ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການສືກສາຄວາມເປັນໄປໄດ້ຂອງໂຄງການຊົນລະປະທານອ່າງເກັບນ້ຳ-ນ້ຳຄູ້ ເມືອງປາກະດີງ ແຂວງບໍລິຄຳໄຊ.

IMG_0799 IMG_0802

ໃນອາທິດທີ່ຜ່ານມານີ້ ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການສືກສາຄວາມເປັນໄປໄດ້ຂອງໂຄງການ ຊົນລະປະທານອ່າງເກັບນ້ຳ-ນ້ຳຄູ້ ເມືອງປາກກະດີງ ແຂວງ ບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມນີ້ມີທ່ານຮອງເຈົ້າແຂວງ ບໍລິຄຳໄຊ, ທ່ານຮອງຫົວໜ້າຫ້ອງການ ແລະ ຫົວໜ້າກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງ ພ້ອມພຽງ.

ໃນພິທີທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ ໄດ້ລາຍງານໃຫ້ຮູ້ວ່າ ໂຄງການ ຊົນລະປະທານ ອ່າງເກັບນ້ຳ-ນ້ຳຄູ້ ເມືອງປາກະດີງ ແຂວງບໍລິຄຳໄຊ ເປັນໂຄງການໜື່ງທີ່ສຳຄັນ ແລະ ເປັນໂຄງການບູລິມະສິດຂອງ ແຂວງ ກໍ່ຄືຂອງລັດຖະບານ ເພື່ອບັນລຸຄາດໝາຍດັ່ງກ່າວ, ຕ້ອງໄດ້ມີການພັດທະນາຊັບພະຍາກອນແຫຼ່ງນ້ຳ ໂດຍສະເພາະແມ່ນສືກສາທ່າແຮງ ແລະ ຄວາມເປັນໄປໄດ້ຂອງການນຳໃຊ້ນ້ຳເພື່ອການພັດທະນາທາງດ້ານພື້ນຖານໂຄງລ່າງ ກໍ່ຄືລະບົບຊົນລະປະທານ ເພື່ອສະໜອງນ້ຳເຂົ້າໃນການຜະລິດກະສິກຳຊື່ງມີເນື້ອທີ່ປະມານ 2500 ເຮັກຕາ ຢູ່ເຂດທົງນາມີ ເມືອງປາກກະດີງ ແຂວງ ບໍລິຄຳໄຊ.

ໃຫ້ກຽດເຊັນບົດບັນທືກໃນຄັ້ງນີ້ ໂດຍທ່ານ ໄມກອງ ພອນພົມມະວົງ ຫົວໜ້າກົມຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ໃຈ ຢີ່ ຜູ້ຈັດການ ກຸ່ມບໍລິສັດວິສະວະກຳກໍ່ສ້າງຫູນານ, ພ້ອມນີ້ມີທ່ານ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້, ທ່ານ ຮອງເຈົ້າແຂວງ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມເປັນສັກຂີພະຍານ.

ຂຽນໂດຍ: ພອນໄຊ ສີສົງຄາມ.

ກວດແກ້ໂດຍທ່ານນາງ ປ້ອມ ພັນທະວົງ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ