ເປີດງານວາງສະແດງເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

IMG_9612IMG_9638

ພິທີເປີດງານວາງສະແດງເບ້ຍໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບການສ້າງຂະບວນການປູກຈິດສໍານຶກ ເນື່ອງໃນວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ ໄດ້ໄຂ່ຂຶ້ນຢ່າງເປັນທາງການໃນວັນທີ 31 ພຶດສະພາ ຫາ ວັນທີ 04 ມີຖຸນາ 2017 ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ໂດຍການຮ່ວມກັນລະຫວ່າງ ກະຊວງກະສິກໍາ ແລະປ່າໄມ້ ກັບນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ຮອງເຈົ້າຂອງນະຄອນຫຼວງວຽງຈັນ, ພ້ອມນີ້້ມີ ບັນດາລັດຖະມົນຕີ-ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ພ້ອມດ້ວຍຜູ້ປະກອບການ, ຄູອາຈານ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ໄດ້ລາຍງານໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການສໍາລັບວັນປູກຕົ້ນໄມ້ແຫ້ງຊາດ ຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ເພື່ອເປັນເປັນການປູກຈິດສຳນຶກໃຫ້ແກ່ເຍົາວະຊົນ ແລະອະນຸຊົນ ລຸ້ນຫຼັງໃຫ້ຮູ້ຈັກຄຸນປະໂຫຍດຂອງປ່າໄມ້, ທັງເປັນການປຸກລະດົມທົ່ວປວງຊົນ ເຂົ້າຮ່ວມໃນວຽກງານປ່າໄມ້ ນັບແຕ່ຂອດການກຽມແກ່ນແນວພັນໄມ້, ການກ້າເບ້ຍໄມ້, ການປູກຕົ້ນໄມ້ ໄປຈົນຮອດການຄຸ້ມຄອງ ແລະປົກປັກຮັກສາ ແລະພັດທະນາປ່າໄມ້ ແນໃສ່ເຮັກໃຫ້ປ່າໄມ້ມີຄວາມອຸດົມສົມບູນ ກາຍເປັນທ່າແຮງ ແລະສາມາດປະກອບສ່ວນ ເຂົ້າໃນການລຶບລ້າງຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ແລະເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ. ນອກນັ້ນ, ຍັງໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດປ່າໄມ້ 2020 ຂອງລັດຖະບານຄື ເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ແລະປູກຕົ້ນໄມ້ໃຫ້ໄດ້ 5 ແສນເຮັກຕາ ຮອດປີ 2020. ໃນພິທີດັ່ງກ່າວຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະ ເປັນປະເພດການເປົາແຄນລໍາກອນ, ບົດຟ້ອນຕ່າງໆ ຈາກນ້ອງນ້ອຍນັກຮຽນ ທີ່ເຂົ້າມາຮ່ວມໃນງານ. ເພື່ອເຮັດໃຫ້ພິທີດັ່ງກ່າວມີຄວາມໝາຍສຳຄັນ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນໍາຂອງພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ໃຫ້ກຽດຕັດແຖບຜ້າເປີດງານພ້ອມທັງທ່ຽວຊົມການວາງສະແດງກ້າເບ້ຍໄມ້ ແລະຜະລິດຕະພັນກະສິກໍາອິນຊີທີ່ນໍາມາວາງສະແດງໃນຄັ້ງນີ້ຈໍານວນ 40 ກວ່າພາກສ່ວນ.

ຂ່າວໂດຍ: ສອນເພັດ ສຸລິພອນ 05 / 06 /2017

ກວດແກ່ໂດຍ: ທ່ານ ແສງປະເສີດ ມັດທຸຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ