ສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ເຄື່ອນໄຫວແລກປ່ຽນບົດຮຽນ ກັບສະຫະພັນແມ່ຍິງພະແນກກະສິກຳ ແລະ ປ່າໄມ້ແຂວງ ອັດຕະປຶ

IMG_0644 IMG_0658

            ເພື່ອສ້າງ​ຂະ​ບວນການ​ຂໍ່ານັບ​ຮັບ​ຕ້ອນ​ ວັນສ້າງຕັ້ງສະຫະພັນ​ແມ່ຍິງລາວ ຄົບຮອບ 62 ປີ (20 ກໍລະກົດ 1955 – 20 ກໍລະ ກົດ 2017) ໃຫ້​ເປັນ​ຂະ​ບວນຟົດຟື້ນ. ​ໃນ​ລະຫວ່າງ​ວັນ​ທີ 20-23 ກໍລະກົດ 2017 ທ່ານ ນ. ບຸນທຽນ ວົງ​ໄກສອນ ປະທານ​ສະຫະພັນ​ແມ່ຍິງ​ກະຊວງກະສິກຳ ​ແລະ ປ່າ​ໄມ້ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ​ແລກປ່ຽນບົດ​ຮຽນ ກັບ​ສະຫະພັນ​ແມ່ຍິງ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ ອັດ​ຕະປື ​ໃຫ້ການຕ້ອນຮັບ​ໂດຍ​ທ່ານ ນ. ວິ​ໄລ​ພອນ ວໍລະ​ພິມ ຫົວໜ້າພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ ອັດ​ຕະປື.

​            ໃນ​ການ​ລົງ​ໄປ​ເຄື່ອນ​ໄຫວ​ແລກປ່ຽບົດຮຽນ​ໃນ​ຄັ້ງນີ້​ສະຫະພັນ​ແມ່ຍິງ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ແກ່​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ ອັດ​ຕະປື ​ເຊິ່ງປະກອບ​ມີ: ປຶ້ມ​ແບບຮຽນ, ປຶ້ມຂຽນ, ປຶ້ມ​ເຕັກນິກ​ກະສິກຳ ​ແລະ ປ່າ​ໄມ້, ປຶ້ມກົດໝາຍ, ​ເຄື່ອງນຸ່ງ​ຫົ່ມ ​​ເພື່ອ​ປະກອບສ່ວນ​ຊ່ວຍ​ເຫຼືອສັງຄົມ​ໂດຍ​ສິ່ງ​ຂອງ​ເຫຼົ່ານີ້ ທາງ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​ ອັດ​ຕະປື ຈະ​ນຳ​ໄປ​ມອບ​ໃຫ້​ບັນດາ​ໂຮງຮຽນ ​ແລະ ປະຊາຊົນ​ທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ. ພ້ອມ​ດຽວກັນນີ້ຍັງ​ໄດ້​ລົງ​ຢ້ຽມ ຢາມສວນ​ປູກຢາງພາລາ ​ແລະ  ໝາກ​ໄມ້​ສົ່ງ​ອອກ​ຂອງ​ບໍລິສັດ​ຮວ່າງ​​ແອ​ງຍາ​ລາຍ ​ເຊິ່ງທາງ​ບໍລິສັດ​ໄດ້​ປູກໝາກມັງກອນ, ໝາກກ້ຽງ​ໃຫຍ່, ໝາກນອດ, ໝາກກ້ວຍ ​ແລະ ອື່ນໆ. ​ຊຶ່ງສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ ປະມານ 10.000 ກວ່າ​ຄົນ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶ້ນ.

ຂຽນ​ໂດຍ: ​ເຂັມ​ມະ​ໄລ ສົນ​ດາ​ວັນ.

                                                                             ກວດ​ແກ້: ປ້ອມ ພັນທະ​ວົງ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ