ຂ່າວ
ແຂວງຄຳມ່ວນ ຈັດພິທີເປີດປະຕູນ້ຳຊົນລະປະທານປ່ອງທີ 3 ຮັບໃຊ້ການຜະລິດກະສິກຳ
ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົດເອົາວັນທີ 3 ພະຈິກຂອງທຸກໆປີເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ແຂວງຄຳມ່ວນໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018 ໃນວັນທີ 15 ພະຈິກ 2017 ທີ່ບ້ານຍົມມະລາດໃຕ້ ເມືອງຍົມມະລາດແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້.ທ່ານຮອງເຈົ້າແຂວງແຂວງ ຄຳ ມ່ວນ, ທ່ານເຈົ້າເມືອງ ຍົມ ມະລາດ ແລະ ບັນດາພາກສ່ວນທີ່ກຽ່ວຂອ້ງ ພ້ອມດ້ວຍອຳນາດການປົກຄອງບ້ານດັ່ງກາວ ເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ກອງປະຊຸມສະໄໝສາມັນຄັ້ງທີ XV ຂອງສະພາບໍລິຫານອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2
ເພື່ອໃຫ້ວຽກງານການຄຸ້ມຄອງບໍລິຫານຈັດການອ່າງນ້ຳເທີນ 2 ໃຫ້ມີຄວາມຢືນຍົງ. ໃນວັນທີ 15 ພະຈີກ ຜ່ານມາສະພາບໍລິຫານອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ XV ຂຶ້ນໂດຍການເປັນປະທານຂອງ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຫົວໜ້າສະພາບໍລິຫານອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ນອກນັ້ນຍັງມີ ບັນດາທ່ານ ຮອງປະທານ, ຄະນະສະພາບໍລິຫານ ແລະ ຫົວໜ້າກອງເລຂາອົງການຄຸ້ມຄອງແລະ ປົກປັກຮັກສາແຫຼ່ງນ້ຳເທີນ 2 ເຂົ້າຮ່ວມ. Continue reading
ທະນະຄານພັດທະນາອາຊີ ສະໜອງທືນຊ່ວຍເຫຼືອລ້າເພື່ອປັບປຸງລະບົບຄຸ້ມຄອງ ດ້ານສຸຂະນາໄມແລະ ສຸຂະນະໄມພືດ
ໃນວັນທີ 13 ພະຈີກ 2017 ທີ່ ກະຊວງການເງີນ ໄດ້ມີພິທີເຊັນ ສັນຍາຊ່ວຍເຫຼືອລ້າເພີ່ມເຕີມ ຈຳນນວນ 10 ລ້ານໂດລາສະຫະລັດ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ທະນະຄານພັດທະນາອາຊີ ໂດຍການເຂົ້າຮ່ວມຂອງທ່ານ ປອ. ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າເຊັນສັນລະຫວ່າງຝ່າຍລາວໂດຍແມ່ນ ທ່ານ ນ.ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງີນ ຝ່າຍທະນະຄານພັດທະນາອາຊີ ນຳໂດຍທ່ານ ຢາຊູຊິ ນິກິຊິ ຫົວໜ້າຫ້ອງການຜູ້ຕາງໜ້າ ທະນະຄານພັດທະນາອາຊີປະຈຳ ສປປ ລາວ. Continue reading
ພິທີເຊັນສັນຍາ ໂຄງການຮ່ວມມືສ້າງສູນຄົ້ນຄວ້າ, ວິໄຈຢາງພາລາລາວ
ເພື່ອປະຕິບັດນະໂຍບາຍລວມຂອງລັດຖະບານ ໃນການຍາດແຍ່ງການຊ່ວຍເຫຼືອ, ການຮ່ວມມືທາງດ້ານເຕັກນິກວິຊາການເພື່ອພັດທະນາວຽກງານຢາງພາລາລາວ.ໃນອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ສປປ ລາວ ແລະ ກຸ່ມບໍລິສັດພັດທະນາກະສິກໍາຢູນນານ ຈໍາກັດ ສປ.ຈີນ ໄດ້ມີພິທີເຊັນສັນຍາ ໂຄງການຮ່ວມມືສ້າງສູນຄົ້ນຄວ້າ, ວິໄຈຢາງພາລາລາວ ຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້, ທ່ານ ລີ ສື່ຈຸ່ນ ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດພັດທະນາກະສິກໍາຢູນນານ ຈໍາກັດ. ມີບັນດາຫົວໜ້າກົມ-ຮອງກົມ, ສະຖາບັນ, ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ. ສົມບູນ ໄຊຍະວົງ ຮອງຫົວໜ້າສູນຄົ້ນຄວ້າວິທະຍາສາດປ່າໄມ້(ນໍ້າຊ່ວງ) Continue reading
ພິທີສັກຢາກັນພະຍາດສັດ ແຫ່ງຊາດ 11 ພະຈິກ 2017
ໃນວັນທີ 10 ພະຈິກ ທີ່ຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສົບທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ ໄດ້ຈັດພິທີ ສັກຢາກັນພະຍາດສັດແຫ່ງຊາດຂື້ນ ໂດຍການເຂົ້າຮ່ວມຂອງ ທ່ານ ລຽນ ທີແກ້ວ ລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້, ພ້ອມນີ້ ມີຜູ້ຕາງໜ້າຈາກສະພານະຄອນຫຼວງ, ທ່ານ ເຈົ້າເມືອງ, ຫົວໜ້າກົມ, ຮອງກົມ, ຫ້ອງການ ພະແນກການທີ່ກ່ຽວຂ້ອງ, ນ້ອງນ້ອຍນັກຮຽນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ, ຕາມການລາຍງານຂອງ ທ່ານ ປອ ຫຼ້າສາຍ ນວນທາສີງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ ໃຫ້ຮູ້ວ່າ: ການພັດທະນາການລ້ຽງສັດ ຍັງພົບເຫັນຫຼາຍບັນຫາ ແລະ ສີງທ້າທາຍ ໃນຫຼາຍດ້ານ ເປັນຕົ້ນການເກີດລະບາດພະຍາດສັດຕາມລະດູການ, ຜ່ານມາສະພາບການລ້ຽງສັດຂອງປະຊາຊົນ ແມ່ນ Continue reading
ທ່ານຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້ເຂົ້າຮ່ວມພິທີເປີດນໍ້າຊົນລະປະທານ ແລະ ການຜະລິດລະູດູແລ້ງ
ເພື່ອປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ກຳນົດໜ້າທີ່ ແລະ ວຽກງານຈຸດສຸມສໍາລັບວຽກງານການພັດທະນາກະສິກຳ ແລະ ປ່າໄມ້ ໄປສູ່ກະສິກຳແບບປະສົມປະສານ, ຕິດພັນກັບກຳລັງແຮງຂອງກົນໄກການຕະຫຼາດຫັັນເປັນອຸດສາຫະກຳທີ່ທັນສະໄໝ, ຕິດພັນກັບການຂະຫຍາຍຕົວຂອງຊຸມຊົນ ແລະ ການສ້າງເປັນຕົວເມືອງນ້ອຍໃນຊົນນະບົດ, ນຳໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນບວກກັບການລົງທຶນທັງພາຍໃນແລະຕ່າງປະເທດ,ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ກໍ່ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊົນລະປະທານທີ່ໄດ້ກຳນົດເອົາວັນທີ 3 ພະຈິກ ຂອງທຸກໆປີໃຫ້ເປັນວັນຊົນລະປະທານແຫ່ງຊາດ. ສະນັ້ນ, ໃນວັນທີ 15 ພະຈິກ 2017 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພະລານໄຊ ຮ່ວມກັບກຸ່ມຊາວນາໂຄງການພະນົມໄຊ ກໍ່ຄືປະຊາຊົນເມືອງພະລານໄຊ ໄດ້ຈັດພິທີເປີດນຳໃຊ້ນໍ້າຊົນລະປະທານ ສຳລັບການຜະລິດລະດູແລ້ງຢູ່ທີ່ບ້ານພະນົມໄຊ, ເມືອງພະລານໄຊ, ແຂວງ ສະຫວັນນະເຂດ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຂວາງ ຄຳບຸນເຮືອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ພ້ອມທັງເປັນຮອງ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານເຈົ້າເມືອງໆພະລານໄຊ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ລົງຊຸກຍູ້ຕິດຕາມການແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານ ຄຳປ່າແໜ ແລະ ບ້ານ ປ່າກ້ວຍ.
ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3817/ກປ, ລົງວັນທີ 17 ສິງຫາ 2017. ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ໂຄງການຜະລິດກະສິກຳເພື່ອແກ້ໄຂຄວາມທຸກຍາກ ຢູ່ບ້ານຄຳປ່າແໜ ແລະ ບ້ານ ປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ ແລະ ເພື່ອເປັນການຊຸກຍູ້ຕິດຕາມຄວາມຄືບໜ້າຂອງໂຄງການໃນແຕ່ລະໄລຍະ. ສະນັ້ນ, ໃນວັນທີ 14 ພະຈິກ 2017 ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງຊຸກຍູ້ຕິດຕາມການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ. ປະຊາຊົນໃນບ້ານສ່ວນຫຼາຍແມ່ນເປັນຊົນເຜົ່າກະຕາງ, ຖືສາສະໜາພຸດ, ເຮັດນາປູກເຂົ້າເປັນອາຊີບ ແລະ ຖືເອົາການປູກຝັງ ແລະ ລ້ຽງສັດເປັນອາຊີບສຳຮອງ. ໃນໄລຍະຜ່ານມາຍ້ອນຄວາມທຸກຍາກຂາດເຂີນ, ຂາດເຂົ້າກິນ, ຂາດເຂີນທາງດ້ານເສດຖະກິດ, ບໍ່ມີເນື້ອທີ່ນາທຳການຜະລິດ, ເຮັດນາບໍ່ກຸ້ມກິນຈຶ່ງມີຄອບຄົວຈຳນວນໜຶ່ງມີແນວຄິດເອື່ອຍອີງສັງຄົມ (ຂໍເປັນອາຊີບ).
ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານ ສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018
ເພື່ອເປັນການຮັບປະກັນການສະໜອງນໍ້າໃຫ້ພຽງພໍ, ມີປະສິດທິພາບ ແລະ ທ່ວງທັນກັບລະດູການຜະລິດ. ອີງຕາມກົດໝາຍຊົນລະປະທານສະບັບເລກທີ 261/ສພຊ, ລົງວັນທີ 14 ທັນວາ 2012, ເຊີ່ງກຳນົເອົາວັນ 3 ພະຈິກເປັນວັນຊົນລະປະທານແຫ່ງຊາດ, ພະແນກກະສິກຳແລະປ່າໄມ້ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ປ່ອຍນ້ຳຊົນລະປະທານສະໜອງໃຫ້ແກ່ເນື້ອທີ່ການຜະລິດລະດູແລ້ງ ສົກປີ 2017-2018 ໃນວັນທີ 9 ພະຈິກ 2017 ທີ່ສະຖານີດົງໂພສີ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານປອ. ສິນລະວົງ ຄຸດໄພທູນເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້. ບັນດາຫົວໜ້າ ຮອງຫົວໜ້າກົມ, ເຈົ້າເມືອງ ຮອງເຈົ້າເມືອງ, ຫົວໜ້າ ຮອງຫົວໜ້າພະແນກພ້ອມດ້ວຍພະນັກງານວິຊາການຕະຫຼອດຮອດປະຊາຊົນອ້ອມຂ້າງບ້ານດົງໂພສີ ເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ສະເຫຼີມສະຫຼອງ ການສ້າງຕັ້ງ ສະຫະກອນ ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຄົບຮອບ 10 ປີ.
ເພື່ອສະເຫຼີມສະຫຼອງຜົນສຳເລັດທີ່ຍາດມາໄດ້ ໃນການສ້າງຕັ້ງ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຄົບຮອບ 10 ປີ, ດັ່ງທີ່ຮູ້ນຳກັນແລ້ວວ່າ: ກາເຟ ເປັນພືດເສດຖະກິດໜຶ່ງ ທີ່ຕິດພັນກັບມູນເຊື້ອຂອງຊາວສວນມາແຕ່ດົນນານ ໂດຍສະເພາະແມ່ນເຂດພູພຽງບໍລະເວນ. ນັບແຕ່ມື້ສ້າງຕັ້ງ ສປປ ລາວ ເປັນຕົ້ນມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ວຽກງານຊຸກຍູ້ສົ່ງເສີມກາເຟລາວ.
ດັ່ງນັ້ນ, ໃນວັນທີ 27 ຕຸລາ 2017 ຜ່ານມາ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ໄດ້ຈັດພິທີສະເຫຼີມສະຫຼອງ ການສ້າງຕັ້ງສະຫະກອນ ຄົບຮອບ 10 ປີ ໂດຍການເຂົ້າຮ່ວມ ຂອງທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະ ມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຮອງເຈົ້າແຂວງ ແຂວງ ຈຳປາສັກ, ເຊກອງ, ສາລະວັນ ພ້ອມນີ້ມີຫ້ອງການ, ບັນດາກົມ, ພະແນກການທີ່ກ້ຽວຂ້ອງ, ກຸ່ມບໍລິສັດ ແລະ ຊາວສ່ວນເຂົ້າຮ່ວມ ຢ່າງພ້ອມພຽງ. Continue reading
ພີທີເປີດນຳໃຊ້ໂຮງຮຽນປະຖົມສົມບູນ ບ້ານ ໜອງກາ ເມືອງ ປາກຊ່ອງ ແຂວງ ຈຳປາສັກ.
ໃນອາທິດທີ່ຜ່ານມານີ້ ທ່ານ ພວງປາຣີສັກ ປະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພີທີເປີດນຳໃຊ້ ໂຮງຮຽນປະຖົມບ້ານໜອງກາ ຊື່ງປະກອນມີ ຈຳນວນ 5 ຫ້ອງຮຽນ ນັບແຕ່ ປໍ1-ປໍ5 ມີໂຕະ, ຕັ້ງ, ແລະ ອຸປະກອນການຮຽນການສອນຄົບຊຸດ ສາມາດຮັບນັກຮຽນໄດ້ທັງໝົດ 150 ກວ່າຄົນ, ລວມມູນຄ່າການກໍ່ສ້າງທັງໝົດ 3 ຮ້ອຍລ້ານກວ່າກີບ ພ້ອມດຽວກັນນີ້ກໍ່ໄດ້ລົງຢ້ຽມຢາມສຸກສາລາ ຢູ່ບ້ານ ໃໝ່ໄຊສົມບູນ ຊື່ງສ້າງຕັ້ງສຳເລັດໃນປີ 2015 ມີເຮືອນ 2 ຫຼັງ ແລະ ອຸປະກອນການແພດຄົບຊຸດລວມມູນຄ້າທັງໝົດ 600 ກວ່າລ້ານກີບ ແລະ ໃນເວລາຕໍ່ມາໄດ້ລົງຢ້ຽມຢາມ ກຸ່ມຜູ້ຜະລິດກາເຟຄຸນນະພາບ ຊື່ງກຸ່ມດັ່ງກ່າວສ້າງຕັ້ງຂື້ນໃນປີ 2007 ມີສະມາຊີກກຸ່ມທັງໝົດ 42 ຄອບຄົວ, ມີໂຮງອີ້ວຄົບວົງຈອນ 1 ຫຼັງ, ມີລານຕາກກາເຟ ຈຳນວນ 63 ຫຼັງ, ສາມາດຂາຍກາເຟໝາກສ້ອມໄດ້ທັງໝົດ 700 ກວ່າໂຕນ ສ້າງລາຍຮັບໃຫ້ສະມາຊີກຄອບຄົວໜື່ງບໍ່ຫຼຸດ 70 ລ້ານກີບຕໍ່ປີ. Continue reading