ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ

 

IMG_7605 - Copy

     ເພື່ອສືບຕໍ່ສາຍພົວພັນວຽກງານການຮ່ວມມືໃຫ້ນັບມື້ນັບກວ້າງຂວາງ. ໃນຕອນເຊົ້າວັນທີ 25 ກຸມພາ 2019 ຢູ່ຫ້ອງຮັບແຂກຫ້ອງການກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນ. ຟລໍຮັອງ ຊັອງບັອງ-ຣີກແລກ ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາລາວ. ພ້ອມນີ້ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

IMG_7611

    ຈຸດປະສົງຂອງການພົບປະໃນຄັ້ງນີ້ ເພື່ອເປັນການປຶກສາຫາລືກ່ຽວກັບວຽກງານການຮ່ວມກັນໃນໄລຍະຜ່ານມາລະຫວ່າງລັດຖະບານລາວ ແລະລັດຖະບານຝຣັ່ງ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືການພັດທະນາໃນຂົງເຂດວຽກງານກະສິກໍາ ແລະປ່າໄມ້. ຜ່ານມາ ລັດຖະບານຝຣັ່ງ ໄດ້ໃຫ້ການສະໜັບສະໜູນຫຼາຍດ້ານ ດ້ວຍຮູບແບບການລົງທຶນ ແລະໃຫ້ການຊ່ວຍເຫຼືອລ້າ ໂຄງການທີ່ພົ້ນເດັ່ນ ແມ່ນໂຄງການຜະລິດກາເຟ ເຂດພູພຽງບໍລິເວນ. ໂອກາດນີ້, ທັງສອງຝ່າຍ ຍັງໄດ້ຮ່ວມກັນປຶກສາຫາລື ເພື່ອຫາວິທີການຂະຫຍາຍວຽກງານການຮ່ວມໃນຕໍ່ໜ້າເປັນຕົ້ນແມ່ນ ການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນກະສິກໍາ, ການຜະລິດກະສິກໍາ ເພື່ອໂພຊະນາການ ລວມທັງ ວຽກງານການອະນຸລັກປ່າສະຫງວນແຫ່ງຊາດ.

IMG_7626

     ໃນເວລາຕໍ່ມາ, ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາອິມ ສາເລສ ເອກອັກຄະລັດຖະທູດ ບຼູໄນ ປະຈໍາລາວ. ການພົບປະໃນຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການສະເໜີຂໍສໍາປະທານທີ່ດິນ ເຮັດການຜະລິດກະສິກໍາ ຈໍານວນ 5 ພັນເຮັກຕາ ຫາ 20 ພັນເຮັກຕາ ຢູ່ຂອບເຂດທົ່ວປະເທດຂອງລາວ ໂດຍສະເພາະແມ່ນຢູ່ໃນຂົງເຂດທົງພຽງ ໂດຍມີຈຸດປະສົງນໍາໃຊ້ເຮັດການຜະລິດກະສິກໍາສະອາດປອດສານພິດ, ລວມທັງວຽກງານການປູກຝັງ ແລະລ້ຽງສັດ ເພື່ອເປັນສິນຄ້າ. ໂອກາດນີ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ສະເໜີໃຫ້ມີການເຮັດແຜນ ແລະບົດບັນທຶກ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ ຈາກທັງສອງຝ່າຍກ່ອນທີ່ຈະຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າ ພ້ອມນີ້, ຍັງໄດ້ປຶກສາຫາລືຊອກຫາວິທີຄວາມເປັນໄປໄດ້ ໃນການຮ່ວມກັນພັດທະນາຂະແໜງການກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດຂອງ ສປປ.ລາວ ນໍາອີກ.

ຂຽນຂ່າວໂດຍ: ສອນເພັດ ສຸລິພອນ

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ