ຂ່າວ
ປະຊາຊົນໄດ້ຮັບການການຊ່ວຍເຫຼືອ ເພື່ອກຽມຄວາມພ້ອມໃນການຮັບມືໄພແຫ້ງແລ້ງລ່ວງໜ້າ/ Lao villagers receive Drought Resistant Rice Seeds and Community Training on Drought Mitigation Techniques
ປະຊາຊົນໄດ້ຮັບການການຊ່ວຍເຫຼືອ ເພື່ອກຽມຄວາມພ້ອມໃນການຮັບມືໄພແຫ້ງແລ້ງລ່ວງໜ້າ
ໃນລະຫວ່າງວັນທີ 21-31 ພຶດສະພາ 2024 ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ FAO ກໍ່ຄືໂຄງການສ້າງຂີດຄວາມສາມາດ ແລະ ເພີ່ມທະວີການຄາດຄະເນການວາງແຜນລ່ວງໜ້າ ໂດຍຜ່ານລະບົບການປົກປ້ອງສັງຄົມ ໄດ້ລົງແຈກຢາຍແນວພັນເຂົ້າທີ່ທົນທານຕໍ່ໄພແລ້ງ ໃຫ້ແກ່ 02 ແຂວງເປົ້າໝາຍ ຄື: ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງ, ໂດຍມີຈຸດປະສົງ ເພື່ອຫຼຸດຜ່ອນຜົນກະທົບ ທີ່ຄາດວ່າຈະເກີດຂຶ້ນຈາກໄພແຫ້ງແລ້ງ ແລະ ສົ່ງຜົນເສຍຫາຍຕໍ່ຜົນຜະລິດທາງດ້ານກະສິກຳ, ການຄ້ຳປະກັນທາງດ້ານສະບຽງອາຫານ ແລະ ລາຍຮັບຂອງປະຊາຊົນ ໃນບ້ານເປົ້າ ໝາຍທີ່ມີຄວາມສ່ຽງຕໍ່ໄພແຫ້ງແລ້ງ.
ໂຄງການ ໄດ້ແຈກຢາຍແນວພັນເຂົ້າໄຮ່ ທີ່ທົນທານຕໍ່ໄພແຫ້ງແລ້ງ (ລາບຸນ) ຈຳນວນ 650 ກິໂລກຼາມ ໃຫ້ປະຊາ ຊົນບ້ານໜອງຄຳ, ເມືອງປາກແຊງ ແລະ ບ້ານສົບເຈຍ, ເມືອງໂພນໄຊ, ແຂວງຫຼວງພະບາງ ຈຳນວນ 60 ຄົວເຮືອນ (10 ກິໂລກຼາມ/ຄອບຄົວ).
ສໍາລັບ ແນວພັນເຂົ້ານາທີ່ທົນທານຕໍ່ໄພແຫ້ງແລ້ງ (ເຊບັ້ງໄຟ 4) ຈຳນວນ 32,000 ກິໂລກຼາມ ໄດ້ແຈກຢາຍໃຫ້ປະຊາຊົນ ໃນແຂວງສະຫວັນນະເຂດລວມມີ: ບ້ານດົງໝາກໄພ, ດ້າງສະຫວັນ, ແກ້ງໂພສີ, ນາເຮືອງ ແລະ ນາຊຽງຄານ, ເມືອງໄຊບູລີ; ບ້ານອະຫໍ ລຳບຽດ, ກະລືມວັງແຂ້, ກະທອງໄຊ ແລະ ບ້ານຄຳປ່າແໜ, ເມືອງຊົນນະບູລີ; ບ້ານປະງ່າ, ເຊໂປນເກົ່າ ແລະ ບ້ານດົງໃຫຍ່, ເມືອງເຊໂປນ ແລະ ໃນແຂວງຫຼວງພະບາງລວມມີ: ບ້ານຝັ່ງລານ, ເມືອງປາກແຊງ, ບ້ານຫ້ວຍໂນະ, ຫົວເມືອງ ແລະ ບ້ານສົບເຈຍ, ເມືອງໂພນໄຊ; ບ້ານປາກແວດ, ໂພນໄຊ, ສວນຫຼວງ ແລະ ບ້ານຖິ່ນແກ້ວ, ເມືອງຊຽງເງິນ, ຈຳນວນ 1,734 ຄົວເຮືອນ (15 ກິໂລກຼາມ/ຄອບ ຄົວ).
ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ກັບປະຊາຊົນ ໂຄງການຍັງໄດ້ຝຶກອົບຮົມ ກ່ຽວກັບເຕັກນິກວິຊາການຮັບມືກັບໄພແຫ້ງແລ້ງໃນຂະແໜງກະສິກຳ ຄຽງຄູ່ກັບການແຈກຢາຍແນວພັນເຂົ້າ ລວມທັງໝົດ 11 ຫົວຂໍ້ ຄື: 1. ບັນຫາ, ຂໍ້ຈຳກັດ ແລະ ຜົນກະທົບ ຂອງການປ່ຽນແປງສະພາບດິນຟ້າອາກາດ ຕໍ່ກັບການຜະລິດກະສິກຳໃນ ສປປ ລາວ; 2. ການຄາດຄະເນນໍ້າທີ່ມີໃນລະດູການ ແລະ ກຳນົດພື້ນທີ່ຄວາມສ່ຽງ ໂດຍນຳໃຊ້ແບບຈຳລອງ; 3. ເຕັກນິກການປູກເຂົ້ານາທີ່ທົນທານຕໍ່ສະພາບແຫ້ງແລ້ງ; 4. ເຕັກນິກການປູກເຂົ້າໄຮ່ ທີ່ທົນທານຕໍ່ສະພາບແຫ້ງແລ້ງ; 5. ເຕັກນິກການປູກພືດແບບປະສົມປະສານໃນພື້ນທີ່ຄ້ອຍຊັນ; 6. ເຕັກນິກປູກພືດຕະກຸນຖົ່ວ ພາຍໃຕ້ສະພາບແຫ້ງແລ້ງ (ຖົ່ວເຫຼືອງ ແລະ ຖົ່ວຂຽວ); 7. ເຕັກນິກການປູກພືດຜັກ ພາຍໃຕ້ສະພາບແຫ້ງແລ້ງ; 8. ເຕັກນິກການປູກໄມ້ໃຫ້ໝາກ ໃນສະພາບດິນຟ້າອາກາດປ່ຽນແປງ; 9 ການສ້າງຂຸມສະສົມອາຫານສໍາລັບພືດປູກ ແລະ ການນຳໃຊ້ຈຸລິນຊີ ເພື່ອຍ່ອຍສະຫຼາຍທາດອາຫານໃນພືດ; 10. ການຈັດການນໍາຊົນລະປະທານແບບເໝາະສົມ ແລະ 11. ການສ້າງທະນາຄານໃຕ້ດິນ. ໂດຍຄູຝຶກໃນແຕ່ລະເມືອງ ໄດ້ຄັດເລືອກເອົາ 3 – 6 ຫົວຂໍ້ ທີ່ເຫັນວ່າເໜາະສົມກັບເງື່ອນໄຂ ແລະ ສະພາບຂອງແຕ່ລະທ້ອງຖິ່ນ ສໍາລັບການຝຶກອົບຮົມຂັ້ນບ້ານ. ທັງໝົດນີ້ ກໍ່ເພື່ອເປັນການຮັບມືກັບໄພແຫ້ງແລ້ງທີ່ອາດຈະເກີດຂຶ້ນ ໃນໄລະທີ 1 ຂອງແຜນຮັບມືໄພພິບັດລ່ວງໜ້າ (ໄລຍະເດືອນເມສາ ຫາ ເດືອນມິຖຸນາ) ແລະ ເພື່ອແນໃສ່ໃຫ້ຜູ້ທີ່ໄດ້ຮັບຜົນປະໂຫຍດ ຂອງໂຄງການມີຄວາມຮູ້ ແລະ ຄວາມເຂົ້າໃຈ ໃນການກຽມຄວາມພ້ອມເພື່ອຮັບມືກັບໄພແຫ້ງແລ້ງລ່ວງໜ້າ ແລະ ຫຼຸດຜ່ອນຜົນກະທົບທີ່່ອາດຈະເກີດຂຶ້ນ.
ໜັງສືແຈ້ງເຊີນເຂົ້າຮ່ວມການປະມູນ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບທຶນຊ່ວຍເຫລືອລ້າ ຈາກລັດຖະບານ ສ. ເກົາຫຼີ ຜ່ານອົງການກອຍກາ ເພື່ອປະຕິບັດໂຄງການ ສ້າງແຜນກິດຈະກຳພັດທະນາຊົນນະບົດເພື່ອສ້າງລາຍຮັບໃຫ້ຊົນນະບົດ ເຂດພາກເໜືອ ແລະ ພາກກາງ ສປປ ລາວ. ໂດຍສະເພາະແຂວງຊຽງຂວາງ ໄດ້ຮັບງົບປະມານກໍ່ສ້າງ ແລະ ປັບປຸງ ສູນບໍລິການສົ່ງເສີມການລ້ຽງສັດລາດແສນ, ເມືອງຜາໄຊ. ສະນັ້ນ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ ຈຶ່ງຂໍຖືເປັນກຽດຮຽນເຊີນບັນດາບໍລິສັດທີ່ມີຄວາມສົນໃຈ ແລະ ມີເງື່ອນໄຂເໝາະສົມເຂົ້າຮ່ວມການປະມູນ ໂຄງການກໍ່ສ້າງສູນສົ່ງເສີມການລ້ຽງສັດລາດແສນ(ກໍ່ສ້າງຫ້ອງການ, ປັບປຸງຫ້ອງທົດລອງ, ບ່ອນຈອດລົດ, ຄອກງົວ, ບ່ອນໝັກຫຍ້າງົວ, ບ່ອນຈອດລົດການກະເສດ-ສາງ ແລະ ປ້າຍໂຄງການ) ຂອງສູນສົ່ງເສີມການລ້ຽງສັດລາດແສນ ເມືອງຜາໄຊ ແຂວງຊຽງຂວາງ
ສະຖານທີ່ຊື້ຊອງປະມູນ-ເປີດຊອງປະມູນ ແລະ ທີ່ຕັ້ງໂຄງການ: ຢູ່ຂະແໜງພັດທະນາຊົນນະບົດ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ; ຖະໜົນຂຸນເຈືອງ, ບ້ານໂພນສະຫວ່າງ, ເມືອງແປກ, ແຂວງຊຽງຂວາງ;
ຕິດຕໍ່ພົວພັນ: ທ່ານ ບຸນປອນ ວິວັນໄຊ ຜູ້ປະສານງານໂຄງການຂັ້ນແຂວງ.
ໂທລະສັບ: 020 23035555, 061 312142; Email: ponevivanxay@gmail.com;
ເລີ່ມແຕ່ ວັນທີ 20 ພຶດສະພາ(5) ປີ 2024 ເປັນຕົ້ນໄປ ໃນໂມງລັດຖະການ.
#ແຈ້ງການປະມູນ ໂຄງການສ້າງສູນພັດທະນາຊົນນະບົດ ລະບົບນໍ້າເຂົ້າຟາມສາທິດ, ໂຮງເຮືອນກ້າເບ້ຍ, ເຮືອນຮົ່ມ ທີ່ສູນພັດທະນາແຂວງ, ເຮືອນຮົ່ມ ແລະ ລົກໄກ່ ທີ່ສະຖານີເຕັກນິກເມືອງກາສີ ແລະ ເມືອງແມດ, ແຂວງວຽງຈັນ ເບີໂທຕິດຕໍ່: 020 55711997 Email: naivasaetern@gmail.com
ໜັງສືແຈ້ງເຊີນເຂົ້າຮ່ວມປະມູນໂຄງການສໍາຫຼວດອອກແບບລະບົບຊົນລະປະທານ
ອົງການ ອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ກະຊວງກະສິກຳ ແລະ ປ່າໄມ້ ລິເລີ່ມຈັດຕັ້ງປະຕິບັດ 2 ໂຄງການໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຮັກສາສຸຂະພາບສັດໃນ ສປປ ລາວ/FAO and the Ministry of Agriculture and Forestry initiate two projects to strengthen animal health systems in Lao People’s Democratic Republic
ອົງການ ອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ກະຊວງກະສິກຳ ແລະ ປ່າໄມ້ ລິເລີ່ມຈັດຕັ້ງປະຕິບັດ 2 ໂຄງການໃໝ່ ເພື່ອສ້າງຄວາມເຂັ້ມແຂງ
ໃຫ້ແກ່ລະບົບການຮັກສາສຸຂະພາບສັດໃນ ສປປ ລາວ
ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 3 ພຶດສະພາ 2024, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO), ໂດຍການຮ່ວມມືກັບ ກະຊວງກະສິກໍາ ແລະ ປ່າໄມ້ (MAF), ໄດ້ຈັດກອງປະຊຸມເພື່ອນໍາສະເໜີ 2 ໂຄງການສຳຄັນ ທີ່ມີເປົ້າໝາຍແນໃສ່ປັບປຸງລະບົບການຮັກສາສຸຂະພາບສັດ ໃນ ສປປ ລາວ ແລະ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໂດຍການເຂົ້າຮ່ວມຂອງຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຈາກພາກລັດ ກໍຄື ກົມລ້ຽງສັດ ແລະ ການປະມົງ (ກລປ), ກະຊວງກະສິກຳ ແລະ ປ່າໄມ້ (ກປ), ຜູ້ຕາງໜ້າຈາກອົງການໃຫ້ທຶນທີ່ສຳຄັນຄື: ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ອົງການ ປ້ອງກັນ ແລະ ຫຼຸດຜ່ອນໄພພິບັດທາງຊີວະພາບຂອງສະຫະລັດອາເມລິກາ (DTRA). Continue reading
ການຝຶກຊ້ອມຈຳລອງການຮັບມືໄພນ້ຳຖ້ວມລ່ວງໜ້າ/Simulation exercise helps build local government’s capacity to better cope with anticipated flood event
ການຝຶກຊ້ອມຈຳລອງການຮັບມືໄພນ້ຳຖ້ວມລ່ວງໜ້າ
ໃນລະຫວ່າງວັນທີ 26-29 ມີນາ 2024, ທີ່ເມືອງຊົນນະບູລີ, ແຂວງສະຫວັນນະເຂດ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ໂດຍສົມທົບກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ (FAO) ໄດ້ດຳເນີນການຝຶກຊ້ອມຈຳລອງ ແຜນຮັບມືໄພນໍ້າຖ້ວມລ່ວງໜ້າ ປະກອບມີ 3 ກິດຈະກໍາຫຼັກ ຄື: ການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ, ການເຄື່ອນຍ້າຍສັດລ້ຽງ ແລະ ຍົກຍ້າຍຄົນ, ແລະ ການແຈກຢາຍຖັງກັນນຳ້ ໃຫ້ແກ່ປະຊາຊົນ (ຈໍານວນ 122 ຄົວເຮືອນ) ຊຶ່ງມີຈຸດປະສົງ ເພື່ອຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກໄພນໍ້າຖ້ວມ ແລະ ສົ່ງຜົນເສຍຫາຍຕໍ່ຜົນຜະລິດກະສິກຳ, ການຄຳ້ປະກັນສະບຽງອາຫານ ແລະ ລາຍຮັບຂອງປະຊາຊົນໃນບ້ານເປົ້າໝາຍຂອງໂຄງການ. Continue reading
ຊາວກະສິກອນແຂວງອັດຕະປືໄດ້ຮັບລະບົບຊົນລະປະທານພະລັງງານແສງອາທິດເພື່ອສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ/Attapeu Farmers Receive Solar-Powered Irrigation Boost, Building Climate Resilience
ຊາວກະສິກອນແຂວງອັດຕະປືໄດ້ຮັບລະບົບຊົນລະປະທານພະລັງງານແສງອາທິດເພື່ອສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ
ແຂວງອັດຕະປື, ວັນທີ 27 ກຸມພາ 2024 – ພາຍໃຕ້ການຈັດຕັ້ງປະຕິບັດວຽກງານຮ່ວມກັນ, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ຫ້ອງການປົກຄອງແຂວງອັດຕະປື ໄດ້ຮ່ວມກັນຈັດພິທີມອບ-ຮັບລະບົບຊົນລະປະທານພະລັງງານແສງອາທິດ ໃຫ້ແກ່ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງອັດຕະປື, ກະຊວງກະສິກຳ ແລະ ປ່າໄມ້, ທີ່ບ້ານອິນທີ, ເມືອງສະໜາມໄຊ, ແຂວງອັດຕະປື. Continue reading
ໂພຊະນາການຈະດີ ເມື່ອມີຜົວເປັນຊ່ວຍວຽກ Gender dads can heip
ໂພຊະນາການຈະດີ ເມື່ອມີຜົວເປັນຊ່ວຍວຽກ
Gender dads can heip
ອາຫານທໍາມະຊາດ ກໍເປັນໂພຊະນາການທີ່ດີສໍາລັບເດັກ Wild food wisdom also for children
ອາຫານທໍາມະຊາດ ກໍເປັນໂພຊະນາການທີ່ດີສໍາລັບເດັກ
Wild food wisdom also for children
ຜັກອີຮຸມ ສຸດຍອດຂອງຜັກໃບຂຽວ Moringa powder the green gold
ຜັກອີຮຸມ ສຸດຍອດຂອງຜັກໃບຂຽວ
Moringa powder the green gold