ຂ່າວ
ພິທີມອບ-ຮັບແນວພັນເຂົ້າ ຊ່ວຍເຫຼືອຊາວນາ
ເພື່ອສົ່ງເສີມໃຫ້ຊາວກະສິກອນ ສາມາດຜະລິດໄດ້ຕາມທ້າແຮງທີ່ມີຢູ່ ແລະໄດ້ຜະລິດກະສິກໍາ ໃຫ້ທັນຕາມລະດູການ. ໃນອາທ້າຍອາທິດຜ່ານມາ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບ ເມັດພັນເຂົ້າລຸ້ນ 3 (TDK 8) ຈໍານວນ 6 ໂຕນ, ມູນຄ່າ 33 ລ້ານກີບ ໃຫ້ກຸ່ມຊາວນາ ບ້ານ ໂນນຊາຍ, ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ເພື່ອຟື້ນຟູຫຼັງນໍ້າຖ້ວມ. ເປັນກຽດເຂົ້າຮ່ວມໂດຍທ່ານ ບຸນຂວາງ ຄໍາບຸນເຮື່ອງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະປ່າໄມ້. ມີການນໍາຂັ້ນເມືອງ, ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມ. Continue reading
ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ຕ້ອນຮັບບໍລິສັດກິໂລສະກາປະເທດອິນເດຍ
ໃນວັນທີ 16 ພະຈິກ 2018 ນີ້, ກະຊວງກະສິກໍາແລະປ່າໄມ້, ທ່ານປອລຽນທີແກ້ວລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ພ້ອມດ້ວຍຮອງຫົວໜ້າຫ້ອງການ, ຮອງກົມແລະພະແນກການທີ່ກ່ຽວຂ້ອງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະພົບປະຂອງທ່ານຜູ້ອຳນວຍການບໍລິສັດກິໂລສະກາປະເທດອິນເດຍພ້ອມດ້ວຍຄະນະ, Continue reading
ປິດຝຶກອົບຮົມດ້ານເຕັກນິກວິຊາການກະສິກໍາ ແລະ ປ່າໄມ້ຂັ້ນບ້ານ ແລະ ຊາວສິກອນ
ໃນວັນທີ 15 ພະຈິກ 2018 ນີ້,ທີ່ສູນພັດທະນາແລະບໍລິການດ້ານການກະເສດຫ້ວຍຊອນ- ຫ້ວຍຊົ້ວບ້ານນາຍາງ, ເມືອງນາຊາຍທອງນະຄອນຫຼວງວຽງຈັນ, ກະຊວງກະສິກໍາແລະປ່າໄມ້ໄດ້ຈັດພິທີປິດຝຶກອົບຮົບການສ້າງຄູຝຶກເພື່ອກະກຽມສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການກະສິກໍາແລະປ່າໄມ້ Continue reading
ພິທີເປີດນໍາໃຊ້ໂຄງການຊົນລະປະທານ ເພື່ອຮັບໃຊ້ ການຜະລິດລະດູແລ້ງ ສົກປີ 2018-2019
ເພື່ອສ້າງຂະບວນການຜະລິດກະສິກໍາ ກໍຄື ຂະບວນການຕົກກ້າເຂົ້ານາແຊງ ຂອງຊາວກະສິກອນ ສົກປີ 2018-2019 ໃຫ້ເປັນຂະບວນຟົດຟື້ນ ແລະ ທວງທັນກັບລະດູການຜະລິດຖືກຕ້ອງຕາມຫຼັກວິຊາການ ຕິດພັນກັບການປະຕິບັດນະໂຍບາຍ ຫັນເປັນອຸດສາຫະກໍາ ແລະທັນສະໄໝ ຫຼຸດຜ່ອນແຮງງານຄົນ 10% ຕໍ່ປີ ເປັນຕົ້ນ: ການກຽມດິນ, ການປັກດໍາ, ການເກັບກ່ຽວ ແລະການປັ່ນເຂົ້າ ໂດຍນໍາໃຊ້ກົນຈັກທີ່ທັນສະໄໝ ແລະມີປະສິດທິພາບທີ່ຖືກຕ້ອງຕາມເຕັກນິກວິຊາການ ເພື່ອທົດແທນແຮງງານຄົນ ໃຫ້ນັບມືນັບຫຼາຍຂຶ້ນ ແລະກາຍເປັນສິນຄ້າເທື່ອລະກ້າວ. ໃນວັນທີ 21 ພະຈິກ 2018 ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບເມືອງ ໄຊທານີ ໄດ້ຈັດພິທີເປີດນໍາໃຊ້ໂຄງການຊົນລະປະທານ ດົງຄວາຍ 1 ເພື່ອຮັບໃຊ້ ການຜະລິດລະດູແລ້ງ ສົກປີ 2018-2019 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ອານຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ປະທານ ສະພາ ເຂດ 1 ນະຄອນຫຼວງວຽງຈັນ, ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ມີການນໍາກະຊວງກະສິກໍາ ແລະປ່າໄມ້, ຂະແໜງການອ້ອມຂ້າງກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading
ແຂວງວຽງຈັນເປີດຂະບວນການຜະລິດລະດູແລ້ງປີ 2018-2019
ແຂວງວຽງຈັນເປັນແຂວງໜື່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດຢ່າງຮ້າຍແຮງເປັນຕົ້ນຜົນກະທົບຈາກອິດທິພົນຂອງພາຍຸເຊິນຕິນ, ພາຍຸບິນກາ ແລະ ການປ່ອຍເຂື່ອນນໍ້າງື່ມ 1, ເຂື່ອນນໍ້າລີກເຮັດໃຫ້ພາຍໃນແຂວງ ໄດ້ຮັບຜົນກະທົບກວມເອົາ 7 ເມືອງ 43 ບ້ານ, 3.008 ຄອບຄົວມີເນື້ອທີ່ຖືກຜົນກະທົບ ແລະ ເສຍຫາຍຄື: ດ້ານຊົນລະປະທານເປ່ເພ່ 27 ໂຄງການມູນຄ່າເສຍຫາຍ 12,6 ຕື້ກີບ, ເນື້ອທີ່ເຂົ້ານາປີ ຖືກກະທົບ 3.896 ເຮັກຕາ ເສຍຫາຍ 3.882 ເຮັກຕາ, ເນື້ອທີ່ປູກພືດຕ່າງໆທັງໝົດ 1.493,64 ເຮັກຕາ ເສຍຫາຍ 1.493,64 ເຮັກຕາ, ສັດໄດ້ຮັບຜົນກະທົບດ້ານສຸຂະພາບ ແລະ ຂາດອາຫານມີຄວາຍ 10.601 ໂຕ, ງົວ 37.989 ໂຕ, ໝູ 19.057 ໂຕ, ແບ້ 6.008 ໂຕ, ສັດປີກ 567.121 ໂຕ, ໜອງປາ 150 ໜອງ, ຄັງລ້ຽງສັດ 1.300 ເຮັກຕາ, ທົ່ງຫຍ້າປູກ 464 ເຮັກຕາ ແລະ ຟາມໝູຈໍານວນໜຶ່ງ. Continue reading
ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຢູ່ ສປປ ລາວ ພາຍໃຕ້ໂຄງການພັດທະນາກະສິກໍາ ແລະ ການເຊື່ອມໂຍງດ້ານການຕະຫຼາດຢູ່ອາຊຽນ
ໃນວັນທີ 12 ພະຈິກ 2018 ທີ່ໂຮງແຮມວຽງຈັນພລາຊາ, ນະຄອນຫຼວງວຽງຈັນ, ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບສູນຄົ້ນຄວ້າກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ໄດ້ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການພາຍໃຕ້ການພັດທະ ນາກະສີກໍາ ແລະ ເຊື່ອມໂຍງດ້ານການ ຕະຫຼາດຢູ່ອາຊຽນຂື້ນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມ ປູກຝັງ ກະຊວງ ກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຜູ້ຕາງໜ້າ ຈາກກອງທຶນພັດທະນາກະສິກໍາ, ສະຖາບັນຄົ້ນຄວ້ານະໂຍບາຍອາຫານສາກົນ ແລະ ຈາກສູນຄົ້ນຄວ້າ ກະສິກໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໃນກອງປະຊຸມດັ່ງກ່າວນີ້ມີຜູ້ເຂົ້າຮ່ວມ ຈາກພາກສ່ວນ ທີ່ກ່ຽວຂ້ອງອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ ມະຫາວິທະ ຍາໄລແຫ່ງຊາດທັງໝົດ 20 ທ່ານ. Continue reading
ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ຕ້ອນຮັບປະທານບໍລິສັດຢຸນນານຕ່ຽນຈານ ພັດທະນາກະສິກໍາຈໍາກັດ ສປ ຈີນ
ໃນວັນທີ 8 ພະຈິກ 2018 ນີ້ທີ່ຫ້ອງຮັບແຂກຂອງຫ້ອງການກະຊວງກະສີກໍາ ແລະ ປ່າໄມ້ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າຫ້ອງການ, ຮອງກົມ ແລະ ພະແນກການທີ່ກ່ຽວຂ້ອງໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງທ່ານ ນາງ ລຽງຢ່າລີ້ ປະທານບໍລິສັດຢຸນນານຕ່ຽນຈານພັດທະນາກະສິກໍາຈໍາກັດ ສາທາລະນະລັດປະຊາຊົນຈີນພ້ອມ ດ້ວຍ ຄະນະ. Continue reading
ການນໍາກະຊວງກະສິກຳ ແລະ ປ່າໄມ້ ລົງຕິດຕາມວຽກງານກອງທຶນ ຢູ່ແຂວງຫົວພັນ
ໃນວັນນທີ12 ພະຈິກ 2018 ທ່ານ ປອ ພວງປາຣີສັກປຣະວົງວຽງຄໍາຮອງລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ໄດ້ລົງຊຸກຍູ້ ແລະຕິດຕາມວຽກງານກອງທຶນພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ບ້ານບວມຝາດເມືອງຮຽມແຂວງຫົວພັນ. ເຂົ້າຮ່ວມມີທ່ານເພີດມາປັນຍາຄະນະປະຈໍາພັກແຂວງ, ຄະນະໂຄສະນາອົບຮົມແຂວງຫົວພັນ, ມີຜູ້ແທນຈາກສູນກາງ, ແຂວງແລະເມືອງພ້ອມດ້ວຍພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ. Continue reading
ກອງປະຊຸມສະຫຼຸບ 09 ເດືອນ ແລະ ຜ່ານແຜນການ ປີ 2019
ໂຄງການກະສິກຳເພື່ອໂພຊະນາການ ໄດ້ຈັດກອງປະຊຸມສະຫຼຸບ 09 ເດືອນ ແລະ ຜ່ານແຜນປີ 2019 ຂຶ້ນ ໃນວັນທີ 08 ພະຈິກ 2018 ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ບໍລິຄຳໄຊ. ໂດຍການເປັນປະທານຂອງ ທ່ານ ສະຫວັນ ຫານພົມ ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງກະສິກຳ ແລະ ປ່າໄມ້, ມີຜູ້ປະສານງານຂັ້ນສູນກາງ, ແຂວງ, ເມືອງ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ສະຖາບັນຄົນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ອົງການອາຫານໂລກ ແລະ ອົງການອາຫານ ແລະ ການກະເສດ. Continue reading
ພິທີເປີດປ້າຍວັງສະຫງວນອ່າງນ້ຳຊວງ
ໃນວັນທີ 31 ຕຸລາ 2018 ນີ້ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເປີດປ້າຍວັງສະຫງວນອ່າງນ້ຳຊວງຂຶ້ນ ທີ່ບ້ານ ແຈ້ງສະຫວ່າງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຊາພັກດີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ,ທ່ານ ອາກິໂຕະ ຊາໂຕະ ຮອງອົງການ ເຊັບເດຼັກ (SEAFDEC), ທ່ານ ຕາກູໂຣະ ຊີບູໂນະ ຮອງອົງການປະມົງນ້ຳຈືດ, ພ້ອມດ້ວຍອຳນາດການປົກຄອງບ້ານ, ປະຊາຊົນບ້ານແຈ້ງສະຫວ່າງ, ທະ ຫານ, ຕຳຫຼວດ ແລະປະຊາຊົນ 15 ບ້ານອ້ອມຂ້າງເຂົ້າຮ່ວມ. Continue reading