ຂ່າວ
ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອຣາ ປະຈໍາລາວ
ໃນຕອນບ່າຍຂອງວັນທີ 18 ພຶດສະພາ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອດສ ຣອນດອນ ອຸດສກາເຕີກີ (Jorge RondOn Uzcategui) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ໂບລິວາຣຽນ ແຫ່ງເວເນຊູເອຣາ ປະຈໍາ ສປປ ລາວ, ເນື່ອງໃນໂອກາດເຂົ້າດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈໍາ ສປປ ລາວ, ໃນໂອກາດດັ່ງກ່າວນີ້ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ເອກອັກຄະລັດຖະທູດໃນຄັ້ງນີ້ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນວຽກງານເສີມຂະຫຍາຍສາຍພົວພັນຮ່ວມມືລະ ຫວ່າງສອງປະເທດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຍິ່ງຂຶ້ນ, ໃນການພົບປະຄັ້ງນີ້ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຫຼາຍໆດ້ານໂດຍໄດ້ເນັ້ນໃສ່ວຽກງານຂອງຂະແໜງກະສິກໍາ, ການສົ່ງເສີມຜະລິດຕະພັນກະສິກໍາ ແລະ ວຽກການພັດທະນາປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດໃຫ້ດີຂື້ນ, ໂດຍໃນຕອນທ້າຍລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ສະແດງຄວາມຍ້ອງຍໍ ແລະ ຂອບໃຈຕໍ່ການມາຢ້ຽມຢາມໃນຄັ້ງນີ້ ແລະ ຫວັງວ່າໃນໄລຍະຂອງການດໍາລົງຕໍາແໜງຂອງທ່ານອັກຄະລັດຖະທູດຈະເຮັດໃຫ້ການຮ່ວມມື, ສາຍພົວພັນລະຫວ່າງ 2 ປະເທດນັບມື້ນັບຂະຫຍາຍຕົວຫຍິ່ງໆຂື້ນ.
ພາບ ແລະ ຂ່າວໂດຍ: ພະແນກຂ່າວສານກະສິກໍາ ແລະ ປ່າໄມ້
ທ່ານ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ຕິດຕາມການກໍາຈັດ ຕັກແຕນຝຸງໄມ້ປ່ອງ ຢູ່ແຂວງຫົວພັນ
ໃນທ້າຍອາທິດຜ່ານມາ, ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ການກໍາຈັດຕັກແຕນຝຸງໄມ້ປ່ອງ ຢູ່ເມືອງຮ້ຽມ, ແຂວງຫົວພັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ລາຄອນ ວົງລາສີ ຮອງເຈົ້າເມືອງ-ເມືອງຮ້ຽມ. ເຂົ້າຮ່ວມມີ ທ່ານ ບຸນຄໍາ ສີດາວົງ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຫົວພັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຮ້ຽມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. Continue reading
ການນໍາກະຊວງກະສິກໍາ ແລະປ່າໄມ້ ລົງຊຸກຍູ້ການຜະລິດກະສິກໍາ ຢູ່ແຂວງ ຊຽງຂວາງ
ໃນລະຫວ່າງວັນທີ 1-2 ພຶດສະພາ ນີ້ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການຜະລິດກະສິກໍາ ຢູ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາປາວ ມົວ ຮອງເຈົ້າແຂວງ ແຂວງຊຽງຂວາງ ມີບັນດາຫົວໜ້າຂະແໜງ-ຮອງຂະແໜງ ພ້ອມດ້ວຍວິຊາການພາຍໃນພະແນກເຂົ້າຮ່ວມ. ໂອກາດນີ້, ທ່ານ ວຽງຄໍາ ຈັນທະລາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະ 3 ເດືອນຕົ້ນປີ 2018 ວ່າ: ຜ່ານມາ ການນໍາພະແນກໄດ້ເອົາໃຈໃສ່ຕໍ່ວຽກງານແຜນງານຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ສາມາດສະໜອງຊີ້ນ, ປາ ແລະໄຂ່ ໃຫ້ຕະຫຼາດເທດສະບານແຂວງ, ບັນດາເມືອງ ໄດ້ພຽງພໍໂດຍພື້ນຖານ ແລະສາມາດແກ້ໄຂຄວາມທຸກຍາກຂອງຄອບຄົວອາຊີບເຮັດໄຮ່ໃນຊົນນະບົດໄດ້ເທື່ອລະກ້າວ, ແຜນງານການຜະລິດເປັນສິນຄ້າ ສາມາດສົ່ງສິນຄ້າອອກ ສາລີແຂງ ຈໍານວນ 122.600 ກວ່າໂຕນ, ຖົ່ວດິນ 125 ໂຕນ, ຂິງ 253 ໂຕນ, ເຂົ້າເປືອກ 4 ພັນກວ່າໂຕນ, ເຂົ້າສານ 45 ໂຕນ ແລະ ງ່າໝາກຄາຍ ໄດ້ 2 ພັນກວ່າງ່າ. Continue reading
ກອງປະຊຸມປຶກສາຫາລືເນື້ອໃນຮ່າງກົດໝາຍ ວ່າດ້ວຍປ່າໄມ້ສະບັບປັບປຸງ
ໃນລະຫວ່າງວັນທີ 7-8 ພຶດສະພາ ກະຊວງກະສິກໍາ ແລະປ່າໄມ້ ໄດ້ເປີດກອງປະຊຸມປຶກສາຫາລືເນື້ອໃນຮ່າງກົດໝາຍ ວ່າດ້ວຍປ່າໄມ້ສະບັບປັບປຸງ ປະຈໍາພາກເໜືອ ຢູ່ຫ້ອງປະຊຸມພະແນກ ກະສິກໍາ ແລະປ່າໄມ້ ແຂວງອຸດົມໄຊ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ-ແຂວງອຸດົມໄຊ. ມີຜູ້ແທນມາຈາກສະພາປະຊາຊົນຂັ້ນແຂວງ, ໄອຍະການແຂວງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທີ່ມາຈາກ 7 ແຂວງພາກເໜືອເຂົ້າຮ່ວມ. Continue reading
ທ່ານລັດຖະມົນຕີຊຸກຍູ້ວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
ໃນວັນທີ 11 ພຶດສະພາ 2018 ທ່ານ ລຽນທີແກ້ວລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ພ້ອມດ້ວຍຄະນະລົງຊຸກຍູ້ວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດທີ່ພະແນກກະສິກຳ ແລະປ່າໄມ້ແຂວງບໍລິຄຳໄຊ. ມີຫົວໜ້າ, ຮອງຫົວໜ້າພະແນກກປ ແລະພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ. Continue reading
ກອງປະຊຸມປຶກສາຫາລື ເນື້ອໃນຮ່າງກົດຫມາຍວ່າດ້ວຍປ່າໄມ້ ສະບັບປັບປຸງ
ໃນວັນທີ 7 ພຶດສະພາ 2018, ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງຈຳປາສັກ ຫລັກ 4, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສືບຕໍ່ຈັດກອງປະຊຸມທາບທາມກົດຫມາຍວ່າດ້ວຍປ່າໄມ້ ສະບັບປັບປຸງເພື່ອປ່ຽນແທນກົດຫມາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007ຂື້ນ, ໂດຍການເປັນປະທານຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ແລະ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງໆຈຳປາສັກ. ມີບັນດາຫົວຫນ້າກົມ, ຮອງກົມ, ຫົວຫນ້າ ແລະ ຜູ້ຕາງຫນ້າຈາກ ສານປະຊາຊົນແຂວງ, ໄອຍະການ,ສະພາປະຊາຊົນທ້ອງຖິ່ນ, ຫ້ອງການແນວລາວສ້າງຊາດ, ພະແນກ ກະສິກຳ ແລະ ປ່າໄມ້ແຂວງຈາກ 4 ແຂວງພາກໃຕ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 80 ກ່ວາທ່ານ. ຈຸດປະສົງເພື່ອລະດົມແນວຄວາມຄິດຈາກທຸກພາກສ່ວນເຂົ້າໃສ່ຮ່າງກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ ແນໃສ່ເຮັດໃຫ້ເນື້ອໃນຂອງກົດຫມາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ມີປະສິດທິຜົນ ໃນເວລານຳໄປຈັດຕັ້ງປະຕິບັດຕົວຈິງ ພ້ອມທັງແທດ ເໝາະກັບຍຸດທະສາດ, ນະໂຍບາຍການຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຂອງພັກ ແລະ ລັດຖະ ບານ ທັງແນໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນໃນຂົງເຂດການຄຸ້ມຄອງປ່າໄມ້ ແລະ ຊັບພະຍາ ກອນທຳມະຊາດ. ໂດຍຮ່າງກົດຫມາຍວ່າດ້ວຍປ່າໄມ້ທີສະເໜີຜ່ານກອງປະຊຸມທາບທາມຄັ້ງນີ້ ມີ 13 ພາກ, 17 ໝວດ, 150 ມາດຕາ ແລະ ເພີ່ມໃໝ່ 1 ພາກ, 4 ໝວດ ແລະ 20 ມາດຕາ. ທັງເປັນການກະກຽມນຳສະເຫນີໃນກອງປະຊຸມລັດຖະບານໃນເດືອນມິຖຸນາ 2018 ແລະ ມີກຳນົດເຂົ້າສະ ເໜີຕໍ່ສະພາໃນທ້າຍປີ 2018 ນີ້ນຳອີກ.
ພາບ ແລະ ຂ່າວໂດຍ: ພະແນກຂ່າວສານ ກະສິກໍາ ແລະ ປ່າໄມ້
ກະຊວງກະສິກໍາ ແລະ ປ່າໄມ້ຈັດກອງປະຊຸມເຊື່ອມຊືມຄໍາສັ່ງນາຍົກລັດຖະມົນຕີ ແລະ ວຽກງານ 3 ສ້າງ
ໃນວັນທີ 03 ພຶດສະພາ 2018 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຊີ້ນຳການຈັດຕັ້ງປະຕິບັດຄຳສັ່ງນາຍົກລັດຖະມົນຕີວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດ ຕັ້ງ ແລະ ການບັນຈຸລັດຖະກອນໃໝ່, ສະບັບເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018, ສະຫຼຸບປີ 2016-2017, ທິດທາງແຜນການປີ 2018 ແລະ ຊີ້ນຳການຈັດຕັ້ງປະຕິບັດວຽກງານ 03ສ້າງ ຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໃຫ້ກຽດເປັນປະທານໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳຮອງລັດຖະ ມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ, ຫ້ອງການ, ກົມ, ສະຖາບັນ, ພະແນກ, ສູນ ແລະໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ເຂົ້າຮ່ວມທັງໝົດ 82 ທ່ານ, ຍິງ 41 ທ່ານ.
ທ່ານ ນ. ພວງເພັດ ປູ່ວັງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງກະຊວງກະສິກໍາ ແລະ ປ່າໄມ້ໃນໄລຍະຜ່ານມາວ່າ: ຄະນະພັກ, ຄະນະນຳແຕ່ລະຂັ້ນໄດ້ເອົາໃຈໃສ່ນຳພາການປັບປຸງພາລະບົດບາດ ເຊິ່ງໄດ້ສຳເລັດການປັບປຸງພາລະບົດໂດຍພື້ນຖານ, ທົບທວນ ແລະ ປັບປຸງຄືນໃໝ່ ໂດຍເນັ້ນໃສ່ແບ່ງຂັ້ນຄຸ້ມຄອງມະຫາພາກ ແລະຈຸລະພາກ, ມີການຄຸ້ມຄອງຕາມທິດ 03 ສ້າງ.
ທ່ານ ຄຳພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງ, ທັງເປັນຫົວໜ້າກອງເລຂາ 03 ສ້າງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ 03 ສ້າງໃນສົກປີຜ່ານມາຂອງຂະແໜງການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຜັນຂະຫຍາຍຕາມມະຕິ ເລກທີ 25/ຄມສພ, ຄຳສັ່ງ ເລກທີ 34/ນຍ ແລະ ຄຳແນະນຳ ເລກທີ 02/ພນ. ໂດຍເລີ່ມຈາກການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ, ຄຳແນະນຳ ແລະ ນິຕິກຳກ່ຽວກັບວຽກງານ 03 ສ້າງ, ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່ານະໂຍບາຍ 03 ສ້າງ ແມ່ນຖືກທິດ ແລະ ໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນລາວບັນດາເຜົ່າ ສາມາດຕີລາຄາໄດ້ວ່າມີຫຼາຍດ້ານທີ່ພົ້ນເດັ່ນຂຶ້ນ ເປັນຕົ້ນ: ໄດ້ຫັນປ່ຽນດ້ານຈິນຕະນາການຂອງສັງຄົມ ເພື່ອບຸກທະລຸທັງ 4 ດ້ານຂອງພັກເວົ້າລວມ, ເວົ້າສະເພາະແມ່ນໄດ້ຫັນປ່ຽນການທຳມາຫາກິນແບບດັ້ງເດີມຂອງປະຊາຊົນ ໄປສູ່ການຜະລິດເປັນສິນຄ້າ, ສ້າງລາຍຮັບເພີ່ມຂຶ້ນໃຫ້ແກ່ຄອບຄົວ, ເຮັດໃຫ້ຊີວິດການເປັນຢູ່ເຂົາເຈົ້າດີຂຶ້ນ, ປະຊາຊົນມີການຕື່ນຕົວກ້າກູ້ຢືມເງິນຈາກສະຖາບັນການເງິນໄປເຮັດການຜະລິດເປັນສິນຄ້າຫຼາຍຂຶ້ນ, ຊາວກະສິກອນໄດ້ຫັນມານຳໃຊ້ກົນຈັກເພີ່ມຂຶ້ນ, ສ້າງໄດ້ຄອບຄົວຕົວແບບດ້ານການປູກ-ການລ້ຽງນັບມື້ນັບຫຼາຍອັນໄດ້ສ້າງເງື່ອນໄຂໃຫ້ແກ່ການສ້າງຄອບຄົວກະສິກໍາ ແລະ ປ່າໄມ້ຕົວແບບ, ບ້ານແບບຢ່າງກະສິກຳ ແລະ ປ່າໄມ້ ແລະ ເມືອງກະສິກໍາ ແລະ ປ່າໄມ້ພັດທະນາຕາມທິດ 03 ສ້າງ.
ໃນຕອນທ້າຍທ່ານປະທານໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມວ່າ: ໄລຍະແຕ່ປີ 2012-2015 ເປັນໄລຍະເຮັດທົດລອງວຽກງານ 3ສ້າງ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ຄົ້ນຄວ້າ, ປັບປຸງອອກກົດໝາຍ ແລະ ບັນດານິຕິກໍາລຸ່ມກົດໝາຍຫຼາຍສະບັບ. ຈາກນັ້ນ, ກໍ່ໄດ້ກໍານົດແບ່ງຄວາມຮັບຜິດຊອບລະຫວ່າງກະຊວງກັບພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງ, ໄດ້ໂຮມເອົາວຽກງານປ່າສະຫງວນ, ປ່າປ້ອງກັນ ແລະ ວຽກພັດທະນາຊົນນະບົດແກ້ໄຂຄວາມທຸກຍາກມາໂຮມກັນຢູ່ກະຊວງກະສິກໍາ ແລະ ປ່າໄມ້. ໃນຕໍ່ໜ້າໃຫ້ທຸກພາກສ່ວນກ່ຽວຂ້ອງແກ້ໄຂຂໍ້ຄົງຄ້າງໃນການພົວພັນປະສານງານລະຫວ່າງສູນກາງ ແລະ ທ້ອງຖີ່ນໃຫ້ມີຄວາມກົມກຽວກັນດີຂຶ້ນກວ່າເກົ່າ. ເອົາໃຈໃສ່ຊ່ວຍໜູນທາງດ້ານວິຊາການ ໃຫ້ບັນດາກົມ ແລະ ທຽບເທົ່າສືບຕໍ່ຊ່ວຍທ້ອງຖີ່ນຕາມທິດ 3 ສ້າງ. ຊ່ວຍສ້າງພະນັກງານວິຊາການ, ຈັດຝຶກອົບຮົມກັບທີ່, ຊ່ວຍດ້ານວັດຖຸ-ອຸປະກອນ ແລະ ເຕັກນິກ-ເຕັກໂນໂລຊີ ຕາມທິດຫັນເປັນທັນສະໃໝເທື່ອລະກ້າວ ແລະ ເອົາໃຈໃສ່ໃນການຕິດຕາມປະເມີນຜົນເປັນແຕ່ລະໄລຍະຢ່າງປົກະຕິ.
ໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້
ທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພົບປະສອງຝ່າຍກັບ ເອກອະທິບໍດີອົງການ FAO
ໃນລະຫວ່າງວັນທີ 9-13/4/2018 ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 34 ຂອງ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (The Thirty-fourth Session of the FAO Regional Conference for Asia and the Pacific) ຢູ່ທີ່ນາດີ, ປະເທດຟີຈິ. ເປັນປະທານໃນພິທີເປີດກອງປະຊຸມໂດຍ ທ່ານ MAJOR-GENERAL (RET’D) JIOJI KONUSI KONROTE, ປະທານປະເທດຟີຈິ, ຊຶ່ງມີຜູ້ແທນຂັ້ນສູງຈາກ 46 ປະເທດ ໃນຂົງເຂດພາກພື້ນອາຊີ-ປາຊີຟິກເຂົ້າຮ່ວມ. ກອງປະຊຸມໄດ້ແບ່ງອອກ ເປັນ 2 ລະດັບຄື: ລະດັບທີ 1: ເປັນກອງປະຊຸມປຶກສາຫາລືລະດັບວິຊາການ (Senior Officer) ຊຶ່ງໄດ້ປຶກສາຫາລື ລົງເລິກ ກ່ຽວກັບ ນະໂຍບາຍສາກົນ ແລະ ພາກພື້ນ (Regional and Global Policy) ແລະ ລະບຽບການ (Regulatory) ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ. ໂດຍສະເພາະແມ່ນການປຶກສາຫາລື ກ່ຽວກັບ ຜົນຂອງການຈັດຕັ້ງປະຕິບັດວຽກງານການຄໍ້າປະກັນສະບຽງອາຫານ ແລະ ການກະເສດ, ແນວໂນ້ມ ແລະ ປະເດັນຕ່າງໆທີ່ອາດເກີດຂື້ນໃນອານາຄົດ ທີ່ຕິດພັນກັບ ແຜນການປະຕິບັດງານດ້ານສະພາບອາກາດ ຂອງ ຂະແໜງກະສິກໍາ ເພື່ອໃຫ້ທັນຕໍ່ສະພາບການປ່ຽນແປງດິນຟ້າອາກາດ ຂອງ ວາລະປີ 2030 ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ. ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ໄດ້ປຶກສາຫາລື ກ່ຽວກັບ ແຜນງານ/ໂຄງການ ແລະ ແຜນງົບປະມານ ໂດຍເລັ່ງ ໃສ່ກິດຈະກໍາບູລິມະສິດ ໃນພາກພື້ນ ແລະ ການແບ່ງຂັ້ນຄຸ້ມຄອງ ແລະ ລະດັບທີ 2: ເປັນກອງປະຊຸມລະດັບລັດຖະມົນຕີ (Ministerial Session/PlenarySession) ຊຶ່ງໄດ້ປຶກສາຫາລື ກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍ ຢູ່ໃນພາກພື້ນ
ແລະ ຂົງເຂດບູລິມະສິດວຽກງານ, ແຜນງານ ແລະ ໂຄງການບູລີມະສິດຢູ່ໃນບັນດາປະເທດສະມາຊິກ ແລະ ຂົງເຂດພາກພື້ນອາຊີ-ປາຊີຟິກ ເພື່ອປັບປຸງວຽກງານຄ້ຳປະກັນສະບຽງອາຫານ, ການແກ້ໄຂຄວາມອຶດຫິວ, ໂພຊະນາການ, ການເພີ່ມຜະລິດຕະພາບຂອງການກະສິກໍາ, ຍົກສູງບົດບາດຂອງມາດຖານການດໍາລົງຊີວິດ ຂອງ ປະຊາກອນທີ່ອາໃສຢູ່ໃນເຂດຊົນນະບົດ ແລະ ປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງເສດຖະກິດລະດັບປະເທດ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີກອງປະຊຸມໂຕະມົນ (Round Table) ເພື່ອປຶກສາຫາລື ກ່ຽວກັບ ການລຶບລ້າງຄວາມອຶດຫິວ, ການຊຸກຍູ້ສົ່ງເສີມ ການມີສຸຂະພາບທີ່ດີໃນອະນາຄົດ ແລະ ລະບົບການຄ້ຳປະກັນສະບຽງອາຫານ ໃນຂົງເຂດອາຊີ ແລະ ປາຊີຟິກ, ຊຶ່ງໃນກອງປະຊຸມດັ່ງກ່າວນີ້, ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບກຽດຂຶ້ນບັນຍາຍ ກ່ຽວກັບ ບົດຮຽນ-ຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານລຶບລ້າງຄວາມທຸກຍາກຂອງ ສປປລາວ (ສປປລາວ ແມ່ນໜຶ່ງໃນ 15 ປະເທດທີ່ມີຜົນງານດີເດັ່ນໃນການບັນລຸວຽກງານດັ່ງກ່າວນີ້), ລວມແນວທາງນະໂຍບາຍການພັດທະນາກະສິກຳ ແລະ ການພັດທະນາຊົນນະບົດ ຂອງ ສປປ ລາວ ແລະ ພາກພື້ນ ຕໍ່ທີ່ປະຊຸມ, ຊຶ່ງໄດ້ເນັ້ນໃຫ້ເຫັນເຖິງບັນດາທ່າແຮງ (Opportunities), ສິ່ງກີດຂວາງຕ່າງໆ (Challenges) ແລະ ບັນດາຂົງເຂດຈຸດສຸມ ໃນການພັດທະນາຂະແໜງການກະສິກຳ ແລະ ຊົນນະບົດ (agriculture and rural economy) ຢູ່ ສປປລາວ ເພື່ອແລກປ່ຽນຢູ່ໃນທີ່ປະຊຸມ ແລະ ສະເໜີໃຫ້ອົງການ FAO ພິຈາລະນາສືບຕໍ່ໃຫ້ການຊ່ວຍເຫຼືອໃນຕໍ່ໜ້າ. ໃນຕອນທ້າຍຂອງກອງປະຊຸມແມ່ນໄດ້ຮັບຮອງເອົາຜົນກອງປະຊຸມໃນຄັ້ງນີ້ (ຄັ້ງທີ 34) ເພື່ອນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນຕໍ່ໜ້າ.
ນອກຈາກການເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 34 ຂອງ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ແລ້ວ, ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ປະຊຸມສອງຝ່າຍກັບເອກອະທິບໍດີ (Director General) ຂອງອົງການ FAO ແລະ ຜູ້ຊ່ວຍເອກອະທິບໍດີຂອງອົງການ FAO ປະຈຳພາກພື້ນອາຊີ ແລະ ປາຊີຟິກ (Assistant Director General for Asia and the Pacific) ເພື່ອປຶກສາຫາລືຕໍ່ກັບໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ແຜນການຈຸດສຸມຮ່ວມມືໃນຕໍ່ໜ້າ ດັ່ງນີ້: ຄະນະຝ່າຍ ລາວ ສະແດງ ຄວາມຂອບໃຈ ຕໍ່ ທ່ານ ເອກະອະທິບໍດີ ອົງການ ອາຫານ ແລະ ການກະເສດ ແລະ ໄດ້ຕີລາຄາສູງ ທີ່ ອົງການ ອາຫານ ແລະ ການກະເສດ ໄດ້ໃຫ້ ການສະໜັບສະໜູນ ດ້ານວິຊາການ ໃນການລຶບລ້າງຄວາມທຸກຍາກ, ການຄ້ຳປະກັນສະບຽງອາຫານ, ໂພຊະນາການ, ການປ່ຽນແປງດິນຟ້າອາກາດ, ການຄວບຄຸມ ແລະ ກຳຈັດ ຕັກແຕນຝູງໄມ້ປ່ອງ, ການສ້າງຕັ້ງ ກົມນະໂຍບາຍ ແລະ ນິຕິກຳ ຊື່ງເປັນກົມໃໝ່ ຂອງ ກະຊວງ ກະສິກຳ ແລະ ປ່າມ້ ທີ່ເຮັດໜ້າທີ່ ຄົ້ນຄວ້າ ແລະ ກຳນົດ ນະໂຍບາຍ ເສດຖະກິດ ກະສີກຳ, ປ່າໄມ້, ພັດທະນາ ຊົນນະບົດ ແລະ ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ (Census), ຊຶ່ງເຫັນວ່າໄດ້ຮັບຜົນສຳເລັດສູງ ແລະ ຜູ້ຕາງໜ້າອົງການ FAO ປະຈຳ ສປປລາວ (Dr. Stephen Rudgard) ກໍ່ໄດ້ເອົາໃຈໃສ່ໃນການປະສານງານ ແລະ ເຮັດໜ້າທີ່ເປັນປະທານຮ່ວມໃນຂະບວນການໂຕະມົນ ຂອງ ຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ ເພື່ອລະດົມຂົນຂວາຍແຫຼ່ງທຶນຈາກສາກົນເຂົ້າມາພັດທະນາ ສປປລາວ (ບົນພື້ນຖານຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານທີ່ດີເລີດຂອງຜູ້ກ່ຽວ, ລັດຖະບານ ສປປລາວ ໄດ້ຕົກລົງຍ້ອງຍໍຜົນງານ ໂດຍມອບຫຼຽນກາມິດຕະພາບໃຫ້ແກ່ຜູ້ກ່ຽວ).
ພ້ອມດຽວກັນນັ້ນ, ກໍ່ໄດ້ສະເໜີ ໃຫ້ ອົງການ ອາຫານ ແລະ ການກະເສດ ສືບຕໍ່ສະໜັບສະໜູນ ດ້ານນະໂຍບາຍ ການຄ້ຳປະກັນ ສະບຽງອາຫານ ຄົບໂພຊະນາການ, ການປາບ ແລະ ກຳຈັດ ຕັກແຕນຝູງໄມ້ປ່ອງ ທີ່ຍັງລະບາດ ຢູ່ເຂດພາກເໜືອຂອງລາວ, ການສະໜັບສະໜູນ ການສຳຫຼວດ ສະຖິຕິ ກະສິກຳ ທົ່ວປະເທດ ໃນປີ 2018-2019 ໂດຍສະເພາະ ການຊ່ວຍ ລະດົມຂົນຂວາຍ ທຶນຮອນ ໃນການ ກະກຽມ ປະຕິບັດວຽກ ແລະ ການລົງສຳຫຼວດຕົວຈິງ ຊື່ງຜ່ານມາ ໂດຍປົກກະຕິ ພວກເຮົາ ເຮັດການ ສຳຫຼວດ ໃນທຸກໆ 10 ປີ. ແຕ່ ການສຳຫຼວດ ຄັ້ງນີ້ ແມ່ນ ເພື່ອເປັນບ່ອນອີງ ໃນການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ການພົວພັນ ຮ່ວມມື ດ້ານກະສິກຳ ໄດ້ມີການຂະຫຍາຍໂຕໃນລະດັບດີ ໂດຍສະເພາະ ແມ່ນການພັດທະນາ ການຜະລິດ ແບບຍືນຍົງ, ສະອາດ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ ຊຶ່ງເປັນ ນະໂຍບາຍໜຶ່ງ ທີ່ສໍາຄັນ ຂອງ ລັດຖະບານ ລາວ ແລະ ເປັນໜຶ່ງ ໃນບູລິມະສິດ ການພັດທະນາ ເສດຖະກິດສັງຄົມ ໃນໄລຍະຍາວນານ. ນອກຈາກ ເປົ້າໝາຍ ການສົ່ງເສີມ ການຜະລິດ ສະບຽງອາຫານແລ້ວ, ລັດຖະບານ ລາວ ຍັງສົ່ງເສີມ ນຳໃຊ້ ທ່າແຮງ ດ້ານຊັບພະຍາກອນ ທຳມະຊາດ ແລະ ດ້ານຊີວະນາໆພັນ ເຂົ້າໃນ ການຜະລິດ ເປັນສິນຄ້າ ທີ່ມີມາດຖານ ແລະ ຄຸນນະພາບສູງ ເພື່ອສົ່ງອອກ ຕະຫຼາດສາກົນເຊັ່ນ: ການປູກກາເຟ ແລະ ປູກຊາສະອາດ, ການປູກຜັກ ແລະ ໝາກໄມ້ ສະອາດ ແລະ ການລ້ຽງສັດ ແລະ ລ້ຽງປາ ສະອາດ ເຊີ່ງເປັນສິນຄ້າ ທີ່ມີຄວາມຕ້ອງການສູງ ໃນຂົງເຂດ ອາຊີຕາເວັນອອກ ແລະ ຕະຫຼາດໃນເອີິຣົບ.
ພາບ ແລະ ຂ່າວໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້
ກອງປະຊຸມເຜີຍແຜ່ ດຳລັດເລກທີ 348/ລບ ວ່າດ້ວຍມາດຕະຖານພັນທຸກ ແລະ ມາດຕະຖານພັດທະນາ
ເພື່ອຈັດຕັ້ງຜົນຂະຫຍາຍຕາມລຳລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມພັກ ແລະ ລັດຖະບານວາງອອກໃຫ້ປະກົດຜົນເປັນຈິງ.
ໃນຕອນເຊົ້າວັນທີ 28 ເມສາ 2018 ຜ່ານມານີ້ ທີ່ສະໂມສອນ ຂອງເມືອງ ປາກລາຍໄດ້ຈັດກອງປະຊຸມ ຈັດຕັ້ງເຜີຍແຜ່ ດຳລັດເລກທີ 348 ວ່າດ້ວຍມາ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ແລະ ການຜັນຂະຫຍາຍສ້າງຕົວແບບກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ຕິດພັນກັບວຽກງານ 3 ສ້າງ, ໂດຍການເປັນປະທານຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ພົວສະຫວັນ ສິດທະວົງ ເຈົ້າແຂວງ ແຂວງ ໄຊຍະບູລີ ພ້ອມນີ້ມີບັນດາກົມ, ຫ້ອງການ ພະແນກການຂອງແຂວງ ຂອງ ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນທີ່ປະຊຸມ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງ ໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ເພື່ອສືບຕໍ່ການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢ່າງເປັນລະບົບຕໍ່ເນື່ອງ, ຄະນະບໍລິຫານງານພັກແຂວງ ແຕ່ລະສະໄໝກໍໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກຍຸດທະສາດສໍາຄັນ ແລະ ເປັນແບບແຜນນໍາພາວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ, ແນ່ໃສ່ກໍ່ສ້າງ, ປັບປຸງລະບົບການເມືອງຢູ່ຮາກຖານ ສໍານັກງານອົງການບ້ານ ໂດຍສຸມໃສ່ປະຕິບັດ 4 ເນື້ອໃນ 4 ຄາດໝາຍໃຫ້ມີຄວາມໜັກແໜ້ນເຂັ້ມແຂງ
ເປັນກ້າວໆມາ, ເພື່ອບັນລຸຄາດໝາຍ ມະຕິ Xຂອງພັກ, ມະຕິ VI ຂອງຄະນະບໍລິຫານງານພັກແຂວງວາງອອກ, ໃນການເພີ່ມທະວີການນໍາພາຂອງພັກ ກ່ຽວກັບການສືບຕໍ່ ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຢູ່ແຂວງໄຊຍະບູລີ. ພ້ອມນີ້ກໍ່ໄດ້ຮັບຝັງການລາຍງານຈາກທ່ານ ເຈົ້າເມືອງປາກລາຍ,ນາຍບ້ານບ້ານ ບວມເລົາ-ຜາແກ້ວ ແລະ ບ້ານ ບົວບານ ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງໄລຍະທີ່ຜ່ານມາ ຊື່ງສະແດງໃຫ້ເຫັນໃນຫຼາຍໆດ້ານມີການພັດທະນາ, ມີການສົ່ງເສີມການຜະລິດຢ່າງເປັນຈຸດສຸມ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ໝັ່ນຄົງ, ສາມາດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.
ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍຄວາມສຳຄັນ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຊີ້ນຳ ແລະ ໂອລົມຕໍ່ພະນັກງານທຸກຂັ້ນ ຈົ່ງພ້ອມໃຈກັນເປັນຈິດໜື່ງໃຈດຽວກັນ ປະຕິບັດດຳລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃຫ້ປະກົດຜົນເປັນຈີງ. ຊື່ງປະກອບມີ 6 ໝວດ; 19 ມາດຕາ ໂດຍສະເພາະ ມາດຕະຖານພົ້ນທຸກ ແລະ ມາດຕະຖານ ພັດທະນາ ການກໍານົດເງື່ອນໄຂພື້ນຖານທາງດ້ານເສດຖະກິດ-ສັງຄົມ ເພື່ອວັດແທກຄອບຄົວ, ບ້ານ ແລະ ເມືອງພົ້ນທຸກ ທີ່ມີລັກສະນະຮອບດ້ານ ເພື່ອວັດແທກຜົນສໍາເລັດຂອງການສ້າງຄອບຄົວ, ບ້ານພັດທະນາ, ບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ທີ່ຕິດພັນກັບວຽກງານ 3 ສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ,ສ້າງເມືອງໃຫ້ເຂັມແຂງຮອບດ້ານ, ສ້າງບ້ານໃຫ້ກາຍເປັນບ້ານພັດທະນາ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາຂ່າວສານກະສິກຳ ແລະ ປ່າໄມ້
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມບ້ານ 3 ສ້າງເຂດເມືອງ ປາກລາຍ ແຂວງ ໄຊຍະບູລີ
ໃນລະຫວ່າງວັນທີ 27-28 ເມສາ 2018 ຜ່ານມາ ທ່ານ ປອ ລຽນທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຢ້ຽມຢາມບ້ານ 3 ສ້າງເຂດເມືອງ ປາກລາຍ ແຂວງ ໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ອຳຄາ ລັດສະໜີ ຮອງເຈົ້າເມືອງ ເມືອງແກ່ນທ້າວ ພ້ອມດຽວກັນນີ້ກໍ່ໄດ້ຮັບຟັງການລາຍຂອງທ່ານ ບຸນສົງ ລາດຊະວົງ ນາຍບ້ານ ບ້ານໜອງ ໃຫ້ຮູ້ວ່າ: ບ້ານ ໜອງເປັນບ້ານໜື່ງ ທີ່ນອນໃນບ້ານ 3 ສ້າງ ເປັນບ້ານທີ່ມີມູນເຊື້ອໃນການດຸໜັ່ນຂະຍັນພຽນໃນການອອກແຮງງານປູກຝັງ ແລະ ລ້ຽງສັດ ມີເນື້ອທີ່ທັງໝົດ 3 ພັນກວ່າເຮັກຕາ, ໃນນັ້ນມີດີນປູກສ້າງ 5 ຮ້ອຍກວ່າເຮັກຕາ, ດີນກະສິກຳ 1 ພັນກວ່າເຮັກຕາ, ດີນປ່າປ້ອງກັນຂອງບ້ານ, ດີນປ່າສະຫງວນ, ແລະ ດີນອື່ນໆ ຈຳນວນ 1 ພັນກວ່າເຮັກຕາ, ມີປະຊາກອນພາຍໃນບ້ານ 1.800 ຄົນ, ຍິງ 885 ຄົນ, ມີ 362 ຄອບຄົວ ມີເຮືອນ 406 ຫຼັງຄາ, ປະຊາຊົນໃນເຂດດັ່ງກ່າວເຮັດການຜະລິດດ້ວຍການປູກສາລີ, ມັນຕົ້ນ ແລະ ພືດຜັກຕ່າງໆ, ນອກນັ້ນຍັງປູກຫຍ້າລ້ຽງສັດ, ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນໂດຍສະເລ່ຍຕໍ່ຫົວຄົນເທົ່າກັບ 2,464 ດອນລາ/ຄົນ/ປີ. ໃນມື້ຕໍ່ມາຄະນະດັ່ງກ່າວກໍ່ໄດ້ລົງຢ້ຽມຢາມເຂດຊາຍແດນລາວ-ໄທ ທີ່ດ່ານ ພູດູ່ ຊື່ງນອນໃນ 25 ດ່ານ ສາກົນ ຂອງ ສປປ ລາວ. ໂດຍການຕ້ອນຮັບຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງ ໄຊຍະບູລີ, ພ້ອມນີ້ກໍ່ໄດ້ລົງຢ້ຽມຢາມບ້ານບວມເລົາ-ຜາແກ້ວ ເມືອງ ປາກລາຍ ແຂວງ ໄຊຍະບູລີ, ຊື່ງເປັນບ້ານຈຸດສຸມໃນການພັດທະນາ, ດ້ວຍການໂຮມບ້ານນ້ອຍໃຫ້ເປັນບ້ານໃຫ່ຍ, ສ້າງບ້ານໃຫຍ່ໃຫ້ກ່າຍເປັນຕົວເມືອງນ້ອຍໃນຊົນນະບົດ. ໂດຍໄດ້ຮັບຝັງການລາຍງານຈາກເລຂາພັກບ້ານໃຫ້ຮູ້ວ່າ: ບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວ ເປັນບ້ານທີ່ຕັ້ງຢູ່ໃຈກາງຂອງກຸ່ມບ້ານພັດທະນາ, ບ້ານດັ່ງກ່າວເປັນບ້ານໜື່ງທີ່ມີທ່າແຮງໃນການຜະລິດກະສິກຳເປັນສີນຄ້າເພື່ອສົ່ງອອກ, ຊື່ງປະກອນມີພົນລະເມືອງທັງໝົດ: 4.115 ຄົນ, ຍີງ 2.025 ຄົນ ມີ 1.010 ຄອບຄົວ, ມີ 95 ໜ່ວຍ ມີເນື້ອທີ່ທັງໝົດ 10 ພັນກວ່າເຮັກຕາ, ໃນນີ້ດີນກະສິກໍາກວມເອົາ 90% ຊື່ງສາມາດສ້າງລາຍຮັບໃຫ້ປະຊົນໂດຍສະເລຍ 2. ພັນກວ່າໂດລາ/ຄົນ/ປີ, ພ້ອມນີ້ບ້ານຍັງໄດ້ສ້າງຕັ້ງກອງທີໝູນຫວຽນພາຍໃນບ້ານ ມາເຖີງປະຈຸບັນມີເງີນໝູນວຽນທັງໝົດ 3 ຕື້ກວ່າກີບ.
ໃນໂອກາດທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ໃຫ້ທິດຊີ້ນຳ ແລະ ໂອລົມພໍ່ແມ່ປະຊາຊົນພາຍໃນບ້ານ ຈົ່ງພ້ອມໃຈກັນຮັກສາມູນເຊື້ອຄວາມດຸໝັ່ນຂະຍັນພຽນ ຜະລິດໃຫ້ຫຼາຍກາຍເປັນສີນຄ້າເພື່ອສົ່ງອອກ, ຈັດສັນຂອບເຂດບ້ານໃຫ້ລະອຽດ, ຊີ້ນຳໃຫ້ກົມພັດທະນາຊົນນະບົດ ແລະ ສະຫະກອນ ຕິດຕາມປະເມີນຜົນໃຫ້ຄົບມາດຕະຖານບ້ານພົ້ນໃຫ້ບັນລຸຕາມ 8 ເງື່ອນໄຂ ຕາມມາດຕະຖານ ຂອງດຳລັດເລກທີ່ 384/ລບ ວ່າດ້ວຍມາດຕະຖານພັນທຸກ ແລະ ມາດຕະຖານພັດທະນາ ໂດຍຕິດພັນກັບວຽກງານ 3 ສ້າງ ຂອງພັກ ແລະ ລັດຖະບານວາງອອກໃຫ້ປະກົດຜົນເປັນຈີງ.