ການພະຍາກອນລະດູການ 3 ຫາ 6 ເດືອນລ່ວງໜ້າ ຈາກລະບົບອຸຕຸກະເສດ ສປປ ລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມມືເຮັດວຽກປະສານງານກັບ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນປ້ອງກັນພືດ, ກົມປູກຝັງ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້. ໄດ້ຮວ່ມກັນພັດທະນາລະບົບການບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ ພາຍໃຕ້ການສະ​ໜັບສະ​ໜູນທຶນຮອນ ແລະ ເຕັກນິກຈາກ ອົງການອາຫານ ແລະ ​ການກະ​ເສດ ແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ.

ລະບົບອຸຕຸກະເສດ ຂອງ ສປປ ລາວ ແມ່ນລະບົບ ເວ​ັບ ແລະ ແອັບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ ຜ່ານທາງອິນເຕີເນັດດ້ວຍໂທລະ​ສັບມືຖື, ແທັບເລັດ ແລະ ຄອມພິວເຕີ້. ລະ​ບົບ​ປະ​ກອບດ້ວຍ 4 ຊຸດອົງປະ​ກອບຫຼັກ ທີ່ສ​ະ​ແດງແຜນທີ່ຈຸດສັງເກດອາກາດ, ການບໍ​ລິ​ການຂໍ້​ມູນອາກາດ, ການບໍ​ລິ​ການຂໍ້​ມູນອຸ​ຕຸກະ​ເສດ ແລະ ຄຸ້ມ​ຄອງລະ​ບົບ.

ຂໍ້​ມູນການພະ​ຍາກອນລະ​ດູ​ການ ແມ່ນຂໍ້​ມູນໜຶ່ງທີ່ສຳຄັນທີ່ສຸດຂອງລະ​ບົບ ແລະ ເປັນອົງປະ​ກອບອັນໂດດເດັ່ນ ຂອງລະ​ບົບອຸ​ຕຸກະ​ເສດຂອງ ສ​ປ​ປ ລາວ ທີ່ມີຄວາມສາ​ມາດຜະ​ລິດຂໍ້​ມູນພະ​ຍາກອນໂດຍອັດຕະໂນ​ມັດຈາກລະ​ບົບ ແລະ ທຸກຄົນທີ່ສາ​ມາດເຂົ້າເຖິງ​ ໂດຍຜ່ານລະ​ບົບ ທາງອິນເຕີ​ເນັດ ເຊິ່ງຄວາມຊັບຊ້ອນຂອງຂະ​ບວນການພັດທະ​ນາແບບຈຳລອງ ແລະ ປະ​ມວນຜົນທາງວິທະ​ຍາສາດ ແມ່ນໄດ້ຮັບການສະ​ໜັບສະ​ໜູນທາງດ້ານວິຊາການໂດຍກົງ ຈາກສະ​ຖາບັນພູມອາກາດ ອາຊີປາຊີ​ຟິກ (APCC) ປະ​ເທດເກົາຫຼີໃຕ້, ຊີ້ນຳໂດຍໂຄງການສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ  ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ SAMIS ຂອງອົງການອາຫານ ແລະ ການກະ​ເສດ ແຫ່ງສະ​ຫະ​ປະ​ຊາຊາດ. ລະ​ບົບຫຼັກຊາ ແມ່ນຈະ​ໃຫ້ຂໍ້​ມູນພະ​ຍາກອນລະ​ດູ​ການ ໄລ​ຍະ 3 ຫາ 6 ເດືອນຂ້າງໜ້າ ແລະ ຂໍ້​ມູນດັ່ງກ່າວ ແມ່ນຖືກປັບປຸງອັບເດດ​ເປັນປະ​ຈຳ ແບບລາຍເດືອນໂດຍອັດຕາໂນ​ມັດ ຜ່ານ ທາງຂະ​ບ​ວນການປະ​ເມີນຜົນ ແບບຈຳລອງພາຍໃນລະ​ບົບ.

ຈຸດພິເສດທີ່ສຳຄັນຂອງຂໍ້​ມູນພະ​ຍາກອນລະ​ດູ​ການດັ່ງກ່າວ ແມ່ນມີລັກສະ​ນະຕິດແທດກັບສະ​ພາບພູມອາກາດຕົວ ຈິງຂອງ ສ​ປ​ປ ລາວ ແລະ ເປັນຂໍ້​ມູນພະ​ຍາກອນໜຶ່ງ ທີ່ມີຄຸນນະ​ພາບ ແລະ ​ມີຄວາມຊັດເຈນທີ່ສຸດໃນໂລກ, ການຄິດໄລ່ປະ​ມວນຜົນແບບຈຳລອງ ແມ່ນໄດ້ນຳໃຊ້ຂໍ້​ມູນສັງເກດການໄລ​ຍະ 30 ປີ ຈາກສະ​ຖານີຕົວແທນ 18 ສະ​ຖານີ​ລະ​ດັບແຂວງ ທົ່ວປະ​ເທດ ປະ​ສົມປະ​ສານກັບຄ່າປະ​ມວນຜົນຈຳລອງທ​າງດ້ານວິທະ​ຍາສາດ ຈາກສະ​ຖາບັນວິ​ໄຈພູມອາກາດ NMME ໂດຍນຳ ໃຊ້ 7 ແບບຈຳລອງ ປະ​ມວນຜົນຜ່ານໂປຼ​ແກມ R-Script.

ຂໍ້​ມູນພະ​ຍາກອນລະ​ດູ​ການແມ່ນ​ເປັນຂໍ້​ມູນທີ່ມີຄວາມສຳຄັນຫຼາຍ ສຳລັບຊາວກະ​ສິກອນ ແລະ ຂະ​ແໜ່ງການອື່ນໆ ເຊິ່ງສາ​ມາດຮູ້ໄດ້ສະ​ພາບອຸນຫະ​ພູມ ແລະ ນ້ຳຝົນ ໄລ​ຍະ 3 ຫາ 6 ເດືອນລ່ວງໜ້າ ເຮັດໃຫ້ເຂົາເຈົ້າສາ​ມາດນຳເອົາຂໍ້​ມູນດັ່ງ ກ່າວ ເຂົ້າໃນການວາງແຜນຄຸ້ມຄອງຜົນລະ​ປູກຂອງເຂົາເຈົ້າ ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ອັນຕະລາຍ ທີ່ອາດຈະເກີດ​ຈາກສະ​ພາບອາກາດທີ່ບໍ່ອຳນວຍ. ພ້ອມດຽວກັນນັ້ນ, ເຂົາເຈົ້າກໍ່ສາ​ມາດວາງແຜນລ່ວງໜ້າ ກ່ຽວ​ກັບລະ​ດູ​ການປູກຝັງ​ຂອງເຂົາເຈົ້າໄດ້ຈາກຂໍ້​ມູ​ນດັ່ງກ່າວ. ໃນລະ​ບົບອຸ​ຕຸກະ​ເສດ ຂໍ້​ມູນດັ່ງກ່າວນີ້ຖືວ່າເປັນຂໍ້​ມູນພື້ນຖານ ທີ່ນຳໃຊ້ ເຂົ້າໃນຫຼາຍອົງປະ​ກອບ ໃນພາກບໍ​ລິ​ການຂໍ້​ມູ​ນອຸ​ຕຸກະ​ເສດ ເຊິ່ງປະ​ກອບມີ: ບົດຂ່າວອຸ​ຕຸກະ​ເສດປະ​ຈຳເດືອນ, ການໃຫ້ຄຳ ແນະນຳກະ​ສິກຳແບບຊານສະ​ຫຼາດ ຕາມແຕ່​ລະ​ໄລ​ຍະສະ​ພາບອາກາດ, ຄາດຄະ​ເນຄວາມສ່ຽງອຸ​ຕຸກະ​ເສດ (ຄວາມແຫ້ງແລ້ງ ກະ​ສິກຳ, ຝົນຕົກໜັກ, ການລະ​ບາດ ພະ​ຍາດ ແລະ ແມງ​ໄມ້, ອາກາດຮ້ອນເອົ້າ, ອາດກາດໜາວເຢັນ) ແລະ ແຜນທີ່ຄາດຄະ​ເນຄວາມ​ແຫ້ງແລ້ງ ແລະ ສ​ະ​ພາບອາ​ກາດຮ້ອນເອົ້າລະ​ດັບເມືອງທົ່ວປະ​ເທດ.

ການພະຍາກອນລະ​ດູ​ການຈາກລະ​ບົບຫຼັກຊາ ໄລ​ຍະເດືອນ 2 ຫາ ເດືອນ 4/2022 ຊີ້ໃຫ້ເຫັນວ່າ: ສຳລັບອຸນຫະ​ພູມແຂວງ ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ແຂວງ ສະ​ຫວັນນະເຂດ ຄາດຄະ​ເນ ມີສະ​ພາບອຸນຫະ​ພູມຕ່ຳ​ກວ່າເກນປົກກະ​ຕິ ແລະ ແຂວງອື່ນໆ ແມ່ນຢູ່ໃນເກນປົກກະ​ຕິ; ສຳລັບຜົນຄາດຄະ​ເນສະ​ພາບນ້ຳຝົນ ແມ່ນບັນດາແຂວງສ່ວນຫຼາຍທົ່ວປະ​ເທດ ສະ​ແດງສະ​ພາບນ້ຳຝົນຫຼາຍກ່​ວາເກນປົກກະ​ຕິ 5 ແຂວງ ຄື​: ແຂວງ ບໍ່ແກ້ວ, ຄຳມ່​ວນ, ສາ​ລະ​ວັນ, ຈຳປາສັກ ແລະ ແຂວງ ເຊກອງ ເຊິ່ງສະ​ແດງ​ໃຫ້​ເຫັ​ນ​ວ່າ: ມີສະ​ພາບນ້ຳຝົນຢູ່ໃນເກນປົກກະ​ຕິ. ຄວາມສ່ຽງອຸ​ຕຸກະ​ເສດສຳລັບເດືອນ ກຸມພາ 2022 ຊີ້ໃຫ້ເຫັນວ່າ: (1) ຄວາມສ່ຽງພະ​ຍາດ ແຂວງ ວຽງຈັນ ມີຄວາມສ່ຽງລະ​ດັບປານກາງ, (2) ຄວາມສ່ຽງ ການລະ​ບາດແມງ​ໄມ້ ແຂວງ ບໍ່ແກ້ວ ມີຄວາມສ່ຽງລະ​ດັບປານກາງ, (3) ຄວາມສ່ຽງໄພ​ແຫ້ງແລ້ງກະ​ສິກຳ ບໍ່ມີຄວາມສ່ຽງ, (4) ຄວາມ​ສ່ຽງ ສະ​ພາບອາກາດໍຮ້ອນເອົ້າ ແລະ ໜາວເຢັນ ແມ່ນບໍ່ມີຄວາມສ່ຽງ ແລະ (5) ຄວາມສ່ຽງສະ​ພາບຝົນຕົກໜັກ ແຂວງ ຫຼວງນ້ຳທາ, ອຸ​ດົມໄຊ, ຫຼວງພະ​ບາງ, ຫົວພັນ, ຈຳປາ​ສັກ ແລະ ແຂວງ ເຊກອງ ມີຄວາມສ່ຽງລະ​ດັບປານກາງ.

ຂໍ້ມູນເພີ້ມເຕີມ:

ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ  ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ຫຼັກຊາ:  www.lacsa.net

ລະບົບເອບປຼີເກເຊີນ ແອນດຼອຍ:   https://play.google.com/store/apps/details?id=com.fao.lacsa_app

ລະບົບເອບປຼີເກເຊີນ ແອບໂປ້:  https://apps.apple.com/sg/app/lacsa/id1573693442

ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່:   https://www.facebook.com/samisdmh.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ