ທ່ານຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້ເຂົ້າຮ່ວມພິທີເປີດນໍ້າຊົນລະປະທານ ແລະ ການຜະລິດລະູດູແລ້ງ
ເພື່ອປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ກຳນົດໜ້າທີ່ ແລະ ວຽກງານຈຸດສຸມສໍາລັບວຽກງານການພັດທະນາກະສິກຳ ແລະ ປ່າໄມ້ ໄປສູ່ກະສິກຳແບບປະສົມປະສານ, ຕິດພັນກັບກຳລັງແຮງຂອງກົນໄກການຕະຫຼາດຫັັນເປັນອຸດສາຫະກຳທີ່ທັນສະໄໝ, ຕິດພັນກັບການຂະຫຍາຍຕົວຂອງຊຸມຊົນ ແລະ ການສ້າງເປັນຕົວເມືອງນ້ອຍໃນຊົນນະບົດ, ນຳໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນບວກກັບການລົງທຶນທັງພາຍໃນແລະຕ່າງປະເທດ,ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ກໍ່ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊົນລະປະທານທີ່ໄດ້ກຳນົດເອົາວັນທີ 3 ພະຈິກ ຂອງທຸກໆປີໃຫ້ເປັນວັນຊົນລະປະທານແຫ່ງຊາດ. ສະນັ້ນ, ໃນວັນທີ 15 ພະຈິກ 2017 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພະລານໄຊ ຮ່ວມກັບກຸ່ມຊາວນາໂຄງການພະນົມໄຊ ກໍ່ຄືປະຊາຊົນເມືອງພະລານໄຊ ໄດ້ຈັດພິທີເປີດນຳໃຊ້ນໍ້າຊົນລະປະທານ ສຳລັບການຜະລິດລະດູແລ້ງຢູ່ທີ່ບ້ານພະນົມໄຊ, ເມືອງພະລານໄຊ, ແຂວງ ສະຫວັນນະເຂດ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຂວາງ ຄຳບຸນເຮືອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ພ້ອມທັງເປັນຮອງ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານເຈົ້າເມືອງໆພະລານໄຊ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການຊົນລະປະທານຈັກສູບນໍ້າບ້ານພະນົມໄຊ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ 10 ປີ 1998 (ໄລຍະເລັ່ງລັດ) ໃນໄລຍະນັ້ນພາກສ່ວນລັດແມ່ນໄດ້ຕິດຕັ້ງລະບົບຫົວງານ, ສ່ວນລະບົບຄອງເໝືອງແມ່ນປະຊາຊົນຂຸດເອົາເອງ ຈຶ່ງມີຄວາມຫຍຸ້ງຍາກໃນການແຈກຢາຍນໍ້າ ແລະ ຕົ້ນທຶນການຜະລິດກໍ່ສູງ. ມາຮອດປີ 2016 ທາງພັກລັດກໍ່ຄືກົມຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ຟື້ນຟູ-ປັບປຸງລະບົບຫົວງານ ແລະຄອງເໝືອງຄືນໃໝ່ໄປຕາມທິດຫັນເປັນທັນສະໄໝເທື່ອລະກ້າວ ໂດຍໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB) ໂດຍແມ່ນບໍລິສັດໜູຄໍາກໍ່ສ້າງ ແລະ ບໍລິສັດໄຊຍະເສນກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າ1.400.000 ໂດລາສະຫະລັດ ແລະ ໄດ້ສໍາເລັດການກໍ່ສ້າງໃນເດືອນພຶດສະພາ ປີ 2017. ເຊິ່ງມີຈັກສູບນໍ້າ 3 ເຄື່ອງ ຂະໜາດ 75 ກິໂລວັດ, ມີຄອງສົ່ງນໍ້າ 11 ເສັ້ນ ເຮັດດ້ວຍເບຕົງເສີມເຫຼັກ ມີຄວາມ ຍາວ 7,6 ກິໂລແມັດ, ຄອງເໝືອງຍາວ 6,5 ກິໂລແມັດ, ຄອງລະບາຍນໍ້າຍາວ 3 ກິໂລແມັດ, ສາມາດຫົດເນື້ອທີ່ການຜະລິດໄດ້ 250 ເຮັກຕາ . ຫຼັງຈາກນັ້ນ, ທ່ານສະ ມາຊິກສະພາແຫ່ງຊາດເຂດເລືອກຕັ້ງ 13 ກໍ່ໄດ້ລັ່ນຄ້ອງ 9 ບາດ ແລະ ໄດ້ຕັດແຖບຜ້າເພື່ອເປັນສິລິມຸງຄຸນ. ພາຍຫຼັງສຳເລັດພິທີເປີດນໍ້າຊົນລະປະທານແລ້ວ ກໍ່ໄດ້ສັກຢາວັກຊິນກັນພະຍາດສັດເຊັ່ນ: ອະຫິວາ ແລະ ນິວຄັດເຊິນ ໃຫ້ແກ່ສັດລ້ຽງ ແລະ ກໍ່ໄດ້ໄປເບິ່ງການສາທິດເຕັກນິກການປູກເຂົ້າແບບປະຫຍັດຕົ້ນທຶນເຊັ່ນ: ການປູກເຂົ້າແບບນາຢອດແຫ້ງ, ຢອດປຽກ, ນາຫວ່ານຫຼືພົ່ນແບບໃຊ້ເຄື່ອງຈັກ.
ຂຽນໂດຍ: ເຂັມມະໄລສົນດາວັນ
ກວດແກ້:ທ່ານ ນ. ປ້ອມ ພັນທະວົງ