ກອງປະຊຸມຊີ້ນຳຂຸດໄຂ່ຕັກແຕນຢູ່ເມືອງຮ້ຽມ, ແຂວງ ຫົວພັນ.

1988

ໃນວັນທີ 3 ເມສາ 2018 ທ່ານ ບຸນສັກ ຖິ່ນນະຄອນ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຮ້ຽມ ແຂວງ ຫົວພັນ ພ້ອມດ້ວຍທິມງານວິຊາການໄດ້ຈັດກອງປະຊຸມຊຸກຍູ້ປຸກລະດົມປະຊາຊົນຂຸດໄຂ່ຕັກແຕນຝຸງໄມ້ປ່ອງ ແລະ ແນະະນຳ-ນຳພາປະຊາຊົນບ້ານສາກົກຂຸດທຳລາຍໄຂ່ຕັກແຕນ ມີຜູ້ເຂົ້າຮ່ວມທັງໝົດເກືອບ 30 ທ່ານ.

ໃນກອງປະຊຸມ ທ່ານ ສອນເພັດ ອິນທະວົງ ຫົວໜ້າໜ່ວຍງານປູກຝັງ, ຫ້ອງການກະສິກຳ ແລະ ປ່າເມືອງ ໄດ້ລາຍງານສະພາບການລະບາດຂອງໄຂ່ຕັກແຕນຝຸງໄມ້ປ່ອງ ຢູ່ເມືອງຮ້ຽມ ເຊີ່ງເມືອງຮ້ຽມປະກອບມີ 5 ກຸ່ມບ້ານ, ມີ 19 ບ້ານ, ມີ 34 ຈຸດ, ໃນເນື້ອທີ່ທັງໝົດ 637 ເຮັກຕາ  ພົບເຫັນຈຸດວາງໄຂ່ຂອງຕັກແຕນ 30 ຈຸດ ໃນເນື້ອທີ 99 ເຮັກຕາ, ນອກນັ້ນທ່ານຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງໄດ້ແນະນຳວີທີການຂຸດໄຂ່ ແລະ ລັກສະນະຂອງໄຂ່ຕັກແຕນຢູໃນດີນໄກ້ຮາກໄມ້ປ່ອງໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖີງ.

2004 2014

ໃນຕອນທ້າຍກອງປະຊຸມ ທ່ານ ບຸນສັກ ຖີ່ນນະຄອນໄດ້ເນັ້ນໜັກຕໍ່ກັບປະຊາຊົນ ບ້ານ ສາກົກ ໃຫ້ເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນສະກັດກັ້ນ, ປາບປາມ, ທຳລາຍໄຂ່ຂອງຕັກແຕນຕາມຈຸດຕ່າງໆທີ່ສຳຫຼວດພົບເຫັນ, ຊ່ວຍກັນນຳໃຊ້ທຸກວິທີການໂດຍສະເພາະພູມປັນຍາຂອງຊາວບ້ານເຊັ່ນ: ຂຸດໄຂ່ຕັກແຕນມາທຳລາຍ, ໃຊ້ມຸ້ງ, ດາງກວາດໂຕອ່ອນ ແລະ ວິທີອື່ນໆຕາມຄວາມເໝາະສົມເພື່ອບໍ່ໃຫ້ຕັກແຕນແຕກເປັນໂຕອ່ອນ ລະບາດສູ້ວົງກວ້າງ ແລະ ໄປທຳລາຍຜົນຜະລິດຂອງພໍ່ແມ່ປະຊາຊົນ.

ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ຕອນ ແລະ ປິດລົງດ້ວຍຜົນສຳເລັດຈາກນັ້ນ ທ່ານ ບຸນສັກ ຖີ່ນນະຄອນ ພ້ອມດ້ວຍວິຊາການ ແລະ ປະຊາຊົນສືບຕໍ່ເດີນທາງລົງພາກສະໜາມຂຸດໄຂ່ຕັກແຕນຢູ່ຕາມຈຸດວາງໄຂ ຕ່າງໆຢ່າງເປັນຂະບວນຟົດຟື້ນ ຮອດປະຈຸບັນການຈັດຕັ້ງປະຕິບັດຂຸດໄຂ່ຕັກແຕນຝຸງໄມ້ປ່ອງ ແມ່ນສຳເລັດໄປແລ້ວ 2 ຈຸດ, ມີໄຂ່ຕັກແຕນທີ່ຂຸດໄດ້ ຈຳນວນ 25 ກິໂລ, ສ່ວນຈຸດອື່ນໆ 28 ຈຸດແມ່ນຈະໄດ້ສືບຕໍ່ອິກ ແລະ ໄດ້ເກັບຊື້ໄຂ່ຕັກແຕນໃນລາຄາ 1 ກິໂລຕໍ່ 50,000 ກີບ, ນອກຈາກບ່ອນທີ່ບໍ່ສາມາດຂຸດທຳລາຍໄຂ່ຕັກແຕນໄດ້ ບ່ອນເຂົ້າຫາບໍ່ໄດ້ເ, ພູຜາສູງຊັນແມ່ນຈະໄດ້ສືບຕໍ່ຕິດຕາມການແຕກເປັນໂຕອ່ອນ ເພື່ອກະກຽມລົງສິດຢາປາບປາມ ແລະ ທຳລາຍ, ໃນຊ່ວງເປັນໂຕອ່ອນ ເພື່ອບໍ່ໃຫ້ຂະຫຍາຍເປັນໂຕແກ່ໄປທຳລາຍຜົນລະປູກຂອງພໍ່ແມ່ປະຊາຊົນອິກຕໍ່ໄປ

ພາບ ແລະ ຂ່າວໂດຍ: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຮ້ຽມ.

ກວດແກ້ໂດຍ: ທ່ານ ເຂັມພອນ ທິພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ