ຂ່າວ

ພິທີປະກາດການຈັດຕັ້ງ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ

ພິທີປະກາດການຈັດຕັ້ງ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ

ໃນຕອນເຊົ້າຂອງວັນທີ 9 ມີນາ 2023, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ໄດ້ຈັດພິທີປະກາດການຈັດຕັ້ງຂອງຕົນຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ຊຶ່ງມີທ່ານຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າ, ຮອງຫົວໜ້າພະແນກອ້ອມຂ້າງກົມປ່າໄມ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ຫ້ອງການກະສິກຳ ແລະ  ປ່າໄມ້ເມືອງນາກາຍ, ທ່ານເຈົ້າເມືອງ  3 ເມືອງ  ແລະ ພະນັກງານວິຊາການ ເຂົ້າຮ່ວມ. Continue reading

ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຢາມພົບປະ ຂອງຄະນະຜູ້ແທນກໍາມາທິການສະຫະພາບເອີຣົບ

ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຕ້ອນຮັບການເຂົ້າຢ້ຽມຢາມພົບປະ ຂອງຄະນະຜູ້ແທນກໍາມາທິການສະຫະພາບເອີຣົບ

 

ໃນອາທິດທີ່ຜ່ານມານີ້, ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຢາມພົບປະ ຂອງ ທ່ານ ນາງ ເຮວເກ໋ ຊາຍເຮີ ຫົວໜ້າຝ່າຍເຈລະຈາ ແຜນງານການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT), ພ້ອມດ້ວຍຄະນະຜູ້ແທນຄະນະກໍາມາທິການສະ ຫະພາບເອີຣົບ ສໍານັກງານໃຫຍ່.

ຈຸດປະສົງ ຂອງການມາຢ້ຽມຢາມພົບປະໃນຄັ້ງນີ້ ເພື່ອປຶກສາຫາລື ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ລະບຽບການໃໝ່ຂອງສະຫະພາບເອີຣົບ ກ່ຽວກັບຜະລິດຕະພັນທີ່ບໍ່ທຳລາຍປ່າໄມ້ ແລະ ຜົນປະ ໂຫຍດແກ່ ສປປ ລາວ.

ທ່ານ ນາງ ເຮວເກ໋ ຊາຍເຮີ ໄດ້ລາຍງານໃຫ້ຮູ້ກ່ຽວກັບ: ການເຂົ້າພົບປະກັບລັດຖະບານ ແຫ່ງ ສປປ ລາວພາກເອກະຊົນ, ຄູ່ຮ່ວມພັດທະນາ ແລະ ການລົງໄປຢ້ຽມຢາມທ້ອງຖິ່ນ ເພື່ອຮຽນຮູ້ກ່ຽວກັບບັນດາເງື່ອນໄຂໃນການຮັບປະກັນ ການຜະລິດແບບຍືນຍົງ, ລວມທັງວິທີການເຮັດວຽກກັບຊຸມຊົນ ແລະ ຕິດຕາມການກວດສອບທາງດ້ານກົດຫມາຍ, ຕ່ອງໂສ້ມູນຄ່າການຜະລິດກາ ເຟ, ໄມ້ ແລະ ຢາງພາລາ. ນອກຈາກນີ້, ຍັງໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານບັນດາໂຄງການຕ່າງໆ ທີ່ທາງສະຫະ ພາບເອີຣົບ ໄດ້ໃຫ້ການສະໜັງສະໜູນກະຊວງກະສິກໍາ ແລະ ປ່າໄມ້ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວຄວາມຂອບໃຈມາຍັງສະ ຫະພາບເອີຣົບ ທີ່ໄດ້ໃຫ້ການສະໜັບສະໜູນ ກະຊວງກະສິກໍາ ແລະ ປ່າໄມ້ ຕະຫຼອດມາ ແລະ ທ່ານຂໍໃຫ້ທາງສະຫະພາບເອີຣົບ ສະໜັບສະໜູນ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄືກະຊວງກະສິກຳ ແລະ ປ່າໄມ້ ຕໍ່ໄປ.

ກອງປະຊຸມກະກຽມໂຄງການ ໄລຍະ 2 ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ)

ກອງປະຊຸມກະກຽມໂຄງການ ໄລຍະ 2 ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ)

 

ໃນລະຫວ່າງວັນທີ່ 22-24 ກຸມພາ 2023 ທີ່ຜ່ານມາ, ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ) ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມໂຄງການໄລຍະ 2  ສົກປີ 2024-2028 ຂຶ້ນ, ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ. ໂດຍການເປັນປະທານຮ່ວມ ຂອງ ທ່ານ ເຄັນນິຊິ ນິສິກາວາ ຫົວໜ້າທີມງານປົກປ້ອງທາງສັງຄົມ ແລະ ການສ້າງວຽກເຮັດງານທໍາ, ທ່ານ ອາລີ ວິໂນ ຊູບັນໂດໂລ ຫົວໜ້າທີມຊ່ຽວຊານດ້ານວຽກງານໂພຊະນາການ ຕາງໜ້າໃຫ້ທີມງານຊ່ຽວຊານຂອງທະນາຄານໂລກ, ທ່ານ ຄໍາອ້ວນ ຄໍາພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ແລະ ທ່ານ ນາງ ສາຍໝອນຄໍາ ມັງໜໍ່ເມກ ຮອງຫົວໜ້າກົມຮວມມືສາກົນ, ກະຊວງແຜນການ ແລະ ການລົງ ທຶນ. ຊຶ່ງມີຕາງໜ້າຈາກສູນໂພຊະນາການແຫ່ງຊາດ, ກະຊວງສາທາລະນະສຸກ, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ສູນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 49 ຄົນ (ຍິງ 10 ຄົນ).

Continue reading

ຝຶກອົບຮົມ ການນໍາໃຊ້ອຸປະກອນ ແລະ ຄູ່ມື ການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນອາຊະຍາກໍາສັດນໍ້າ, ສັດປ່າ ແລະ ພືດປ່າ

ຝຶກອົບຮົມ ການນໍາໃຊ້ອຸປະກອນ ແລະ ຄູ່ມື ການຈັດຕັ້ງປະຕິບັດ ວຽກງານສະກັດກັ້ນອາຊະຍາກໍາສັດນໍ້າ, ສັດປ່າ ແລະ ພືດປ່າ

ໃນລະຫວ່າງວັນທີ 14 ຫາ 16 ກຸມພາ 2023 ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດຝຶກອົບຮົມ ການນຳໃຊ້ອຸປະກອນ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ອາຊະຍາກຳສັດນ້ຳ, ສັດປ່າ ແລະ ພືດປ່າ ໃຫ້ແກ່ໜ່ວຍເຄື່ອນທີໄວຂອງເຈົ້າໜ້າທີ່ປ່າໄມ້ (SoP RRIT) ຢູ່ທີ່ຫ້ອງປະຊຸມສັນຕິຣີສອດ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. Continue reading

[English below] ອົງການ FAO ສະໜັບສະໜູນຊຸກຍູ້ຊາວກະສິກອນລາວສົ່ງອອກງົວໄປປະເທດຈີນ/FAO supports Lao farmers to boost cattle trade to China

ອົງການ FAO ສະໜັບສະໜູນຊຸກຍູ້ຊາວກະສິກອນລາວສົ່ງອອກງົວໄປປະເທດຈີນ

        ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍຜ່ານສູນສຸກເສີນເພື່ອຄວບຄຸມພະຍາດລະບາດສັດຂ້າມແດນ (ECTAD) ຮ່ວມກັບ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ເປີດຊຸດຝຶກອົບຮົມ ເປັນເວລາ 2 ອາທິດ, ໃນລະຫວ່າງ ວັນທີ 6-17 ກຸມພາ 2023 ກ່ຽວກັບ: ການຄຸ້ມຄອງການກັກກັນສັດ ທີ່ເມືອງສິງ, ແຂວງຫຼວງນໍ້າທາ. ຊຶ່ງເປັນເຂດຊາຍແດນ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ຊຸດຝຶກອົບຮົມໄດ້ແນໃສ່ເພື່ອເລັ່ງລັດການຄ້າງົວທີ່ປອດໄພ ລະຫວ່າງສອງປະເທດ ແລະ ປັບປຸງການສົ່ງອອກງົວໄປປະເທດຈີນ. Continue reading

ກອງປະຊຸມປະຈໍາປີ ໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ

ກອງປະຊຸມປະຈໍາປີ ໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ

       ໃນລະຫວ່າງວັນທີ 7-9/2/2023 ໂຄງການຄົ້ນຄວ້າເຕັກນິກການຈັດການຫຍ້າໃນນາເຂົ້າ ໃນພື້ນທີ່ເຮັດນາຢອດ ແລະ ນາຫວ່ານ ທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ແລະ ກໍາປູເຈຍ ໂດຍໄດ້ຮັບທຶນການຄົ້ນຄວ້າ ຈາກສູນຄົ້ນຄວ້າກະສິກໍາສາກົນ ປະເທດອົດສະຕາລີ (ACIAR project CROP/2019/145 for 2021-2025) ໄດ້ຈັດກອງປະຊຸມປະຈໍາປີຂື້ນ, ຢູ່ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໂດຍການເປັນປະທານຂອງ ທ່ານ ນາງ ປອ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Dr Eric Huttner ຜູ້ຮັບຜິດຊອບດ້ານການປູກຝັງຂອງ ACIARF, ມີນັກຄົ້ນຄວ້າມາຈາກ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນະບົດ (NAFRI), ສະຖາບັນຄົ້ນຄວ້າກະສິກໍາແຫ່ງຊາດ ກໍາປູເຈຍ (CARDI), ມະຫາວິທະຍາໄລແຫ່ງຊາດ ສປປລາວ, ມະຫາວິທະຍາໄລ ສະຫວັນນະເຂດ, ມະຫາວິທະຍາໄລ ຄຼີນສະແລນ ປະເທດອົດສະຕາລີ, ສູນຄົ້ນຄວ້າກະສິກໍາສາກົນ ປະເທດອົດສະຕາລີ (ACIAR), ຜູ້ແທນຈາກໂຄງການ ແລະ ອົງການຈັດຕັ້ງສາມກົນຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມທັງໝົດ 70 ທ່ານ. ໃນນັ້ນ ເຂົ້າຮ່ວມປະຊຸມເຊິ່ງໜ້າ ຈໍານວນ 32 ທ່ານ ແລະ ທາງອອນລາຍ ຈໍານວນ 38 ທ່ານ.

        ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອລາຍງານຜົນຂອງການຄົ້ນຄວ້າກ່ຽວກັບ ການຊອກຫາວິທີການຈັດການຫຍ້າທີ່ເໝາະສົມ ໃນພື້ນທີ່ປູກເຂົ້າທີ່ນໍາໃຊ້ເຕັກກນິກການເຮັດນາຢອດ ແລະ ນາຫວ່ານ ເປັນຕົ້ນແມ່ນ: ການປູກເຂົ້າ ກັບ ພືດຕະກຸນຖົ່ວ ເພື່ອຄຸມຫຍ້າໃນນາປີ, ການນໍາໃຊ້ນໍ້າຊົນປະທານຄຸມຫຍ້າໃນນາແຊງ, ສຶກສາການຕົກຄ້າງເມັດຫຍ້າໃນດິນ, ການປົນເປືອນຂອງຫຍ້າໃນເມັດພັນເຂົ້າ ແລະ ການພັດທະນາແນວພັນເຂົ້າ ໃຫ້ມີຄວາມສາມາດແຂ່ງຂັນກັບຫຍ້າໄດ້ ເຊິ່ງມີທັງໝົດ 12 ຫົວຂໍ້ ການຄົ້ນຄວ້າກອງປະຊຸມໄດ້ດຳເນີນໄປເປັນເວລາມື້ເຄິ່ງ.

        ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ໄດ້ໄປຢ້ຽມຢາມເບິ່ງແປງສາທິດການຈັດການຫຍ້າ ໂດຍການນໍາໃຊ້ນໍ້າ ຢູ່ບ້ານນາພອກທ່າ, ເມືອງເຊບັ້ງໄຟ, ແຂວງຄຳມ່ວນ ແລະ ຍັງໄດ້ພົບປະໂອ້ລົມນຳຊາວນາບ້ານນາພອກທ່າ ເພື່ອຫາລືແກ້ໄຂບັນຫາການຈັດການຫຍ້າໃນນາເຂົ້າ ເຊິ່ງເປັນບັນຫາຫຼັກໃນການເຮັດນາຫວ່ານໃນປັດຈຸບັນ.

 

[English below] ອົງການ FAO ມອບອຸປະກອນການປູກຈິດສໍານຶກ ຕ້ານການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ແລະ ປຶ້ມຄູ່ມືແນະນໍາສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກກາ ໃຫ້ແກ່ກົມລ້ຽງສັດ ແລະ ການປະມົງ ເພື່ອຊ່ວຍຫຼຸດຜ່ອນໄພຂົ່ມຂູ່ຂອງພະຍາດ/FAO delivered Antimicrobial Awareness Materials and African Swine Fever Guidelines to the Department of Livestock and Fisheries to help to reduce disease threats

ອົງການ FAO ມອບອຸປະກອນການປູກຈິດສໍານຶກ ຕ້ານການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ແລະ ປຶ້ມຄູ່ມືແນະນໍາສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກກາ ໃຫ້ແກ່ກົມລ້ຽງສັດ

ແລະ ການປະມົງ ເພື່ອຊ່ວຍຫຼຸດຜ່ອນໄພຂົ່ມຂູ່ຂອງພະຍາດ

ໃນວັນທີ 9 ກຸມພາ 2023, ອົງການອາຫານ ແລະ ການກະເສດ (FAO) ແຫ່ງສະຫະປະຊາຊາດ ໄດ້ມອບອຸປະກອນສື່ໂຄສະນາ ແລະ ປູກຈິດສໍານຶກ ເນື່ອງໃນໂອກາດສັບປະດາແຫ່ງຊາດ ກ່ຽວກັບການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ປະຈໍາປີ 2022 ແລະ ປຶ້ມຄູ່ມືແນະນໍາສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກກາ (ASF) ໃນຄົວເຮືອນລ້ຽງໝູຂະໜາດນ້ອຍ ໃຫ້ແກ່ກົມລ້ຽງສັດ ແລະ ການປະມົງ (DLF), ກະຊວງກະສິກໍາ ແລະ ປ່າໄມ້. ການສະໜັບສະໜຸນອັນໃຫຍ່ຫຼວງນີ້ເກີດຂຶ້ນໄດ້ ຍ້ອນການປະກອບສ່ວນຈາກອົງການພັດທະ ນາສາກົນຂອງປະເທດອັງກິດ (UK Aid) ແລະ ສໍານັກງານຊ່ວຍເຫຼືອດ້ານມະນຸດສະທໍາ (BHA) ຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID).

ການປູກຈິດສໍານຶກກ່ຽວກັບການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ (AMR) ແມ່ນຍັງຈໍາກັດ ແລະ ໃນບາງກໍລະນີ ກໍ່ຖືກລະເລີຍໂດຍສະເພາະໃນບັນດາຊາວກະສິກອນ ຍ້ອນວ່າຢາຕ້ານເຊື້ອແມ່ນຖືກນໍາໃຊ້ໃນທາງທີ່ຜິດ ໃນຂະແໜງການລ້ຽງສັດ. ສິ່ງນີ້ສາມາດ ນໍາໄປສູ່ການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ – ຢາຕ້ານເຊື້ອຈະບໍ່ມີປະສິດທິພາບອີກຕໍ່ໄປ ເພື່ອປິ່ນປົວການຕິດເຊື້ອ ຫຼື ພະຍາດໃນສັດ ແລະ ມະນຸດ, ເຊິ່ງຈະນໍາໄປສູ່ຄວາມລົ້ມເຫຼວຂອງການປິ່ນປົວ, ຄ່າໃຊ້ຈ່າຍທີ່ສູງຂຶ້ນ, ເວລາການຟື້ນຕົວຂອງຄົນເຈັບຍາວຂຶ້ນ ແລະ ໃນກໍລະນີຮ້າຍແຮງ ຄົນເຈັບອາດຈະເສຍຊີວິດໄດ້. ອຸປະກອນການປູກຈິດສໍານຶກຕ້ານການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ຈະຊ່ວຍໃຫ້ຊາວກະສິກອນນໍາໃຊ້ຢາຕ້ານເຊື້ອຢ່າງສະຫຼາດ.

ພະຍາດອະຫິວາໝູອາຟຣິກກາ ເຮັດໃຫ້ເກີດການສູນເສຍຢ່າງຫຼວງຫຼາຍ ໃນຂະແໜງການລ້ຽງໝູ. ເພື່ອຊ່ວຍ ກົມລ້ຽງສັດ ແລະ ການປະມົງ  ໃນການຕໍ່ສູ້ກັບພະຍາດທີ່ຮ້າຍແຮງນີ້, ອົງການ FAO ກໍາລັງດໍາເນີນແຜນງານການຝຶກອົບຮົມໃຫ້ເຈົ້າໜ້າທີ່ລ້ຽງ  ສັດ ເພື່ອກວດຫາ, ປ້ອງກັນ ແລະ ຄວບຄຸມພະຍາດ ASF. ປຶ້ມຄູ່ມືແນະນໍາສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດ ASF ຈະຖືກແຈກຢາຍໃຫ້ເຈົ້າໜ້າທີ່ລ້ຽງສັດຂອງເມືອງ ເພື່ອເສີມສ້າງຄວາມຮູ້ຂອງພວກເຂົາ ກ່ຽວກັບວິທີປ້ອງກັນພະຍາດດັ່ງກ່າວ.

ໃນພິທີມອບ-ຮັບ, ທ່ານ ນາງ ວິໄລພອນ ວໍລະພົມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ສະແດງຄວາມເປັນຫ່ວງເປັນ ໄຍຕໍ່ກັບການຮັບຮູ້ຂອງປະຊາຊົນທີ່ຈໍາກັດກ່ຽວກັບ AMR ແລະ ພະຍາດສັດຂ້າມແດນ ໂດຍສະເພາະພະຍາດ ASF. ທ່ານ ນາງ ວິໄລພອນ ວໍລະພົມ ​ຍັງ​ໄດ້​ຮັບ​ຮູ້ເຖິງ​ການ​ປະກອບສ່ວນ​ຂອງ​ອົງການ FAO, UK Aid ​ແລະ ສຳນັກງານ BHA ຂອງ USAID ແລະ ໄດ້ກ່າວ​ວ່າ: “ອຸປະກອນການສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນ ກ່ຽວກັບ AMR ແລະ ປຶ້ມຄູ່ມືແນະນໍາສໍາລັບປ້ອງກັນ ແລະ ຄວບຄຸມພະຍາດ ASF ເຫຼົ່ານີ້ ແນ່ນອນວ່າຈະຊ່ວຍຫຼຸດຜ່ອນການເຮັດວຽກຂອງກົມລ້ຽງສັດ ແລະ ການປະມົງ (DLF) ຢູ່ໃນຂັ້ນພາກສະໜາມ ເພື່ອຊ່ວຍປ້ອງກັນການໃຊ້ຢາຕ້ານເຊື້ອທີ່ບໍ່ຖືກຕ້ອງ ແລະ ຄວບຄຸມການລະບາດຂອງພະຍາດ ASF”. ທ່ານ ນາງ ວິ ໄລພອນ ວໍລະພົມ ຍັງໄດ້ກ່າວເພີ່ມຕື່ມວ່າ “ພາຍໃຕ້ຄວາມຮັບຮູ້ທີ່ດີຂຶ້ນນີ້, ການຫຼຸດຜ່ອນການນໍາໃຊ້ຢາຕ້ານເຊື້ອ ຈະປະກອບສ່ວນເຂົ້າໃສ່ເປົ້າໝາຍລວມ ທີ່ລະບຸໄວ້ໃນແຜນຍຸດທະສາດການຕ້ານການນໍາໃຊ້ຢາຕ້ານເຊື້ອຈຸລະຊີບແຫ່ງຊາດ ປະຈໍາປີ 2019-2023, ໃນຂະນະທີ່ຄວາມຮູ້ທີ່ເພີ່ມຂຶ້ນກ່ຽວກັບ ASF ສາມາດຊ່ວຍປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ.”

ອຸປະກອນສະໜັບສະໜູນດັ່ງກ່າວປະກອບມີ ເສື້ອໂປໂລ, ໝວກ, ກະເປົາພາຍ, ຕຸກນໍ້າເກັບຄວາມຮ້ອນ, ປະຕິທິນຕັ້ງໂຕະ, ປື້ມບັນທຶກ ກ່ຽວກັບ AMR ແລະ ປື້ມຄູ່ມືແນະນໍາສຳລັບພະຍາດ ASF ຕ່າງໆ ເຊັ່ນ: ການຕິດຕາມ ແລະ ການເຝົ້າລະວັງພະຍາດອະຫິວາໝູອາຟຣິກກາ; ຄວາມປອດໄພທາງຊີວະພາບໃນຟາມ, ການຂ້າ ແລະ ການນຳເອົາໝູມາລ້ຽງຄືນ; ການ​ຂ້າທຳລາຍ ​ແລະ ການ​ກຳ​ຈັດຊາກ​ໝູ​ທີ່ຕິດພະຍາດອະຫິວາ​ໝູ​ອາ​ຟ​ຣິກ​ກາ ແລະ ​ວິ​ທີການທີ່ເປັນຕ່ອງໂສ້ ໃນການອະນາໄມສຳ​ລັບພະຍາດອະຫິວາ​ໝູ​ອາ​ຟ​ຣິກ​ກາ​ໃນຄົວເຮືອນ ທີ່​ລ້ຽງໝູ​ຂະໜາດ​ນ້ອຍ. ອຸປະກອນສະໜັບສະໜູນດັ່ງກ່າວ​ ມີ​ມູນ​ຄ່າ​ລວມ​​​ທັງໝົດຫຼາຍ​ກວ່າ 25.000 ໂດ​ລາສະຫະລັດອາເມລິກາ. ອຸປະກອນດັ່ງກ່າວ ຈະຖືກຈັດສົ່ງໄປທັງໝົດ 18 ແຂວງ ໃນ ສປປ ລາວ ເພື່ອຮັບປະກັນວ່າ ແຕ່ລະແຂວງ ມີອຸປະກອນການສ້າງຄວາມຮັບຮູ້ຢ່າງພຽງພໍ ເພື່ອດຳເນີນການໂຄສະນາ ແລະ ກິດຈະກໍາຕ່າງໆທີ່ກ່ຽວຂ້ອງ.

ໃນພິທີ, ທ່ານ ຈັນທະລາດ ປອງມາລາ ຜູ້ຊ່ວຍ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ດ້ານແຜນງານໄດ້ເນັ້ນໜັກວ່າ: “ອົງການ FAO ມີຄວາມມຸ່ງໝັ້ນໃຫ້ການສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໂດຍຜ່ານກົມລ້ຽງສັດ ແລະ ການປະມົງ ໃນການຕໍ່ສູ້ກັບພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ໄພຂົ່ມຂູ່ຕໍ່ສຸຂະພາບຕ່າງໆ ເຊັ່ນ AMR.” ທ່ານ ຈັນທະລາດ ປອງມາລາ ຍັງໄດ້ກ່າວເພີ່ມຕື່ມວ່າ “ພະຍາດ​ສັດສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ ​ບໍ່​ພຽງ​ຕໍ່ກັບ​ຊາວ​ກະສິກອນ​ເທົ່າ​ນັ້ນ ແຕ່​ຍັງມີຜົນກະທົບ​ຕໍ່​ລະບົບ​ສະບຽງ​ອາຫານ, ການ​ຄ້ຳປະກັນ​ສະບຽງ​ອາຫານ ​ແລະ ​ໂພຊະນາ​ການ, ແລະ ຄວາມ​ໝັ້ນຄົງ​ດ້ານ​ລາຍ​ຮັບ​ຂອງ​ປະຊາຊົນ​ເຂດ​ຊົນນະບົດ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທຸກ​ຍາກ ​ແລະ ຜູ້​ດ້ອຍ​ໂອກາດ. ປະຊາກອນຈໍານວນຫຼວງຫຼາຍ, ໂດຍສະເພາະປະຊາກອນໃນເຂດຊົນນະບົດໄດ້ຖືກດຶງກັບຄືນໄປສູ່ຄວາມອຶດຫິວ ແລະ ຄວາມທຸກຍາກຍ້ອນການສູນເສຍສັດລ້ຽງ ທີ່ເກີດຈາກພະຍາດຕ່າງໆ ເຊັ່ນ: ພະຍາດອະ  ຫິວາໝູອາຟຣິກກາ. ດ້ວຍອຸປະກອນການສ້າງຄວາມຮັບຮູ້ກ່ຽວກັບ AMR ແລະ ປຶ້ມຄູ່ມືແນະນໍາສຳລັບການປ້ອງກັນ ແລະ ຄວບຄຸມພະຍາດ ASF ເຫຼົ່ານີ້, ພວກເຮົາສາມາດຕໍ່ສູ້ກັບ AMR ແລະ ພະຍາດສັດຂ້າມແດນຢ່າງມີປະສິດທິພາບຫຼາຍຂຶ້ນ, ຊ່ວຍຮັກສາຊີວິດສັດ ແລະ ຊີວິດຄົນ ແລະ ສ້າງລາຍຮັບທີ່ດີຂຶ້ນກວ່າເກົ່າເປັນເທື່ອລະບາດກ້າວ, ເຊິ່ງເປັນໜຶ່ງໃນວິທີການປ້ອງກັນທີ່ດີທີ່ສຸດ.”

ໃນພິທີມອບ-ຮັບ, ທ່ານ ຈັນທະລາດ ປອງມາລາ ຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ ອົງການພັດທະນາສາກົນຂອງປະເທດອັງກິດ (UK Aid) ແລະ ສໍານັກງານຊ່ວຍເຫຼືອດ້ານມະນຸດສະທໍາ (BHA) ຂອງອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ (USAID) ທີ່ໄດ້ປະກອບສ່ວນອັນດີ ແລະ ການຮ່ວມມືໃນການສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໃນການຕໍ່ສູ້ກັບຄວາມທຸກຍາກ ແລະ ຄວາມລຳບາກ.

*********************

Lao Media Contact Person/s:

Bounmee Maokhamphiou, Outreach Specialist – Bounmee.Maokhamphiou@fao.org

Vilaylack Khounvisith, National Communication Consultant –

Vilaylack.Khounvisith@fao.org

Related links:

Global Health Security Agenda

FAO One Health

FAO Antimicrobial Resistance

 

FAO delivered Antimicrobial Awareness Materials and African Swine Fever Guidelines to the Department of Livestock and Fisheries to help to reduce disease threats

Vientiane, Lao PDR – On February 9, 2023, the Food and Agriculture Organization (FAO) of the United Nations handed over communication and awareness materials on the occasion of the World Antimicrobial Awareness Week 2022 and the guidelines for African Swine Fever (ASF) prevention and control in smallholder pig farming to the Department of Livestock and Fisheries (DLF) of the Ministry of Agriculture and Forestry. The generous support was made possible with the contribution from the United Kingdom Agency for International Development (UK Aid) and the Bureau for Humanitarian Assistance (BHA) of United States Agency for International Development (USAID).

Awareness of antimicrobial resistance (AMR) is limited and, in some cases, ignored, especially among farmers as the antimicrobials are misused in the livestock production sector. This can lead to antimicrobial resistance – the antimicrobials will no longer work to treat infections or diseases in animals and humans. As a result, this leads to treatment failure, higher costs, longer recovery times for patients, and in severe cases people may die. The Antimicrobial Awareness Materials will help farmers to use antimicrobials wisely.

African Swine Fever (ASF) is causing considerable losses in the pig production sector. To assist the DLF to combat this deadly disease, FAO is conducting training programs for livestock officers to detect, prevent and control ASF. The ASF guidelines will be distributed to all district livestock officers to further strengthen their knowledge on how to prevent this disease.

At the handover ceremony, Mrs. Vilayphone Vorraphim, Director General of the Department of Livestock and Fisheries, raised this concern on the limited public awareness of AMR and on transboundary animal diseases, especially ASF. She also acknowledged the contribution from FAO, UK Aid and the Bureau for Humanitarian Assistance (BHA) of United States Agency for International Development (USAID) saying: “these public awareness materials on AMR and the ASF guidelines will surely ease the work of DLF at the ground level to help prevent the misuse of the antimicrobials and control the outbreak of the ASF”. “With better awareness on the substances, the reduction in the use of the antimicrobials will contribute to the overall goals specified in the National Antimicrobial Resistance Strategy 2019-2023, while increased knowledge of ASF could help prevent and control its outbreak,” she said.

The supplies consist of polo shirts, caps, tote bags, tumblers, desk calendars, notebooks on AMR and ASF guidelines, namely monitoring and surveillance of African Swine Fever; Farm biosecurity, slaughtering, and restocking; Culling and disposal of pigs in an African Swine Fever outbreak and Clean chain approach for African Swine Fever in smallholder settings, that have a total combined value of over USD 25,000. The supplies will be delivered to all 18 provinces in Lao PDR to ensure each province is equipped with sufficient awareness materials to conduct relevant awareness campaigns and activities.

At the ceremony, Mr. Chanthalath Pongmala, Assistant (Programme) to the FAO Representative to Lao PDR, stressed that “FAO is committed to supporting the Government of Lao PDR through the Department of Livestock and Fisheries in the fight against zoonotic diseases and other health threats such as AMR.” “Livestock diseases have severely adverse impact not only for farmers but also on the food system, food security and nutrition, and income security, for the rural population, especially for the poor and the most vulnerable. Many people, especially in the rural population have been pushed back to hunger and poverty due to the loss of livestock caused by diseases such as African Swine Fever. With these AMR awareness materials and ASF guidelines, we could fight AMR and transboundary diseases more effectively, save livestock and human lives and gradually build back better, as one of the best preventive approach,” he continued.

During the handover ceremony, Mr. Chanthalath Pongmala also thanked UK Aid and the Bureau for Humanitarian Assistance (BHA) of United States Agency for International Development (USAID) for their kind contribution and partnership to support the Government of Lao PDR in combating poverty and hardship.

*********************

Lao Media Contact Person/s:

Bounmee Maokhamphiou, Outreach Specialist – Bounmee.Maokhamphiou@fao.org

Vilaylack Khounvisith, National Communication Consultant – Vilaylack.Khounvisith@fao.org

Related links:

Global Health Security Agenda

FAO One Health

FAO Antimicrobial Resistance

 

 

 

 

ປະກາດຮັບສະໝັກພະນັກງານ ໂຄງການ ລພຊ 3 ຕໍາແໜ່ງ, ທ່ານໃດສົນໃຈສະໝັກໄດ້

ປະກາດຮັບສະໝັກພະນັກງານ ໂຄງການ ລພຊ 3 ຕໍາແໜ່ງ, ທ່ານໃດສົນໃຈສະໝັກໄດ້
The Government of Lao PDR received an IDA loan from the World Bank (WB) to implement a project entitled “Reducing Rural Poverty and Malnutrition Project (P162565). The project aims to support the design and implementation of a nutrition-sensitive social assistance program to improve nutrition behaviors, and enhance the convergence of nutrition-focused interventions. The project will finance the implementation of a nutrition-sensitive cash transfer program to address poverty and malnutrition in 12 districts in four northern provinces: Oudomxay, Phongsaly, Xiengkhuang, and Houaphan.
Department of Rural Development now invites eligible individual consultants to indicate their interest in providing the Services listed in the followings:
1.CCT Assistant (Base in Vientiane) The minimum qualifications requirements are:
•At least bachelor degree in Computer Science, Business Management or related field
•At least one (1) years of experience in Administration, technical accounting and finance assistant.
•Quality assurance procedures to ensure good quality of information collected. This includes consistency checks and validation routines in data capture.
•Computer literacy: word processing, spreadsheets, power point and database application.
•Good English communication skills, written and spoken.
2.Communications Assistant (Base in Vientiane)
The minimum qualifications requirements are:
•Bachelor’s degree in the fields of Social Science, Anthropology, Project Management, Business Administration, and Social Marketing, Communication or related field.
•At least 2 years of work experience related to project implementation, including communications and knowledge management, capacity-building, and social development, on large-scale government or donor-delivered projects. Experience in nutrition interventions in rural areas, GEDSI (gender equality and Social Inclusion) and/or in World Bank-supported projects will be an asset.
•Demonstrable track record in working with government and other stakeholders, with the ability to work within multi-faceted teams to tight deadlines.
•Proficiency in English and Lao, with excellent writing skills and ability to present content in a concise, yet comprehensive manner. Knowledge of dialects used in the convergence project areas is an asset.
•Proficiency in MS-Office suite, Affordable illustrator, CorelDraw, Photoshop, Video maker software, and Social media platforms.
3.Statistical Data Analyst Assistant (Base in Vientiane)
The minimum qualifications requirements are:
•At least Bachelor’s in Computer Engineering/Computer Science or in equivalent field is preferred.
•At least 3 years of professional work experience in the area of Information Technology (IT).
•Experience of working as an Statistician, survey support (preferably in public sector organizations).
•Experience support for Android application for mobile devices.
•Experience with the following application software: SPSS, STATA, Tableau, Power BI;
•Lao communication and Basic English skills, written and spoken.
The successful consultants will be selected in accordance with the competitive method of individual consultant set out in of the Procurement Regulations, dated July 2016, revised November 2017 and August 2018.
In order to apply for the positions, interested applicants should be provide information indicating that she/he is qualified to perform the services (description of experienced similar assignments on Expression of Interest) and detailed CV to Ms. Bouakham THONGCHANH, Procurement Officer. Email: buakham3450@gmail.com and Cc: phonhchittabounty@gmail.com Tel: 030 5071816. Address: Department of Rural Development, Ministry of Agriculture and Forestry, Ban Sibounheuang, Saysettha District, inside the Prime Minister complex, Vientiane Capital, Lao P.D.R. Consultants may obtain copies of the detailed Terms of Reference (in English) for assignment from the address above during office hours from 08:00 to 16:00 hours, from Monday to Friday (Lao PDR time) by postal mail or e-mail by 23 Feb 2023. Only Short-listed candidates will be contacted.
   

ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຊຸກຍູ້ໂອກາດລົງທຶນໃນຂົງເຂດກະສິກຳ ແລະ ການພັດທະນາຊົນນະບົດ ພາຍໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ/The Ministry of Agriculture and Forestry and FAO bolstering investment opportunities in agriculture and rural development under the Hand-in-Hand Initiative

[English below]

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຊຸກຍູ້​ໂອກາດ​ລົງທຶນ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ການພັດທະນາ​ຊົນນະບົດ

ພາຍໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ

ໃນວັນທີ 2 ກຸມພາ 2023, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ແລະ ກະຊວງກະສິກຳ ແລະ ປ່າໄມ້ (MAF) ໄດ້ສະໜັບສະໜູນກອງປະຊຸມລະດັບລັດຖະມົນຕີກ່ຽວກັບການສະໜັບສະໜູນການລົງທຶນ ໃນ​ຂົງ​ເຂດກະສິກຳ ແລະ ການພັດທະນາຊົນນະບົດ ​ຕາມ​ແລວ​ເສດຖະກິດ​ການ​ເຕີບ​ໂຕ​ສີຂຽວ.

ການ​ພັດທະນາຕາມ​ແລວ​ເສດຖະກິດການເຕີບໂຕ​ສີຂຽວ​ຕາມເສັ້ນທາງລົດໄຟ ​ລາວ-ຈີນ ​ໄດ້​ເປີດຕົວໃນ​ປີ 2021 ​ໂດຍ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ (MAF) ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກອົງການ FAO ພາຍ​ໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ (HIHI), ​ເພື່ອ​ຊ່ວຍສົ່ງເສີມຄວາມພະຍາຍາມຂອງ ລັດຖະບານ ແຫ່ງ ສປປ ລາວ ໃນການບັນລຸເປົ້າໝາຍບູລິມະສິດແຫ່ງຊາດ ແລະ ເປົ້າໝາຍຍຸດທະສາດກ່ຽວກັບການເຕີບໂຕທາງດ້ານເສດຖະກິດ, ການພັດທະນາຊົນນະບົດ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ.

ກອງ​ປະ​ຊຸມລະດັບ​ລັດ​ຖະ​ມົນ​ຕີນີ້ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ວຽງ​ຈັນ ​ເພື່ອ​ແນໃສ່​ທົບ​ທວນ​ຄວາມ​ຄືບ​ໜ້າ​ພາຍ​ໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ (HIHI); ແລະ ປຶກສາຫາລືກ່ຽວກັບໂອກາດການລົງທຶນທີ່ເກີດຂຶ້ນຈາກກອງປະຊຸມການລົງທຶນ HIH Investment Forum ທີ່ໄດ້ຈັດຂຶ້ນໃນເດືອນຕຸລາ 2022 ທີ່ຜ່ານມາ, ລວມທັງກະກຽມການປະຊຸມການລົງທຶນຄັ້ງຕໍ່ໄປທີ່ໄດ້ກໍານົດຂຶ້ນໃນທ້າຍປີນີ້ໃນກຸງໂຣມ. ນອກຈາກການທົບທວນຄືນ ໂອກາດໃນການພັດທະນາຕະຫຼາດຂອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງຄະນະທີມສະເພາະກິດໃນໂຄງການ HIHI ນີ້ ໃນການຮັບປະກັນຂອງການລົງທຶນໃຫ້ມີທ່າແຮງທີ່ມີຄຸນນະພາບ.

 

ທ່ານ ທອງ​ພັດ ວົງ​ມະນີ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ແລະ ປ່າ​ໄມ້ ທີ່​ໄດ້​ນຳພາ​ຄະນະ​ຜູ້​ແທນ​ລາວ​ ນຳສະເໜີ ​ແລະ ສ້າງ​ຄວາມ​ສົນ​ໃຈ​ດ້ານ​ການ​ລົງທຶນ​ຢູ່ ສປປ ລາວ ທີ່ກອງປະຊຸມ​ການ​ລົງທຶນ​ທີ່​ກຸງໂຣມ, ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ອົງການ FAO ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່ ກະຊວງ​ກະສິກໍາ ແລະ ປ່າໄມ້ ໃນ​ການ​ຈັດຕັ້ງປະຕິບັດແນວຄວາມຄິດລິເລີ່ມ​ທີ່ສຳຄັນ​ນີ້ ສໍາລັບ ສປປ ລາວ. ທ່ານ​ໄດ້ກ່າວ​ວ່າ “ລັດຖະບານ​ແຫ່ງ ສປປ ລາວ ​ໂດຍ​ໄດ້​ຮັບ​ການ​ສະໜັບສະ    ໜູນ​ຈາກອົງການ FAO ​ໃນການສ້າງ​ບົດ​ບັນທຶກ​ແນວຄວາມ​ຄິດ, ​ເຊິ່ງ​ເປັນ​ແມ່ພິມ​ຂອງວິຖີ​ແຫ່ງການ​ເຕີບ​ໂຕ​ນີ້. ບົດບັນທຶກແນວຄວາມຄິດໄດ້ຖືກພັດທະນາໂດຍລັດຖະບານ ທີ່ໄດ້ຮັບການສະໜັບສະໜູນທາງດ້ານວິຊາການຈາກອົງການ FAO, ແລະ ຂ້າພະເຈົ້າຍັງຂໍຂອບໃຈນຳ ອົງການ FAO ສໍາລັບທຸກການຊ່ວຍເຫຼືອ.” ທ່ານ ທອງ​ພັດ ວົງ​ມະນີ ຍັງໄດ້ກ່າວຕື່ມວ່າ: “​ຂ້າພະເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ອົງການ FAO, ສໍາ​ລັບ​ການ​ສະໜັບ​ສະໜູນ​ຢ່າງ​ຕໍ່​ເນື່ອງ​ ​ແລະ​ ຫວັງ​ວ່າພວກທ່ານຈະຍັງສືບຕໍ່ສະໜັບສະໜູນຢ່າງໝັ້ນ​ຄົງ. ລັດຖະບານ ແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ ໃນການອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນໃນຂະແໜງກະສິກຳຂອງ ສປປ ລາວ ເພື່ອໃຫ້ມີການເຕີບໂຕທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຄວາມສະເໝີພາບ, ເພື່ອໃຫ້ບັນລຸວິໄສທັດ ພາຍ​ໃຕ້ແຜນງານການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

 

ທ່ານ ນາ​ຊາ ຮາ​ຢັດ ຜູ້ຕາງໜ້າ ອົງການ FAO ປະຈຳ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ​ໃຫ້ຄຳເຫັນວ່າ “​ໂຄງການ ການລິເລີ່ມຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ (HIHI) ​ໄດ້​ຮັບ​ການ​ຈັດຕັ້ງປະຕິບັດ​ຕາມ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ, ເຊິ່ງ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 1 ປີ​ແລ້ວ. ມັນ​ເປັນ​ການ​ເປີດ​ໂອກາດອັນໃຫຍ່ຫຼວງ ​ໃຫ້​ກັບເສດຖະກິດ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ກະສິກຳ. ປະເທດລາວກໍາລັງຈະຫັນປ່ຽນແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ. ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ສປປ ລາວ ໄດ້ກາຍເປັນປະເທດເຊື່ອມຕໍ່ກັບປະເທດອື່ນໆ. ປັດຈຸ​ບັນ​ນີ້​ ປະເທດລາວຍັງ​ກາຍ​ເປັນ​ສູນ​ການ​ຂົນ​ສົ່ງ​ສິນຄ້າ​ໃນ​ພາກ​ພື້ນ. ພວກເຮົາສາມາດປ່ຽນແປງຊີວິດຂອງຊາວກະສິກອນຂະໜາດນ້ອຍໃນ ສປປ ລາວ ໄດ້ຢ່າງແນ່ນອນ, ເຊິ່ງເປັນຈຸດປະສົງຫຼັກຂອງໂຄງການ HIHI.” ທ່ານ ນາ​ຊາ ຮາ​ຢັດ ຍັງໄດ້ກ່າວເພີ່ມຕື່ມວ່າ ບົນພື້ນຖານການນຳ​ສະ​ເໜີ​ໂອກາດ​ການ​ລົງ​ທຶນ​ ໂດຍ​ທ່ານ ທອງ​ພັດ ວົງ​ມະນີ ທີ່​ກຸງໂຣມ ​ໃນ​ປີ​ກາຍ​ນີ້ ທີ່​ກອງປະຊຸມການ​ລົງທຶນ HIHI, ພວກ​ເຮົາ​ໄດ້​ຮັບ​ການ​ຕອບຮັບທີ່​ດີ​ຫຼາຍ​ຈາກ​ພາກ​ເອກະ​ຊົນ/ບໍລິສັດຕ່າງໆ, ທະນາຄານສາກົນຫຼາຍ​ຝ່າຍ. ໃນຈຸດ​ນີ້, ຂ້າພະ​ເຈົ້າ​ຂໍ​ຮຽກຮ້ອງ​ໃຫ້​ບັນດາ​ທ່ານ​ຈົ່ງ​ນຳ​ໃຊ້ ​ແລະ ຍາດ​ແຍ່ງ​ເອົາ​ໂອກາດ​ນີ້ ​ເພື່ອ​ແນໃສ່​ເນັ້ນໜັກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳທີ່ເປັນຍຸດ​ທະ​ສາດ​ ໄດ້​ຢ່າງງ່າຍດາຍ ​ແລະ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.”

ກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານຈາກບັນດາກົມ ແລະ ກະຊວງຕ່າງໆເຂົ້າຮ່ວມ. ໃນນັ້ນລວມມີ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ (DAEC), ກົມກະສິກໍາ (DoA), ກົມປ່າໄມ້ (DF), ກົມຊັບສິນທາງປັນຍາ, ກົມລ້ຽງສັດ ແລະ ການປະມົງ (DLF), ກົມທີ່ດິນ (DOL) (MONRE), ກົມແຜນການ ແລະ ການຮ່ວມມື (DOPC) (MPWT), DOPF, DOTP, DRDC, DSEMP, DTEAP, NAFRI, PRF, ກົມຄົ້ນຄວ້າ ແລະ ສັງລວມ (PMO), DIC (MPI), ກົມອາຫານ ແລະ ການຢາ (MOH), ກົມສະຖິຕິລາວ, ພະແນກພັດທະນາການທ່ອງທ່ຽວ (MOICT), ຫ້ອງການກະສິກຳ ແລະ ປ່າໄມ້ແຂວງ ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ ແລະ ອື່ນໆ. ພ້ອມນັ້ນ ຍັງມີເພື່ອນຮ່ວມງານ ແລະ ຄູ່ຮ່ວມພັດທະນາອື່ນໆຂອງອົງການ FAO ກໍໄດ້ເຂົ້າຮ່ວມ.

 

The Ministry of Agriculture and Forestry and FAO bolstering investment opportunities in agriculture and rural development under the Hand-in-Hand Initiative

Vientiane, Lao People’s Democratic Republic On 2 February 2023, The Food and Agriculture Organization of the United Nations (FAO) and the Ministry of Agriculture and Forestry (MAF) facilitated an Inter-Ministerial meeting on bolstering investments to the agriculture and rural development sector within the Green Growth Economic Corridor.

Development of the Green Growth Economic Corrido along the Lao-China was launched in 2021 by the Ministry of Agriculture and Forestry (MAF), with support from FAO under the Hand-in-Hand Initiative (HIHI), to help further strengthen the Government of the Lao PDR’s efforts to achieve its national priorities and strategic objectives on economic growth, rural development, food and nutrition security.

This Inter-Ministerial meeting, organized in Vientiane aimed to review the progress made under Hand-in-Hand Initiative (HIHI); and to discuss the investment opportunities that arose from the HIH Investment Forum held in October 2022, as well as to start preparing for the next Investment Forum scheduled later this year in Rome. In addition to reviewing the market development opportunities for the agriculture and rural development sectors, the meeting also discussed the importance of the HIHI Taskforce in securing these potential investments status.

His Excellency Mr. Thongphath Vongmany, Deputy Minister of Agriculture and Forestry, who led the Lao Delegation to promote and attract investment interests in the Lao PDR at the Investment Forum in Rome expressed his gratitude to FAO for its support to MAF in implementing this important initiative for Lao PDR. He stated “the Government of Lao PDR with the support of FAO developed a Concept Note, which is the Blueprint of this visionary growth trajectory. The Concept Note was developed by the Government with technical support from FAO, and I am thankful to FAO for its assistance.” “I would like to extend my sincere appreciation to FAO, for their continuous support and hope that it will remain strong. I would also like to express that Government of Lao PDR stands fully committed in facilitating private sector investment in Lao PDR’s agriculture sector for green and equitable growth, realizing its vision under the Hand-in-Hand Initiative,” he continued.

Mr. Nasar Hayat, FAO Representative to Lao People’s Democratic Republic, noted that “the HIHI has been implemented along the Lao-China Railway, which has been in operation for over a year now. It opens up a large number of opportunities for the Lao economy particularly for the agriculture sector. The country is transforming like never before in its history. From a land-locked country, Lao PDR has now become a land-linked country. It is also now becoming the logistics hub in the region. We can surely transform the lives of small farmers in Lao PDR which is the primary objective of the HIHI.” “Building on the great presentation in investment opportunities by His Excellency Mr. Thongphath Vongmany in Rome last year at the HIHI Investment Forum, we got a lot of very positive responses from a number of private sector/entities and multi-lateral and global banks. In this regard, I would like to humbly request you to make use of and grab this opportunity to focus and support the process to make it easy for those entrepreneurs to invest in our strategic agricultural sector and make the reality happen.”

The event was attended by Director Generals and Deputy Director Generals and other colleagues from various departments and ministries. Those are Department of Agricultural Extension and Cooperatives (DAEC), Department of Agriculture(DoA), Department of Forestry(DoF), Department of Intellectual Property, Department of Livestock and Fisheries (DLF), Department of Land (DOL) (MONRE), Department of Planning and Corporation (DOPC) (MPWT), DOPF, DOTP, DRDC, DSEMP, DTEAP, NAFRI, PRF, Department of Research and Compiling (PMO), DIC (MPI), Food and Drug Department (MOH), External Finance and Debt Management (MOF), Lao Statistic Bureau, Tourism Development Department (MOICT), Provincial Agriculture and Forestry Office of Luang Namtha, Oudomxay, Luang Prabang, Vientiane Province, and others. Other FAO colleagues and development partners were also present.

 

Lao Media Contact Person/s:

Bounmee Maokhamphiou, Outreach Specialist – Bounmee.Maokhamphiou@fao.org

Vilaylack Khounvisith, National Communication Consultant – Vilaylack.Khounvisith@fao.org

ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ

ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ

 ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໄດ້ຈັດຂຶ້ນ, ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໃນວັນທີ 6 ກຸມພາ 2023. ໂດຍການເປັນປະທານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຊິ່ງມີຫົວໜ້າ-ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ, ຂະແໜງປ່າໄມ້, ຂະແໜງກວດກາປ່າໄມ້; ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ເພື່ອເປັນການທົບທວນຄືນວຽກງານປ່າໄມ້ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ, ຊອກຫາບັນຫາ, ຂໍ້ຫຍຸ້ງຍາກທີ່ພົບພໍ້ ແລະ ກໍານົດທິດທາງປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ ເພືີ່ອພັດທະນາວຽກງານ ຂະແໜງການປ່າໄມ້ໃຫ້ມີຜົນສໍາເລັດ, ພ້ອມດຽວກັນນັ້ນ, ກໍ່ເປັນການຜັນຂະຫຍາຍໜ້າທີ່ການເມືອງຂອງພັກ ແລະ ລັດຖະບານ ວາງອອກ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະ ກິດ-ການເງິນ (2021-2023) ກໍ່ຄື: ການຜະລິດເພືີ່ອທົດແທນການນໍາເຂົ້າຈາກຕ່າງປະເທດ ແລະ ການສົ່ງເສີມຜະລິດເປັນສິນຄ້າສົ່ງອອກ.

ໃນທີ່ປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ: ການສະຫຼຸບຕີລາຄາຮອບດ້ານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມໃນຊູມປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍປ່າໄມຸ້, ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ; ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ແລະ ຄໍາສັ່ງເລກທີ 05/ນຍ ໂດຍສະເພາະວຽກງານກວດກາ ແລະ ດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້, ປະກອບຄໍາເຫັນກ່ຽວກັບ ວຽກງານຄຸ້ມຄອງປົກປັກຮັກສາ, ພັດທະນາ ແລະ ນໍາໃຊຸ້ປ່າໄມຸ້ ແລະ ທີ່ດິນປ່າໄມ້ (1. ສະພາບການປ່ຽນແປງປ່າໄມ້ ແລະ ທີ່ດິນປ່າໄມ້; 2. ການສົ່ງເສີມປູກໄມ້ ເພື່ອເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ; 3. ການຊຸກຍູ້ສົ່ງເສີມຕ່ອງໂສ້ການຜະລິດຂອງບັນດາໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ).

ນອກຈາກນີ້, ບັນດາແຂວງກໍ່ໄດ້ປະກອບຄຳເຫັນກ່ຽວກັບ: ບົດຮຽນທີ່ດີກ່ຽວກັບ ການສົໍ່ງເສີມການທ່ອງທ່ຽວທຳ ມະຊາດຢູ່ນໍ້າກັດຢໍລະປາ; ການແກ້ໄຂບັນຫາຂໍ້ຫຍຸຸ້ງຍາກ ໃນການສົ່ງເສີມການທ່ອງທ່ຽວທໍາມະຊາດ ໂດຍສະເພາະ ການມີສ່ວນຮ່ວມ ແລະ ເປັນເຈົົ້າການ ຂອງພາກສ່ວນກ່ຽວຂ້ອງຢູ່ປ່າສະຫງວນນໍ້າກ່ານ; ການສົ່ງເສີມການປູກໄມ້ໃນເຂດປ່າຜະລິດ; ມາດຕະການແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ໃນ 3 ປະເພດປ່າ; ມາດຕະການແກ້ໄຂບັນຫາການລັກລອບ ຕັດໄມ້ໃນ 3 ປະເພດປ່າ ໂດຍສະເພາະໃນເຂດປ່າສະຫງວນ; ບັນຫາການດໍາເນີນຄະດີຕໍ່ຜູ້ລັກລອບຕັດໄມ້. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ມີການສົນທະນາ ແລະ ແລກປ່ຽນຄໍາຄິດຄຳເຫັນຢ່າງກົງໄປກົງມາ ເພື່ອນໍາໄປແກ້ໄຂບັນຫາຂໍ້ຄົງ ຄ້າງ ແລະ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງປັກປັກຮັກສາປ່າໄມ້ ທີ່ມີຢູ່ໃນປະຈຸບັນ ຈໍານວນ 14,7 ລ້ານເຮັກຕາ ບໍ່ໃຫ້ຖືກທໍາລາຍ ແລະ ເຊື່ອມໂຊມ; ຄຸ້ມຄອງປົກປັກຮັກສາທີ່ດິນປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົົ່ວປະເທດ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ກ່າວປິດກອງປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ເພືີ່ອບັນລຸຂໍ້ຄົງຄ້າງ ແລະ ເປົົ້າໝາຍລວມ ໃນການຄຸ້ມຄອງປົກປັກຮັກສາຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທໍາລາຍ, ຟື້ນຟູບູລະນະ ແລະ ພັດທະນາປ່າໄມ້ ທີີ່ເສືີ່ອມໂຊມໃຫ້ມີຄວາມອຸດົມສົມບູນ ເປັນແຫຼ່ງສະສົມສິນເຊືີ່ອກາກບອນ, ບໍລິການທ່ອງທ່ຽວ ແລະ ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກໍາປຸງແຕ່ງໄມ້ ທີີ່ມີການນໍາໃຊ້ເຕັກນິກເຕັກໂນໂລຊີ ແລະ ນະວັດຕະກໍາ ທີີ່ທັນສະໄໝ ປະກອບສ່ວນຢ່າງແຂງແຮງ ເຂົົ້າໃນການສ້າງລາຍຮັບ ກໍ່ຄືການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ທຸກພາກສ່ວນຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິໜ້າທີ່ ຄວາມຮັບຜິດຊອບຂອງຕົນ ໃຫ້ປະສົບຜົນສຳເລັດຕາມການມອບໝາຍ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ