ຂ່າວ
ກະຊວງກະສິກຳ ແລະ ປ່າໄມ້ ສະຫຼຸບບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງ ທົ່ວອົງຄະນະພັກກະຊວງ ແລະ ສະຫຼຸບຍ້ອງຍໍຜົນງານ 5 ປີ
ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີສະຫຼຸບບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງທົ່ວອົງຄະນະພັກກກະຊວງ ແລະ ພິທີສະຫຼຸບຍ້ອງຍໍຜົນງານ 5 ປີ (2011-2015) ໃຫ້ແກ່ກົມກອງລວມໝູ່ ແລະ ພະນັກງານ-ລັດຖະກອນຂຶ້ນ ໃນວັນທີ 17 ກໍລະກົດ 2017 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ. ເປັນກຽດເຂົ້າຮ່ວມຂອງທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳສຸກ ບຸນຍະວົງ ຮອງປະທານຄະນະກວດກາສູນກາງພັກ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ອາດີດການນຳອາວຸໂສ, ສະມາຊິກພັກບຳນານ, ທ່ານຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ສະຖານີ, ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ, ວິທະຍາໄລ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ການນຳພັກ-ລັດ ຮ່ວມພິທີປ່ອຍປາ ເນື່ອງໃນວັນປ່ອຍປາ ແລະ ອານຸລັກສັດນ້ຳ-ສັດປ່າ ແຫ່ງຊາດ
ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ການອະນຸລັກສັດນ້ຳ ແລະ ສັດປ່າໃຫ້ຍືນຍົງ ເປັນການສ້າງຄວາມອຸດົມ ສົມບູນ, ຄວາມສົມດຸນຂອງລະບົບນິເວດທຳມະຊາດ, ປະກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ ແລະ ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສະນັ້ນ, ລັດຈຶ່ງໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີເປັນວັນປ່ອຍປາ ແລະ ວັນອານຸລັກສັດນ້ຳ-ສັດປ່າແຫ່ງຊາດ. ເຊິ່ງປີນີ້ໄດ້ໝູນວຽນມາຄົບຮອບ 21 ປີ (13 ກໍລະກົດ 1996 – 13 ກໍລະກົດ 2017). Continue reading
ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ.
ໃນວັນທີ 12 ກໍລະກົດຜ່ານມາ, ສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2017 ຂື້ນ, ທີ່ສະໂມສອນກະຊວງ ກະສິກໍາ ແລະ ປ່າໄມ້, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ນ. ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນ. ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາສະຫາຍເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງກະຊວງ, ປ້າອາວຸໂສບໍານານ ແລະ ແຂກຖືກເຊີນເຂົ້າຮ່ວມຈໍານວນ 200 ກວ່າທ່ານ.
ທ່ານ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 40 ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO)
ໃນລະຫວ່າງວັນທີ 3-8 ກໍລະກົດ 2017 ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 40 ຂອງອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO). ຊື່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນທຸກໆສອງປີ ໂດຍມີບັນດາຄະນະລັດຖະມົນຕີກະ ຊວງກະສິກຳ ຫຼາຍກວ່າ 190 ກວ່າປະເທດ ໄດ້ມາເຕົ້າໂຮມກັນຢູ່ທີ່ສຳນັກງານໃຫຍ່ ຂອງອົງການ FAO ທີ່ນະຄອນ ຫຼວງໂຣມ, ປະເທດອີຕາລີ ເພື່ອປຶກສາຫາລື ກ່ຽວກັບ ສະພາບການຜະລິດສະບຽງອາຫານ ແລະ ການກະສິກຳ ເພື່ອຮັບປະກັນດ້ານການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ໃຫ້ມີຄວາມຍືນຍົງ, ທົບທວນຄືນບັນດາໜ້າວຽກທີ່ຜ່ານມາຂອງອົງການ FAO ໂດຍສະເພາະ ສະຫຼຸບການນໍາໃຊ້ງົບປະມານທີ່ຜ່ານມາ ແລະ ສະເໜີແຜນງົບປະມານປະຕິບັດວຽກງານ ຂອງແຕ່ລະຂົງເຂດພາກພື້ນໃນຕໍ່ໜ້າເຊັ່ນ: ອາຊີປາຊີຟິກ, ອາເມລິ ກາລາຕິນ, ເອີລົບ, ອາຟຼິກກາ, ພາກຕາເວັນອອກ ແລະ ພາກເໜືອຂອງອາເມລິກາ, ການປະຕິບັດວຽກງານຂອງແຕ່ລະຄະນະກຳມະທິການວິຊາການເຊັ່ນ: ດ້ານກະສິກຳ, ການຄ້າ ກະສິກຳການປະມົງ, ປ່າໄມ ແລະການປະຕິບັດວຽກງານຂອງຄະນະກໍາມະການຄໍ້າປະກັນສະບຽງອາຫານໂລກ ແລະ ອື່ນໆ. Continue reading
ທ່ານ ນາຍົກລັດຖະມົນຕີ ລົງຢ້ຽມຢາມໂຄງການເຊມາອຸນດົງ
ເພື່ອຊຸກຍູ້ສົ່ງເສີມຊາວກະສິກອນ ໃນການນໍາເອົາຄວາມຮູ້ດ້ານການພັດທະນາຊົນນະບົດ ແລະການເປັນຜູ້ນໍາທີ່ດີ ຕາມແບບແຊມວນອຸນດົງ ໄປພັດທະນາບ້ານ ແລະຊຸມຊົນເຂດຫ່າງໄກສອກຫຼີກ. ໃນຕອນເຊົ້າຂອງວັນທີ 20 ມີຖຸນາ ຜ່ານມາ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການພັດທະນາຊົນນະບົດ ແບບມີສ່ວນຮ່ວມຕາມແບບແຊມວນອຸນດົງ ຢູ່ທີ່ກົມສົງເສີ່ມກະສິກໍາ ແລະສະຫະກອນ, ກະຊວງກະສິກໍາ ແລະປ່າໄມ້ ໂດຍການຕ້ອນຮັບຂອງທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍຄະນະ. Continue reading
ທະນາຄານພັດທະນາອາຊີ (ADB) ໃຫ້ການຊ່ວຍເຫຼືອພື້ນຖານໂຄງລ່າງກະສິກຳຊຸມຊົນ 4 ແຂວງພາກເໜືອ
ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2010 ຢູ່ 4 ແຂວງພາກເໜືອຄື: ແຂວງບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ ແລະ ແຂວງ ຜົ້ງສາລີ ເຊິ່ງບັນດາແຂວງດັ່ງກ່າວນີ້ ແມ່ນນອນຢູ່ໃນແຂວງເປົ້າໝາຍຂອງໂຄງການແຫ່ງຊາດ (ການຜະລິດກະສິກຳ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ). ໂຄງການດັ່ງກ່າວ ຈະຊ່ວຍໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະ ແຜນຍຸດທະສາດ ແລະ ແຜນດຳເນີນງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງປັດຈຸບັນ ກຳລັງສຸມໃສ່ປັບປຸງໂຄງລ່າງພື້ນຖານດ້ານກະສິກຳ ແລະ ວຽກງານກະສິກໍາ ໃຫ້ສາມາດຜະລິດກະສີກໍາເປັນສິນຄ້າ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເທື່ອລະກ້າວ, ເຊິ່ງໃນນີ້ ວຽກບູລິມະສິດຂອງຂະ ແໜງກະສີກໍາຕ້ອງຮັບປະກັນດ້ານ Continue reading
ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊີ້ນຳວຽກງານຕ້ານແລ້ງ-ຕ້ານຖ້ວມ.
ໃນວັນທີ 17 ມີຖຸນາ 2017 ນີ້ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະລົງຕິດຕາມ ແລະ ຊີ້ນຳວຽກງານຕ້ານແລ້ງ-ຕ້ານຖວມ ຢູ່ເຂດ ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
ໂຄງການຄຸ້ມຄອງແລະຫລຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມແລະແຫ້ງແລ້ງ,ເປັນໂຄງການໜຶ່ງພາຍໃຕ້ກອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ(GMS) ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ(ADB)ຈໍານວນ36.5ລ້ານໂດລາ, ໃນນັ້ນເງິນກູ້ຢືມ 24 ລ້ານໂດລາແລະເງິນຊ່ວຍເຫລືອລ້າ12.5ລ້ານໂດລາ, ພ້ອມກັນນີ້ລັດຖະບານສາທາລະນະລັດປະຊາທິປະໄຕປະຊາຊົນລາວກໍໄດ້ສົມທົບທຶນຈຳນວນ0.59 ລ້ານໂດລາ. ປະກອບມີ 3 ໂຄງການໃຫຍ່ຄື: ໂຄງການພັດທະນາຊົນລະປະທານເຂດວຽງຈັນໃຕ້ ຂຶ້ນກັບພະແນກກະສິກຳແລະປ່າໄມ້ນະຄອນຫລວງ. ຊຶ່ງປະກອບມີກໍ່ສ້າງຊົນລະປະທານ 04 ແຫ່ງເຊັ່ນ: ໂຄງການຊົນລະປະທານສ້າງຫົວບໍ່, ໂຄງການຊົນລະປະທານດົງຄວາຍ,ໂຄງການຊົນລະປະທານນາລ້ອງ 3 ແລະໂຄງການຊົນລະປະທານ ໝາກຮຽວ 2 , ລວມເນື້ອທີ່ຊົນລະປະທານທັງໝົດ 1.542 ເຮັກຕາແລະສ້າງປະຕູລະບາຍນ້ຳ 2 ແຫ່ງຄື: ຫ້ວຍເດື່ອແລະຫ້ວຍ ໝາກຮຽວພ້ອມກັນນັ້ນຍັງໄດ້ມີການສ້າງຕັ້ງກຸ່ມຜູ້ນຳໃຊ້ນໍ້າແລະ ປັກຫລັກໝາຍຂອບເຂດດິນການຜະລິດກະສິກຳມີ 4 ໂຄງການ, ມີມູນຄ່າທັງໝົດ 5,600,000 ໂດລາ. Continue reading
ພິທີເຊັນສັນຍາປະຕິບັດໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ
ໂຄງການຮ່ວມມືທົດລອງແກ້ໄຂຄວາມທຸກຍາກ ລາວ-ຈີນ ແມ່ນໄດ້ຮັບການຊ່ວຍເຫຼືອຈາກກະຊວງການຄ້າ ສາທາລະນະລັດ ປະຊາ ຊົນຈີນ ກໍ່ຄືລັດຖະບານ ສາທາລະນະລັດ ປະຊາຊົນຈີນ ໃນກອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ມອບເງິນ ຈຳນວນ 33 ລ້ານກວ່າຢວນ (ປະມານ 40 ຕື້ກີບ) ໃຫ້ສູນຄຸ້ມຄອງໂຄງການຊ່ວຍເຫຼືອຕ່າງປະເທດແກ້ໄຂຄວາມທຸກຍາກ ແຂວງ ກວາງຊີ ແລະ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ, ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຈັດຕັ້ງປະຕິບັດ ໂຄງການດັ່ງກ່າວແມ່ນຈະໄດ້ຈັດຕັ້ງປະຕິບັດຢູ່ ບ້ານ ຊໍ້, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ ແລະ ບ້ານ ຊຽງລ້ອມ, ເມືອງ ແລະ ແຂວງ ຫຼວງພະບາງ ໃນວັນທີ 14 ມີຖຸນາ 2017 ທີ່ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນສັນຍາປະຕິບັດໂຄງການ Continue reading
ກອງປະຊຸມດຳເນີນຊີວິດການເມືອງ ປັບປຸງ ປົວແປງທົ່ວພັກ ປີ 2017
ກອງປະຊຸມດຳເນີນຊີວິດການເມືອງ ປັບປຸງ ປົວແປງທົ່ວພັກ ປີ 2017 ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ຊຸດທີ 1 ໄດ້ໄຂຂຶ້ນໃນລະຫວ່າງວັນທີ 6-7 ມີຖຸນາ 2017 ທີ່ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ. ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ຮອງຄະນະຮັບຜິດຊອບດຳເນີນຊີວິດການເມືອງ ປັບປຸງປົວແປງທົ່ວພັກ ປີ 2017; ສະຫາຍ ລຽນ ທີແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ. ໂດຍມີຄະນະບໍລິຫານງານພັກກະຊວງ, ຄະນະພັກຂັ້ນຕ່າງໆ, ສະມາຊິກພັກຂັ້ນອາວຸໂສ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມທັງໝົດ 357 ສະຫາຍ, ຍິງ 65 ສະຫາຍ.
ໃນທີ່ປະຊຸມ ສະຫາຍ ລຽນ ທີແກ້ວ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ໄດ້ຂຶ້ນເຜີຍແຜ່ຄຳສັ່ງເລກທີ 01/ກມສພ, ລົງວັນທີ 01 ກຸມພາ 2017. ວ່າດ້ວຍການດຳເນີນຊີວິດການເມືອງປັບປຸງ ປົວແປງທົ່ວພັກ ປີ 2017; ເອກະສານ ເດັດດ່ຽວປັບປຸງປົວແປງທົ່ວພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ຄຳແນະນຳການສ້າງຂະບວນການແຂ່ງຂັນຍ້ອງຍໍ 3 ເນື້ອໃນ 4 ຮັບປະ ກັນ. ໃນວັນຕໍ່ມາ, ສະຫາຍ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງ ໄດ້ຂຶ້ນຜ່ານບົດສະຫຼຸບ ຕີລາຄາການຊີ້ນຳ-ນຳພາ Continue reading
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການສືກສາຄວາມເປັນໄປໄດ້ຂອງໂຄງການຊົນລະປະທານອ່າງເກັບນ້ຳ-ນ້ຳຄູ້ ເມືອງປາກະດີງ ແຂວງບໍລິຄຳໄຊ.
ໃນອາທິດທີ່ຜ່ານມານີ້ ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການສືກສາຄວາມເປັນໄປໄດ້ຂອງໂຄງການ ຊົນລະປະທານອ່າງເກັບນ້ຳ-ນ້ຳຄູ້ ເມືອງປາກກະດີງ ແຂວງ ບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມນີ້ມີທ່ານຮອງເຈົ້າແຂວງ ບໍລິຄຳໄຊ, ທ່ານຮອງຫົວໜ້າຫ້ອງການ ແລະ ຫົວໜ້າກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງ ພ້ອມພຽງ. Continue reading