ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບການພົບປະຂອງທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ແລະ ທ່ານທູດກິດຕິມະສັກ ຂອງປະເທດເກົາຫຼີ

IMG_0040

      ໃນອາທິດຜ່ານມາ, ຢູ່ຫ້ອງຮັບແຂກກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດຕ້ອນຮັບການພົບປະຂອງ ທ່ານ ນ.ຟຣໍເລນ ຢີນບຼັນ ຣິສເລີ ເອກອັກຄະລັດຖະທູດຝຣັ່ງ ຄົນໃໝ່ ປະຈໍາລາວ. ພ້ອມນີ້, ມີບັນດາຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

    ຈຸດປະສົງໃນການພົບປະຄັ້ງນີ້ ເພື່ອລາຍງານກ່ຽວກັບການຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ຝຣັ່ງ ຄົນໃໝ່ ປະຈໍາລາວ ແລະ ປຶກສາຫາລືກ່ຽວກັບວຽກງານການຮ່ວມມືໃນໄລຍະຜ່ານມາ. ລວມ  ທັງ, ການໃຫ້ຄວາມຊ່ວຍເຫຼືອ ແລະ ສະໜັບສະໜູນ ການຈັດຕັ້ງປະຕິບັດວຽກງານໃນຂະແໜງການກະສິກໍາ ລະຫວ່າງ ລັດຖະບານຝຣັ່ງ ແລະ ສປປ ລາວ ໃນໄລຍະຜ່ານມາ . ໂອກາດນີ້, ທັງສອງຝ່າຍ ຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການຂະຫຍາຍການຮ່ວມມື ແລະ ປຶກສາຫາລືການກະກຽມກອງປະຊຸມໂຕະມົນ ກ່ຽວກັບ ວຽກງານຂະແໜງການກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ ທີ່ຈະໄດ້ຈັດຂຶ້ນໃນເດືອນຕຸລາ 2018 ນີ້ ນໍາອີກ.

     ໃນເວລາຕໍ່ມາ, ທ່ານຮອງລັດຖະມົນຕີຍັງໄດ້ຕ້ອນຮັບ ການເຂົ້າພົບປະຂອງທ່ານນາງຍູຮອນຊຸບ, ທູດກິດຕິມະສັກທັງເປັນປະທານສະມາຄົມວັດທະນະທໍາແຫ່ງປະເທດເກົາຫຼີ, ຈຸດປະສົງຂອງການພົບປະຄັ້ງນີ້ ເພື່ອເປັນການປຶກສາຫາລືສອງຝ່າຍ ກ່ຽວກັບການຈະເຂົ້າມາໃຫ້ການຊ່ວຍເຫຼືອຂອງຝ່າຍເກົາຫຼີ ໃນດ້ານວຽກງານການສົ່ງເສີມດ້ານການປູກຝັງ ແລະ ພັດທະຊົນນະບົດຢູ່ລາວ, ໂດຍສະເພາະແມ່ນການສ້າງສູນຄົ້ນຄວ້າການປູກພືດເຂດໜາວ ຢູ່ເມືອງປາກຊ່ອງແຂວງຈໍາປາສັກຂອງ ສປປ ລາວ ເພື່ອເປັນສູນໃຫ້ຄວາມຮູ້ແລະຖ່າຍທອດເຕັກນິກແກ່ຊາວກະສິກອນເພື່ອນໍາໃຊ້ ເຂົ້າໃນການພັດທະນາວຽງານການປູກຝັງຢູ່ລາວ ໃຫ້ມີຄວາມທັນສະ   ໄໝ ສາມາດຕອບສະໜອງດ້ານຜົນຜະລິດທີ່ໄດ້ທັງປະລິມານ ແລະ ຄຸນນະພາບອອກສູ່ຕະຫຼາດພາຍໃນ ແລະຕ່າງໆປະເທດ.

ຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ