ້ນໃນວັນທີ 1 ມິຖຸນາ 2017 ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປູກຕົ້ນໄມ້ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ, ປະທານ ປກຊ, ປກສ ແຫ່ງສປປ ລາວພ້ອມດ້ວຍ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ບັນດາ ລັດຖະມົນຕີ ຮອງລັດຖະມົນຕີ, ກຳມະການສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ບັນດາແຂກ ນັບທັງຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. Continue reading

ເປີດງານວາງສະແດງເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

IMG_9612IMG_9638

ພິທີເປີດງານວາງສະແດງເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບການສ້າງຂະບວນການປູກຈິດສໍານຶກ ເນື່ອງໃນວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ ໄດ້ໄຂ່ຂຶ້ນຢ່າງເປັນທາງການໃນວັນທີ 31 ພຶດສະພາ ຫາ ວັນທີ 04 ມີຖຸນາ 2017 ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ໂດຍການຮ່ວມກັນລະຫວ່າງ ກະຊວງກະສິກໍາ ແລະປ່າໄມ້ ກັບນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ຮອງເຈົ້າຂອງນະຄອນຫຼວງວຽງຈັນ, ພ້ອມນີ້້ມີ ບັນດາລັດຖະມົນຕີ-ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ພ້ອມດ້ວຍຜູ້ປະກອບການ, ຄູອາຈານ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງຄຶກຄື້ນ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ