ຄວາມໜາຍ ແລະ ການນຳໃຊ້ ຄ່າດັດສະນີອຸນຫະພູມຄວາມຮອ້ນສະສົມ (GDD) ຈາກລະບົບອຸຕຸກະເສດ ສປປ ລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມື ເຮັດວຽກປະສານງານ ກັບ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ຄື: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ (ສູນປ້ອງກັນພືດ). ໄດ້ຮວ່ມກັນພັດທະນາລະບົບບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ ພາຍໃຕ້ການສະ​ໜັບສະ​ໜູນທຶນຮອນ ແລະ ເຕັກນິກຈາກອົງການອາຫານ ແລະ ​ການກະ​ເສດແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ.

ລະບົບອຸຕຸກະເສດ ຂອງ ສປປ ລາວ ແມ່ນລະບົບ ເ​ວັບ ແລະ ​ແອັບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ໆ ມີອິນເຕີເນັດ ໂດຍຜ່ານທາງໂມບາຍໂຟນ ແລະ ຄອມພິວເຕີ້. ການບໍ​ລິ​ການຂໍ້​ມູນອຸ​ຕຸ​ກະ​ເສດ ແມ່ນອົງປະ​ກອບເຫຼັກອັນ ໜຶ່ງຂອງລະ​ບົບ ທີ່ປະ​ກອບດ້ວຍບົດຂ່າວອຸ​ຕຸກະ​ເສດ (ປະ​ຈຳອາທິດ ແລະ ປະ​ຈຳເດືອນ), ດັດສະ​ນີອຸ​ຕຸກະ​ເສດ ແລະ ແຜນທີ່ຄວາມສ່ຽງສະ​ພາບແຫ້ງແລ້ງ ແລະ ອາກາດຮ້ອນເອົ້າ. ບັນດາຄວາມສ່ຽງອຸຕຸ​ກະ​ເສດທັງໜົດ ມີ 6 ດັດສະນີຕົວຊີ້ ວັດ ຄື: ຄ່າດັດສະ​ນີອຸນຫະ​ພູມຄວາມຮ​ອ້ນສະ​ສົມ ຫຼື GDD, ນ້ຳຝົນ, ໄພ​ແຫ້ງແລ້ງ, ອາດກາດຮ້ອນເອົ້າ, ອາກາດໜາວ ເຢັນ ແລະ ສັດລ້ຽງກັ​ບອາກາດຮ້ອນເອົ້າ.

ອຸນຫະ​ພູມສະ​ສົມໃນປີ ຄ່າດັດສະ​ນີອຸນຫະ​ພູມຄວາມຮ​ອ້ນສະ​ສົມ ຫຼື GDD ເປັນຂໍ້​ມູນທີ່ສຳຄັນໃຫ້ແກ່ນັກຊ່ຽວ ຊານທາງກະ​ສິກຳນຳໃຊ້ ເພື່ອສຶກສາເບິ່ງວ່າສະ​ພາບອາກາດແຕ່ລະ​ໄລ​ຍະອົບອຸຸ່ນ ພຽງພໍກັບການຈະ​ເລີນເຕີບໂຕ​ຂອງ​ພືດ ຕາມມາດຖານການຂະ​ຫ​ຍາຍຕົວຂອງພືດຕາມອຸນຫະ​ພູມ. ມາດຖານກຳນົດຄ່າດັດສະ​ນີ ການສະ​ສົມອຸ​ນຫະ​ພູມໃນປີ ການສະ​ສົມ ແມ່ນເມື່ອໃດທີ່ອຸນຫະ​ພູມສະ​ເລ່ຍໃນມື້ ຫາກສູງກວ່າເກນອຸນຫະ​ພູມມາດຖານ ແມ່ນຈະ​ຖືກລວມເຂົ້າກັນ ເຊັ່ນວ່າ: ການສະ​ສົມອຸນຫະ​ພູມສູງກ່​ວາ 5 ອົງສາເຊ (GDD 5°C) ປະ​ຈຳປີ ແມ່ນອຸນຫະ​ພູມສະ​ເລ່ຍປະ​ຈຳວັນທີ່ສູງກວ່າ 5 ອົງສາ​ເຊ ແມ່ນຈະ​ຖືກສັງລວມສຳລັບທຸກໆມື້ໃນປີ, ການສະ​ສົມອຸນຫະ​ພູມສູງກ່​ວາ 10 ອົງສາເຊ (GDD 10°C) ປະ​ຈຳປີ ແມ່ນອຸນຫະ​ພູມສະ​ເລ່ຍປະ​ຈຳວັນທີ່ສູງກວ່າ 10 ອົງສາ​ເຊ ແມ່ນຈະ​ຖືກສັງລວມສຳລັບທຸກໆມື້ໃນປີ.

ສຳລັບການນຳໃຊ້ຄ່າດັດສະ​ນີດັ່ງກ່​າວນີ້ ອຸນ​ຫະ​ພູມສະ​ສົມປະ​ຈຳປີ ສູງກວ່າ 5 ອົງສາ​ເຊ ແມ່ນນຳໃຊ້ເພື່ອປະ​ເມີນຜົນການຈະ​ເລີນເຕີບໂຕຂອງສາລີ, ຜັກກາດ ແລະ ປະ​ເພດພືດອາຫານສັດ; ສ່ວນອຸນ​ຫະ​ພູມສະ​ສົມປະ​ຈຳປີ ສູງກວ່າ 10 ອົງສາ​ເຊ ໂດຍທົ່ວໄປແມ່ນຖືກນຳໃຊ້ ເພື່ອປະ​ເມີນຜົນການຈ​ະ​ເລີນເຕີບໂຕ ຂອງ ສາລີ, ເຂົ້າ, ໜາກເລັ່ນ, ກາ​ເຟ, ປະ​ເພດພືດຕະ​ກຸນຖົ່ວ ແລະ ການພັດທະ​ນາຂອງແມງ​ໄມ້ສັດຕູ​ພືດ.

ໃນລະ​ບົບອຸ​ຕຸກະ​ເສດຂອງ ສ​ປ​ປ ລາວ ລະ​ບົບ ຫຼັກຊາ ແມ່ນໄດ້ປະ​ມວນຜົນແບບອັດຕະ​ໂນ​ມັດ ຄ່າດັດສະ​ນີສະ​ສົມອຸນຫະ​ພູມປະ​ຈຳປີ ສຳລັບທຸກເມືອງທົ່ວປະ​ເທດ ໃນໜ້າຕ່າງຄ່າດັດສະ​ນີ GDD ແມ່ນໄດ້ສະ​ແດງເສັ້ນກຼາບປຽບ ທຽບລະ​ຫວ່າງຄ່າປັດຈຸ​ບັນ ແລະ ຄ່າຄາດຄະ​ເນ 7 ມື້ຂ້າງໜ້າ ກັບຄ່າໃນປີຜ່ານມາ. ຈາກການປະ​ມວນຜົນຄ່າອຸນຫະ​ພູມສະ​ສົມ GDD ຂອງເມື​ອງ ພູ​ກູດ, ແຂວງ ຊຽງຂວາງ ຄ່າປະ​ມວນຜົນຄາດຄະ​ເນຈາກວັນທີ 25-31 ມັງກອນ 2022 ຈາກເສັ້ນກຼາບໄດ້ສະ​ແດງໃຫ້ເຫັນວ່າ: ປະ​ລິ​ມານຄວາມຮ​ອ້ນອຸນຫະ​ພູມສະ​ສົມ ໃນໄລ​ຍະວັນທີ​ດຽວກັນຄ່າຂອງປີກາຍ ຈະ​ສູງກວ່າຄ່າຄາດຄະ​ເນຂອງປີນີ້ ນັ້ນສະ​ແດງໃຫ້ເຫັນວ່າ: ຮອບວຽນການຈະ​ເລີນເຕີບໂຕຂອງພືດທີ່ປູກ ແລະ ແມງໄມ້ ໃນໄລ​ຍະເວ​ລາດຽວກັນນັ້ນ ສຳລັບປີນີ້ຄາດຄະ​ເນວ່າແກ່ຍາວກວ່າ ປີທີ່ຜ່ານມາ.

ຂໍ້ມູນເພີ້ມເຕີມ:

ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ  ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ຫຼັກຊາ:  www.lacsa.net

ລະບົບເອບປຼີເກເຊີນ ແອນດຼອຍ:   https://play.google.com/store/apps/details?id=com.fao.lacsa_app

ລະບົບເອບປຼີເກເຊີນ ແອບໂປ້:  https://apps.apple.com/sg/app/lacsa/id1573693442

ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່:   https://www.facebook.com/samisdmh.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ