ຂ່າວ

ກອງປະຊຸມສະພາບໍລິຫານງານ-ຄັງແຮເຂົ້າ-ສຸກເສີນອາຊຽນ+3 ຄັ້ງທີ 6

Group Photo

ເພື່ອເປັນການສັງເກດ ແລະ ສະຫຼຸບຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຄັງແຮເຂົ້າ-ສຸກເສີນອາຊຽນ+3. ໃນລະຫວ່າງວັນທີ 13-14 ມີນາ 2018 ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສະພາບໍລິຫານງານ-ຄັງແຮເຂົ້າ-ສຸກເສີນອາຊຽນ+3 ຄັ້ງທີ 6 ຂຶ້ນທີ່ຫ້ອງປະຊຸມໂຮງແຮມ ລາວພຼາຊາ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ເຂົ້າຮ່ວມໃນຄັ້ງນີ້ມີ ບັນດາປະເທດ ສະມາຊິກອາຊຽນ ແລະ ອາຊຽນ+3  ຊຶ່ງເປັນປະເທດທີ່ໃຫ້ທຶນ ປະກອບມີ: ສປ.ຈີນ, ສ.ເກົາຫຼີ ແລະຍີ່ປຸນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມໃນຄັ້ງນີ້, ເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະໜຶ່ງປີຜ່ານມາ ແລະ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຂອງວຽກງານດັ່ງກ່າວ. ໃນທີ່ປະຊຸມ ຍັງໄດ້ຮັບຟັງການລາຍງານສະພາບການແຈກຢາຍເຂົ້າ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ຜົນກະທົບຈາກໄພພິບັດທາງທໍາມະຊາດໃນປີ 2017 ຜ່ານມາ. ສໍາລັບ ສປປລາວ ແມ່ນໄດ້ຮັບເຂົ້າຊ່ວຍເຫຼືອຈາກຄັງແຮເຂົ້າສຸກເສີນ ອາຊຽນ+3 ຈໍານວນ 225 ໂຕນ ຊື່ງເປັນການປະກອບສ່ວນຂອງປະຊາຊົນ ແລະລັດຖະບານຍີ່ປຸນ. ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ບັນດາຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ຕໍ່ບົດລາຍງານ ພ້ອມທັງ, ວາງທິດທາງແຜນການ ໃນຕໍ່ໜ້ານໍາອີກ. ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາ 2 ວັນເຕັມຈຶ່ງສໍາເລັດລົງ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາຂ່າວສານກະສິກຳ ແລະ ປ່າໄມ້

ກອງປະຊຸມວິຊາການ ກ່ຽວກັບການປ້ອງກັນ ແລະກໍາຈັດ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ປະຈໍາປີ 2017

IMG_6160

ໃນທ້າຍອາທິດຜ່ານມາ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມວິຊາການ ກ່ຽວກັບການປ້ອງກັນ ແລະກໍາຈັດ ການລະບາດ ຂອງຕັກແຕນຝຸງໄມ້ປ່ອງ ປະຈໍາປີ 2017 ຂຶ້ນທີ່ ສະໂມສອນກະຊວງ. ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ເຂົ້າຮ່ວມມີ ທ່ານ ຮອງເຈົ້າແຂວງ, ຮອງເຈົ້າເມືອງ ຈາກ 5 ແຂວງພາກເໝືອ, ຫົົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງຫົວໜ້າກົມ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ໄດ້ຂຶ້ນຜ່ານບົດສະຫຼຸບ ເພື່ອຕີລາຄາຄືນ ຈຸດດີ, ຈຸດອ່ອນ,​ຂໍ້ຄົງຄ້າງ ແລະບາງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໃນປີ 2017 ຜ່ານມາ. ແລະພ້ອມດຽວກັນນີ້, ໃນທີ່ປະຊຸມຍັງຈະໄດ້ກໍານົດແຜນການ ແລະໜ້າວຽກຈຸດສຸມ ປະຈໍາປີ 2018 ເພື່ອເປັນບ່ອນອີງ ໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ວຽກງານປ້ອງກັນ ແລະກໍາຈັດ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ຢູ່ໃນແຕ່ລະທ້ອງຖິ່ນ. ໃນທີ່ປະຊຸມ, ບັນດາຜູ້ແທນກອງປະຊຸມ ໄດ້ຂຶ້ນຜ່ານບົດສະຫຼຸບ ຂອງແຕ່ລະແຂວງ ພ້ອມທັງແລກປ່ຽນບົດຮຽນໃນການຈັດຕັ້ງ

IMG_6132 IMG_6147

ປະຕິບັດວຽກງານຜ່ານມາ ລະຫວ່າງແຂວງ ທີ່ມີການແຜ່ລະບາດຂອງຕັກແຕນຝຸງໄມ້ປ່ອງ ຢ່າງກົງໄປກົງມາ. ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວ ມີຄວາມໝາຍສໍາຄັນ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ທິດຊີ້ນໍາໂດຍຮຽກຮ້ອງໃຫ້ທຸກຂະແໜງການ ເລີ່ມແຕ່ຂັ້ນສູນກາງ ແລະ ອົງການປົກຄອວທ້ອງຖິ່ນທຸກຂັ້ນ ຈົ່ງເພີມທະວີຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ໃນການຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດ ໃຫ້ຖືເອົາວຽກງານດັ່ງກ່າວເປັນບັ້ນຮົບ ໃນການປ້ອງກັນ ແລະ ກໍາຈັດ ການລະບາດຂອງຕັກແຕນຝຸງໄມ້ປ່ອງ ໃນຕໍ່ໜ້າໃຫ້ໄດ້ຜົນດີເປັນກ້າວໆ

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາຂ່າວສານກະສິກຳ ແລະ ປ່າໄມ້

ຜົນສໍາເລັດຂອງກອງປະຊຸມ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ປະຈໍາປີ 2017

IMG_6645

ເພື່ອເຮັດໃຫ້ 4 ແຜນງານໃຫຍ່ຄື: 1, ແຜນງານຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ. 2, ແຜນງານຜະລິດ ກະສິກໍາເປັນສິນຄ້າ ຕິດພັນກັບການປຸງແຕ່ງ. 3, ແຜນງານຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແລະ 4, ແຜນງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກທົ່ວປະເທດ ໃຫ້ປະກົດຜົນເປັນຈິງ. ໃນວັນທີ 07 ມີນາ ຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປິດ ກອງປະຊຸມ ກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ. ໃຫ້ກຽດເປັນ ປະທານໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ. ເຂົ້າຮ່ວມໃນຄັ້ງນີ້ມີ ກົມການເມືອງສູນກາງພັກ, ກໍາມະການສູນກາງພັກ, ລັດຖະມົນຕີ-ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ປະຈໍາແຂວງ ທົ່ວປະເທດ ພ້ອມດ້ວຍ ພາກສ່ວນທີ່ກຽ່ວຂອງ ເຂົ້າຮ່ວມຢ່າງພ້ອມພຽງ.

IMG_6607IMG_6648

      ໂອກາດນີ້, ສະຫາຍ ປອ ລຽນ ທີແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ຂຶ້ນລາຍ ງານຫຍໍ້ກ່ຽວກັບຜົນຂອງກອງປະຊຸມ. ເຊິ່ງໄດ້ພ້ອມກັນສັງເກດຕີລາຄາຢ່າງຮອບດ້ານ ຕໍ່ການຈັດຕັ້ງປະຕິບັດແຜນການ ໃນໜຶ່ງ ປິຜ່ານມາ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາຍເຫດທີ່ພາໃຫ້ມີດ້ານອ່ອນ. ພ້ອມກັນນັ້ນ, ໄດ້ກໍານົດທິດທາງແຜນ ການ, ໜ້າທີ່, ມາດຕະການ ແລະ ນະໂຍບາຍ ການຈັດຕັ້ງປະຕິບັດໃຫ້ແທດເໝາະກັບຕົວຈິງເປັນຕົ້ນ: ນະໂຍບາຍສົ່ງເສີມການ ຄ້າ, ນະໂຍບາຍດ້ານພະລັງງານໄຟຟ້າ, ດ້ານສິນເຊື່ອ ແລະ ອັດຕາດອກເບ້ຍ ຕໍ່ກັບການຈັດຕັ້ງປະຕິບັດ ໂຄງການສົ່ງເສີມ ການຜະລິດກະສິກໍາເປັນສິນຄ້າ ແລະ ໂຄງການຄໍ້າປະກັນດ້ານສະບຽງອາຫານແຫ່ງຊາດ ຕາມລາຍການສິນຄ້າທີ່ລັດຖະບານ ກໍານົດ. ນອກນີ້, ໄດ້ນໍາສະເໜີບົດຮຽນການຍົກຜະລິດຕະພາບ ແລະຫຼຸດຜ່ອນຕົ້ນ ທຶນໃນການຜະລິດເຂົ້າ, ການລ້ຽງໝູ ແລະ ສະຫຼຸບຕີລາຄາການຄຸ້ມຄອງໄມ້ ປະຕິບັດຄໍາສັ່ງເລກທີ 15/ນຍ. ພິເສດກອງປະຊຸມ ໄດ້ທາບທາມປະກອບຄໍາເຫັນຕໍ່ຮ່າງ ບົດແນະນໍາ ການຈັດຕັ້ງປະຕິບັດດໍາລັດເລກທີ 348/ລບ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ນໍາອີກ.

          ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວມີຄວາມໝາຍສໍາຄັນ ສະຫາຍ ເລຂາທິການໃຫຍ່ ໄດ້ໃຫ້ທິດຊີ້ນໍາໂດຍ ສະເໜີໃຫ້ ຄະນະພັກ, ຄະນະນໍາກະຊວງເອົາໃຈໃສ່ໃນແຕ່ລະດ້ານຄື: ວຽກງານຄໍ້າປະກັນຄວາມໝັ້ນຄົງທາງ ດ້ານສະບຽງອາຫານ ຕ້ອງຮັບ ປະກັນໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກສອກຫຼີກທີ່ເຮັດວຽກງານກະສິກໍາລ້ວນໆ ສາມາດຮັບປະກັນໃຫ້ຕົນເອງມີເຂົ້າກິນ ແລະ ມີສະບຽງອາຫານທີ່ພຽງພໍ, ວຽກງານຜະລິດກະສິກໍາເປັນສິນຄ້າ ຕ້ອງເປັນເຈົ້າການປະສານສົມທົບກັບຂະແໜງການ ທີ່ກ້ຽວຂ້ອງ ເພື່ອຄົ້ນຄວ້າຫາທາງອອກຊ່ວຍປະຊາຊົນ ຕິດພັນກັບການຊຸກຍູ້ການຜະລິດກະສິກໍາເປັນສິນຄ້າ ຢ່າງມີຈຸດສຸມ, ວຽກງານຟື້ນຟູປ່າ ແລະ ຂະຫຍາຍປ່າ ຕ້ອງປັບປຸງຍຸດທະສາດປ່າໄມ້ແບບຍືນຍົງ, ກົດໝາຍປ່າໄມ້ ເພື່ອໃຊ້ເປັນເຄື່ອງມືຄຸ້ມຄອງ ມະຫາພາກທີ່ຮັດກຸມ ແລະ ສໍາລັບວຽກງານພັດທະນາຊົນນະບົດ ຕິດພັນກັບການລຶບລ້າງຄວາມທຸກຍາກ ຕ້ອງສ້້າງອາຊີບ ທີ່ໝັ້ນຄົງໃຫ້ກັບຊາວຊົນນະບົດ ດ້ວຍການຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມໃນກິດຈະກໍາຕ່າງໆ, ເປັນເຈົ້າການໃນການເຂົ້າຮ່ວມ ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ການບໍລິການອື່ນໆ ເພື່ອຫຼຸດຜ່ອນການລັ່ງໄຫຼໄປຊອກວຽກເຮັດງານທໍາຢູ່ໃນຕົວເມືອງ ຂອງຊາວຊົນນະບົດ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ເປີດກອງປະຊຸມສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດປະຈໍາປີ 2017 ແລະ ທິດທາງແຜນການປີ 2018

 

 IMG_5767 IMG_5794

  ທ່າມກາງ​ບັນຍາກາດ​ທີ່​ທົ່ວ​ພັກ​ທົ່ວ​ກອງ​ທັບ ​ແລະ ທົ່ວ​ປວງຊົນ​ລາວ ກໍາລັງ​ກະກຽມສະຫຼຸບ​ການຈັດ​ຕັ້ງປະຕິ​ບັດ​ວຽກງານ​ຕາມມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ໃນ​ໄລຍະ​ກາງ​ສະ​ໄໝ​ກໍ​ຄື​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII ​ແລະ ​ແຜນ​ພັດທະນາ​ກະສິກໍາ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ 2016 ຫາ 2020,​ ກະຊວງ​ກະສິກໍາ ​ແລະ ປ​່າ​ໄມ້ ໄດ້​​ເປີດກອງ​ປະຊຸມ​ສະຫຼຸບ​ວຽກງານກະສິກໍາ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ​ປະຈໍາປີ 2017 ຂື້ນ ​ໃນວັນ​ທີ 6 ມີນາ 2018, ​ທີ່ຫໍ​ປະຊຸມ​ແຫ່ງ​ຊາດ ​ໃຫ້​ກຽດ​ເປັນ​ປະທານ​ກ່າວເປີດ​ ໂດຍ​​ທ່ານ ປອ ລຽນ​ ທີ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກໍາ ​ແລ​ະ ປ່າ​​​ໄມ້, ພ້ອມ​ດ້ວຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​, ມີ​ທ່ານ​ຮອງ​ປະທານ​ກໍາມາ​ທິການ​ເສດຖະກິດ ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ ສະພາ​ແຫ່ງຊາດ, ຮອງ​ຫົວໜ້າ​ອົງການ ​ແລະ ​ທຽບ​ເທົ່າ, ຮອງ​ເຈົ້າ​ແຂວງ​, ​ເຈົ້າ​ຄອງນະຄອນຫຼວງວຽງ​ຈັນ, ທ່ານ​ຫົວໜ້າ​ຫ້ອງການ​ກະຊວງ, ບັນດາ​ກົມ, ສະ​ຖາ​ບັນ, ຫົວໜ໊າພະ​ແນ​ກກະສິກໍາ ​ແລະ ​ປ່າ​ໄມ້ ​ແຂວງ, ນະຄອນຫຼວງ​​ ພ້ອມດ້ວຍ​​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

IMG_5758

   ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ເພື​່ອ​ເປ​ັນການສະຫຼຸບຜົນ​ການຈັດ​ຕັ້ງ​ປະຕິບັດວຽກງານ​ປະ​ຈໍາປີ 2017 ​ແລະ ທິດ​ທາງ​ແຜນ​ການ​ປີ 2018​ ​ເພື່ອ​​ສັງ​ເກດ​ຕີ​ລາຄາ​ຜົນງານ, ຜົນ​ສໍາ​ເລັດດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ​ແລະ ​ເພື່ອ​ກໍານົດ​ທິດ​ທາງ, ໜ້າ​ທີ, ມາດ​ຕະການ ​ແລະ ນະ​ໂຍບາຍ​ໃຫ້​ແທດ​ເໝາະ​ກັບສະພາບ​ຄວາມ​ເປັນ​​ຈິງ, ເປົ້າ​ໝາຍ​​ເພື່ອ​ກໍ​ານົດມາດ​ຕະການ​ຈັດ​ຕັ້ງ​ປະຕິບັດ​ແຕ່​ສູນ​ກາງ​ລົງ​ຮອດທ້ອງ​ຖິ່ນ ​ໃຫ້​ມີ​ຈຸດ​ສຸມ​ທີ່​ເປັນ​ເອກະ​ພາບ​ກັນ​ເພື່ອ​ເຮັດ​ໃຫ້ 4 ແຜນ​ງານ​ໃຫຍ່​ຄື: ​ແຜນ​ງານ​ຄໍ້າ​ປະກັນ​ສະບຽງ​ອາຫານ, ​ແຜນ​ງານ​ຜະລິດ​ກະສິກໍາ​ເປັນ​ສິນຄ້າ​ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ, ແຜນງານ​ຄຸ້ມ​ຄອງ​ປ່າ​ໄມ້ ​ແລະ ຊັບພະຍາກອນ​ປ່າ​ໄມ້ ​ແລະ ​ແຜນ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ທົ່ວ​ປະ​ເທດ ​ແລ​ະ ​ສູ້​ຊົນ​ຈັດ​ຕັ້ງປະຕິບັດຄາດໝາຍປີ 2018 ຂອງ​ຂະ​ແໜງ​ກະສິກໍາ ​ແລະ​ ປ່າ​ໄມ້ ​ທີ່​ມະຕິສະພາ​ແຫ່ງ​ຊາດ ​ແລະ ດໍາລັດ​ນາຍົກລັດຖະມົນ​ຕີ​ກ່ຽວ​ກັບ​​​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ປີ 2018 ​ໃຫ້​ປາກົດ​ຜົນ​ເປັນ​ຈິງ, ​ເຊິ່ງກອງ​ປະຊຸມ​ດັ່ງ​ກ່າວຈະ​ໄດ້​ດໍາ​ເນີນ​ໄປ​​​​ເປັນ​​ເວລາ 2 ວັນ​ ​ແລະ ຈະ​ໄດ້​ປິດ​ລົງ​ໃນ​ວັນ​ທີ 7 ມີ​ນາ 2018 ນີ້.

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ແລະ ​ຂ່າວສານ

ກອງປະຊຸມສໍາມະນາລະດັບຊາດ ກ່ຽວກັບການສົ່ງເສີມປູກໄມ້ ແລະ ຟື້ນຟູປ່າເພື່ອປະກອບສ່ວນຄວາມປົກຫຸ້ມໃຫ້ໄດ້ 70 ສ່ວນຮ້ອຍ ໃນປີ 2020

IMG_4626

   ໃນ​ວັນ​ທີ 5 ມີນາ 2018 ກະຊວງ ກະສິກໍາ ​ແລະ ປ່າ​ໄມ້, ​ໄດ​້​ເປີດ​ກອງ​ປະຊຸ​ມສໍາ​ມະ​ນາ​ລະດັບ​ຊາດ ກ່ຽວກັບ​ການສົ່ງ​ເສີມ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ​ເພື​່ອປະກອບສ່ວນ​ຄວາມ​ປົກ​ຫຸ້ມ​ໃຫ້​ໄດ້ 70 ສ່ວນ​ຮ້ອຍ ​ໃນ​ປີ 2020 ຂື້ນ, ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ປອ ສອນ​ໄຊ ສີ​ພັນ​ດອນ ຮອງນາຍົກ​ລັດຖະມົນຕີ ​ແຫ່ງ ສປປ ລາວ ພ້ອມ​ນີ້​ມີ​ທ່ານ ປອ ລຽນ ທີ​ແກ້ວ ລັດຖະມົນຕີ​ກະຊວງ ກປ, ທ່ານ ຮອງ​ລັດຖະມົນ​ຕີ​ກະຊວງ ກປ, ທ່ານ ຮອງ​ເຈົ້າ​ແຂວງ, ພະ​ແນ​ກ ກປ ​ແຂວງ, ນະຄອນຫຼວງ, ຫົວໜ້າ-ຮອງ​ຫົວໜ້າ ຫ້ອງການ, ກົມ, ສະ​ຖາ​ບັນ​ອ້ອມ​ຂ້າງ​ກະຊວງ ​ແລະ ພາກສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

IMG_3

   ຈຸ​ດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ເພື່ອ​ປຶກສາ​ຫາລື​ກໍານົດ​ມາດ​ຕະການ ​ແລະ ນະ​ໂຍບາຍ​ເພື​່ອກະຕຸກ​ຊຸກຍູ້​ການ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ​ໃຫ້​ມີ​ຄວາມສອດ​ຄ່ອງ ​ແລະ ​ແທດ​ເໝາະ​ກັບ​ສະພາບ​ຈຸດ​ພິ​ເສດ​ຂອງ​ປະ​ເທ​ດເຮົາ ພ້ອມ​ນັ້ນກໍ່​ແນ່​ໃສ່​ແກ້​ໄຂ​ບັນຫາ​ປະກົດການ​ຫຍໍ້​ທໍ້ ​ແລະ ຂໍ້ຄົງຄ້າງ​ຕ່າງໆ​ໃນ​ວຽກ​ງານ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ​ໃນ​ທົ່ວ​ປະ​ເທດ. ​ໃນ​ທີ່​ປະຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການຈັດ​ຕັ້ງປະຕິບັດຍຸດ​ທະ​ສາດ​ປ່າ​ໄມ້ກ່ຽວກັບ​ການ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ ​ແລະ ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ; ບາງບົດຮຽນ​ກ່ຽວກັບ​ການ​ສົ່ງ​ເສີມ​ການ​ປູກ​ໄມ້​ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ​ໄມ້​ທີ່​ຣາຊະອານາຈັກຊູ​ແອດ; ບາງ​ບົດຮຽນ, ທິດ​ທາງ ​ແລະ ​ແຜນການ​ກ່ຽວກັບ​ການ​ປູກ ​ແລະ ການ​ຕະຫຼາດ​ຊະນິດ​ພັນ​ໄມ້​ໃຫຍ່​ໄວ; ການ​ປູກ ​ແລະ ການ​ຕະຫຼາດ​ໄມ້​ປູກ ​ແລະ ​ໄມ້​ພື້ນເມືອງ​ໃນ ສປປ ລາວ. ຫຼັງ​ຈາກ​ນັ້ນ, ທ່ານ​ປະທານ​ກໍ່​ໄດ້​ເຈາະ​ຈີ້ມ​ບາງ​ບັນຫາ​ດັ່ງ​ນີ້: 1. ນະ​ໂຍບາຍ ​ແລະ ນິຕິ​ກໍາ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ປູກ​ໄມ້ ​ແລະ ຟື້ນ​ຟູ​ປ່າ​ທີ່​ຈັດ​ຕັ້ງ​ປະຕິບັດ​ໃນ​ປັດຈຸບັນ​ເຫັນ​ວ່າ​ມີ​ອັນ​ໃດ​ສອດ​ຄ່ອງ ຫຼື ມີ​ອັນ​ໃດ​ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ; 2.​ຂໍ້​ຫຍຸ້ງຍາກ ຫຼື ອຸປະ​ສັກ​ທີ່​ເປັນ​ສິ່ງ​ກົດ​ໜ່ວງ​ຖ່ວງ​ດຶງກາ​ນລົງທຶນ​ການ​ປູກ​ໄມ້​ໃນ​ໄລຍະ​ຜ່ານ​ມາມີ​ຫຍັງ​ແດ່​ທີ່​ຈະ​ນໍາ​ສະ​ເໜີ​ຕໍ່​ລັດຖະບານ​ເພື່ອ​ແກ້​ໄຂ​ຢ່າງ​ຂາດ​ຕົວ; 3.​ນະ​ໂຍບາຍ​ກ່ຽວກັບ​ການ​ສົ່ງ​ເສີມ​ການ​ປຸງ​ແຕ່ງ​ໄມ້ປູກ ​ແລະ ການ​ຕະຫຼາດ​ມີ​ອັນ​​ໃດ​ແດ່​ທີ່ຈະ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ; 4. ການ​ພັດທະນາ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ ລວມທັງ​ການ​ພັດທະນາ​ສີມື​ແຮງ​ງານ​ໃນ​ການ​ປຸງ​ແຕ່ງ​ໄ​ມ້ປູກ​ໃນ​ໄລຍະ​ຜ່ານ​ມາ​ໄດ້ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຄື​ແນວ​ໃດ. ຕໍ່ກັບ​ການ​ເຈາະ​ຈີ້ມ​ດັ່ງກ່າວ​ໄດ້​ເປີດ​ກ້ວາງ​ປຶກສາ​ຫາລື ​ແລະ ປະກອບ​ຄໍາ​ເຫັນ​ຈາກ​ບັນດາ​ຜູ້​ແທນ​ໃນ​ກອງ​ປະຊຸມ​ດ້ວຍ​ບັນຍາກາດ​ອັນ​ຟົດ​ຟື້ນ.

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ແລະ ​ຂ່າວສານ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເຄິ່ງສະໄໝ 2015-2017 ແລະ ທິດທາງແຜນການປີ 2018 ຂອງສະຫະພັນແມ່ຍິງກະຊວງ ກະສິກໍາ ແລະ ປ່າໄມ້

IMG_4275

 

    ເພື່ອສະ​ເຫຼີ​ມສະຫຼອງ​ວັນ​ແມ່ຍິງ​ສາກົນ 8 ມີນາ 2018 ຄົບຮອບ 108 ປີຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ​ສະຫະພັນ​ແມ່ຍິງ​ກະຊວງ​ກະສິກໍາ ​ແລະ​ ປ່າ​ໄມ້ ​ໄດ້​ຈັດກອງ​ປະຊຸມສະຫຼຸບຕີລາຄາ​ກາ​ນຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ​, ໄລຍະ 3 ປີ ​ເຄິ່ງສະ​ໄໝ 2015 ຫາ2017 ​ແລະ ວາງ​ທິດ​ທາງ​ແຜນການ​ປີ 2018 ​ຂື້ນ ໃນ​ວັນ​ທີ 02 ມີ​ນາ 2018 ທີ່​ສະ​ໂມ​ສອນ​ກະຊວງ​ກະສິກໍາ ແລະ ປ່າ​ໄມ້, ​ໂດຍ​ໃຫ້​ກຽດ​ເປັນ​ປະທານ​ຂອງ ທ່ານ ທອງ​ພັດ​ ວົງ​ມະນີ ຮອງ​ເລຂາ​ຄະນະ​ພັກ​ກະຊວງ, ຮອງ​ລັດຖະມົນຕີ​ກະຊວງກະສິກໍາ ​ແລະ ປ່າ​ໄມ້, ທ່ານ ນາງ ບົວ​ຈັນ ສີ​ຫາ​ນາດ ຮອງ​ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ທ່ານ ນາງ ບຸນ​ທຽນ ວົງ​ໄກສອນ ປະທານ​ສະຫະພັນ​ແມ່ຍິງ​ກະຊວງ​ກະ​ສິກໍາ ​ແລະ ປ່າ​ໄມ້ ພ້ອມນີ້ມີຄະນະພັກຮາກຖານບັນດາກົມ, ສະຖາບັນ, ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ, ກໍາມະບານ, ຄະນະຮາກຖານ ແລະ ໜ່ວຍສະຫະພັນແມ່ຍີງອ້ອມຂ້າງກະຊວງ ພ້ອມດ້ວຍເອື້ອຍນ້ອງສະມາຊີກ​ເຂົ້າ​ຮ່ວມ 100 ກວ່າ​ທ່ານ​.

IMG_4415

   ​​ໃນ​ກອງ​ປະຊຸມ​ໄດ້​ມີ​ການ​ຜ່ານ​ບົດ​ສະຫຼຸບ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ ​ເຄິ່ງສະ​ໄໝ ​2015-2017 ​ແລະ ວາງທິດ​ທາງ​ແຜນການ ປີ 2018 ​ໂດຍ​ປະທານ​ສະຫະພັນ​ແມ່​ຍິງ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ​ພ້ອມ​ທັງ​ມອບ​ໃບ​ຍ້ອງຍໍ 3 ດີ​ໃຫ້​ຮາກ​ຖານ, ໜ່ວຍ ​ແລະ ບຸກຄ​ົນ 3 ດີ ປະ​ເພດ 1 ​ຈໍານວນ 603 ຄົນ ແລະ ປະ​ເພດ 2 ຈໍາ​ນວນ 20 ຄົນ ຈາກນັ້ນແຕ່ລະຮາກຖານກໍ່ໄດ້ຂຶ້ນຈັບມືແຂ່ງຂັນ 3 ດີ ຮວ່ມກັນ. ໃນໂອກາດດຽວກັນ ​ບັນດາ​ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບ​ຟັງ​ປາຖະກະຖາ ​ແລະ ໂອ້​ລົມ​ຈາກ ທ່ານ ນາງ ບົວ​ຈັນ ສີ​ຫາ​ນາດ ຮອງ​ປະທານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ແລະ ໄດ້ມີ​ການມອບ​ໃບ​ກຽດ​ຕິ​ຄຸນ​ໃຫ້​ເລຂາ​ຄະນະພັກ​ແຕ່ລະຮາກຖານ, ມອບຂອງຂວັນໃຫ້ປ້າອາວຸໂສບໍານານ, ຄອບ ຄົວ​ການ​ນໍາຄະນະສະຫະພັນແມ່ຍີງກະຊວງ ແລະ ມອບດອກໄມ້ໃຫ້ເອື້ອຍນອ້ງສະມາຊິກໃນທີ່ປະຊຸມ.ໃນຕອນ​ທ້າຍ​ ​ທ່ານປະທານກອງ​ປະຊຸມ​ໄດ້ສະ​ແດງ​ຄວາມຍ້ອງຍໍ​ຊົມ​ເຊີຍ​ໃນການ​​ສູ້​ຊົນຂອງ​ເອື້ອຍ​ນ້ອງຍິງ​ທີ່​ສາມາດ​ຍາດ​ໄດ້​​ໝາກຜົນ ​ແລະ ຜົນ​ສໍາ​ເລັດ​ ຈາກ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ 3 ປີ​ຜ່ານ​ມາ, ພ້ອມທັງ​ເອົາ​ໃຈ​ໃສ່ຕິດຕາມ​ກວດກາ​ການ​ຮ່ວມ​ຊີວິດ​ປະຈໍາ 1 ​ເດືອນ, 3 ​ເດືອ​ນ, 6 ​ເດືອນ ​ແລະ 1 ປີ ​ເພື່ອ​ສະ​ຫຼຸບຕີ​ລາຄາ, ຖອດ​ຖອນ​ບົດຮຽນ​ ແລະ ​ວາງ​ແຜນການ​ໃນ​ຕໍ່ໜ້າ, ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະ, ທິດສະດີການເມືອງ ແລະ ຄຸນສົມບັດ ສິນ ທຳປະຕິວັດໃຫ້ສູງຂຶ້ນ, ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມ, ບຸກບືນ​ສືບ​ຕໍ່​ປະຕິບັດ​ບົດ ບາດ ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ​ໃນ​ການ​ພັດທະນາ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​, ຕັ້ງໜ້າ​ປະກອບ​ສ່ວນ​ເຂົ້າ​ໃນພາລະກິດລວມຂອງ​ຊາດເວົ້າລວມເວົ້າສະເພາະກໍ່ຄືປະກອບສ່ວນສຸມໃສ່ປະຕິບັດຂໍ້ແຂ່ງຂັນຂອງຂະແໜງກະສິກໍາ ແລະ ປ່າໄມ້ ຕາມ 3 ເນື້ອໃນ ແລະ 4 ເປົ້າໝາຍ, ສືບຕໍ່ເຊື່ອມຊືມ ແລະ ຕັ້ງໜ້າປະຕິບັດຂໍ້ແຂ່ງຂັ້ນ 3 ດີ ຂອງສູນກາງສະຫະພັນແມ່ຍີງລາວຄື: ​ ພົນລະ​ເມືອງ​ດີ, ພັດທະນາ​ດີ ​ແລະ ສ້າງຄອບຄົວ​ດີ ​ໃຫ້​ໄດ້​ຕາມ​ຄາດໝາຍ.

IMG_4402

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ​ ແລະ ຂ່າວສານ

ພິທີມອບ-ຮັບ ກິດຈະກໍາ, ງົບປະມານ ແລະ ຄວາມຮັບຜິດຊອບຂອງ ”ແຜນງານຊຸມຊົນຊື່ນໃຈ” ຢູ່ 2 ແຂວງ ພາກເໜືອ

IMG_49344

 

IMG_51722

     ແຜນ​ງານຄໍ້າປະກັນ​ສະບຽງ​ອາຫານ ​ແລະ ​ໂອກາດ​ທາງ​ເສດຖະກິດ​ໃນ​ຊຸ​ມຊົນ” ​ແຜນ​ງານຊຸມ​ຊົນ​ຊື່ນ​ໃຈ”, ທີ່​ຂື້ນ​ກັບກົມ​ແຜນການ ແລະ ການ​ເງິນ, ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້. ​ເປັນ​ແຜນ​ງານ​ໜຶ່ງທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ ​ແລະ ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​​ແຫ່ງ​ຊາດ​ທີ່​ພັກ ​ແລະ ລັດຖະບານ ​ແຫ່ງ ສປປ ລາວ ​ໄດ້​ວາງ​ອອກ, ​​ປະກອບສ່ວນ​ເຂົ້າ​ໃນ​ການ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ປະຊາຊ​ົນບັນດາ​ເຜົ່າ​ຢູ່​ໃນ​ເຂ​ດຊົນນະບົດ​ຫ່າງ​ໄກ​ສອກຫຼີກ 09 ເມືອງ, 255 ບ້ານ​ຂອງສອງ​ແຂວງ​ຄື: ໄຊ​ຍະ​ບູລີ ​ແລະ ອຸດົມ​ໄຊ, ​ແຜນ​ງານ​ດັ່ງກ່າວ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບ​ັດ​ແຕ່​ປີ 2012 ​ແລະ ຈະ​ໄດ້​ສີ້ນສຸດ​ລົງ​ໃນ​ທ້າຍ​ເດືອນກຸມພາ 2018 ນີ້ ລວມ​ໄລຍະ​ເວລາ​ຂອງ​ແຜນ​ງານ 6 ປີ, ​​ໂດຍໄດ້​ຮັບການ​ສະໜັບສະໜູນ​ທຶນ​ຊ່ວຍ​ເຫຼືອ​ລ້າ​ຈາກ​ອົງການ​ພັດທະນາ​ກະ​ສິກໍາ ​ສາກົນ, ອົງການ​ພັດທະນາ​ປະ​ເທດ ລຸກ​ຊໍາ​ບວກ ​ແລະ ອົງການ​ອາ​ຫານ​ໂລກ, ເພື​່ອ​ໃຫ້ບັນດາ​ກິດ​ຈະ​ກໍາ​ຕ່າງໆ​ທີ່​ທາງ​ແຜນ​ງານ​ໄດ້​ກໍ່​ຕັ້ງ​ຂື້ນ​ມາ​ແລ້ວນັ້ນໃຫ້​ມີ​ຄວາມ​ຍືນ​ຍ​ົງ, ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງ ແລະ ​ເຮັດ​ໃຫ້​ຊຸມ​ຊ​ົນມີ​ຄວາມ​ເຂັ້ມ​ແຂງ​​ໄປ​ເລື່ອຍໆນັ້ນ. ​ໃນ​ວັນ​ທີ 20 ແລະ 22 ກຸມພາ 2018 ທີ່ຫ້ອງ​ປະຊຸມ​ຂອງ​ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້ ​ແຂວງ ​ໄຊ​ຍະ​ບູລີ ​ແລະ ອຸດົມ​ໄຊ​ ​ແຜນ​ງານ​ຊຸມ​ຊົນ​ຊື່ນ​ໃຈ​ໄດ້​ຈັດ​ພິທີ​ເຊັນ​ບົດ​ບັນທຶກ​ມອບ-ຮັບ ບັນດາກິດຈະ​ກໍາ, ອຸປະກອນ ​ແລະ ການ​ຄຸ້ມ​ຄອງ​ ​ໃຫ້​ແຂວງ​ເປົ້າ​ໝາຍເຊິ່ງປະກອບ​ດ້ວຍກິດ​ຈະ​ກໍາ​ການ​ສົ່ງ​ເສີມການ​ຜະລິດ, ການ​ປູກ, ການ​ລ້ຽງ ຫຼາຍ​ກ່ວາ 20 ກິດຈະ​ກໍາ, ກອງ​ທຶນ​ໃນ​ການ​ພັດທະນາ​ບ້ານ, ທະນາຄານ​ເຂົ້າ, ງົບ​ປະມານ​ໃນ​ການ​ຝຶກ​ອົບຮົມ ​ແລະ ສ້າງ​ຄວາມສາມາດ​ໃຫ້​ທ້ອງ​ຖິ່ນ, ພາຫະນະ ແລະ ອຸປະກອນ​ຮັບ​ໃຊ້ລວມທັງພື້ນຖານ​ໂຄງ​ລ່າງ ລວມມູນ​ຄ່າ​​ເກືອ​ບ 70 ຕື້ກີບ.

IMG_4975

   ກ່ອນ​ການ​ເຊັນມອບ-ຮັບ​ຜູ​້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ຈັດ​ຕັ້ງ​ປະຕິ​ບັດ​ວຽກ​ແຜນ​ງານ​ຈາກ​ຜູ້​ປະສານ​ງານ​ປະ​ຈໍາ​ແຂວງ ​ແລະ ຮັບ​ຟັງ​​ການ​​ຜ່ານໜັງສື​ມອບ-ຮັບກິດ​ຈະ​ກໍາຂອງ​ແຜນ​ງານ ໂດຍ ທ່ານ ຄອນ​ສະຫວັນ ວົງ​ໄຊ ຫົວໜ້າ​​ປະສານ​ງານ​ແຜນ​ງານ​ຂັ້ນສູນ​ກາງ, ພິທີ​ມອບ-ຮັບແຜນ​ງານຄໍ້າປະກັນ​ສະບຽງ​ອາຫານ ແລະ ໂອກາດ​ທາງ​ເສດຖະກິດ​ໃນ​ຊຸ​ມຊົນ ​ໃຫ້​ແຂວງ​ເປັນ​ຜູ້​ຄຸ້ມ​ຄອງ​​​ນີ້ ​ເປັນ​ກຽດ​ກ່າວ​ມອບ​​ໂດຍ​ທ່ານ ສະຫວັນ​ຫານ​ພົມ ຮອງ​ຫົວໜ້າ​ກົມ​ແຜນການ ​ແລະ ການ​ເງິນ​ ຄະນະ​ກໍາມະການ​ຊີ້ນໍາ​ໂຄງການ​ຂັ້ນ​ສູນ​ກາງ ຕ່າງ​ໜ້າ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​​ແລະ ຕ່າງ​ໜ້າກ່າວ​ຮັບຂອງ​ແຂວງ ​ໄຊ​ຍະ​ບູລີ​ ໂດຍ​​​ທ່ານ ຄໍາ​ຫຼ້າ ຜີ້ວນາ​ວັນ ຫົວ​ໜ້າ​ພະ​ແນ​ກ ກະສິກໍາ​ ​ແລະ ປ່າ​​​ໄມ້ ແຂວງ​ແລະ ແຂວງ ອຸດົມ​ໄຊ ​ໂດຍ ທ່ານ ບຸນ​ຍືມ ​ໄຊ​ຍະ​ເວັນ ຮອງ​ຫົວໜ້າ​ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້ ​ແຂວງ. ​ພິທີມອບ-ຮັບ​ໃນ​ຄັ້ງນີ້​​ເປັນກຽດ​ເຂົ້າຮ່ວມ​ຂອງ ​​​ທ່ານ ຍັນ​ຍົງ ສີ​ປະ​ເສີດ ຮອງ​ເຈົ້າ​ແຂວງໆ ໄຊ​ຍະ​ບູລີ, ມີຫົວໜ້າ​​ປະສານ​ງານ​ແຜນ​ງານ​ຂັ້ນສູນ​ກາງ, ຊຽວຊານ​ຄຸ້ມ​ຄອງ​ໂຄງການ ​ແລະ ​ຄະນະ​ທີ​ມງານ​ຈາກ​ບັນດາ​ກົມ​ທີ່​ຂື້ນ​ກັບ​ຊວງ​ກະສິກໍາ ​ແລະ ປ່າ​ໄມ້,​ ​ເຈົ້າ​ເມືອງ, ຮອງ​ເຈົ້າ​ເມືອງຈາກ​ເມືອງເປົ້າໝາຍ, ຫົວໜ້າ-ຮອງ​ຫົວໜ້າ​ພະ​ແນກການ​ອ້ອມ​ຂ້າງ​ແຂວງ, ຜູ້​ປະສານ​ງານ​ຂັ້ນ​ແຂວງ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​​​ເປັນ​ສັກຂີ​ພະຍານ​ໃນ​ຄັ້ງ​ນີ້ດ້ວຍ.

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ແລະ ​ຂ່າວສານ

ພິທີເປີດງານຕະຫຼາດນັດແມ່ຂອງບູຮານລາວ

IMG_5162

IMG_5216

ເພື່ອເປັນການສົ່ງເສີມວັດທະນາທໍາ ແລະປົກປັກຮັກສາຮີດຄອງປະເພນີອັນດີຂອງຊາດລາວໄວ້ ໃນວັນທີ 08 ກຸມພາ 2018 ນີ້, ພັດຕະຄານແມ່ຂອງ ໄດ້ຈັດພິທີເປີດຕະຫຼາດນັດແມ່ຂອງບູຮານລາວ ຂຶ້ນທີເດີ່ນ ພັດຕະຄານ. ໂດຍການເປັນປະທານຂອງ ທ່ານ ນ. ຈັນທະວອນ ປຣະວົງວຽງຄໍາ ຜູ້ອໍານວຍການພັດຕະ ຄານແມ່ຂອງ, ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ມີ ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ບຸນ ເມກ ວິໄລແສງ ຮອງເຈົ້າເມືອງໆ ສີສັດຕະນາກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການຈັດງານ, ເພື່ອເປັນການເປີດໂອກາດ ໃຫ້ນັກທຸລະກິດຂະໜາດນ້ອຍຫາກາງໄດ້ມາ ພົບປະ ແລະ ປ່ຽນບົດຮຽນນໍາກັນ. ນອກນັ້ນ, ກໍ່ເພື່ອເປັນການປຸກລະດົມໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ເອົາ ໃຈ​ໃສ່ໃນການຮັກສາສິ່ງແວດລ້ອມໂດຍເນັ້ນການໃຊ້ວັດສະດຸທາງທໍາມະຊາດ. ສໍາຄັນງານຄັ້ງນີ້ຍັງເປັນການ ປະກອບສ່ວນໃນການສົ່ງເສີມປີທ່ອງທຽວລາວນໍາອີກ. ເພື່ອເຮັດໃຫ້ພິທີດັ່ງກ່າວມີຄວາມສໍາຄັນ ໃນພິທີ ທ່ານ. ຈັນທະວອນ ປຣະວົງວຽງຄໍາ ຜູ້ອໍານວຍການພັດຕະຄານແມ່ຂອງ ໄດ້ຂຶ້ນລັ່ນຄອງ ເກົ້າບາດເພື່ອເປັນສິ ລິມຸງຄຸນ ແລະ ເປີດງານຕະຫຼາດນັດແມ່ຂອງບູຮານລາວ ພ້ອມທັງເລາະທ່ຽວຊົມການວາງ ສະແດງສິນຄ້າພາຍ ໃນງານນໍາອີກ. ຊື່ງງານຕະຫຼາດນັດດັ່ງກ່າວ ມີຮ້ານຄ້າເຂົ້າຮ່ວມວາງສະແດງສິນຄ້າ ທັງໝົດ 57 ຫົວໜ່ວຍ, ປະກອບມີ: ປະເພດເຄື່ອງນຸ່ງຮົມ, ເຄື່ອງປະດັບ, ສິນຄ້າກະສິກໍາ, ເຄື່ອງຫັດຖະກໍາ ຈັກສານ, ລາຍການອາຫານ ແບບພື້ນເມືອງລາວ ແລະ ສິນຄ້າອື່ນໆ. ງານດັ່ງກ່າວໄດ້ເປີດເປັນ ເວລາ 3 ວັນ ເລີິ່ມແຕ່ວັນທີ 08 ຫາ 10 ເດືອນ ກຸມພາ 2018 ຈຶ່ງສໍາເລັດລົງ.

ພາບ ​ແລະ ຂ່າວ​ໂດຍ ພະ​ແນ​ກຂ່າ​ວສານ ກະສິກໍາ ​ແລະ ປ່າ​ໄມ້

ພິທີເຊັນສັນຍາທຶນກູ້ຢືມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ທະນາຄານສົ່ງອອກນໍາເຂົ້າ ສ. ຮົງກາລີ

IMG_34533

    ເພື່ອເປັນການເສີມຂະຫຍາຍວຽກງານການຮ່ວມມື ແລະ ຮັດແໜ້ນການພົວພັນ, ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ຮົງກາລີ. ໃນຕອນບ່າຍ ຂອງວັນທີ 30 ມັງກອນ 2018 ນີ້, ໄດ້ມີພິທີເຊັນສັນຍາທຶນກູ້ຢືມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວກັບ ທະນາຄານສົ່ງອອກນໍາເຂົ້າ ສ. ຮົງກາລີ ຂຶ້ນທີ່ ຫ້ອງຮັບແຂກກະຊວງການເງິນ. ໃຫ້ກຽດເປັນປະທານໂດຍ ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ນ. ຊິນເວຍ ເນເມດິ-ວາກາ ຮອງຜູ້ອໍານວຍການ ທະນາຄານສົ່ງອອກນໍາເຂົ້າ ສ. ຮົງກາລີ. ພ້ອມນີ້, ມີຮອງລັດຖະມົນຕີ ຈາກກະຊວງກະສິກໍາ ແລະ ປ່າໄມ້, ກະຊວງປ້ອງກັນຄວາມສະຫງົບ, ຮອງເຈົ້າຄອນນະຄອນຫຼວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ຈຸດປະສົງເຊັນສັນຍາໃນຄັ້ງນີ໊ ເພື່ອເປັນການສືບຕໍ່ໃຫ້ການຊ່ວຍເຫຼືອເປັນຄັ້ງທີ 3 ມູນຄ່າ 160 ລ້ານໂດລາສະຫາລັດ, ປະກອບມີ 3 ໂຄງການຄື: 1, ໂຄງການ ຄຸ້ມຄອງພົນລະເມືອງທັນສະໄໝ ມີມູນຄ່າ 25 ລ້ານໂດລາສະຫາລັດ  ໂດຍກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງການຈັດຕັ້ງປະຕິບັດ ເພື່ອຂະຫຍາຍຖານຂໍ້ມູນການຄຸ້ມຄອງສໍາມະໂນຄົວ ແລະບັດປະຈໍາຕົວພົນລະເມືອງ 18 ແຂວງໃນທົ່ວປະເທດ. 2, ໂຄງການພັດທະນາໂຄງລ່າງພື້ນຖານກະສິກໍາ ມູນຄ່າ 35 ລ້ານໂດລາສະຫາລັດ, ໂດຍກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຄຸ້ມຄອງໃນການຈັດຕັ້ງປະຕິບັດ ໂດຍຈະໄດ້ດໍາເນີນຢູ່ 6 ແຂວງຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ, ໄຊສົມບູນ ໄຊຍະບູລີ ແລະ ແຂວງຊຽງຂວາງ ໂດຍເນັ້ນໃສ່ກິດຈະກໍາ ການປັບປຸງການຄຸ້ມຄອງດິນ, ການປູກພືດ, ສົ່ງເສີມພັດທະນາການລ້ຽງສັດທີ່ເປັນທ່າແຮງ ແລະວຽກງານອື່ນ ທີ່ນອນຢູ່ໃນເງື່ອນໄຂຂອງໂຄງການ. 3 ໂຄງການບໍາບັດນໍ້າເປື້ອນແບບລວມສູນ ມູນຄ່າ 100 ລ້ານໂດລາສະຫາລັດ ໂດຍນະຄອນຫຼວງ ເປັນຜູ້ຄຸ້ມຄອງການຈັດຕັ້ງປະຕິບັດ ເພື່ອກໍ່ສ້າງໂຄງລ່າງພື້ນຖານ ແລະໂຮງງານບໍາບັດນໍ້າເປື້ອນ ເພື່ອກັ່ນຕອງນໍ້າເປື້ອນ ທີ່ບັນດາຄົວເຮືອນ, ໂຮງງານ ປ່ອຍລົງສູ່ຮ່ອງນໍ້າ ກ່ອນຈະໄຫຼ່ລົງສູ່ຮ່ອງນໍ້າທໍາມະຊາດ ໃຫ້ມີຄຸນນະພາບດີກວ່າເກົ່າ,​ ຫຼຸດຜ່ອນສານເຄມີ ແລະສິ່ງເປິເປື້ອນອື່ນໆ.

     ເພື່ອເຮັດພິທີດັ່ງກ່າວມີຄວາມໝາຍສໍາຄັນ ໄດ້ມີພິທີເຊັນສັນຍາທຶນກູ້ຢືມດັ່ງກ່າວ ໃຫ້ກຽດເຊັນໂດຍ ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ນ. ຊິນເວຍ ເນເມດິ-ວາກາ ຮອງຜູ້ອໍານວຍການ ທະນາຄານສົ່ງອອກນໍາເຂົ້າ ສ. ຮົງກາລີ ແລະ ທ່ານ ກາໂບ ຊ໋ອກ ຜູ້ປະສານງານອຳນວຍຄວາມສະດວກຂະແໜງຜູ້ປະກອບການສຳລັບທະນະຄານໂລກ, ຫ້ອງການອົງການຈັດຕັ້ງສາກົນ ແລະ ພົວພັນຕ່າງປະເທດ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານ.

IMG_34722

ຂ່າວໂດຍ​ : ສອນເພັດ ສຸລິພອນ

ກວດແກ້ໂດຍ: ທ່ານ ນ. ປ້ອມ ພັນທະ​ວົງ

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊີ້ນຳວຽກງານການຜະລິດກະສິກໍາຢູ່ເມືອງສິງແຂວງຫຼວງນໍ້າທາ

IMG_2945

 

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະກົມ, ພະແນກການທີ່ກ່ຽວຂ້ອງໄດ້ລົງຊຸກຍູ້ການຜະລິດກະສິກໍາ ແລະ ຢ້ຽມຢາມໂຄງການກໍ່ສ້າງຊົນລະປະທານ ນ້ຳຫຍ້າ ແລະ ໂຄງການກໍ່ສ້າງ ນໍ້າມະອຸ່ນ ຢູ່ເມືອງ ສີງ, ແຂວງ ຫຼວງນໍ້າທາ ໃນວັນທີ 22 ມັງກອນ 2018 ຜ່ານມາ ໂດຍການຕອ້ນຮັບຂອງທ່ານ ທວງ ນາມວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນໍ້າທາ.ທ່ານ ຄຳພູ ວໍລະສານ ຜູ້ຮັບຜິດຊອບໂຄງການໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນເລີ່ມລົງມືກໍ່ສ້າງແຕ່ປີ 2011 ເປັນຕົ້ນມາ ແລະ ມີຫົວງານຕັ້ງຢູ່ບ້ານສົມອິ ຫ່າງຈາກເທດສະບານເມືອງ ສິງໄປທາງທິດຕາເວັນອອກ 13 ກິໂລແມັດໂດຍຜູ້ໄດ້ຮັບຜົນປະໂຫຍດມີ 9 ບ້ານ 439 ຄອບຄົວ, ສາມາດສະໜອງນ້ຳລະດູຝົນໄດ້ 545 ເຮັກຕາ ແລະ ລະດູແລ້ງ 400 ເຮັກຕາ, ມີລະບົບຫົວງານ 2 ຫົວງານຄື: ຫົວງານເຂື່ອນດີນຍາວ120 ແມັດ, ສູງ 35 ແມັດ ສໍາເລັດແລ້ວ 22%, ຫົວງານຝາຍນ້ຳລົ້ນ Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ