ຝືກອົບຮົມ ກິດຈະກຳການຮີດນົມແບ້ ສົ່ງເສີມໂພຊະນາການໃຫ້ແກ່ແມ່ ແລະ ເດັກ

 

ວັນທີ 19-22 ມີ​ນາ 2022 ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງ ອຸດົມໄຊ ແລະ ແຂວງ ຊຽງຂວາງ ໄດ້ຄັດເລືອກເອົາ 16 ຄອບຄົວ ຈາກບ້ານ ນໍ້າແຊ ແລະ ບ້ານ ປາງສາ, ເມືອງ ນາໜໍ້, ແຂວງ ອຸດົມໄຊ ແລະ ບ້ານ ຮວດ ແລະ ບ້ານ ໃໝ່ກໍຄາຍ, ເມືອງຄຳ, ແຂວງຊຽງຂວາງ ເພື່ອເຂົ້າຮ່ວມຝືກອົບຮົມກິດຈະກໍາຮີດນົມແບ້ ສົ່ງເສີມໂພຊະນາການໃຫ້​ແກ່ແມ່ ແລະ ເດັກ ຢູ່ຟາມຄວາຍນົມ, ແຂວງ ຫຼວງພະບາງ.

ເຂົ້າຮ່ວມຝືກອົບຮົມ ເພື່ອຮຽນຮູ້ວິທີການຮີດນົມແບ້, ການປຸງແຕ່ງ ແລະ ການເກັບຮັກສານົມແບ້ ເພື່ອນຳໄປບໍລິໂພກ ຫຼື ປຸງແຕ່ງໃສ່ອາຫານສໍາລັບແມ່ ແລະ ເດັກ ໃນການເສີມສ້າງສຸຂະພາບ ໃຫ້ສົມບູນແຂງແຮງ ເຕີບໃຫຍ່ຕາມມາດຖານ. ນອກນັ້ນ, ຍັງໄດ້ຮຽນຮູ້ດ້ານເຕັກນິກການເບີ່ງແຍງ​ດູ​ແລແບ້ ກ່ອນເກີດ ແລະ ຫຼັງເກີດ, ວິທີການປີ່ນປົວເວລາແບ້ເຈັບປ່ວຍໃນເບື້ອງຕົ້ນ ໃຫ້ທັນເວລາ ແລະ ການໃຫ້ອາຫານທີ່ດີຕໍ່ແບ້.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ