ຂ່າວ

ການນຳກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍູຄະນະເຂົ້າຢ້ຽມຢາມ ທ່ານຮອງເຈົ້າແຂວງໆຫົວພັນ

IMG_1937 IMG_1939

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2016 ນີ້ ທີ່ຫ້ອງວ່າການປົກຄອງແຂວງໆ ຫົວພັນ ທ່ານ ດຣ ພວງປາຮິສັກ ປຮະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສີສູນທອນ ສິດທິມໍລະດາ ຜູ້ຊ່ວຍທ່ານຮອງນາຍົກ ຊີ້ນຳວຽກງານເສດຖະກິດ ການຜະລິດ ແລະ ຈໍລະຈອນ  ພ້ອມນີ້ຍັງມີຄະນະກົມ, ຮອງກົມ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ພົບປະ ແລະ ຢ້ຽມຢາມ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງໆ ຫົວພັນ. ຈຸດປະສົງ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຂອງພັກ ຄັ້ງທີ່ 9 ສືບຕໍ່ໃສ່ກອງປະຊຸມໃຫ່ຍຂອງພັກຄັ້ງທີ 10 ໂດຍຫັນເປັນແຜນພັດທະນາກະສິກຳ ແລະ ປ່າໄມ້ 5 ປີ ຄັ້ງທີ 8 ຂອງແຊວງຫົວພັນ ໃນນັ້ນແມ່ນໄດ້ເນັ້ນໃສ່ແຜນຜະລິດເປັນສິນຄ້າ

Continue reading

ທ່ານ ວິໄລວັນ ພົມເຂ ອາດີດການນຳກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະລົງຊຸກຍູ້ການຜະລິດລະດູແລ້ງ ແຂວງ ສະຫວັນນະເຂດ.

IMG_3221IMG_3230

ໃນວັນທີ່ 11 ມັງກອນ 2015 ທີ່ຜ່າມານີ້, ທ່ານ ວິໄລວັນ ພົມເຂ ອາດີດລັດຖະມົນດີວ່າການກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຊຸກຍູ້ ແລະ ສົ່ງເສີມການຜະລິດລະດູແລ້ງ ທີ່ແຂວງສະຫວັນນະເຂດ ກອງປະຊຸມຄັ້ງນີ້ ຍັງມີການນຳພະແນກ ກະສິກໍາ ແລະປ່າໄມ້ແຂວງ, ຫົວໜ້າຂະແໜງ ແລະ ວິຊາການເຂົ້າຮ່ວມທັງໝົດ 60 ກວ່າທ່ານ.

ໃນທີ່ປະຊຸມທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ຄາດໝາຍສູ້ຊົນ ຜະລິດເຂົ້ານາແຊງ, ນາປີ ສົກ ປີ 2014-2015 ປະມານ 1 ລ້ານໂຕນ ປະຕິບັດໄດ້ 1,016 ລ້ານໂຕນ, ລື່ນຄາດໝາຍ 16 ພັນໂຕນ. ແລະ ແຜນການຜະລິດລະແລ້ງ ປີ 2016 ນີ້ ຄາດໝາຍສູ້ຊົນໃຫ້ໄດ້ 30.000 ເຮັກຕາ ສະມັດຕະພາບສະເລຍ 5,39 ໂຕນຕໍ່ເຮັກຕາ. ປະຈຸບັນນີ້ທົ່ວແຂວງກໍາລັງຂຸ້ນຂ້ຽວກະກຽມລົງສູ່ການຜະລິດນາແຊງ ສາມາດຕົກກ້າໄດ້ 1.725 ເຮັກຕາ, ປະຈຸບັນບັກດໍາໄດ້ແລ້ວ 8.967 ເຮັກຕາ ເທົ່າກັບ 30% ຂອງແຜນການ ໃນນີ້ມີ ນາຫວ່ານ 4.549 ເຮັກຕາ, ນາຢອດ 61 ເຮັກຕາ ແລະນາດຳ 4.357 ເຮັກຕາ, ແຕ່ຍັງມີສີ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ໄພແຫ້ງແລ້ງ ຝົນຕົກໜ້ອຍກວ່າທຸກປີ, ການຕອບສະໜອງນ້ຳ, ແນວພັນ ຝຸ່ນປຸຍຕ່າງໆບໍ່ພຽງພໍ ເຮັດໃຫ້ຜົນຜະລິດບໍ່ໄດ້ຕາມຄາດໝາຍ. ເພື່ອຮັບປະກັນໃຫ້ແກ່ຜະລິດສະບຽງອາຫານ ແລະ ຜະລິດເປັນສີນຄ້າ. ຈື່ງສະເໜີໃຫ້ຟື້ນຟູ, ສ້ອມແປງ ແລະ ປ່ຽນຖ່າຍຈັກສູບນ້ຳທີ່ເປ່ເພ, ຕອບສະໜອງຝູ່ນປຸຍໃຫ້ປະຊາຊົນ, ຈັດສົ່ງພະນັກງານວິຊາການລົງຊຸກຍູ້ແນະນຳທາງດ້ານເຕັກນິກ ແລະຂັ້ນຕອນການຜະລິດ ເພື່ອຍົກຕະມັດຕະພາບເຂົ້າສູງຂື້ນ ແລະບັນລູຕາມຄາດໝາຍທີວາງໄວ້.

Continue reading

ສປປ ລາວ ເລັ່ງຂະຫຍາຍເນື້ອທີ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານ

1915835

ໃນວັນທີ 29 ທັນວາ 2015 ທີ່ຫ້ອງວ່າການລັດຖະບານໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນທັງເປັນຫົວໜ້າຄະນະຊີ້ນຳໂຄງການດັ່ງກ່າວ ເຊິ່ງມີທ່ານລັດຖະມົນຕີວ່າການ,ບັນດາລັດຖະມົນຕີຊ່ວຍວ່າການ, ກົມກອງທີ່ກ່ຽວຂ້ອງ ແລະ ຕາງໜ້າຄະນະນຳຈາກບັນດາທ້ອງຖິ່ນ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ສະຫລຸບ ແລະ ລາຍງານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດ ໂຄງການຄ້ຳປະກັນສະບຽງອາຫານ ແລະ ໂຄງການສົ່ງເສີມການຜະລິດເປັນສິນຄ້າ ໃນຕະຫຼອດໄລຍະ ເກືອບ 2 ປີທີ່ຜ່ານມາ ໂດຍສະເພາະ ການຜະລິດເຂົ້າ ແລະ ສັດ ເຊິ່ງເຫັນວ່າ ໃນປີທີ່ຜ່ານມາ ການຜະລິດເຂົ້າ ໃນ 10 ແຂວງເປົ້າໝາຍ ສູງເຖິງ 3,2 ລ້ານກວ່າໂຕນ ໃນເນື້ອທີ່ 786 ພັນເຮັກຕາ ກວມເຖິງ 85% ຂອງການຜະລິດເຂົ້າທົ່ວປະເທດ Continue reading

ກອງປະຊຸມແລກປ່ຽນ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ສສ. ຫວຽດນາມ ໃນວັນທີ 17-18 ທັນວາ 2015 ທີ່ ນະຄອນຫຼວງ ຮ່າໂນ້ຍ.

IMG-20151225-WA0007 IMG-20151225-WA0008

ໃນ​ວັນ​ທີ 17-18 ທັນວາ 2015  ທີ່ຜ່ານມານີ້ ກະຊວງກະສິກຳ ​ແລະ ປ່າ​ໄມ້ ສປປ ລາວ ນຳ​​ໂດຍ ທ່ານ ດຣ. ພວງ​ປາຣິສັກ ປຣະວົງ​ວຽງ​ຄຳ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ພ້ອມ​ດ້ວຍ ຄະນະ​ວິຊາ​ການ ທີ່​ກ່ຽວຂ້ອງ ​ໄດ້​ປະຊຸມ ​ປຶກ​ສາ​ຫາລື ​ແລກປ່ຽນ ການ​ຮ່ວມ​ມື ​ດ້ານ ກະສິກຳ, ປ່າ​ໄມ້ ​ແລະ ພັດທະນາ ຊົນ​ນະ​ບົດ ເພື່ອປຶ​ກສາ​ຫາລື ​ແລະ ຕົກລົງ ​ເປັນ​ເອກະ​ພາບ ​ໃນ​ບາງ​ປະ​ເດັນ ບັນຫາ ​ໃນ​ວຽກ ຈຸດ​ສຸມ ບຸລິມະສິດ ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ຕໍ່ໜ້າ ບົນ​ຈິດ​ໃຈ ກະກຽມ ​ເນື້ອ​ໃນ ​ເຂົ້າ​ໃນ ບົດ​ບັນທຶກ ​ກອງ​ປະຊຸມ ​ຄັ້ງ​ທີ 38 ຂອງ​ ຄະນະ​ກຳມາ​ທິການ​ ຮ່ວມ​ມື​ ສອງ​ຝ່າຍ ລະຫວ່າງ ລັດຖະບານ ສປປ ລາວ ​ກັບ ລັດຖະບານ ສສ ຫວຽດນາມ ​ແລະ ສັນຍາ​ ການ​ຮ່ວມ​ມື​ ສອງ​ຝ່າຍ ລະຫວ່າງ ລັດຖະບານ ສປປ ລາວ ​ກັບ ລັດຖະບານ ສສ ຫວຽດນາມ, ພ້ອມ​ດຽວ​ກັນ​ນັ້ນ ກອງ​ປະຊຸມ​ກໍ່​ໄດ້​ປຶກສາ​ຫາລື​ເຖີງ​ເນື້ອ​ໃນ​ ​ແລະ ​ແຜນການ​ຮ່ວມ​ມື ​ໃນ​ໄລຍະ 5 ປີ ຕໍ່ຫນ້າ (2016-2020) ຊື່​ງປະ​ເດັນ ບັນຫາ ​ແລກປ່ຽນ​ກັນ ມີ​ຕົ້ນຕໍ ດັ່ງ​ນີ້:

Continue reading

ທ່ານລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ຕອນຮັບອົງການ EU

IMG-20151219-WA0001IMG-20151219-WA0000(1)

ໃນອາທິດທີ່ຜ່ານມານີ້ ທ່ານ ດຣ ພວງປາຣີສັກ ປຣະວົງວຽງຄຳ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ຕ້ອນຮັບການເຂົ້າພົບຂອງ Mr Michel GOEFFIM ຜູ້ຕາງໜ້າສະຫະພາບເອີຣົບ  EU ເພື່ອປືກສາຫາລື ການກະກຽມການເຈລະຈາ ຮອບທຳອິດ ໃນການເຂົ້າຮ່ວມເປັນສະມາຊິກ ອົງການ ການຄ້າໄມ້ເປັນທຳ (FLEGT)  ກັບສະຫະພາບເອີຣົບ ທາງລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ປະສານງານຫຼັກ ໃນການຍື່ນຈົດໝາຍເຈດຈຳນົງຕໍ່ EUເພື່ອສະເໜີຈັດກອງປະຊຸມເຈລະຈາ ຕົກລົງການເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະມັກໃຈ, ພ້ອມດຽວກັນນີ້ ທາງລັດຖະບານລາວ ກໍ່ໄດ້ຫ້າມການສົ່ງໄມ້ທອນ ແລະ ໄມ້ຕີຕັບ ອອກຕ່າງປະເທດ ພ້ອມທັງ ແນະນຳວ່າໄມ້ຕ້ອງໄດ້ຮັບການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບພາຍໃນປະເທດກ່ອນ ຈື່ງສົ່ງອອກເພື່ອສ້າງມູນຄ່າເພີ່ມ Continue reading

ສູນທົດລອງແນວພັນພືດທີດີລາວ-ຈີນ ໄດ້ຈັດພິທີ ສະເຫຼີມສະລອງວັນຊາດທີ່ 2 ທັນວາ ຄົບຮອບ 40 ປີ.

IMG_2818 IMG_2814

ໃນວັນທີ 13 ທັນວາ 2015 ທີ່ຜ່ານມານີ້ ສູນທົດລອງແນວພັນພືດທີດີລາວ-ຈີນ ໄດ້ຈັດພິທີ ສະເຫຼີມສະລອງວັນຊາດທີ່ 2 ທັນວ່າ ຄົບຮອບ 40 ປີ ໂດຍການເຂົ້າຮ່ວມຂອງຝ່າຍລາວທ່ານ ດຣ ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ພ້ອມ້ດວຍ ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ ແລະຝ່າຍ ສປ ຈີນມີ ທ່ານ ຖາງມິນຈ້ຽນ ຮອງເຈົ້າແຂວງ ແຂວງ ກວາງຊີ ທ່ານເອກຄະລະສະທູດ ສປ ຈີນ ຜູ້ມີອຳນາດເຕັມ ປະຈຳຢູ່ ສ ປປ ລາວ, ຜູ້ອຳນວຍການວິທະຍາໄລວິຊາຊີບ ກວາງຊີພ້ອມດ້ວຍຄະນະເຂົ້າຮ່ວມຢ່າງພ້ອມພຽງ.

Continue reading

ທ່ານ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ສ. ເກົາຫຼີ

IMG_2537     ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2015, ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ  ກິມ ໂຊວັອນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາລາວ.

    ການພົບປະຢ້ຽມຢາມໃນຄັ້ງນີ້, ຈຸດປະສົງເພື່ອ ປຶກສາຫາລືກ່ຽວກັບຂົງເຂດວຽກກງານການຮ່ວມມືຂອງ 2 ປະທດ ລະຫວ່າງ ສປປ.ລາວ ກັບ ສ.ເກົາຫຼີ ເວົ້າລວມ ເວົ້າສະເພາະແມ່ນ ການຮ່ວມມືໃນວຽກງານກະສິກຳ ແລະປ່າໄມ້ ໂດຍສະເພາະແມ່ນ ການປຶກສາຫາລືກ່ຽວກັບຄວາມຄືບໜ້າຂອງໂຄງການ ເຊມາ-ອຸດົງ ຊື່ງເປັນໂຄງການພັດທະນາພັດທະນາກະສິກຳ ຕາມບົດຮຽນທິດສະດີ ແລະພຶດຕິກຳ ທີ່ປະສົບຜົນສຳເລັດຂອງ ສ.ເກົາຫຼີໂດຍໂຄງການດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດຢູ່ ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ ຂອງ ສປປ ລາວ ຊື່ງຄາດວ່າກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນໃນກາງດືອນທັນວາ ປີ 2015 ນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ພະນະທ່ານ ວັງ ກຽວອັນ ນາຍົກລັດຖະມົນຕີ ແຫ່ງ ສ.ເກົາຫຼີ. ສະນັ້ນ, ທ່ານຈຶ່ງໄດ້ຖືໂອກາດນີ້ ເຊື້ອເຊີນ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກໍາ ແລະປ່າໄມ້ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ຕ້ອນຮັບແຂກທະຫານຫວຽດນາມ ເຂດ 2

IMG_1616IMG_1620

ໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ຮອງຫົວໜ້າ ກອງບັນຊາການທະຫານຫວຽດນາມ ເຂດ 2 ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກກະຊວງກະສິກຳ ແລະປ່າໄມ້.

ຈຸດປະສົງການເຂົ້າຢ້ຽມຢາມໃນຄັ້ງນີ້, ແມ່ນເພື່ອສະແດງຄວາມຍິນດີຕໍ່ການຮັບຕໍາແໜ່ງໃໝ່ຂອງທ່ານ ດຣ. ເພັດ ພົມພີພັກລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ແລະເພື່ອພົບປະໂອ້ລົມກ່ຽວກັບໂຄງການກໍ່ສ້າງຊົນລະປະທານ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ ແລະໃນໂອກາດນີ້ ສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 40 ປີ ຂອງ ສປປ ລາວ. ໃນຕອນທ້າຍ ທ່ານ ດຣ. ເພັດ ພົມພີພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ໄດ້ກ່າວຄວາມຊົມເຊີຍ ແລະຂອບໃຈຕໍ່ກັບສະຫາຍ ພົນຈັດຕະວາ ໂງ ວັນຮຸ່ງ ຮອງຫົວໜ້າ ກອງບັນຊາການທະຫານຫວຽດນາມ ເຂດ 2 ທີ່ເຂົ້າຢ້ຽມຢາມໃນຄັ້ງນີ້, ພ້ອມທັງໃຫ້ສືບຕໍ່ສາຍພົວພັນລະຫວ່າງ 2 ປະເທດອ້າຍນ້ອງ ແລະ ການຮ່ວມມືກັນເວົ້າລວມ, ເວົ້າສະເພາະແມ່ນດ້ານຂະແໜງກະສິກຳ ແລະປ່າໄມ້ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ລັດຖະມົນຕີຊ່ວຍ ຕ້ອນຮັບແຂກ ບໍລິສັດ ຫູນານຊິນຈຸງອ້າວ ສປຈີນ

IMG_1646IMG_1637 ໃນທ້າຍອາທິດທີ່ຜ່ານມາ, ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ ລັດຖະມົນຊ່ວຍວ່າການ ກະຊວງກະສິກຳ ແລະປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂອງຄະນະຜູແທນ ບໍລິສັດ ຫູນານຊິນຈຸງອ້າວ ການລົງທຶນຈໍາກັດ ສປຈີນ. ນໍາໂດຍທ່ານ ເຜິງ ຈີຫົງ ປະທານບໍລິສັດຫູນານຊິນຈຸງອ້າວ ການລົງທຶນຈໍາກັດ ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ. Continue reading

ກ້ອນກໍາລັງຂະແຫນງການກະສິກໍາ ແລະ ປ່າໄມ້ ໃນພິທີສະເຫຼີມສະຫຼອງ ວັນຊາດ 2 ທັນວາ 2015 ຄົບຮອບ 40 ປີ

1 12342781_10201031969596697_3823312693397040351_n

ຂະແໜງກະສິກຳ ແລະ ປ່າໄມ້ ແມ່ນຂະແໜງການໜື່ງທີ່ສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ 40 ປີທີ່ຜ່ານມາໄດ້ເຮັດໃຫ້ອັດຕາສ່ວນການຂະຫຍາຍຕົວດ້ານກະສິກຳ ແລະ ປ່າໄມ້ 2,8 ຫາ 3,1% ຕໍ່ປີ ກວມເອົາອັດຕາສ່ວນຂອງ GDP  ລວມທົວປະເທດ 24% ບັນລຸຕາມແຜນການ ອັນໄດ້ປະກອບສ່ວນເຂົ້າໃນອັດຕາສ່ວນການຂະຫຍາຍຕົວຂອງ GDP ລວມທົວປະເທດ ເພີ່ມຂື້ນບໍ່ຫຼຸດ 8% ຕໍ່ປີ ອັນພົ້ນເດັ່ນແມ່ນໃນປີ 2015 ນີ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ໄດ້ມອບໃບຢັ້ງຢືນຢ່າງສົມກຽດໃຫ້ແກ້ ສປປ ລາວ ທີ່ໄດ້ບັນລຸຕາມຄາດໝາຍສະຫັດສະຫວັດທີ 01 ໃນການຫຼຸດຜ່ອນການຂາດແຄນດ້ານສະບຽງອາຫານ ແລະ ແກ້ໄຂຄວາມທຸກຍາກຈາກ 42% ໃນປີ 1990 ມາເປັນ 18% ໃນປີ Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ