ຂ່າວ

ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ຢູ່ບ້ານ ປາງສາ, ເມືອງ ນາໝໍ້, ແຂວງ ອຸດົມໄຊ

ໃນວັນທີ 14 ມັງກອນ 2022 ຜ່ານມາ, ທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອຳນວຍການບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຄະນະ ໄດ້ນຳເອົາເຄືື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ໃນຄອບຄົວ ແລະ ອຸປະກອນການຮຽນຈໍານວນໜຶ່ງ ທີ່ຮິບໂຮມຈາກການບໍລິຈາກຂອງພາກສ່ວນຕ່າງໆ ມອບໃຫ້ຄອບຄົວທຸກຍາກ ຈຳ​ນວນ 12 ຄອບຄົວ, ຢູ່ບ້ານ ປາງສາ, ເມືອງ ນາໝໍ້, ແຂວງ ອຸດົມໄຊ ໃນໄລຍະທີ່ລົງໄປເຄື່ອນໄຫວຊຸກຍູ້ວຽກງານຢູ່ພື້ນທີ່ເປົ້າໝາຍຂອງໂຄງການ ທລຍ. ເຄື່ອງຊ່ວຍເຫຼືອທີ່ມອບໃຫ້ໃນຄັ້ງນີ້ ປະກອບມີ: ເຄື່ອງນຸ່ງເດັກນ້ອຍ ອາ​ຍຸ 4-6 ປີ ​ຈຳ​ນວນ 1 ແກັດ, ເຄື່ອງນຸ່ງເດັກນ້ອຍ ອາ​ຍຸ 5-8 ປີ ​ຈຳ​ນວນ 1 ແກັດ, ເຄື່ອງນຸ່ງເດັກ​ນ້ອຍ ອາ​ຍຸ 8-9 ປີ ​ຈຳ​ນວນ 1 ແກັດ, ເຄື່ອງນຸ່ງເດັກນ້ອຍ ອາ​ຍຸ 5-10 ປີ ຈຳ​ນວນ 4 ແກັດ, ເກີບເດັກນ້ອຍ ອາ​ຍຸ 5-10 ປີ ​ຈຳ​ນວນ 2 ແກັດ, ເສື້ອຜູ້ໃຫຍ່ ຈຳ​ນວນ 1 ຖົງ, ກະເປົານັກຮຽນ ​ຈຳ​ນວນ 1 ແກັດ, ຜ້າຫົ່ມໃຫຍ່ ຈຳ​ນວນ 1 ຖົງ, ເສື້ອຊ້ອນໃນ ຈຳ​ນວນ 2 ຖົງ ແລະ ໄຟສາຍ ຈຳ​ນວນ 4 ໂຫຼ, ລວມເປັນມູນຄ່າ​ທັງ​ໝົດ 5 ລ້ານກວ່າກີບ. Continue reading

ບ້ານ ອາສົກໃຫຍ່ ມີນໍ້າພຽງພໍໃນການຜະລິດກະສິກໍາ

ໃນປີ 2021 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບທຶນສົມທົບຈາກລັດຖະບານລາວ ລວມທັງໝົດ 2 ຕື້ກວ່າກີບ ເພື່ອຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ 3 ເມືອງ ຂອງແຂວງ ສາລະວັນ ຄື: ເມືອງ ຕຸ້ມລານ, ຕະໂອ້ຍ ແລະ ເມືອງ ສະໝ້ວຍ. ຊຶ່ງເປັນເມືອງພູດອຍ ແລະ ນອນໃນແຜນພັດທະນາເມືອງທຸກຍາກ ຂອງແຂວງ ສາລະວັນ. Continue reading

ຂ່າວສານທີ່ໜ້າສົນໃຈກ່ຽວກັບອະນາຄົດ ຂອງການປູກພືດໃນລາວ ທີ່ທຸກຄົນສາມາດເຂົ້າເຖິງໄດ້

ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ (ໂຄງການ ຊາມິສ).  ໂດຍການສະໜັບສະໜູນທຶນຈາກອົງການສິ່ງແວດລ້ອມໂລກ (GEF) ໄດ້ສ້າງແຜນທີ່ຄວາມເໝາະສົມຂອງທີ່ດິນສຳຫຼັບພືດປູກຂຶ້ນ. ພາຍໃຕ້ການຊີ້ນຳດ້ານເຕັກນິກວິຊາການ ຈາກສູນຂໍ້ມູນຂ່າວສານທາງພູມມີສາດ, ສະຖານບັນເຕັກໂນໂລຊີແຫ່ງອາຊີ, ປະ ເທດໄທ (AIT) ແລະ ຊ່ຽວຊານຈາກອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ FAO. Continue reading

ກອງປະຊຸມສະຫຼຸບວຽກງານໂຄງການ ທລຍ ປະຈໍາປີ 2021 ແລະ ວາງແຜນການ ປີ 2022 ຂອງເມືອງໃໝ່

ໃນວັນທີ 11 ມັງກອນ 2022 ຜ່ານມາ, ກອງປະຊຸມສະຫຼຸບວຽກງານໂຄງການ ທລຍ ປະຈໍາປີ 2021 ແລະ ວາງແຜນ ການ ປີ 2022 ປະຈໍາເມຶອງໃໝ່ ໄດ້ຈັດຂື້ນທີ່ສະໂມສອນຂອງເມືອງໃໝ່, ແຂວງຜົ້ງສາລີ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເລີດ ອີນແກ້ວ, ຮອງເຈົ້າເມືອງເມືອງໃໝ່, ຜູ້ຊີ້ນໍາຂົງເຂດເສດຖະກິດ ແລະ ວຽກງານ ທລຍ ເມືອງໃໝ່ ແລະ ການເຂົ້າຮ່ວມຂອງ ທ່ານ ໄນເພັດ ບູບຜາ, ຜູ້ປະສານງານ ທລຍ ແຂວງຜົ້ງສາລີ, ບັນດາຫົວຫນ້າຫ້ອງການທີ່ກ່ຽວຂ້ອງ, ທີມງານ ທລຍ ຂັ້ນເມືອງ, ຂັ້ນບ້ານ ລວມທັງໝົດ 59 ຄົນ, ຍິງ 21 ຄົນ. Continue reading

ຄວາມສ່ຽງອຸຕຸກະເສດ ອາກາດຮ້ອນເອົ້າ ແລະ ໜາວເຢັນ ເມື່ອໃດມັນເກີດຂຶ້ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມືເຮັດວຽກປະສານງານ ກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ (ສູນປ້ອງກັນພືດ), ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້. ໄດ້ຮ່ວມກັນພັດທະນາລະບົບບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ, ພາຍໃຕ້ການສະ​ໜັບສະ​ໜູນທຶນຮອນ ແລະ ເຕັກນິກ ຈາກອົງການອາຫານ ແລະ ​ການກະ​ເສດແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ. Continue reading

ວິ​ທີ​ການ​ນຳ​ໃຊ້​ລະ​ບົບ​ຂໍ້​ມູນ​ການ​ຕິດ​ຕາມ​ໂຄງ​ການ (PROMIS)

​ລະ​ບົບ​ຂໍ້​ມູນ​ການ​ຕິດ​ຕາມ​ໂຄງ​ການ (PROMIS) ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 13 ມັງ​ກອນ 2022 ນີ້

 

ຄວາມສ່ຽງອຸຕຸກະເສດ ອາກາດຮ້ອນເອົ້າ ແລະ ໜາວເຢັນ ກັບວິທີການໃຫ້ຄຳແນະນຳການລ້ຽງສັດ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມືເຮັດວຽກປະສານງານກັບ ກະຊວງກະສິກຳ ແລະ ປ່າໄມ້ ເປັນ​ຕົ້ນ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ (ສູນປ້ອງ​ກັນພືດ), ໄດ້ຮວ່ມກັນພັດທະນາລະບົບບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ ພາຍໃຕ້ການສະ​ໜັບສະ​ໜູນທຶນ ແລະ ເຕັກນິກຈາກ ອົງການ ອາຫານ ແລະ ​ການກະ​ເສດ ແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ. Continue reading

ພິທີມອບ-ຮັບ ອາຄານອາເນກປະສົງ ແລະ ອຸປະກອນຫ້ອງທົດລອງ ໃຫ້ໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ

ໂຄງ​ການ​ພັດ​ທະ​ນາ ແລະ ປັບ​ປຸງ​ເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດ​ພືດ​ຜັກ ຢູ່​ເຂດ​ເມືອງ ຫາດ​ຊາຍ​ຟອງ ແມ່ນ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນ​ຈາກ ກະ​ຊວງ​ກະ​ສິ​ກຳ, ອາ​ຫານ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຂອງ ສ.ເກົາຫຼີ ໂດຍ​ຜ່ານ​ລັດ​ວິ​ສາ​ຫະ​ກິດ​ຊຸມ​ຊົນ-ຊົນ​ນະ​ບົດ ສ.ເກົາຫຼີ (KRC), ຈຳ​ນວນ 3.478.260 ໂດ​ລາ​ສະ​ຫະ​ລັດ ຫຼື ເທົ່າ​ກັບ 4.000.000.000 ວອນ. ໄລ​ຍະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ແມ່ນ 04 ປີ (2019-2022). Continue reading

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ