ລັດຖະມົນຕີກະຊວງກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ຕ້ອນຮັບຄະນະຜູ້ແທນຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຣາຊະອານາຈັກ ໄທ.

IMG_0492 IMG_0493

          ໃນຕອນບ່າຍຂອງວັນ​ທີ່ 19 ກໍລະກົດ ທີ່​ຜ່ານ​ມາ ທີ່​ຫ້​ອງປະຊຸມ ຫ້ອງການກະຊວງ​ກະສິກຳ ​ແລ​ະ ປ່າ​ໄມ້ ​ຄະນະ ຜູ້​ແທນ ຈາກກະຊວງ​ຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ຣາຊະ​ອານາຈັກ​ໄທ ນຳ​ໂດຍ ທ່ານ ພົນ​ເອກ ສຸລະ​ສັກ ການຈະນລັດ ລັດຖະມົນຕີ​ກະຊວງ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ພ້ອມ​ດ້ວຍ​ຄະນະ ໄດ້​ເຂົ້າ​ຢ້ຽມ​ຢາມ​ພົບ​ປະ ທ່ານ ປະລິນຍາ​ເອກ ລຽນ ທີ​ແກ້ວ ລັດຖະມົນຕີ​ກະຊວງ​ກະ​ສິກຳ ​ແລະ ປ່າ​ໄມ້ ​ສປປ ລາວ.

          ເນື່ອງ​ໃນ​ວັນ​ທີ່ 13 ກໍລະກົດ ທີ່​ຜ່ານ​ມາ​ເປັນວັນ ປ່ອຍ​ປາ ​ແລະ ອະນຸລັກສັດ​ນ້ຳ-ສັດ​ປ່າ​ແຫ່ງ​ຊາດ ຄະນະ​ຜູ້​ແທນ​ ຣາຊະ​ອານາຈັກ​ໄທ ​ຈຶ່ງ​ຖື​ວາລະ​ດັ່ງ​ກ່າວ​ ເພື່ອ​​ປຶກສາ​ຫາລື ພ້ອມ​ທັງ​ເປັນ​ການ​ແລ​ກປ່ຽນ ຂໍ້​ມູນ​ທາງ​ດ້ານ ວຽກ​ງານ​ຄຸ້ມຄອງຊັບພະຍາກອນ​ທຳ​ມະ​ຊາດ​ ​ເປັນ​ຕົ້ນ​ແມ່ນຊັບພະຍາກອນ​ປ່າ​ໄມ້, ສັດ​ນ້ຳ-ສັດປ່າ. ​ໃນຕອນ​ທ້າຍ ທັງ​ສອງ​ຝ່າຍ​ເຫັນ​ດີ ຈະ​ມີ​ແຜນ​ຮ່ວມ​ກັນ​ໃນ​ການ​ແລ​ກປ່ຽນຄວາມ​ຮູ້, ​ທັດສະນະສຶກສາ ​ແລະ ​ຈັດ​ຊຸດ​ຝຶກ​ອົບທາງ​ດ້ານ​ວິຊາ​ການ​ ລະຫວ່າງ ສອງກະຊວງ ​ເພື່ອ​ພັດທະ​ນາ​ວຽກ​ງານ​ໃນ​ຂະ​ແໜງ​ການ​ຂອງ​ຕົນ​ໃນ​ຂັ້ນ​ຕໍ່​ໄປ.

ຂຽນຂ່າວໂດຍ:​ ລຳ​ເງິນ ສາຍ​ປະດິດ

ກວດແກ້ ໂດຍ: ທ່ານ ​​​ເຂັມ​ພອນ ທິພົມມະຈັນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ