ພິທີເຊັນສັນຍາປະຕິບັດໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ

IMG_8785 IMG_8793

​ໂຄງການ​ຮ່ວມ​ມື​ທົດ​ລອງ​ແກ້​ໄຂ​ຄວາມທຸກ​ຍາກ ລາວ-ຈີນ ​ແມ່ນ​ໄດ້ຮັບ​ການ​ຊ່ວຍ​ເຫຼືອຈາ​ກກະຊວງ​ການ​ຄ້າ ສາທາລະນະ​ລັດ​ ປະຊາ ຊົນ​ຈີນ ກໍ່ຄື​ລັດຖະບານ ສາທາລະນະ​ລັດ ປະຊາຊົນ​ຈີນ ​ໃນ​ກອບກາ​ນ​ຮ່ວ​ມມື​ແມ່ນ້ຳຂອງ-​ແມ່ນ້ຳລ້ານ​ຊ້າງ ​ແລະ ​ໄດ້​ມອບ​ເງິນ ​ຈຳນວນ 33 ລ້ານ​ກວ່າ​ຢວນ (ປະມານ 40 ຕື້ກີບ) ​​ໃຫ້​ສູນ​ຄຸ້ມ​ຄອງ​ໂຄງການ​ຊ່ວຍ​ເຫຼືອຕ່າງປະ​ເທດ​ແກ້​ໄຂ​ຄວາມທຸກ​ຍາກ ​ແຂວງ ກວາງຊີ ​ແລະ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ເປັນ​ຜູ້​ຈັດຕັ້ງປະຕິບັດ ​ໂຄງການ​ດັ່ງກ່າວ​ແມ່ນ​ຈະ​ໄດ້​ຈັດຕັ້ງປະຕິບັດ​ຢູ່ ບ້ານ ຊໍ້, ​ເມືອງ ສັງ​ທອງ, ນະຄອນຫຼວງວຽງຈັນ ​ແລະ ບ້ານ ຊຽງລ້ອມ, ​ເມືອງ ​ແລະ ​ແຂວງ ຫຼວງພະ​ບາງ  ​ໃນ​ວັນ​ທີ 14 ມີ​ຖຸນາ 2017 ທີ່​ຫ້ອງການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ຈັດ​ພິທີ​ເຊັນ​ສັນຍາ​ປະຕິບັດ​ໂຄງການ​ຮ່ວມ​ມື​ແກ້​ໄຂ​ຄວາມທຸກ​ຍາກ ລາວ-ຈີນ​ຂຶ້ນ ຕ່າງໜ້າຝ່າຍ​ລາວ​​ລົງ​ນາມ​ໂດຍ​ ທ່ານ ຈິດ ທະວີ​ໃສ ຫົວໜ້າຫ້ອງການ​ແຜນການ ​ແລະ ພົວພັນ​ຕ່າງປະ​ເທດ, ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ, ກະຊວງ ກປ ຝ່າຍ​ຈີນ ​​​ໂດຍ​ທ່ານ ຫວັງ​ຊິ່ຮຸ້ຍ ທີ່​ປຶກສາ​ດ້ານ​​ເສດຖະກິດ-ການ​ຄ້າ, ສະຖານທູດສາທາລະນະ​ລັດ ປະຊາຊົນ​ຈີນ ປະຈຳ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໂດຍ​ມີ​ທ່ານ ປອ ພວງ​ປາຣິສັກ ປຣະວົງວຽງຄຳ ຮອງ​ລັດຖະມົນຕີ​ກະຊວງ ກປ; ທ່ານ ທອງ​ວັນ ​ວິ​ໄລ​​ເຮືອງ ຮອງ​ຫົວໜ້າຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ (ຜູ້​ປະຈຳການ); ພະນັກງານ​ວິຊາ​ການຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບ ລ້າງ​ຄວາມທຸກ​ຍາກ ​ແລະ ​ແຂກ​ທີ່​ຖືກ​ເຊີນ​ກໍ່​ໄດ້​ໃຫ້ກຽດ​ເຂົ້າຮ່ວມ​ເປັນ​ສັກຂີ​ພະຍານ​ໃນ​ຄັ້ງນີ້ດ້ວຍ.

 

ນະຄອນຫຼວງວຽງຈັນ, ວັນ​ທີ 04 ມີ​ຖຸນາ 2017.

​ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

ກວດ​ແກ້: ​ເຂັມ​ພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ