ຂ່າວ

ກອງປະຊຸມເຜີຍແຜ່ ຜົນຂອງການປະເມີນກາງສະໄໝ 4 ມາດຕະການ ບູລິມະສິດ ຂອງຂະແໜງການກະສິກໍາ

1  2

           ໃນຕອນບ່າຍວັນທີ 20 ກັນຍາ 2018 ກອງເລຂາໂພຊະນາການ, ກົມແຜນການ ແລະການເງິນ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ ຜົນຂອງການປະເມີນກາງສະໄໝ 4 ມາດຕະການບູລິມະສິດ ຂອງຂະແໜງການກະສິກໍາໃນແຜນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ ແລະແຜນປະຕິບັດງານ 2016-2020 ຂຶ້ນຢູ່ໂຮງແຮມ ເມີຄິ້ວ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ມີບັນດາຮອງຫົວໜ້າກົມອ້ອມຂ້າງກະຊວງ, ຊ່ຽວຊານໂຄງການ ພ້ອມດ້ວຍແຂກທີ່ຖືກເຊີນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. Continue reading

ກອງປະຊຸມແລກປ່ຽນການຈັດຕັັ້ງປະຕິບັດ ແລະ ປະສົບການທາງດ້ານການອະນຸລັກ ແລະ ການນຳໃຊ້ທາງດ້ານພັນທຸກຳພືດ ທີ່ນຳໃຊ້ໃນກະສິກຳໃນກຸ່ມອາຊຽນ

              IMG_39700     IMG_39744

             ປະຈຸບັນແນວພັນພື້ນເມືອງຂອງລາວ ກໍ່ຄືໃນກຸ່ມອາຊຽນ ນັບມື້ນັບຫຼຸດລົງ ອັນເນື່ອງມາຈາກຫຼາຍປັດໃຈທີ່ເປັນສາເຫດເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການຈູດປ່າ, ການຈັດສັນທີ່ດີນ, ແນວພັນໃໝ່, ການຄ້າ ແລະ ການຕະຫຼາດ ທີ່ສົ່ງຜົນເຮັດໃຫ້ແນວພັນພື້ນບ້ານມີການສູນເສຍ. ໃນລະຫວ່າງວັນທີ 25-27 ກັນຍາ 2018 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ບໍລິສັດຄົ້ນຄວ້າ ແລະ ໃຫ້ຄຳປຶກສາມິດຊູບິຊິ; ກອງທຶນເຊື່ອມໂຍງລາວ-ຢີ່ປຸ່ນ ແລະ ຄູ່ຮ່ວມມືດ້ານເສດຖະກິດອາຊຽນ-ຢີ່ປຸ່ນ ໄດ້ຈັດກອງປະຊຸມແລກປ່ຽນການຈັດຕັັ້ງປະຕິບັດນຳໃຊ້ທາງດ້ານພັນທຸກຳພືດ ທີ່ນຳໃຊ້ໃນກະສິກຳໃນກຸ່ມອາຊຽນຂຶ້ນ ທີ່ໂຮງແຮມ ນິວໂຣດ (Newrose). ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ປອ ໃຈ ບຸນພະມີໄຊ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ; ທ່ານ ສາດສະດາ ຈານ ໂຕຊິໂອະ ອັນໂດະ (prof. Toshio ANDO) ມະຫາວິທະຍາໄລຊີບາ, ປະເທດ ຢີ່ປຸ່ນ. ເຊິ່ງມີສະມາຊິກໃນກຸ່ມປະເທດອາຊຽນ (ປະເທດອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄທ, ຫວຽດ ນາມ, ກຳປູເຈຍ ແລະ ປະເທດລາວ) ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 13 ທ່ານ. Continue reading

ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບການຢ້ຽມຂໍ່ານັບຂອງທ່ານເອກອັກຄະລັດຖະທູດນິວຊີແລນ ປະຈໍາລາວ

IMG_3798

ໃນອາທິດຜ່ານມາ,ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດຕ້ອນຮັບ ທ່ານ ທາຫາມົ້ວນາ ເອຊີ ຄຼູນີ ແມັກເພິສັນ ເອກອັກຄະລັດຖະທູດນິວຊີແລນ ປະຈໍາລາວ.ພ້ອມນີ້, ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງ ໃນການພົບປະໃນຄັ້ງນີ້, ເພື່ອຕີລາຄາ ປະເມີນຄືນ ສະຖານະພາບຄວາມຄືບໜ້າ ວຽກງານການຮ່ວມມືສອງຝ່າຍ ໃນການຈັດຕັ້ງປະຕິບັດບັນດາໂຄງການໃນຂະແໜງການກະສິກໍາໃນໄລຍະຜ່ານມາເຊັ່ນ: ໂຄງການຄຸນນະພາບຊີ້ນງົວ ມີໄລຍະການຈັດຕັ້ງປະຕິບັດ 5 ປີ ນັບແຕ່ປີ 2017 ຫາປີ 2022 ເປັນຕົ້ນມາ ແລະ ໂຄງການຄວບຄຸມພະຍາດປາກເປື້ອຍລົງເລັບ ມີໄລຍະເວລາຈັດຕັ້ງປະຕິບັດໂຄງການ 4 ປີ ແຕ່ປີ 2016 ຫາປີ 2020 ໂດຍໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກລັດຖະບານປະເທດ ນິວຊີແລນ

IMG_3792

ໂດຍການຄຸ້ມຄອງຂອງກົມລ້ຽງສັດ ແລະການປະມົງ, ກະຊວງກະສິກໍາ ແລະປ່າໄມ້. ໂອກາດນີ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເຂົ້າຢ້ຽມຢາມໃນຄັ້ງນີ້ ແລະໄດ້ສະເໜີໃຫ້ສືບຕໍ່ຂະຫຍາຍສາຍພົວພັນການຮ່ວມມືໃຫ້ກວ້າງຂວາງກວ່າເກົ່າເປັນຕົ້ນ: ວຽກງານການລ້ຽງສັດ, ວຽກງານການຈັດສັນປ່າໄມ້. ພ້ອມນີ້, ທັງສອງຝ່າຍ ຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການຂະຫຍາຍການຮ່ວມມື ລວມທັງວຽກງານໂຄງການ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດຢູ່ ສປປ ລາວ ໃນຕໍ່ໜ້ານໍາອີກ.

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ລົງຕິດຕາມສະພາບນໍ້າຖ້ວມຢູ່ ເມືອງໄຊທານີ

IMG_30

ໃນຕອນບ່າຍວັນທີ 12 ກັນຍາ 2018 ນີ້ ຢູສໍານັກງານປົກຄອງເມືອງໄຊທານີ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງສໍາຫຼວດຕິດຕາມ ສະພາບນໍ້າຖ້ວມ ໂດຍການຕ້ອນຮັບຂອງທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງເມືອງໄຊທານີ. ພ້ອມນີ້ມີ ບັນດາຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງເມືອງໄຊທານີ ໄດ້ລາຍງານກ່ຽວກັບຜົນກະທົບຈາກສະພາບນ້ຳງື່ມລົ້ນຝັ່ງຖ້ວມ ນັບແຕ່ວັນທີ 19 ສິງຫາ 2018 ຫາ 11 ກັນຍາ 2018 ມີບ້ານ​ທີ່​ຂຶ້ນ​ກັບກຸ່ມ​ຖືກ​ຜົນ​ກະ​ທົບ 8 ກຸ່ມ, ມີ 58ບ້ານ ແລະ ບ້ານ​ທີ່​ຂຶ້ນ​ກັບ​ເມືອງ 6ບ້ານ ລວມ​ທັງ​ໝົດ 64ບ້ານ, 5.346ຄອບຄົວ, ມີບ້ານ​ທີ່​ຖືກ​ຕັດ​ຂາດຈາກພາຍນອກ 24ບ້ານ, 5.226ຄອບ​ຄົວ, ມີບ້ານ​​ຖືກ​ຜົນ​ກະ​ທົບໄດ້ຍົກ​ຍ້າຍ 43ບ້ານ, 936ຄອບ​ຄົວ, ມີ​ຈຸດທີ່​ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ພັກ​ເຊົາຊົ່ວ​ຄາວ 35ຈຸດ​ຄື: ກຸ່ມ​ຫາດ​ກ້ຽງມີ 11ຈຸດ, ກຸ່ມ​ດົງ​ບັງມີ 7ຈຸດ, ກຸ່ມ​ເວີນ​ຄຳມີ 9ຈຸດ, ກຸ່ມ​ທ່າ​ງ່ອນມີ 1ຈຸດ, ກຸ່ມ​ຫ້ວຍ​ຈຽມມີ 5 ຈຸດ, ບ້ານ​ດ່ານ​ຊ້າງມີ 1 ຈຸດ, ບ້ານໜອງພະຍາ ມີ 1 ຈຸດ. ນອກນັ້ນ, ຍັງມີບ້ານທີ່​ຖືກ​ຜົນ​ກະ​ທົບແຕ່ບໍ່ໄດ້ຍົກ​ຍ້າຍມີ 21ບ້ານ, 693 ຄອບຄົວ. ມາຮອດປັດຈຸບັນ ໃນຈໍານວນ 64 ບ້ານ ດັງກ່າວ ມີເນື້ອ​ທີ່​ທຳ​ການ​ຜະ​ລິດກະ​ສິ​ກຳຖືກ​ນ້ຳ​ຖ້ວມແລ້ວຈຳນວນ 4.331 ເຮັກຕາ ປະກອບມີ ເນື້ອທີ່ນາ, ສວນພືດຜັກຕ່າງໆ, ໜອງປາ ແລະເນື້ອທີ່ ຂອງບັນດາຟາມພາຍໃນເມືອງ.

IMG_3722

ໃນຕອນທ້າຍທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ສະເໜີໃຫ້ຄະນະພັກ, ຄະນະນໍາເມືອງ ແລະພາກສ່ວນກ່ຽວຂ້ອງເອົາໃຈໃສ່ກະກຽມຄວາມພ້ອມໃນການຮັກສາສຸຂາພາບສັດຫຼັງນໍ້າຖ້ວມເພື່ອປ້ອງກັນການແຜ່ລະບາດຂອງພະຍາດສັດ, ໃຫ້ກະກຽມຂຶ້ນແຜນລະອຽດ ໃນການຜະລິດລະດູແລ້ງ ປີ 2019 ເພື່ອເຮັດການຜະລິດທົດແທນຄວາມເສຍຫາຍຈາກນໍ້າຖ້ວມເຊັ່ນ: ກະກຽມດ້ານແນວພັນພືດ, ແນວພັນສັດ, ແນວພັນປາ, ຝຸ່ນປຸຍ, ຢາປາບສັດຕູພືດ, ຢາປ້ອງກັນພະຍາດສັດ ແລະໃຫ້ຮີບຮ້ອນສ້ອມແປງຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດ ແລະວຽກງານອື່ນໆ ເພື່ອໃຫ້ຊາວກະສິກອນ, ຜູ້ປະກອບການ ໃຫ້ທວງທັນກັບເວລາ ແລະ ໄດ້ມອບເງິນຈໍານວນ 50 ລ້ານກີບ ໃຫ້ແກ່ເມືອງດັ່ງກ່າວເພື່ອຊ່ວຍເຫຼືອເບື້ອງຕົ້ນນໍາອີກ.

 

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ສໍາມະນາວິຊາການປ້ອງກັນພືດ ກ່ຽວກັບການຄວບຄຸມສັດຕູພືດ ແບບປອດສານພິດ ທີ່ທັນສະໄໝ

200920183   200920184

ໃນທ້າຍອາທິດຜ່ານມາ, ກົມປູກຝັງ, ກະຊວງກະສິກໍາ ແລະປ່າໄມ້ ແລະ ສະຖາບັນປ້ອງກັນພືດ, ສະຖາບັນການສຶກສາວິທະຍາສາດດ້ານກະສິກໍາ ແຫ່ງ ສປ.ຈີນ. ໄດ້ຈັດກອງປະຊຸມສໍາມະນາວິຊາການປ້ອງກັນພືດ ກ່ຽວກັບການຄວບຄມສັດຕູພືດແບບປອດສານພິດທີ່ທັນສະໄໝ ຂຶ້ນຢູ່ໂຮງແຮມລ້ານຊ້າງ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ, ທ່ານ ຢາງເຄິ ເຊັງ ຮອງຫົວໜ້າສະຖາບັນປ້ອງກັນພືດ, ສະຖາບັນການສຶກສາວິທະຍາສາດດ້ານກະສິກໍາ ແຫ່ງ ສປ. ຈີນ. ມີຜູ້ເຂົ້າຮ່ວມມາຈາກ ຄະນະກະເສດສາດນາບົງ, ວິ ທະຍາໄລເຕັກນິກກະສິກໍາແຂວງວຽງຈັນ, ດົງຄໍາຊ້າງ ແລະເຈົ້າໜ້າທີ່ຈາກດ່ານກັກກັນພືດເຂົ້າຮ່ວມຢ່າງພ້ອມພຽງ.

Continue reading

ກອງປະຊຸມລິເລິ່ມໂຄງການອະນຸລັກພັນທຸກໍາຕະກຸນໄມ້ຂະຍຸງ-ດາວິນ

IMG_0042

    ໃນວັນທີ 10 ກັນຍາ 2018 ນີ້, ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມ ກັບວິທະຍາໄລອອ໊ກສຝອດປະເທດອັງກິດ, ໄດ້ຈັດກອງປະຊຸມລິເລີ່ມໂຄງການອະນຸລັກພັນທຸກໍາຕະກຸນໄມ້ຂະຍຸງ-ດາວິນ ຂຶ້ນທີ່ ໂຮງແຮມວັນຊະນະຣີເວີຊາຍ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ບຸນຖອງ ບົວຫອມ ຫົວໜ້າສະຖາບັນ ຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຮັງ ອີວັນ (H.E Mr Hugh EVANS) ເອກ ອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດປະຈໍາລາວ, ແລະ ທ່ານ ເດວິດ ບອດເຊີ (Mr David boshier) ຜູ້ຊີ້ນໍາໂຄງການ. ມີຜູ້ຕາງໜ້າຈາກບັນ ດາປະເທດທີ່ຮ່ວມໂຄງການຄື: ສສ ຫວຽດນາມ, ກໍາປູເຈຍ, ໄທ ແລະ ບັນດາຊ່ຽວຊານຈາກມະຫາວິທະຍາ ໄລອ໊ອກສ ຟອດປະ ເທດອັງກິດພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ເພື່ອເປັນການປຶກສາຫາລືກ່ຽວກັບ ກິດຈະກໍາຂອງໂຄງການ, ແຜນການຈັດຕັ້ງ ປະຕິບັດໂຄງການ, ຄວາມເຊື່ອໝັ້ນ ແລະ ການພົວພັນກັນລະຫວ່າງຄູ່ຮ່ວມງານ, ການເຊື່ອມໂຍງກັບໂຄງການອື່ນໆທີ່ຄ້າຍຄືກັນ ທີ່ຈັດຕັ້ງປະຕິບັດກ່ຽວກັບການອະນຸລັກພັນທຸກໍາໄມ້ ແລະ ລະບົບການສະຫຼຸບ-ລາຍງານການຈັດຕັ້ງປະຕິບັດໂຄງການ, ເຊິ່ງໂຄງ ການດັ່ງກ່າວ ແມ່ນຈັດຕັ້ງປະຕິບັດຜ່ານເຄືອຂ່າຍອະນຸລັກພັນທຸກໍາໄມ້ອາຊີປາຊີຟິກ ແລະ ໄດ້ຮັບທຶນສະໜັບສະໜຸນຈາກອົງການ Darwin Initiative ປະເທດອັງກິດ ແລະ ພາກວິຊາວິທະຍາສາດພືດສາດມະຫາວິ ທະຍາໄລອອ໊ກຟອດເປັນຫົວໜ້າໂຄງການເຊິ່ງ ມີໄລຍະການຈັດຕັ້ງ 2 ປີ 5 ເດຶອນ ປີແຕ່ 2018-2021.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ກອງປະຊຸມ ປຶກສາຫາລືພາກພື້ນກ່ຽວກັບການຕ້ານ ແລະສະກັດກັ້ນ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍໃນປະເທດລຸ່ມແມ່ນໍ້າຂອງ

IMG_2701  IMG_2687

           ໃນລະຫວ່າງວັນທີ 30ຫາ 31 ສິງຫາ 2018 ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາລາວໄດ້ເປີດກອງປະຊຸມ ປຶກສາຫາລືພາກພື້ນກ່ຽວກັບການຕ້ານ ແລະສະກັດກັ້ນ ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍຂຶ້ນ ຢູ່ທີ່ຫ້ອງປະຊຸມ ໂຮງແຮມ ມິດຕະພາບ, ແຂວງອຸດົມໄຊ. ໃຫ້ກຽດເປັນປະທານໂດຍທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆອຸດົມໄຊ, ທ່ານ ຝຣັງຊົວ ເກກັງ Francois GUEGANຮອງຫົວໜ້າອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາລາວ. ມີຜູ້ແທນຈາກກົມອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ແລະບັນດາຜູ້ແທນທີ່ມາຈາກປະເທດລຸ່ມແມ່ນໍ້າຂອງເຂົ້້າຮ່ວມຢ່າງພ້ອມພຽງ. Continue reading

ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ ແລະ ຊີ້ນໍາວຽກງານ ການຜະລິດກະສິກໍາ ຢູ່ແຂວງ ອຸດົມໄຊ

IMG_2608       IMG_2611

        ໃນວັນທີ 30 ສິງຫາ 2018 ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຕິດຕາມຊຸກຍູ້ການຜະລິດກະສິກໍາ ແລະຊີ້ນໍາວຽກງານ ຢູ່ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ອຸດົມໄຊ, ມີຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ອ້ອມຂ້າງພະແນກເຂົ້າຮ່ວມ. Continue reading

ກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປລາວ

IMG_8295

        ​ໂຄງການ​ຜະລິດ​ກະສິກຳ​ເປັນ​ສິນຄ້າຢູ່ສປປລາວ ​ເປັນໜຶ່ງ​ໃນ​ບັນດາ​ໂຄງການ​ບູລິ​ມະ​ສິດທີ່​ນອນ​ຢູ່​ໃນ​ແຜນການຮ່ວມມືລະຫວ່າງລັດ​ຖະບານ ​ແລະທະນາຄານ​ໂລກ, ​ໂຄງການ​ດັ່ງ​ກ່າວ​ມີ​ງົບປະມານ​ທັງໝົດ 29,3 ລ້ານ ​ໂດ​ລາ​ສະຫະລັດ: ເງິນ​ກູ້​ຢືມ​ຈາກ​ທະນາຄານ​ໂລກ 25 ລ້ານ ​ໂດ​ລາ​ສະຫະລັດ, ທຶນ​ສະໜັບສະໜູນຜູ້​ປະກອບ​ການ ​ແລະຊາວນາ 3,8 ລ້ານ ​ໂດ​ລາ​ສະຫະລັດ ​ແລະທຶນ​ສົມທົບ​ເພື່ອ​ແຮ​ໄວ້​ສຳລັບ​ການ​ທົດ​ແທນ​ຄືນ ​ໃນ​ກໍລະນີ​ການ​ຟື້ນຟູ​ສ້ອມ​ແປງ​ຄອງ​ເໝືອງຊົນລະປະທານທີ່​ຖືກ​ດິນ​ປະຊາຊົນ 5 ​ແສນ ​ໂດ​ລາ​ສະຫະລັດ (​ແຂວງ​ລະ 1 ​ແສນ ​ໂດ​ລາ​ສະຫະລັດ)​ໄລຍະ​ການຈັດຕັ້ງປະຕິບັດ​ໂຄງການ ​ແມ່ນ​ເລີ່​ມ​ແຕ່​ປີ 2018-2024.how to buy a replica watch ferrari 458 italia replica for sale Continue reading

ກອງປະຊຸມສະຫຼຸບການເຮັດທົດລອງຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປຢູ່ບ້ານຈອມທອງ, ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ

IMG_8896

ໃນວັນທີ 11 ສິງຫາ 2018 ນີ້ ທີ່ຫ້ອງວ່າການປົກຄອງເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ, ໄດ້ຈັດກອງປະຊຸມສະຫຼຸບ ການເຮັດທົດລອງຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ, ໂດຍການເປັນປະທານຂອງ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ, ມີທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຮອງເຈົ້າແຂວງໆ ໄຊຍະບູລີ, ເຈົ້າເມືອງໆວຽງທອງ, ຄະນະ ປະຈໍາພັກແຂວງ, ຫົວໜ້າ ແລະ ຮອງກົມ, ຫົວໜ້າ ແລະ ຮອງພະແນກ ກະສິກໍາ ແລະ ປ່າໄມ້ແຂວງພ້ອມດ້ວຍບັນດາແຂກ ຖືກເຊີນ ຈາກສູນກາງ ແລະ ທ້ອງຖີ່ນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການທົດລອງຈັດຕັ້ງປະຕິບັດໃນຄັ້ງນີ້ເພື່ອໃຫ້ ຄະນະພັກແຂວງ, ເມືອງ, ບ້ານ ແລະ ປະຊາຊົນມີຄວາມ ຮັບຮູ້, ເຂົ້າໃຈເນື້ອໃນຂອງດໍາລັດ 348/ລບ, ບົດແນະນໍາ 0830/ກປ ແລະ ນໍາໄປຈັດຕັ້ງ ຜັນຂະຫຍາຍເປັນເອກະພາບ ຕາມພາລະບົດບາດໜ້າທີ່ຂອງຕົນ; ເພື່ອເປັນການທົດສອບ ການອອກແບບດ້ານທິດສະດີ ແລະ ພຶດຕິ ກໍາຕົວຈິງ, ບັນດາ ເຄື່ອງມືເຊັ່ນ: ແບບຟອມຕ່າງໆ, ບາດກ້າວໃນການດໍາເນີນ, ໂຄງການປະກອບການຈັດຕັ້ງທີ່ຈະຜັນຂະຫຍາຍດໍາ ລັດສະບັບນີ້; ເປັນການບໍາລຸງສ້າງພະນັກງານຂັ້ນແຂວງ, ຂັ້ນສູນກາງເພື່ອສ້າງເປັນພະນັກງານສືບທອດໃນຕໍ່ໜ້າເຊິ່ງຂໍ້ມູນທີ່ໄດ້ຈາກ ການເຮັດທົດລອງໃນຄັ້ງນີ້ຈະເປັນພື້ນຖານໃຫ້ແກ່ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນກໍຄືການວາງແຜນສ້າງຄອບຄົວເປັນ ຄອບຄົວພັດທະນາ, ສ້າງບ້ານຈອມທອງເປັນບ້ານພັດທະນາ, ເປັນບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງເມືອງ ວຽງທອງເປັນເມືອງເຂັ້ມແຂງຮອບດ້ານໃນຕໍ່ໜ້າ.

IMG_8872

ໃນກອງປະຊຸມທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ໄດ້ລາຍງານຜົນການທົດລອງຜັນຂະຫຍາຍຈັດຕັ້ງປະຕິບັດດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ຢູ່ບ້ານ ຈອມທອງ, ເມືອງ ວຽງທອງ ແຂວງ ບໍລິຄໍາໄຊໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດແມ່ນໄດ້ເລີ່ມ ລົງເກັບກໍາຂໍ້ມູນຢູ່ຂັ້ນຄອບຄົວ, ບ້ານ ແລະ ເມືອງ ໃນຊ່ວງໄລຍະເວລາ 4 ວັນແຕ່ວັນທີ 8-11 ສິງຫາ 2018,  ສາມາດສັງລວມຂໍ້ ມູນພື້ນຖານໃຫ້ແກ່ການກະກຽມດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກກໍຄືການວາງແຜນ ພັດທະນາໃນຕໍ່ໜ້າຄື: ບ້ານຈອມທອງມີ 417 ຄອບຄົວ, ເກັບກໍາຂໍ້ມູນຕົວຈິງໄດ້ 414 ຄອບຄົວ, ມີພົນລະເມືອງທັງໝົດ 2.438 ຄົນ, ຍິງ 1.150 ຄົນ, ຈໍານວນຄອບຄົວທີ່ບັນລຸມາດຕະຖານຄອບຄົວ ພົ້ນທຸກຄື: ບັນລຸ 6 ມາດຕະຖານ 270 ຄອບຄົວ 65,2%, ບັນລຸ 5 ມາດຕະຖານ 71 ຄອບຄົວ 17,15%, ບັນລຸ 4 ມາດຕະຖານ 28 ຄອບຄົວ 6,76%, ບັນລຸຕໍ່າກວ່າ 4​ ມາດຕະຖານມີ 43 ຄອບຄົວ 10,93% ຈໍານວນ ຄອບຄົວທີ່ບັນລຸຕາມມາດຕະຖານ ຄອບຄົວພັດທະນາມີ: ບັນລຸຕາມ 19 ຕົວຊີ້ບອກ 157 ຄອບຄົວ 38%, ຕາມ 18 ຕົວຊີ້ບອກ 59 ຄອບຄົວ 14,25%, ບັນລຸ 17 ຕົວຊີ້ບອກ 57 ຄອບຄົວ 13,8%, ຕົວຊີ້ບອກທີ່ຄອບຄົວບໍ່ບັນລຸຫຼາຍກວ່າໝູ່ ແມ່ນຕົວຊີ້ບອກ 5.1: ຄອບຄົວຕ້ອງມີລາຍໄດ້ສະເລ່ຍ 5,6 ລ້ານ ກີບ/ຄົນ/ປີ, ມີຈໍານວນ 129 ຄອບຄົວກວມ 31,16%, ທັດລົງ ມາແມ່ນ ຕົວຊີ້ບອກ 1.2 ທີ່ດິນທີ່ມີໃບສະໂນດທີ່ດິນ ແລະ ໃບຢັ້ງຢືນນໍາໃຊ້ທີ່ດິນມີ 116 ຄອບຄົວ 28%, ເຊິ່ງການລົງເຮັດວຽກໃນຄັ້ງນີ້ເຫັນໄດ້ວ່າປະຊາ ຊົນມີຄວາມຕື່ນຕົວໃຫ້ຄວາມຮ່ວມ ມືໃນການດໍາເນີນການເກັບກໍາຂໍ້ມູນຄັ້ງນີ້ເປັນຢ່າງດີ,ພະນັກງານກໍ່ມີຄວາມເຂົ້າໃຈເນື້ອໃນກໍ່ຄືແບບຟອມ, ວິທີການ ແລະ ຂັ້ນຕອນ ການເກັບຂໍ້ມູນ.

IMG_8919

ພາຍຫຼັງຮັບຟັງການລາຍງານຜົນໄດ້ຮັບຈາກການທົດລອງຈັດຕັ້ງທີ່ຜ່ານມາທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງຂັ້ນແຂວງ, ເມືອງທີ່ໃຫ້ຄວາມສໍາຄັນຂອງການທົດລອງດັ່ງກ່າວນີ້ພ້ອມທັງ ໄດ້ ກ່າວຕື່ມອີກວ່າດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປນີ້ ແມ່ນຍົກລະດັບການພັດທະນາຈາກດໍາລັດ 309/ລບ ບໍ່ແມ່ນ ລືບລ້າງຜົນງານຈາກດໍາລັດ 309/ລບ, ອັນໃດທີ່ບັນລຸແລ້ວແມ່ນເສີມຂະຫຍາຍຕໍ່ອັນໃດທີ່ບໍ່ບັນລຸແມ່ນຊອກຫາສາຍເຫດ ແລະ ທິດ ທາງແກ້ໄຂເພື່ອໃຫ້ບັນລຸໃຫ້ໄດ້ຕາມມາດຖານ, ເຊິ່ງເນື້ອແທ້ແລ້ວດໍາລັດ 348/ລບ ນີ້ກໍ່ແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດຄໍາສັ່ງ ຂອງທ່ານນາຍົກສະບັບເລກທີ 34/ນຍ, ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ເປັນເນື້ອໃນກວດກາເປັນບັນທັດຖານເພື່ອຕີລາຄາຜົນສໍາເລັດຂອງການພັດທະນາຄອບຄົວ ແລະ ພັດທະນາເມືອງ. ພ້ອມດຽວກັນນັ້ນ ກໍ່ເປັນບ່ອນອີງໃຫ້ແກ່ທ້ອງຖິ່ນ ແລະ ຮາກຖານຕະຫຼອດຄອບຄົວກໍານົດເນື້ອໃນ ແລະ ຄາດໝາຍສູ້ຊົນໃນການພັດທະນາ, ດ້ານ ເນື້ອໃນມາດຕະຖານທີ່ກໍານົດໄວ້ໃນດໍາລັດ ແລະ ບົດແນະນໍາເຂົ້າໃນການແບບຟອມຕ່າງໆເພື່ອຄວາມເຂົ້າໃຈ ແລະ ສະດວກໃນການ ນໍາໃຊ້ແມ່ນໃຫ້ຈັດເປັນຂັ້ນ ແລະ ເປັນກຸ່ມມາດຕະຖານລະອຽດ, ດໍາເນີນ ການຈັດຕັ້ງເຊື່ອມຊຶມນັບແຕ່ເທິງລົງລຸ່ມ ແຂວງຫາເມືອງ, ເມືອງຫາບ້ານ, ບ້ານໄປຫາຄອບຄົວປະຊາຊົນໂດຍດໍາເນີນແຕ່ໃນອອກນອກແຕ່ການນໍາ ຂັ້ນແຂວງ ແລະ ເມືອງ ແລ້ວໃຫ້ຂະຫຍາຍ ອອກສູ່ພະນັກງານຫຼັກແຫຼ່ງ, ພະນັກງານວິຊາການສຸດທ້າຍແມ່ນລົງຮອດປະຊາຊົນ, ເພື່ອເປັນການສ້າງພະນັກງານຫຼັກແຫຼ່ງແກ່ນ ສານທັງສາຍຕັ້ງ ແລະ ສາຍຂວາງ. ຜ່ານຂະບວນການເຮັດວຽກຕົວຈິງ ພ້ອມທັງ ໃຫ້ນໍາໃຊ້ທ່າແຮງຂອງແຕ່ລະ ທ້ອງຖິ່ນໃນການ ຈັດຕັ້ງປະຕິບັດ ດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ຕາມທ່າແຮງຂອງ ທ້ອງຖິ່ນຕິດພັນກັບການ ຍຶດຖືເອົາການ ກະສິກໍາເປັນໃຈກາງຂອງວຽກງານພັດທະນາຊົນນະບົດເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົນໃນເຂດຊົນນະບົດ,  ຫັນເປັນອັນ ລະອຽດຂອງທ້ອງຖິ່ນໃຫ້ສອດຄ່ອງ ແລະ ແທດເໝາະກັບຈຸດພິເສດ, ມີຄວາມສາມາດປະຕິບັດໄດ້ໂດຍຕິດພັນກັບຂະບວນການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ສາມຂັ້ນຂອງພັກ.

ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ