ທ່ານ ປອ ພວງປາຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພົບປະສອງຝ່າຍກັບ ເອກອະທິບໍດີອົງການ FAO

34th Session Of The Regional Conference of Asia And The Pacific

ໃນລະຫວ່າງວັນທີ 9-13/4/2018 ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 34 ຂອງ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (The Thirty-fourth Session of the FAO Regional Conference for Asia and the Pacific) ຢູ່ທີ່ນາດີ, ປະເທດຟີຈິ. ເປັນປະທານໃນພິທີເປີດກອງປະຊຸມໂດຍ ທ່ານ MAJOR-GENERAL (RET’D) JIOJI KONUSI KONROTE, ປະທານປະເທດຟີຈິ, ຊຶ່ງມີຜູ້ແທນຂັ້ນສູງຈາກ 46 ປະເທດ ໃນຂົງເຂດພາກພື້ນອາຊີ-ປາຊີຟິກເຂົ້າຮ່ວມ. ກອງປະຊຸມໄດ້ແບ່ງອອກ ເປັນ 2 ລະດັບຄື: ລະດັບທີ 1: ເປັນກອງປະຊຸມປຶກສາຫາລືລະດັບວິຊາການ (Senior Officer) ຊຶ່ງໄດ້ປຶກສາຫາລື ລົງເລິກ ກ່ຽວກັບ ນະໂຍບາຍສາກົນ ແລະ ພາກພື້ນ (Regional and Global Policy) ແລະ ລະບຽບການ (Regulatory) ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ. ໂດຍສະເພາະແມ່ນການປຶກສາຫາລື ກ່ຽວກັບ ຜົນຂອງການຈັດຕັ້ງປະຕິບັດວຽກງານການຄໍ້າປະກັນສະບຽງອາຫານ ແລະ ການກະເສດ, ແນວໂນ້ມ ແລະ ປະເດັນຕ່າງໆທີ່ອາດເກີດຂື້ນໃນອານາຄົດ ທີ່ຕິດພັນກັບ ແຜນການປະຕິບັດງານດ້ານສະພາບອາກາດ ຂອງ ຂະແໜງກະສິກໍາ ເພື່ອໃຫ້ທັນຕໍ່ສະພາບການປ່ຽນແປງດິນຟ້າອາກາດ ຂອງ ວາລະປີ 2030 ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ. ພ້ອມດຽວກັນນັ້ນ, ກອງປະຊຸມກໍ່ໄດ້ປຶກສາຫາລື ກ່ຽວກັບ ແຜນງານ/ໂຄງການ ແລະ ແຜນງົບປະມານ ໂດຍເລັ່ງ ໃສ່ກິດຈະກໍາບູລິມະສິດ ໃນພາກພື້ນ ແລະ ການແບ່ງຂັ້ນຄຸ້ມຄອງ ແລະ ລະດັບທີ 2: ເປັນກອງປະຊຸມລະດັບລັດຖະມົນຕີ (Ministerial Session/PlenarySession) ຊຶ່ງໄດ້ປຶກສາຫາລື ກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍ ຢູ່ໃນພາກພື້ນ

DSC_0848

3 ພົບປະສອງຝ່າຍກັບຜູ້ຊ່ວຍເອກອະທິບໍດີອົງການ FAO9

ແລະ ຂົງເຂດບູລິມະສິດວຽກງານ, ແຜນງານ ແລະ ໂຄງການບູລີມະສິດຢູ່ໃນບັນດາປະເທດສະມາຊິກ ແລະ ຂົງເຂດພາກພື້ນອາຊີ-ປາຊີຟິກ ເພື່ອປັບປຸງວຽກງານຄ້ຳປະກັນສະບຽງອາຫານ, ການແກ້ໄຂຄວາມອຶດຫິວ, ໂພຊະນາການ, ການເພີ່ມຜະລິດຕະພາບຂອງການກະສິກໍາ, ຍົກສູງບົດບາດຂອງມາດຖານການດໍາລົງຊີວິດ ຂອງ ປະຊາກອນທີ່ອາໃສຢູ່ໃນເຂດຊົນນະບົດ ແລະ ປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງເສດຖະກິດລະດັບປະເທດ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີກອງປະຊຸມໂຕະມົນ (Round Table) ເພື່ອປຶກສາຫາລື ກ່ຽວກັບ ການລຶບລ້າງຄວາມອຶດຫິວ, ການຊຸກຍູ້ສົ່ງເສີມ ການມີສຸຂະພາບທີ່ດີໃນອະນາຄົດ ແລະ ລະບົບການຄ້ຳປະກັນສະບຽງອາຫານ ໃນຂົງເຂດອາຊີ ແລະ ປາຊີຟິກ, ຊຶ່ງໃນກອງປະຊຸມດັ່ງກ່າວນີ້, ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບກຽດຂຶ້ນບັນຍາຍ ກ່ຽວກັບ ບົດຮຽນ-ຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານລຶບລ້າງຄວາມທຸກຍາກຂອງ ສປປລາວ (ສປປລາວ ແມ່ນໜຶ່ງໃນ 15 ປະເທດທີ່ມີຜົນງານດີເດັ່ນໃນການບັນລຸວຽກງານດັ່ງກ່າວນີ້), ລວມແນວທາງນະໂຍບາຍການພັດທະນາກະສິກຳ ແລະ ການພັດທະນາຊົນນະບົດ ຂອງ ສປປ ລາວ ແລະ ພາກພື້ນ ຕໍ່ທີ່ປະຊຸມ, ຊຶ່ງໄດ້ເນັ້ນໃຫ້ເຫັນເຖິງບັນດາທ່າແຮງ (Opportunities), ສິ່ງກີດຂວາງຕ່າງໆ (Challenges) ແລະ ບັນດາຂົງເຂດຈຸດສຸມ ໃນການພັດທະນາຂະແໜງການກະສິກຳ ແລະ ຊົນນະບົດ (agriculture and rural economy) ຢູ່ ສປປລາວ ເພື່ອແລກປ່ຽນຢູ່ໃນທີ່ປະຊຸມ ແລະ ສະເໜີໃຫ້ອົງການ FAO ພິຈາລະນາສືບຕໍ່ໃຫ້ການຊ່ວຍເຫຼືອໃນຕໍ່ໜ້າ. ໃນຕອນທ້າຍຂອງກອງປະຊຸມແມ່ນໄດ້ຮັບຮອງເອົາຜົນກອງປະຊຸມໃນຄັ້ງນີ້ (ຄັ້ງທີ 34) ເພື່ອນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນຕໍ່ໜ້າ.

ນອກຈາກການເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 34 ຂອງ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ແລ້ວ, ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ປະຊຸມສອງຝ່າຍກັບເອກອະທິບໍດີ (Director General) ຂອງອົງການ FAO ແລະ ຜູ້ຊ່ວຍເອກອະທິບໍດີຂອງອົງການ FAO ປະຈຳພາກພື້ນອາຊີ ແລະ ປາຊີຟິກ (Assistant Director General for Asia and the Pacific) ເພື່ອປຶກສາຫາລືຕໍ່ກັບໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ແຜນການຈຸດສຸມຮ່ວມມືໃນຕໍ່ໜ້າ ດັ່ງນີ້: ຄະນະຝ່າຍ ລາວ ສະແດງ ຄວາມຂອບໃຈ ຕໍ່ ທ່ານ ເອກະອະທິບໍດີ ອົງການ ອາຫານ ແລະ ການກະເສດ ແລະ ໄດ້ຕີລາຄາສູງ ທີ່ ອົງການ ອາຫານ ແລະ ການກະເສດ ໄດ້ໃຫ້ ການສະໜັບສະໜູນ ດ້ານວິຊາການ ໃນການລຶບລ້າງຄວາມທຸກຍາກ, ການຄ້ຳປະກັນສະບຽງອາຫານ, ໂພຊະນາການ, ການປ່ຽນແປງດິນຟ້າອາກາດ, ການຄວບຄຸມ ແລະ ກຳຈັດ ຕັກແຕນຝູງໄມ້ປ່ອງ, ການສ້າງຕັ້ງ ກົມນະໂຍບາຍ ແລະ ນິຕິກຳ ຊື່ງເປັນກົມໃໝ່ ຂອງ ກະຊວງ ກະສິກຳ ແລະ ປ່າມ້ ທີ່ເຮັດໜ້າທີ່ ຄົ້ນຄວ້າ ແລະ ກຳນົດ ນະໂຍບາຍ ເສດຖະກິດ ກະສີກຳ, ປ່າໄມ້, ພັດທະນາ ຊົນນະບົດ ແລະ ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ (Census), ຊຶ່ງເຫັນວ່າໄດ້ຮັບຜົນສຳເລັດສູງ ແລະ ຜູ້ຕາງໜ້າອົງການ FAO ປະຈຳ ສປປລາວ (Dr. Stephen Rudgard) ກໍ່ໄດ້ເອົາໃຈໃສ່ໃນການປະສານງານ ແລະ ເຮັດໜ້າທີ່ເປັນປະທານຮ່ວມໃນຂະບວນການໂຕະມົນ ຂອງ ຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ ເພື່ອລະດົມຂົນຂວາຍແຫຼ່ງທຶນຈາກສາກົນເຂົ້າມາພັດທະນາ ສປປລາວ (ບົນພື້ນຖານຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານທີ່ດີເລີດຂອງຜູ້ກ່ຽວ, ລັດຖະບານ ສປປລາວ ໄດ້ຕົກລົງຍ້ອງຍໍຜົນງານ ໂດຍມອບຫຼຽນກາມິດຕະພາບໃຫ້ແກ່ຜູ້ກ່ຽວ).

IMG_7201 IMG_7203

ພ້ອມດຽວກັນນັ້ນ, ກໍ່ໄດ້ສະເໜີ ໃຫ້ ອົງການ ອາຫານ ແລະ ການກະເສດ ສືບຕໍ່ສະໜັບສະໜູນ ດ້ານນະໂຍບາຍ ການຄ້ຳປະກັນ ສະບຽງອາຫານ ຄົບໂພຊະນາການ, ການປາບ ແລະ ກຳຈັດ ຕັກແຕນຝູງໄມ້ປ່ອງ ທີ່ຍັງລະບາດ ຢູ່ເຂດພາກເໜືອຂອງລາວ, ການສະໜັບສະໜູນ ການສຳຫຼວດ ສະຖິຕິ ກະສິກຳ ທົ່ວປະເທດ ໃນປີ 2018-2019 ໂດຍສະເພາະ ການຊ່ວຍ ລະດົມຂົນຂວາຍ ທຶນຮອນ ໃນການ ກະກຽມ ປະຕິບັດວຽກ ແລະ ການລົງສຳຫຼວດຕົວຈິງ ຊື່ງຜ່ານມາ ໂດຍປົກກະຕິ ພວກເຮົາ ເຮັດການ ສຳຫຼວດ ໃນທຸກໆ 10 ປີ. ແຕ່ ການສຳຫຼວດ ຄັ້ງນີ້ ແມ່ນ ເພື່ອເປັນບ່ອນອີງ ໃນການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ການພົວພັນ ຮ່ວມມື ດ້ານກະສິກຳ ໄດ້ມີການຂະຫຍາຍໂຕໃນລະດັບດີ ໂດຍສະເພາະ ແມ່ນການພັດທະນາ ການຜະລິດ ແບບຍືນຍົງ, ສະອາດ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ ຊຶ່ງເປັນ ນະໂຍບາຍໜຶ່ງ ທີ່ສໍາຄັນ ຂອງ ລັດຖະບານ ລາວ ແລະ ເປັນໜຶ່ງ ໃນບູລິມະສິດ ການພັດທະນາ ເສດຖະກິດສັງຄົມ ໃນໄລຍະຍາວນານ. ນອກຈາກ ເປົ້າໝາຍ ການສົ່ງເສີມ ການຜະລິດ ສະບຽງອາຫານແລ້ວ, ລັດຖະບານ ລາວ ຍັງສົ່ງເສີມ ນຳໃຊ້ ທ່າແຮງ ດ້ານຊັບພະຍາກອນ ທຳມະຊາດ ແລະ ດ້ານຊີວະນາໆພັນ ເຂົ້າໃນ ການຜະລິດ ເປັນສິນຄ້າ ທີ່ມີມາດຖານ ແລະ ຄຸນນະພາບສູງ ເພື່ອສົ່ງອອກ ຕະຫຼາດສາກົນເຊັ່ນ: ການປູກກາເຟ ແລະ ປູກຊາສະອາດ, ການປູກຜັກ ແລະ ໝາກໄມ້ ສະອາດ ແລະ ການລ້ຽງສັດ ແລະ ລ້ຽງປາ ສະອາດ ເຊີ່ງເປັນສິນຄ້າ ທີ່ມີຄວາມຕ້ອງການສູງ ໃນຂົງເຂດ ອາຊີຕາເວັນອອກ ແລະ ຕະຫຼາດໃນເອີິຣົບ.

ພາບ ແລະ ຂ່າວໂດຍ:​ ພະແນກຂ່າວສານກະສິກຳ ແລະ ປ່າໄມ້

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ