Lamngeun Saipadith
ພິທີປູກໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ສິ່ງແວດລ້ອມໂລກ 5 ມີຖຸນາ
ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແລະ ສິ່ງແວດລ້ອມໂລກ 5 ມີຖຸນາຂຶ້ນ, ທີ່ສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ, ບ້ານດົງໝາກຄາຍ, ນະຄອນຫຼວງວຽງຈັນ, ໃນວັນທີ1 ມິຖຸນາ 2020 ນີ້,.ໂດຍມີ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ບັນດາກົມອ້ອມຂ້າງຂອງ 2 ກະຊວງ, ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຈຸດດປະສົງ ເພື່ອສ້າງສວນພຶກສາສາດ ໃຫ້ມີຄວາມອຸດົມສົມບູນ ກາຍເປັນພື້ນທີ່ສີຂຽວ, ເປັນບ່ອນສຶກສາຮຽນຮູ້ ແລະ ເປັນສະຖານທີ່ພັກຜ່ອນ, ເປັນການອະນຸລັກ ແລະ ສ້າງເປັນແຫຼ່ງເຕົ້າໂຮມຊະນິດພັນໄມ້ ທີ່ມີຄຸນຄ່າ ແລະ ຫາຍາກ ໃນ ສປປລາວ, ປະກອບສ່ວນປັບປຸງຄຸນນະພາບສິ່ງແວດລ້ອມ ໃຫ້ກາຍເປັນເຂດຂຽວ ຫຼື ເປັນປອດຫາຍໃຈ ຂອງຊາວນະຄອນຫຼວງວຽງຈັນ.
ໃນປີ 2020 ກົມປ່າໄມ້ ກໍ່ຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດແຜນການປູກໄມ້ທັງໝົດໃນທົ່ວປະເທດ 10.000 ເຮັກຕາ. ສະເພາະ, ສວນພຶກສາສາດນີ້ ທາງກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບມອບໝາຍໃຫ້ປູກຕົ້ນໄມ້ ໃນເນື້ອທີ່ 136 ເຮັກຕາ ຂອງຈຳນວນເນື້ອທີ່ທັງໝົດ 268 ເຮັກຕາ, ໃຫ້ສຳເລັດໃນໄລຍະເວລາ 4 ປີສຳລັບປີນີ້ແມ່ນຈະປູກໃຫ້ສຳເລັດ 94 ເຮັກຕາ (ປູກເປັນສວນບຸກເບີກກ້ຽງ 20 ເຮັກ ຕາ ແລະ ປູກເປັນແລວ 74 ເຮັກຕາ),ໂດຍການສະໜອງງົບປະມານຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມໂລກ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພິທີໃນມື້ນີ້ໄດ້ຮ່ວມກັນປູກໄມ້ ໃນເນື້ອທີ່ປະມານ 3 ເຮັກ, ເຊິ່ງຊະນິດພັນໄມ້ທີ່ນຳມາປູກ ມີ 5 ຊະນິດຄື: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ ແລະ ຈຳນວນເບ້ຍໄມ້ທີ່ນຳມາປູກທັງໝົດ ປະມານ 1.200 ຕົ້ນ.
ການປູກຕົ້ນໄມ້ ແມ່ນພັນທະ ແລະ ໜ້າທີ່ຂອງປວງຊົນລາວທັງຊາດ
ຈົ່ງຊ່ວຍກັນປູກຕົ້ນໄມ້ ແລະ ປົກປັກຮັກສາປ່າໄມ້ ໃຫ້ອຸດົມສົມບູນຕະຫຼອດໄປ
ເຖິງເວລາແລ້ວ ທີ່ພວກເຮົາຈະຕ້ອງຮ່ວມກັນ ປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ
ພາບແບະຂ່າວໂດຍ: ພະແນກໂຄສະນາແລະຂ່າວສານ
ກອງປະຊຸມວິທະຍາສາດສາກົນທີ່ປະເທດອິນເດຍ ກ່ຽວກັບການບໍລິການສະພາບພູມອາກາດໃຫ້ແກ່ວຽກກະສິກຳໃນລາວ LaCSA
ກອງປະຊຸມລະດັບສາກົນຄັ້ງທີ່ VI ກ່ຽວກັບການບໍລິການດິນຟ້າອາກາດໄດ້ໄຂຂຶ້ນຢ່າງເປັນທາງການທີ່ເມືອງປູນີ, ປະເທດອິນເດຍ, ໃນລະຫວ່າງວັນທີ 11-13 ກຸມພາ 2020. ໂດຍມີທ່ານ ວຽງໄຊ ມະນີວົງ ຜູ້ຊ່ຽວຊານດ້ານວຽກງານອຸຕຸກະເສດລະດັບປະເທດຂອງລາວ ແລະ ທັງເປັນຜູ້ອຳນວຍການໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດແລະການຄ້ຳປະກັນສະບຽງອາຫານຂອງ ສປປ ລາວ (SAMIS) ທີ່ສະໜັບສະໜູນທຶນໂດຍກອງທືນສິ່ງແວດລ້ອມໂລກ ແລະ ບັນດາຜູ້ແທນຈາກຫຼາຍປະເທດເຂົ້າຮ່ວມ.ໃນທີ່ປະຊຸມ ໄດ້ຮ່ວມມືກັນເຮັດວຽກການບໍລິການດ້ານສະພາບອາກາດ ແລະ ໄດ້ສົນທະນາກັນໃນຫຼາຍບັນຫາ ແນ່ໃສ່ເພື່ອປັບປຸງການບໍລິການດ້ານສະພາບອາກາດຢ່າງເໝາະສົມຕາມສະພາບການໃຫ້ມີລັກສະນະທັນສະໄໝ.ເປ້ົ້າໝາຍຂອງການສຳມະນາເພື່ອສົ່ງເສີມເຮັດໃຫ້ການຕິດຕໍ່ພົວພັນແບບມີສ່ວນຮ່ວມ ລະຫວ່າງຜູ້ໃຫ້ບໍລິການຂໍ້ມູນຂ່າວສານດ້ານພູມອາກາດ, ຜູ້ຕັດສິນໃຈ ແລະ ນະໂຍບາຍພາກຊຸມຊົນ ລວມທັງການຜັນຂະຫຍາຍຂໍ້ມູນຂ່າວສານດ້ານພູມອາກາດ ເພື່ອປັບປຸງໝາກຜົນໄດ້ຮັບການພັດທະນາ.
ໃນການສຳມະນາທ່ານ ວຽງໄຊ ມະນີວົງ ໄດ້ສະເໜີ ກ່ຽວກັບລະບົບການບໍລິການສະພາບອາກາດເຂົ້າໃສ່ໃນວຽກກະສິກຳ (LaCSA), ລວມທັງນຳສະເໜີ ລາຍການຂ່າວ ພະຍາກອນອາກາດລະດູການ ປະຈຳ 6 ເດືອນ ແລະ ຕົວຢ່າງຂອງຂ່າວພະຍາກອນອາກາດປະຈຳທິດເພື່ອບໍລິການສະພາບອາກາດແກ່ຊາວກະສິກອນ.ນອກຈາກນີ້, ຍັງໄດ້ນຳສະເໜີກ່ຽວກັບໂຄງການຕົວແບບທີ່ໄດ້ຈັດຕັ້ງປະຕິບັດໃນຫຼາຍແຫ່ງ ກ່ຽວກັບການສະໜອງຂໍ້ມູນສະພາບອາກາດໃຫ້ແກ່ຊາວກະສິກອນ ໂດຍສະເພາະແມ່ນ ແຂວງຫລວງນ້ຳທາ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງ ວຽງຈັນ. ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO)ໄດ້ໝູນໃຊ້ຫລາຍວີທີການ ເປັນຕົ້ນໂຮງຮຽນຊາວນາກໍ່ໄດ້ນຳໃຊ້ເຂົ້າໃນວີທີການດັ່ງກ່າວ. ນອກນັ້ນ, ປົດສະເຕີດ້ານສະພາບອາກາດກໍ່ໄດ້ຮັບການພັດທະ ນາຂຶ້ນໂດຍຮ່ວມມືກັບໂຄງການອາຫານໂລກ (WFP) ໃນໂຮງຮຽນຕົວແບບ 5 ແຫ່ງ.
ຜົນໄດ້ຮັບອັນພົ້ນເດັ່ນໃນໄລຍະຜ່ານມາ ເຖິງປະຈຸບັນຄືການນຳໃຊ້ລະບົບໂທລະໂຄ່ງໃນຊຸມຊົນເພື່ອການປະຊາສຳພັນຂ່າວໃຫ້ກັບໝູ່ບ້ານ 20 ແຫ່ງ ເຊິ່່ງເປັນບ້ານທົດລອງ ໂດຍມີຜູ້ໄດ້ຮັບຜົນປະໂຫຍດໂດຍປະມານ 25,295 ຄົນ ເທົ່າກັບ 67,3% ຂອງຊາວກະສິກອນທັງໝົດໃນບ້ານເປົ້າໝາຍຂອງໂຄງການ. ພ້ອມດຽວກັນນີ້, ບັນດາສື່ສັງຄົມອອນລາຍເປັນທີ່ນິຍົມຫລາຍ ແລະ ມີປະສິດທິພາບສູງ ກໍ່ຄືເຟສບຸກກໍ່ໄດ້ນຳໃຊ້ເຂົ້າໃນການໂຄສະນາຂ່າວພະຍາກອນອາກາດໃຫ້ຜູ້ຊົມຈຳນວນຫລາຍໃນນະຄອນຫຼວງວຽງຈັນລວມມີຜູ້ເຂົ້າຊົມທັງໝົດເກີນ 100,000 ຄົນສົ່ງຜົນເຮັດໃຫ້ມີຜູ້ຕິດຕາມຫນ້າເຟສບຸກປະມານ 2,714 ຄົນ.
ພາບ ແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ກອງປະຊຸມລິເລີ້ມໂຄງການ ກະສິກຳ ທີ່ຊານສະຫຼາດ ປັບໂຕເຂົ້າສະພາບອາກາດ ການຜະລິດກະສິກຳເຂດເນີນສູງ ຂອງ ສປປລາວ
ໃນທ້າຍອາທິດ ຜ່ານມາ ທີ່ໂຮງແຮມ ວຽງຈັນພລາຊ້າ ນະຄອນຫລວງວຽງຈັນ, ໄດ້ມີການຈັດກອງປະຊຸມລິເລີ້ມກະກຽມໂຄງການ ທາງເລືອກກະສິກຳທີ່ຊານສະຫຼາດເພື່ອປັບໂຕໃຫ້ເຂົ້າກັບສະພາບອາກາດ ສຳລັບລະບົບການຜະລິດກະສິກຳເຂດເນີນສູງ ໃນ ສປປ ລາວ. ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະຫວັນ ຫານພົມ, ຮອງຫົວໜ້າກົມແຜນການ ແລະ ການເງີນ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ. Nasar Hayat ຜູ້ຕ່າງໜ້າຈາກ ອົງການອາຫານແລະການກະເສດແຫ່ງ ສະຫະປະຊາຊາດ (FAO) ປະຈຳ ສປປ ລາວ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ໂຄງການດັ່ງກ່າວ ເປັນການຮ່ວມມືກັບກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ຊື່ງເປັນໜ່ວຍງານປະສານງານຫລັກຂອງໂຄງການ GEF. ໂຄງການດັ່ງກ່າວນີ້ ດຳເນີນກ່ຽວກັບ ການສົ່ງເສີມ ແນວທາງ ນຳໃຊ້ທີ່ດິນທີ່ຊານສະຫຼາດ ລວມທັງການປັບໂຕເຂົ້າກັບສະພາບພູມມີອາກາດຫລາຍຂື້ນ ນອກນັ້ນ, ໂຄງການນີ້ຍັງຈະນຳເອົາແນວທາງ ແລະ ວິທີການປະຕິບັດ ເຂົ້າ ໃນການວາງແຜນນຳໃຊ້ທີ່ດິນ. ຊື່ງຈະຊ່ວຍສ້າງລະບົບຕ່ອງໂສ້ມູນຄ່າສິນຄ້າທີ່ສາມາດປັບໂຕ ເຂົ້າກັບການປ່ຽນແປງສະພາບພູມມີອາກາດ, ປັບປຸງຄວາມສາມາດຂອງຊາວກະສິກອນ ແລະ ຊຸມຊົນທ້ອງຖີ່ນເຂດເນີນສູງທາງພາກເໜືອ ຂອງ ສປປ ລາວ.
ໃນທີ່ປະຊຸມ, ໄດ້ມີການນຳສະເໜີກ່ຽວກັບ ພາບລວມຂອງກິດຈະກຳໂຄງການ ແລະ ກອບການດຳເນີນງານຂອງໂຄງການ. ພ້ອມທັງ ປະກອບຄຳຄິດຄຳເຫັນຈາກພາກສ່ວນທີ່ກ່ຽວຂ້ອງ, ການລິເລີ້ມ ແລະ ຈັດຫາແຫລ່ງທຶນ, ປຶກສາຫາລື ກ່ຽວກັບການກຳນົດຂັ້ນຕອນ ແລະ ກຳນົດໝາຍສຳລັບໄລຍະເວລາຂອງໂຄງການນຳອີກ.
ພາບແລະ ຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ກອງປະຊຸມໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ
ກອງປະຊຸມຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ຄັ້ງທີ 3 ປະຈໍາປີ 2019 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2019 ຢູ່ທີ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້. ໃຫ້ກຽດເປັນປະທານໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ຟໍຣົງ ຊອງບຼອງ-ຣີສະເລີ ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ, ທ່ານ ນາສາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະການກະເສດປະຈໍາລາວ. ມີຄະນະກໍາມະການຊີ້ນຳ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າຈາກເຄື່ອຂ່າຍຊາວກະສິກອນລາວ ເຂົ້າຮ່ວມ.
ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນ 2018 , ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ແລະກະກຽມ ຄັ້ງທີ 9. ພ້ອມທັງປຶກສາຫາລືເພື່ອຊອກຫາວິທີການແກ້ໄຂ ກ່ຽວກັບບັນຫາການລະບາດຂອງໜອນ ແລະ ພະຍາດອະຫິວາໝູອະຟຣິກາ ຢູ່ໃນ ສປປລາວ, ປຶກສາຫາລືກ່ຽວກັບການສຳຫລວດຂໍ້ມູນທາງດ້ານ ສະຖິຕິກະສິກໍາ ຂອງລາວ, ຊື່ງເປັນໜ້າວຽກໜຶ່ງທີ່ສໍາຄັນ ທີ່ຈະໄດ້ປະກອບສ່ວນເຂົ້າໃນການສ້າງແຜນພັດທະນາກະສິກຳ ແລະ ປ່າໄມ້ ໄລຍະ 5 ປີຕໍ່ໜ້າ. ໂອກາດນີ້ ທ່ານ ປອ. ພວງປຣະຣິສັກ ປຣະວົງວຽງຄຳ ໄດ້ກ່າວວ່າ: ມັນມີຄວາມຈຳ ເປັນຢ່າງຮີບດ່ວນທີ່ຈະຕ້ອງມີນະໂຍບາຍ ແລະ ມາດຕະການ ການຮັບມື ເພື່ອຊ່ວຍຊາວກະສິກອນຂະໜາດນ້ອຍ ທີ່ຕໍ່ສູ້ກັບບັນຫາໄພຂົ່ມຂູ່ດ້ານຄວາມໜັ້ນຄົງທາງຊີວະນາໆພັນເຊັ່ນ: ການລະບາດຂອງໜອນ, ພະຍາດອະຫິວາໝູ ອະຟຣິກກາ ແລະ ເພື່ອຫລຸດຜ່ອນຜົນກະທົບດ້ານລົບຕໍ່ກັບການດຳລົງຊີວິດໃນເຂດຊົນນະບົດ. ກອງປະຊຸມໄດ້ດຳເນີນໄປເປັນເວລາໜຶ່ງວັນຈຶ່ງສໍາເລັດລົງ.
ພາບແລະຂ່າວ ໂດຍ ພະແນກໂຄສະນາ ແລະ ຂ່າວສານ
ສອງກະຊວງຮ່ວມກັນປູກຕົ້ນໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ
ເພື່ອເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດຍຸດທະສາດປ່າໄມ້ ແຕ່ນີ້ ຮອດປີ 2020 ຂອງກະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືຂອງລັດຖະບານ ໃນການເພີ່ມຄວາມປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ໄດ້ 70 % ແລະ ປູກໄມ້ໃຫ້ໄດ້ 500,000 ເຮັກຕາ ຮອດປີ 2020 ໃຫ້ປະກົດຜົນເປັນຈິງ ລັດຖະບານໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ພ້ອມທັງເປັນການສະເຫຼີມສະຫຼອງວັນສິ່ງ ແວດລ້ອມໂລກ ວັນທີ 5 ມິຖຸນາ ທີ່ຈະມາເຖີງນີ້. ດັງນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຫັນໄດ້ຄວາມສຳຄັນຂອງສອງວັນດັ່ງກ່າວ ຈິ່ງໄດ້ຈັດພິທີປູກຕົ້ນໄມ້ ທີ່ ສ່ວນພືກສາ ເຂດຫວ້ຍຢາງ-ດົງໝາກຄາຍ ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ໃນຄັ້ງນີ້ມີ ພະເຖລານຸເຖລະ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນອກ ນັ້ນ ຍັງມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງມະຫາຊົນ, ບັນ ດາບໍລິສັດ, ນັກຮຽນ-ນັກສຶກສາ ລວມທັງອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ຈຸດປະສົງໃນການປູກຕົ້ນໄມ້ໃນຄັ້ງນີ້ກໍ່ເພື່ອປູກຈິດສຳນືກໃຫ້ທຸກຄົນມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ ແລະ ຮັກສາສະພາບແວດລ້ອມໃຫ້ສວຍງາມ ເຫັນໄດ້ຄຸນປະໂຫຍດຂອງປ່າໄມ້ທີ່ມີຕໍ່ຄົນ ແລະ ສິ່ງທີ່ມີຊິວິດ ທັງເປັນການໂຄສະນາເຜີຍແຜ່ໃຫ້ມວນຊົນ ໃນການປົກປັກຮັກສາສິ່ງແວດລ້ອມ. ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ມີຈໍານວນ ທັງໝົດ 4 ພັນກວ່າຕົ້ນ ໃນນັ້ນມີ ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ດູ່ເລືອດ, ໄມ້ປະດົງ, ໄມ້ຍາງ ແລະ ໄມ້ແຄນເຮືອ. ເພື່ອໃຫ້ຕົ້ນໄມ້ທຸກຕົ້ນທີ່ນຳມາປູກໃນຄັ້ງນີ້ໄດ້ເຕີບໃຫຍ່, ເປັນປ່າໄມ້ສີຂຽວ ແລະ ມີຄວາມຍືນຍົງກະຊວງກະສິກຳແລະ ປ່າໄມ້ ໃນນາມເປັນຂະແໜງການທີ່ຮັບຜິດຊອບໂດຍ ກົງຮຽກຮ້ອງມາຍັງບັນດາທ່ານຈົ່ງພ້ອມກັນປະກອບສ່ວນເຂົ້າໃນການບົວລະບັດຮັກສາຕົ້ນໄມ້, ປ້ອງກັນບໍ່ໃຫ້ໄຟໄໝ້ລາມປ່າ,ອານະໄມຕົວເມືອງ, ບໍ່ຖີ້ມ ແລະ ບໍ່ຈູດຂີ້ເຫຍື້ອຊະຊາຍ ທັງໝົດນີ້ ກໍ່ເພື່ອປະກອບສວ່ນໃນການອະນຸລັກຊັບພະຍາກອນທໍາມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ເພື່ອສ້າງປະເທດລາວ “ຂຽວ ສະອາດ ງາມຕາ”
ພາບແລະ ຂ່າວໂດຍ ພະແນກໂຄສະນາ ແລະ ຂ່າວສານ
ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມໃຫຍ່ສາກົນ
ໃນທ້າຍເດືອນ ມີນາ 2019, ທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສາກົນ ທີ່ບາງກອກ ປະເທດໄທ. ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ຕາມການເຊີນຂອງປະທານອົງການເວທີທຸລະກິດຮັບຜິດຊອບດ້ານສະບຽງອາຫານ ແລະ ການກະສິກຳ, ຫົວໜ້າສະຖາບັນຄົ້ນຄວ້າສິ່ງແວດລ້ອມສະຕອ໋ກໂຮມ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມ ຈາກຫຼາຍພາກສ່ວນ ຊຶ່ງປະກອບດ້ວຍຜູ້ກຳນົດ ແລະ ຜູ້ຈັດຕັ້ງປະຕິບັດນະໂຍບາຍ ໃນນີ້ລວມມີ ພາກລັດ, ອົງການຈັດຕັ້ງສາກົນ, ຜູ້ປະກອບການ, ອົງການຈັດຕັ້ງທາງສັງຄົມ ແລະ ອື່ນໆ ປະມານ 400 ກວ່າທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລື-ຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການ ໃນການເສີມສ້າງຄວາມເຂັ້ມເເຂງ ແລະ ສ້າງກາລະໂອກາດໃນການຮ່ວມມືທາງດ້ານນະໂຍບາຍ ໂດຍການສະໜັບສະໜູນຈາກນະໂຍບາຍດ້ານຍຸດທະສາດ ໃນອາຊີ ທີ່ນອນຢູ່ໃນຂອບການຮ່ວມມືຂົງເຂດພາກພື້ນ ແລະ ເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 (SDGs). ໃນໂອກາດເຂົ້າຮ່ວມກອງປະຊຸມທີ່ສຳຄັນດັ່ງກ່າວ, ທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ຮັບກຽດຂຶ້ນນຳສະເໜີບາງນະໂຍບາຍຂອງລັດຖະບານ ສປປລາວ ໃນການຊຸກຍູ້ສົ່ງເສີມການລົງທຶນດ້ານການຜະລິດສະບຽງອາຫານ ແລະ ການຜະລິດກະສິກຳສະອາດເປັນສິນຄ້າ ຕໍ່ທີ່ປະຊຸມ ເພື່ອເປັນການແລກປ່ຽນ ແລະ ຂົນຂວາຍຍາດເເຍ່ງການຊ່ວຍເຫຼືອ ແລະ ດຶງດູດການລົງທຶນ ຈາກພາກເອກະຊົນ, ຜູ້ປະກອບການ ແລະ ພາກສ່ວນອື່ນ ມາລົງທຶນດ້ານກະສິກຳ ຢູ່ສປປ ລາວ.
ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ແຈ້ງການ ຂອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບການສະກັດກັ້ນ ຫ້າມນຳເຂົ້າ ໝູ ແລະ ຜະລິດຕະພັນໝູ ທຸກຊະນິດ ລວມທັງຜະລິດຕະພັນ ປຸງແຕ່ງເບື້ອງຕົ້ນ ຈາກ ສປ ຈີນ ແລະ ສສ ຫວຽດນາມ ເຂົ້າ ສູ່ ສປປ ລາວ
ກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ
ໃນອາທິດຜ່ານມາ ກົມແຜນການ ແລະການເງິນກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຂຶ້ນຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ມີທ່ານ ຮອງເຈົ້າແຂວງ 4ແຂວງເປົ້າໝາຍຂອງໂຄງການ, ຫົວໜ້າຝ່າຍການຮ່ວມມື ຂອງສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ແລະ ທີ່ປຶກສາເອກ ຂອງສະຖານທູດຝລັ່ງປະຈໍາລາວ. ມີຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຂອງແຂວງເປົ້າໝາຍໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງກອງປະຊຸມເພື່ອເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຢ່າງເປັນທາງການ, ລາຍງານສະພາບລວມຂອງໂຄງການ ໃນການກະກຽມເນື້ອໃນຕ່າງໆເພື່ອຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລື ລະຫວ່າງຜູ້ໃຫ້ທຶນ ກັບບັນດາຄະນະຊີ້ນໍາໂຄງການ ແຕ່ລະຂັ້ນເພື່ອຄວາມເປັນເອກະພາບກອບແນວຄວາມຄິດຂອງໂຄງການກໍ່ຄືວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ທ່ານ ຄອນສະຫວັນ ວົງໄຊ ຫົວໜ້າຜູ້ປະສານງານໂຄງການຂັ້ນສູນກາງ ໄດ້ຂຶ້ນລາຍງານວ່າ: ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບ ຈໍານວນ 4,7 ລ້ານເອີໂຣ, ອົງການພັດທະນາປະເທດຝລັ່ງ 1 ລ້ານເອີໂຣ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດວຽກງານກະສິກໍາ-ໂພຊະນາການ4 ມາດຕະການໃນຍຸດທະສາດໂພຊະນາການແຫ່ງຊາດຂອງຂະແໜງການກະສິີກໍາ ແລະປ່າໄມ້ ຢູ່ 4 ແຂວງເປົ້າໝາຍຄື ແຂວງຜົ້ງສາລີ 2 ເມືອງ, ແຂວງຫົວພັນ 1 ເມືອງ ແລະແຂວງຫຼວງພະບາງ 7 ເມືອງ ແລະແຂວງຫຼວງນໍ້າທາ 1 ເມືອງ. ສໍາລັບປີທີ 1-2 ແມ່ນຈະຈັດຕັ້ງປະຕິບັດທົດລອງຢູ່ 7 ເມືອງຂອງແຂວງຫຼວງພະບາງ ສໍາລັບປີທີ 3 ແມ່ນຈະຈັດຕັ້ງປະຕິບັດບັນດາເມືອງເປົ້າໝາຍທີ່ຍັງເຫຼືອ ຊື່ງມີໄລຍະການຈັດຕັ້ງປະຕິບັດໂຄງການ 4 ປີ ເລີ່ມແຕ່ປີ 2018-2022. ນອກນັ້ນ ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະແລກປ່ຽນຄໍາຄິດຄໍາເຫັນ ໃນການເຮັດວຽກໃນຕໍ່ໜ້າ ໃຫ້ໄດ້ຮັບປະສິດທິພາບ ແລະປະສິດທິຜົນ ຕາມແຜນການຂອງໂຄງການໄດ້ວາງໄວ້.
ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ XVI ແລະຝຶກອົບຮົມວຽກງານພັກ-ພະນັກງານ ຫຼັກສູດ 5 ວັນຊຸດທີ XII
ໃນຕອນບ່າຍວັນທີ 25 ກຸມພາ 2019 ຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້, ກົມຈັດຕັ້ງ ແລະພະນັກງານ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນຊຸດທີ XVI ແລະຝຶກອົບຮົມວຽກງານພັກ-ພະນັກງານ ຫຼັກສູດ 5 ວັນຊຸດທີ XII ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງອົງຄະນະພັກກະຊວງກະສິກໍາ ແລະປ່າໄມ້ ຂຶ້ນ ໃຫ້ກຽດເປັນປະທານໂດຍ ສະຫາຍ ປອ. ລຽນ ທີແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ເປັນກຽດເຂົ້າຮ່ວມໂດຍສະຫາຍ ປອ. ນ. ໄກສອນ ຈັນສີດາ ຫົວໜ້າກົມວິຊາການ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ. ພ້ອມດ້ວຍແຂກຖືກເຊີນ ແລະນັກສໍາມະນາກອນເຂົ້າຮ່ວມ.
ສະຫາຍ ເພັດສະໝອນ ຖານາສັກ ຮອງຫົວໜ້າກົມຈັດຕັ້ງ ແລະພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບໃຫ້ຮູ້ວ່າ: ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ເລີ່ມແຕ່ວັນທີ 17 ທັນວາ 2018 ຫາ 25 ກຸມພາ 2019 ເປັນເວລາ 50 ວັນມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 50 ສະຫາຍ, ຍິງ 18 ສະຫາຍ ຊື່ງມາຈາກສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ 3 ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງອົງຄະນະພັກກະຊວງກະສິກໍາ ແລະປ່າໄມ້. ດ້ານເນື້ອໃນຫຼັກສູດແບ່ງອອກເປັນ 5 ພາກວິຊາ, ມີ 37 ບົດຄື: ພາກວິຊາປັດຊະຍາ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ ແລະວິີຊາກໍ່ສ້າງພັກ. ສໍາລັບຝຶກອົບຮົມວຽກງານພັກ-ພະນັກງານ ຫຼັກສູດ 5 ວັນ ປະກອບມີເອກະສານວຽກພັກ-ພະນັກງານ, ວຽກແຂ່ງຂັນຍ້ອງຍໍ, ວຽກງານປະກັນສັງຄົມ ແລະວຽກງານການປະຕິບັດນະໂຍບາຍຊື່ງມີທັງໝົດ 14 ບົດ. ໃນພິທີສະຫາຍ ປອ. ນ. ໄກສອນ ຈັນສີດາ ຫົວໜ້າກົມວິຊາການ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ແລະ ຕໍ່ມາ ສະຫາຍ ປອ. ລຽນ ທີແກ້ວ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນການຝຶກອົບຮົມວຽກງານພັກ-ພະນັກງານ ຫຼັກສູດ 5 ວັນຊຸດທີ XII ພ້ອມທັງໃຫ້ກຽດໂອ້ລົມຊີ້ນໍາໃຫ້ ນັກສໍາມະນາກອນທີ່ໄດ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ ຈົ່ງກໍາແໜ້ນແນວຄິດການເມືອງຢ່າງໜັກແໜ້ນ ເພື່ອຍົກລະດັບວິຊາຄວາມຮູ້ຂອງຕົນ ພ້ອມທັງນໍາເອົາບົດຮຽນທີ່ໄດ້ຮຽນມາໄປຜັນຂະຫຍາຍໃນໜ້າວຽກທີ່ຕົນເອງຮັບຜິດຊອບໃຫ້ໄດ້ຮັບຜົນສໍາເລັດໃນຕໍ່ໜ້າ.
ຂ່າວແລະພາບໂດຍ: ພະແນກໂຄສະນາ ແລະ ຂ່າວສານ