ງານໂຮມຊຸມນຸມ ວັນວໍ້ໂລກ ປະຈໍາປີ 2018

IMG_0104 IMG_0120

         ພະຍາດວໍ້ ເປັນພະຍາດສັດ ທີ່ຕິດຕໍ່ຈາກສັດສູ່ຄົນໄດ້ ຊື່ງສາມາດຕິດແປດໃສ່ສັດລ້ຽງລູກດ້ວຍນົມ ລວມທັງຄົນເຮົາ. ພະຍາດນີ້ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້ ແຕ່ສາມາດປ້ອງກັນດ້ວຍການສັກຢາ. ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະຄວາມສ່ຽງດັ່ງກ່າວ ໃນວັນທີ 28 ກັນຍາ 2018 ນີ້, ກົມລ້ຽງສັດ ແລະການປະມົງ, ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຈັດງານໂຮມຊຸມນຸມ ວັນວໍ້ໂລກ ປະຈໍາປີ 2018 ຂຶ້ນຢູ່ທີ່ ເດີ່ນສວນອານຸສາວະລີ ເຈົ້າຟ້າງຸ່ມ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພັນ ຈັນເພັງໄຊ ຫົວໜ້າກົມລ້ຽງສັດ ແລະການປະມົງ, ທ່ານ ສີສະຫວາດ ສັດທານິລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຜູ້ຕາງໜ້າອົງການອານາໄມໂລກ, ອົງການອາຫານ ແລະການກະເສດ. ພ້ອມນີ້ມີບັນດາເຈົ້າເມືອງ, ພ້ອມດ້ວຍນ້ອງນັກສຶກສາ ຈາກຄະນະກະເສດສາດວິທະຍາເຂດນາບົງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

IMG_0131

ຈຸດປະສົງງານໂຮມຊຸມນຸມຄັ້ງນີ້, ເພື່ອເປັນການສະແດງພະລັງ ໃນການຄວບຄຸມ ແລະຕ້ານພະຍາດວໍ້ ໂດຍເນັ້ນໃສ່ເປົ້າໝາຍໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ແລະເພື່ອປູກຈິດສຳນຶກ ໃຫ້ປະຊາຊົນມີຄວາມຮູ້, ເຂົ້າໃຈ ກ່ຽວກັບຜົນກະທົບ ເຖິງຄວາມຮ້າຍແຮງຂອງພະຍາດວໍ້ ລວມທັງການມີສ່ວນຮ່ວມຂອງປະຊາຊົນ ໃຫ້ຫຼາຍຂຶ້ນ. ໂດຍສະເພາະແມ່ນຄວາມຮັບຜິດຊອບຕໍ່ສັດລ້ຽງເປັນຕົ້ນ: ໝາ ແລະແມວ ຂອງຕົນ ໃຫ້ມີການຄຸ້ມຄອງ, ລ້ຽງເກືອ ແລະເອົາໃຈໃສ່ຮັກສາສຸຂາພາບສັດ ໂດຍນໍາເອົາສັດລ້ຽງ ໄປສັກວັກຊິນວໍ້ເປັນປົກກະຕິ ຖືກຕ້ອງຕາມການກໍານົດເວລາ ແລະຕໍ່ເນື່ອງ. ນອກນັ້ນ, ຍັງເປັນການເຕືອນສະຕິໃຫ້ປະຊາຊົນ ລະມັດລະວັງ ບໍ່ໃຫ້ສັດລ້ຽງ ປະເພດ ໝາ ແລະແມວ ຂູດ ຫຼືກັດ ທີ່ອາດເປັນເຫດໃຫ້ຕິດພະຍາດວໍ້ໄດ້. ເພື່ອເຮັດໃຫ້ງານດັ່ງກ່າວມີຂະບວນຟົດຟື້ນ ຄະນະປະທານ ໄດ້ຮ່ວມກັນສັກຢາ ໃຫ້ແກ່ສັດລ້ຽງຂອງປະຊາຊົນ ທີ່ເຂົ້າມາຮ່ວມງານໃນຄັ້ງນີ້

 

ຂຽນຂ່າວໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ