ຂ່າວ

ກອງປະຊຸມວິຊາການກ່ຽວກັບສະພາບການລະບາດຂອງພະຍາດຫ່ຽວເຫຼືອງຂອງກ້ວຍ

 WhatsApp Image 2019-07-15 at 16.57.23(2) WhatsApp Image 2019-07-15 at 16.57.23(1)

ໃນວັນທີ 11-12ກໍລະກົດ 2019, ທີ່ສໍານັກງານປົກຄອງເມືອງວັງວຽງ ແຂວງວຽງຈັນ, ສູນປ້ອງກັນພືດສາລະຄໍາ ກົມປູກຝັງກະຊວງກະສິກໍາ ແລະ ປ່າໄມ້ໄດ້ຈັດກອງປະຊຸມວິຊາການກ່ຽວກັບລາຍງານສະພາບການລະບາດ, ການປ້ອງ ກັນ ແລະ ກໍາຈັດພະຍາດຫ່ຽວເຫຼືອງກ້ວຍ, ໂດຍການເປັນປະທານຂອງ ທ່ານ ສິລິພົນ ພິທັກສູນ ຫົວໜ້າສູນປ້ອງກັນ ພືດສາລະຄໍາ, ມີຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງ ສາລະວັນ, ຫົວໜ້າ ແລະ ຮອງຂະແໜງປູກຝັງຈາກ 12 ແຂວງ ທົ່ວປະເທດ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 34 ຄົນຍິງ 11 ຄົນ.

   WhatsApp Image 2019-07-16 at 17.51.10(1) WhatsApp Image 2019-07-16 at 17.51.10

ໃນໄລຍະຜ່ານມາການປູກກ້ວຍຂອງຊາວກະສິກອນ ໃນຂອບເຂດທົ່ວປະເທດແມ່ນເປັນຂະບວນຟົດຟື້ນໂດຍສະເພາະການປູກກ້ວຍຫອມຈີນຢູ່ແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ເພື່ອສົ່ງອອກລວມເນື້ອທີ່ປູກ 19.375ເຮັກຕາ ການລົງທຶນ ແລະ ຂະຫຍາຍພື້ນທີ່ການຜະລິດໄດ້ເຮັດໃຫ້ມີການນໍາເຂົ້າໜໍ່ພັນກ້ວຍ ແລະ ດິນທີ່ຕິດມາຈາກໜໍ່ພັນຈາກ ສປ ຈີນ ທີ່ມີການລະບາດຂອງພະຍາດຫ່ຽວເຫຼືອງຂອງກ້ວຍ, ພະຍາດຫ່ຽວເຫຼືອງກ້ວຍ ຫຼື TR4 ນີ້ແມ່ນມີຜົນກະທົບ ສູງຕໍ່ການຜະລິດກ້ວຍພື້ນທີ່ທີ່ມີການລະບາດຕົ້ນກ້ວຍຈະຫ່ຽວເຫຼືອງ ແລະ ຢືນຕົ້ນຕາຍໃນທີ່ສຸດ, ສາມາດອາໃສ ໃນດິນໄດ້ຫຼາຍກວ່າ 30ປີ ແລະ ມີພືດອາໃສຫຼາຍຊະນິດ ເຊັ່ນ: ກ້ວຍຫອມ, ກ້ວຍເລັບມືນາງ, ກ້ວຍນໍ້າ, ໄມ້ປະດັບ ແລະ ຫຍ້າຕ່າງໆ ການກະຈາຍຂອງເຊື້ອແມ່ນມີຫຼາຍທາງເຊັ່ນ: ໜໍ່ພັນທີ່ນໍາມາປູກ, ດິນ, ນໍ້າ, ອຸປະກອນລວມເຖິງລະບົບການຈັດການຟາມ ແລະ ອຶ່ນໆ, ຈາກຜົນການສໍາຫຼວດຂອງສູນປ້ອງກັນພືດໃນ 12 ແຂວງທີ່ມີການປູກກ້ວຍຫຼາຍທີ່ສຸດໄດ້ພົບເຫັນພະຍາດຫ່ຽວເຫຼືອງກ້ວຍລະບາດໃນຈໍານວນ 7 ແຂວງໂດຍ ໃນປີ 2017 ພົບການລະບາດຢູ່ ແຂວງ ບໍ່ແກ້ວ ແລະ ແຂວງ ຫຼວງນໍ້າທາ, ມາຮອດປີ 2019 ກໍ່ມີການ ແຜ່ໄປສູ່ພື້ນທີ່ອື່ນຄື ແຂວງ ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ລວມເປີເຊັນການລະບາດທັງໝົດ ທຽບໃສ່ຈໍານວນແຂວງທີ່ມີການປູກກ້ວຍທົ່ວປະເທດກວມເອົາ 58,33 %, ເພື່ອເຮັດໃຫ້ຫຼຸດ ຜ່ອນການລະບາດຂອງ ພະຍາດດັ່ງກ່າວໄປສູ່ແນວພັນກ້ວຍພື້ນເມືອງ ແລະ ພືດ ອື່ນໆ, ເລັ່ງໃສ່ການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຄວາມໝັ້ນຄົງທາງດ້ານຊີວະນາໆພັນພືດ ແລະ ເພີ່ມການເຝົ້າລະວັງການລະບາດພະຍາດຫ່ຽວເຫຼືອງ ຂອງກ້ວຍໄປສູ່ເຂດພື້ນທີ່ການຜະລິດອື່ນໆຈື່ງຈັດກອງປະຊຸມ ດັ່ງກ່າວນີ້ຂື້ນເພື່ອໃຫ້ພະນັກງນປ້ອງກັນພືດຂັ້ນທ້ອງ ຖິ່ນເຂົ້າໃຈສະພາບການລະບາດ, ສາຍເຫດການລະບາດ ແລະ ມາດຕະການປ້ອງກັນ ແລະ ກໍາຈັດພະຍາດຫຼ່ຽວ ເຫຼືອງຂອງກ້ວຍ. ເຊິ່ງໃນໂອກາດນີ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ລົງຢ້ຽມຢາມສວນສາທິດການທົດສອບ ການນໍາໃຊ້ເຊື້ອຊີວະວິທະຍາໃນການປ້ອງການ ແລະ ກໍາຈັດພະຍາດຫ່ຽວເຫຼືອງຂອງກ້ວຍທີ່ບ້ານວັງໝ້ຽງ, ເມືອງ ວັງວຽງ, ແຂວງ ວຽງຈັນ ໂດຍເຊື້ອຊີວະວິທະຍາທີ່ມີການທົດລອງຢູ່ນີ້ຫາກໄດ້ຮັບຜົນດີແມ່ນຈະມີປະໂຫຍດຫຼາຍ ຕໍ່ການປ້ອງກັນ ແລະ ກໍາຈັດພະຍາດດັ່ງກ່າວໃນອານະຄົດ.

 WhatsApp Image 2019-07-15 at 16.57.23 WhatsApp Image 2019-07-16 at 17.51.10(2)

ພາບ ​ແລະ ຂ່າວ​ໂດຍ: ພະ​ແນ​ກ​ໂຄສະນາ ​ແລະ ຂ່າວສານ

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດທີ່ແຂວງ ບໍລິຄຳໄຊ

IMG_0039  IMG_0056

         ໃນລະຫວ່າງວັນທີ 27-28 ພຶດສະພາ 2019 ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະໄດ້ເດີນທາງໄປເຄື່ອນໄຫວວຽກງານ ແລະ ຊຸກຍູ້ການຜະລິດທີ່ບ້ານ ຈອມທອງ, ເມືອງ ວຽງທອງ, ແຂວງ ບໍລິຄຳໄຊ ໂດຍການຕ້ອນຮັບຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງໆວຽງທອງ. ໃນທີ່ປະຊຸມ ທ່ານ ພັຕ ແກ້ວ ດວງໄຊ ນາຍບ້ານໆຈອມທອງ ໄດ້ລາຍຫຍໍ້ຜົນການຈັດຕັ້ງວຽກງານ 3 ສ້າງຂອງບ້ານ ເຊິ່ງທ່ານໃຫ້ຮູ້ວ່າ: ບ້ານ ຈອມທອງ ມີເນື້ອທີ່ກະສິກຳ 200 ກວ່າເຮັກຕາ ມີຄອບຄົວພົ້ນທຸກ 350 ຄອບຄົວ; ປະເມີນຕາມດຳລັດເລກທີ 348/ລບ ມີຄອບຄົວພົ້ນທຸກ 255 ຄອບຄົວ, ມີຄອບຄົວພັດທະນາ 157 ຄອບຄົວ; ຖ້າທຽບໃສ່ດຳລັດເລກທີ 309/ນຍ ຄອບຄົວພົ້ນທຸກຫຼຸດລົງ 195 ຄອບຄົວ, ສ້າງຄອບ ຄົວພັດທະນາໄດ້ 307 ຄອບຄົວ; ສ້າງຄອບຄົວຕົວແບບດ້ານກະສິກຳໄດ້ 6 ຄອບຄົວ ແລະ ຮັບຮອງເອົາບ້ານ ຈອມທອງ ເປັນບ້ານຕົວແບບດ້ານກະສິກຳຂອງເມືອງ; ມີກອງທຶນບ້ານ (ຄຸ້ມໂພຄຳ) ຈຳນວນ 84.000.000 ກີບ ແລະ ກອງທຶນພັດທະນາບ້ານຂອງໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍວງ ຈຳນວນ 100 ລ້ານກີບ. ສຳລັບການສ້າງບ້ານ ຈອມທອງ ເປັນສີສັນຕົວເມືອງໃນຊົນນະບົດ ອີງຕາມດຳລັດ 309/ນຍ ໃນຈຳນວນ 12 ມາດ ຕະຖານ ສາມາດປະຕິບັດໄດ້ 11 ມາດຕະຖານ, ດຳລັດເລກທີ 348/ລບ ໃນຈຳນວນ 16 ເງື່ອນໄຂ ສາມາດບັນລຸໄດ້ 10 ເງື່ອນໄຂ. Continue reading

ສອງກະຊວງຮ່ວມກັນປູກຕົ້ນໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

 

_MG_1135On Webເພື່ອເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ ແຕ່ນີ້ ຮອດປີ 2020 ຂອງກະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືຂອງລັດຖະບານ ໃນການເພີ່ມຄວາມປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ໄດ້ 70 % ແລະ ປູກໄມ້ໃຫ້ໄດ້ 500,000 ເຮັກຕາ ຮອດປີ 2020 ໃຫ້ປະກົດຜົນເປັນຈິງ ລັດຖະບານໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ພ້ອມທັງເປັນການສະເຫຼີມສະຫຼອງວັນສິ່ງ ແວດລ້ອມໂລກ ວັນທີ 5 ມິຖຸນາ ທີ່ຈະມາເຖີງນີ້. ດັງນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຫັນໄດ້ຄວາມສຳຄັນຂອງສອງວັນດັ່ງກ່າວ ຈິ່ງໄດ້ຈັດພິທີປູກຕົ້ນໄມ້ ທີ່ ສ່ວນພືກສາ ເຂດຫວ້ຍຢາງ-ດົງໝາກຄາຍ ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ໃນຄັ້ງນີ້ມີ ພະເຖລານຸເຖລະ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນອກ ນັ້ນ ຍັງມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງມະຫາຊົນ, ບັນ ດາບໍລິສັດ, ນັກຮຽນ-ນັກສຶກສາ ລວມທັງອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ຈຸດປະສົງໃນການປູກຕົ້ນໄມ້ໃນຄັ້ງນີ້ກໍ່ເພື່ອປູກຈິດສຳນືກໃຫ້ທຸກຄົນມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ ແລະ ຮັກສາສະພາບແວດລ້ອມໃຫ້ສວຍງາມ ເຫັນໄດ້ຄຸນປະໂຫຍດຂອງປ່າໄມ້ທີ່ມີຕໍ່ຄົນ ແລະ ສິ່ງທີ່ມີຊິວິດ ທັງເປັນ​ການ​ໂຄສະນາ​ເຜີຍ​ແຜ່ໃຫ້ມວນຊົນ ໃນການປົກປັກຮັກສາສິ່ງແວດລ້ອມ. ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ມີຈໍານວນ ທັງໝົດ 4 ພັນກວ່າຕົ້ນ ໃນນັ້ນມີ ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ດູ່ເລືອດ, ໄມ້ປະດົງ, ໄມ້ຍາງ ແລະ ໄມ້ແຄນເຮືອ. ເພື່ອໃຫ້ຕົ້ນໄມ້ທຸກຕົ້ນທີ່ນຳມາປູກໃນຄັ້ງນີ້ໄດ້ເຕີບໃຫຍ່, ເປັນປ່າໄມ້ສີຂຽວ ແລະ ມີຄວາມຍືນຍົງກະຊວງກະສິກຳແລະ ປ່າໄມ້ ໃນນາມເປັນຂະແໜງການທີ່ຮັບຜິດຊອບໂດຍ ກົງຮຽກຮ້ອງມາຍັງບັນດາທ່ານຈົ່ງພ້ອມກັນປະກອບສ່ວນເຂົ້າໃນການບົວລະບັດຮັກສາຕົ້ນໄມ້, ປ້ອງກັນບໍ່ໃຫ້ໄຟ​ໄໝ້ລາມປ່າ​,ອານະໄມຕົວເມືອງ, ບໍ່​ຖີ້ມ ແລະ ບໍ່ຈູດ​ຂີ້ເຫຍື້ອຊະຊາຍ ທັງໝົດນີ້ ກໍ່ເພື່ອປະກອບສວ່ນໃນການ​ອະນຸລັກ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ເພື່ອສ້າງປະເທດລາວ ຂຽວ ສະອາດ ງາມຕາ

 

ພາບແລະ ຂ່າວໂດຍ ພະແນກໂຄສະນາ ແລະ ຂ່າວສານ

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເຄື່ອນໄຫວວຽກງານທີ່ແຂວງ ໄຊສົມບູນ

IMG_9798

        ໃນວັນທີ 27 ພຶດສະພາ 2019 ນີ້ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະ ມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານທີ່ແຂວງ ໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໆ ໄຊສົມບູນ. Continue reading

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ແລະ ທິດທາງແຜນການປີ 2019 ຂອງສະຫະພັນກໍາມະບານ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ປາຖະກະຖາວັນສ້າງຕັ້ງກໍາມະບານສາກົນ ຄົບຮອບ 133 ປີ

_MG_93588

ໃນວັນທີ 20 ພຶດສະພາ 2019, ສະພະພັນກໍາມະບານກະຊວງກະສິກໍາ ແລະ ປ່າໄມ້ໄດ້ຈັດກອງປະຊຸມສະຫຼຸບການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ແລະ ທິດທາງແຜນການປີ 2019 ຂື້ນ, ໂດຍການເປັນປະທານຮ່ວມຂອງທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ຄໍາພັນ ເໝືອນສິດທິດາ ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານກະຊວງກະສິກໍາ ແລະ ປ່າໄມ້, ຄະນະພັກຮາກຖານ, ແຂກຖືກເຊີນ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມ 203 ທ່ານ ຍິງ 71 ທ່ານ.

_MG_93400000

ທ່ານ ຄໍາພັນ ເໝືອນສິດທິດາ, ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານ, ປະທານສະຫະພັນກໍາມະບານກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນປີ 2018 ໃຫ້ຮູ້ວ່າ: ສະຫະພັນກໍາມະບານກະຊວງ ກະສິກໍາ ແລະ ປ່າໄມ້ ປະກອບມີ ສະມາຊິກທັງໝົດ 1.667 ທ່ານ, ມີ 12 ຄະນະກໍາມະບານຮາກຖານ ແລະ 3 ໜ່ວຍກໍາມະບານຮາກຖານ, ຄະນະບໍລິຫານ ງານສະ ຫະພັນກໍາມະບານ 14 ທ່ານ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປີ 2018 ມີຄື: 1. ເປັນເຈົ້າສຶກສາອົບຮົມການ ເມືອງ-ແນວຄິດໄດ້ 90 %, 2. ປັບປຸງແບບແຜນນໍາພາ ແລະ ຂະຫຍາຍການຈັດຕັ້ງກໍາມະບານ ໄດ້ 90%, 3. ເປັນເຈົ້າປົກປ້ອງສິດຜົນປະ ໂຫຍດອັນຊອບ ທໍາຂອງພະນັກງານ, ສະມາຊິກກໍາມະບານ ແລະ ຜູ້ອອກແຮງງານໄດ້ 89%, 4. ເຂົ້າຮ່ວມຕິດຕາມ, ກວດກາ, ຄຸ້ມຄອງເສດ ຖະກິດ, ວັດທະນະທໍາ-ສັງຄົມໄດ້ 86% ແລະ 5. ເປັນເຈົ້າການຈັດຕັ້ງປະຕິບັດ ແນວທາງຕ່າງປະເທດຂອງພັກໄດ້ 87%, ສາມາດຄັດ ເລືອກໄດ້ກົມກອງ ແລະ ບຸກຄົນດີເດັ່ນປະເພດ 1 ໄດ້ຮັບໃບຍ້ອງຍໍຂອງສະຫະພັນກໍາມະບານ ກະຊວງ ຈໍານວນ 16 ກົມກອງ, ບຸກຄົນດີເດັ່ນປະເພດ 2 ໄດ້ຮັບໃບຍ້ອງຍໍຂອງສະຫະພັນກໍາມະບານກະຊວງ 1.498 ທ່ານ, ຍິງ 548 ທ່ານ, ດີເດັ່ນປະເພດ 2 ໄດ້ຮັບໃບຊົມເຊີຍຂອງສະຫະພັນກໍາມະບານກະຊວງ ຈໍານວນ 165 ທ່ານ, ຍິງ 52 ທ່ານ, ເຊິ່ງທິດທາງລວມໃນປີ 2019 ນີ້ສືບຕໍ່ປັບປຸງການຈັດຕັ້ງກໍາມະບານກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດ ຕັ້ງ ແລະ ແບບແຜນນໍາພາຕັ້ງໜ້າເຊື່ອມຊຶມ ແລະ ຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະ ຊຸມໃຫຍ່ຄັ້ງທີ VII ຂອງສູນກາງສະຫະພະພັນກໍາມະບານລາວ, ຕິດພັນກັບການແຂ່ງຂັນ 5 ເປັນເຈົ້າ ເຊິ່ງໃນປີ 2019 ນີ້ ໃນແຕ່ລະດ້ານຕ້ອງໄດ້ 58 % ຂື້ນໄປ ໂດຍໂອກາດນີ້ທ່ານຮອງປະທານສູນກາງສະຫະພັນກໍາມະບານລາວຍັງໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ກົມກອງລວມໝູ່ ແລະ ໄດ້ຈັບມືປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2019 ລະຫວ່າງຄະນະກໍາມະບານຮາກຖານ, ໜ່ວຍຮາກຖານ ແລະ ຄະນະບໍລິຫານງານກໍາມະບານກະຊວງ. ນອກນັ້ນ, ໄດ້ມີການມອບແນວພັນໄກ່ຈໍານວນໜື່ງໃຫ້ກໍາມະບານຮາກຖານແຂວງ ໄຊຍະບູລີ, ສູນກາງສະຫະພັນກໍາມະບານລາວ ແລະ ກໍາມະບານກອງທັບ ເພື່ອຊຸຍູ້ສົ່ງເສີມດ້ານການລ້ຽງ ແລະ ຂະຫຍາຍພັນຕໍ່ໄປ. ຈາກນັ້ນ, ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ສືບຕໍ່ຮັບຟັງການປາຖະກະຖາເລົ່າມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 133 ປີ (1 ພຶດສະພາ 1886-1 ພຶດສະພາ 2019) ໂດຍໃຫ້ກຽດປາຖະກະຖາຂອງທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກໍາມພບານລາວນໍາອີກ.

ພາບ ແລະ ຂ່າວ ໂດຍ: ພະແນກ ໂຄສະນາ ແລະ ຂ່າວສານ

ແຂວງຄໍາມ່ວນ ປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້

IMG_7417

      ໃນວັນທີ 20 ກຸມພາ 2019 ແຂວງຄໍາມ່ວນ ໄດ້ຈັດພິທີປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້ ຄື: ບ້ານ ດອນຈະເລີນ, ສົບຄໍາ, ຫ້ວຍມະໄລ, ບົວມາ ແລະບ້ານ ນາຕານ ຢູ່ທີ່ຫ້ອງການກຸ່ມບ້ານ ທ່າລັ່ງ ເມືອງນາກາຍ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ, ທ່ານ ແສງປະເສີດ ມັດທຸຈັນ ຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ, ທ່ານ ສົມພົງ ວັນໄພທອງ ເຈົ້າເມືອງໆນາກາຍ,​ ພະແນກການອ້ອມຂ້າງແຂວງ. ບັນດາຮອງເຈົ້າເມືອງ, ຫ້ອງການການອ້ອມຂ້າງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ 5 ບ້ານເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. Continue reading

ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ

 

IMG_7605 - Copy

     ເພື່ອສືບຕໍ່ສາຍພົວພັນວຽກງານການຮ່ວມມືໃຫ້ນັບມື້ນັບກວ້າງຂວາງ. ໃນຕອນເຊົ້າວັນທີ 25 ກຸມພາ 2019 ຢູ່ຫ້ອງຮັບແຂກຫ້ອງການກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນ. ຟລໍຮັອງ ຊັອງບັອງ-ຣີກແລກ ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາລາວ. ພ້ອມນີ້ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

Continue reading

ພິທີມອບ-ຮັບເງິນສົມທົບທຶນປູກສ້າງສ້ອມແປງເຮືອນ

IMG_7373

     ໃນວັນທີ 18 ກຸມພາ 2019 ກົມຈັດຕັ້ງ ແລະພະນັກງານ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບເງິນສົມທົບທຶນປຸກສ້າງສ້ອມແປງເຮືອນ ໃຫ້ແກ່ພະນັກງານປະຕິວັດອາວຸໂສບໍານານ ປະຈໍາປີ 2018 ຢູ່ຫ້ອງປະຊຸມກົມຈັດຕັ້ງ ແລະ ພະນັກງານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ມີຫົວໜ້າກົມ, ຮອງກົມ, ຫ້ອງການກະຊວງ, ພະນັກງານອາວຸໂສບໍານານ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading

ປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ

IMG_7752

       ໃນຕອນບ່າຍວັນທີ 25 ກຸມພາ 2019 ຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້, ກົມຈັດຕັ້ງ ແລະພະນັກງານ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນຊຸດທີ XVI ແລະຝຶກອົບຮົມວຽກງານພັກ-ພະນັກງານ ຫຼັກສູດ 5 ວັນຊຸດທີ XII ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງອົງຄະນະພັກກະຊວງກະສິກໍາ ແລະປ່າໄມ້ ຂຶ້ນ ໃຫ້ກຽດເປັນປະທານໂດຍ ສະຫາຍ ປອ. ລຽນ ທີແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ເປັນກຽດເຂົ້າຮ່ວມໂດຍສະຫາຍ ປອ. ນ. ໄກສອນ ຈັນສີດາ ຫົວໜ້າກົມວິຊາການ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ພ້ອມດ້ວຍແຂກຖືກເຊີນ ແລະນັກສໍາມະນາກອນເຂົ້າຮ່ວມ. Continue reading

ກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ

IMG_8687

      ໃນອາທິດຜ່ານມາ ກົມແຜນການ ແລະການເງິນກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຂຶ້ນຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ມີທ່ານ ຮອງເຈົ້າແຂວງ 4ແຂວງເປົ້າໝາຍຂອງໂຄງການ, ຫົວໜ້າຝ່າຍການຮ່ວມມື ຂອງສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ  ແລະ ທີ່ປຶກສາເອກ ຂອງສະຖານທູດຝລັ່ງປະຈໍາລາວ. ມີຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຂອງແຂວງເປົ້າໝາຍໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ