ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ຢ້ຽມຢາມອົງການ ACIAR ທີ່ປະເທດ ອົດສະຕາລີ.

DSC_0199

ໂດຍຕອບສະໜອງຕາມການເຊື້ອເຊີນຂອງອົງການ ACIAR ປະເທດອົດສະຕາລີ ທ່ານປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ນຳພາຄະນະຜູ້ແທນກະຊວງກະສິກຳ ແລະ ປ່າໄມ້ ສປປລາວ ຈຳນວນ 4 ທ່ານ (1. ທ່ານ ປອ. ບຸນຖອງ ບົວຫອມ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ແລະ ພັດທະນາຊົນນະບົດ, 2. ທ່ານ ປອ. ພົມມີ ອິນທິຈັກ, ຫົວໜ້າພະແນກຮ່ວມມືສາກົນ, ກົມແຜນການ ແລະ ການເງິນ, 3. ທ່ານ ສຸພາວັນ ແກ້ວວິໄລ, ຫົວໜ້າໂຄງການລ້ຽງສັດ ເພື່ອຜະລິດເປັນສິນຄ້າພາກເໜືອ ຂອງສ ປປ ລາວ ແລະ 4. ທ່ານ ບຸນສີ ນັນທະພອນ, ເລຂາຮອງລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້) ໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສອງຝ່າຍ ລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ສປປລາວ ກັບ ອົງການ ACIAR, ໃນລະຫວ່າງ ວັນທີ 15-17/04/2018, ຢູ່ທີ່ສຳນັກງານໃຫຍ່ອົງການ ACIAR ປະ​ເທດອົດສະຕາລີ.

DSC_0204 DSC_0192

ຈຸດປະສົງແມ່ນເພື່ອແລກປ່ຽນບົດຮຽນກ່ຽວກັບໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ແຜນຍຸດທະສາດ ແລະແຜນການການຮ່ວມມືໃນໄລຍະຍາວ ໃນການພັດທະນາຂົງເຂດວຽກງານກະສິກຳ, ປ່າໄມ້ແລະ ພັດທະນາຊົນນະບົດ ຂອງ ສ ປປ ລາວ ແລະ ພ້ອມດຽວກັນນັ້ນ, ກໍ່ໄດ້ຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບຟາມລ້ຽງສັດແບບເປັນລະບົບຕ໋ອງໂສ້ ທີ່ຕິດພັນກັບໂຮງຂ້າສັດ,ການປຸງແຕ່ງຜະລິດຕະພັນ ແລະ ຟາມປູກໝາກອາງຸ່ນ ທີ່ຕິດພັນກັບການແປຮູບແລະ ຕະຫຼາດສົ່ງອອກ.ການໄປເຄື່ອນໄຫວວຽກງານຂອງຄະນະດັ່ງກ່າວໃນຄັ້ງນີ້, ປະເທດເຈົ້າພາບໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະຮ່ວມປຶກສາຫາລືວຽກງານຮ່ວມກັນຢ່າງໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.ພ້ອມດຽວກັນນັ້ນ, ກໍ່ເປັນໂອກາດອັນດີໃນການຂົນຂວາຍຍາດແຍ່ງທຶນຮອນເຂົ້າໃນການພັດທະນາຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໂດຍສະເພາະການພັດທະນາວຽກງານການ​ຜະລິດສະບຽງ​ອາຫານ ​ແລະການ​ຜະລິດເປັນ​ສິນຄ້າຂອງ ສປປລາວ ເພື່ອ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ໃນ​ໄລ​​ຍະ​ໃໝ່, ອີກດ້ານໜຶ່ງກໍ່ເປັນການແລກປ່ຽນບົດຮຽນດ້ານການຄຸ້ມຄອງ, ພັດທະນາດ້ານກະສິກຳ ແລະ ການ​ສະໜັບສະໜູນຊ່ວຍເຫຼືອ ​ໃຫ້​ແກ່ ສ ປປ ລາວໃນການພັດທະ​ນາການ​ຜະລິດຂະໜາດນ້ອຍ, ກະສິກຳສີຂຽວ ແລະ ນະໂຍບາຍພັດທະນາກະສິກຳສະອາດເພື່ອຮັບປະກັນການບໍລິໂພກສະອາດ ແລະການນຳໃຊ້ທ່າແຮງຂອງປະເທດເພື່ອສົ່ງເສີມການລົງທຶນຜະລິດສິນຄ້າ ສົ່ງອອກສູ່ຕະຫຼາດຕ່າງປະເທດ ໃຫ້ເຂັ້ມແຂງ ສາມາດ ແຂ່ງຂັນກັບພາກພື້ນ, ສາກົນ ແລະ ທັງຮັບປະກັນຄວາມຍືນຍົງໃນຕໍ່ໜ້າອິກດ້ວຍ.

ພາບ ແລະ ຂ່າວໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ