ຂ່າວ

1 2 3 45

ອົງການ FAO ແລະ ກະຊວງກະສິກຳ-ປ່າໄມ້ ຈັບມືກັນສ້າງອະນາຄົດທີ່ສົດໃສໃຫ້ກັບຂະແໜງຊາລາວ! FAO and Ministry of Agriculture and Forestry Join Forces to Cultivate a Brighter Future for Lao Tea Sector

ນະຄອນຫຼວງວຽງຈັນ, ສປປ ລາວ – 30 ເມສາ 2025 – ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ປະຈຳ ສປປ ລາວ ໄດ້ຈັບມືຮ່ວມກັນກັບ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມປຶກສາຫາລືຄັ້ງສຳຄັນ ເພື່ອລິເລີ່ມການສ້າງແຜນແມ່ບົດແຫ່ງຊາດສຳລັບຂະແໜງຊາລາວ ແລະ ສ້າງຕັ້ງສະມາຄົມຊາລາວຂຶ້ນ. ກອງປະຊຸມຄັ້ງປະຖົມມະເລີກໄດ້ຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນ ໂດຍມີຜູ້ຕາງໜ້າຈາກຫຼາຍພາກສ່ວນສຳຄັນເຂົ້າຮ່ວມ ເພື່ອລະດົມຄວາມຄິດ ເພື່ອມາຊຸກຍູ້ຜັກດັນສັກກະຍະພາບຂອງຂະແໜງກະສິກຳ ທີ່ສຳຄັນນີ້.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ວັນທ່ຽງ ພົມມະສຸລິນ, ຮອງຫົວໜ້າກົມປູກຝັງ, ກະຊວງ ກປ, ແລະ ເປັນປະທານຮ່ວມໂດຍ ທ່ານ ຈັນທະລາດ ປ້ອງມາລາ, ຜູ້ຊ່ວຍຜູ້ຕາງໜ້າອົງການ FAO. ທັງສອງທ່ານໄດ້ເນັ້ນເຖິງຄວາມສຳຄັນຂອງ “ຊາ” ຕໍ່ເສດຖະກິດຂອງ ສປປ ລາວ ເພາະບໍ່ພຽງແຕ່ສ້າງລາຍຮັບໃຫ້ກັບຊາວກະສິກອນ ແຕ່ຍັງສ້າງໂອກາດຢ່າງຫຼວງຫຼາຍໃນຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເຊິ່ງຊາວສວນຊາລາວ ມີຄວາມພູມໃຈກັບມູນເຊື້ອການປູກຊາອັນເກົ່າແກ່, ໂດຍສະເພາະແມ່ນຊາປ່າທຳມະຊາດທີ່ມີເອກະລັກ ອາຍຸຫຼາຍຮ້ອຍປີຈາກພາກເໜືອຂອງປະເທດ ເຊິ່ງມີຊື່ສຽງດ້ານຄຸນນະພາບທີ່ໂດດເດັ່ນໄປທົ່ວໂລກ. ປັດຈຸບັນ, ສປປ ລາວ ມີເນື້ອທີ່ປູກຊາປະມານ 7,800 ເຮັກຕາ ໃນ 8 ແຂວງ, ສາມາດຜະລິດຊາໄດ້ປະມານ 18,400 ໂຕນຕໍ່ປີ ແລະ ມີໂຮງງານປຸງແຕ່ງຮອງຮັບເຖິງ 28 ແຫ່ງ.

ເຖິງວ່າຊາລາວຈະມີຊື່ສຽງ ແຕ່ກໍຍັງມີສິ່ງທ້າທາຍບາງຢ່າງ ເຊັ່ນ: ການຜະລິດຍັງໃຊ້ວິທີແບບພື້ນຖານ ແລະ ການເຂົ້າເຖິງຕະຫຼາດກໍຍັງມີຂໍ້ຈຳກັດ. ດ້ວຍເຫດນີ້, ການລິເລີ່ມ ຈິ່ງໄດ້ມີຈຸດປະສົງເພື່ອປູທາງໄປສູ່ອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ. ກອງປະຊຸມ ຖືເປັນການເປີດໂຄງການຢ່າງເປັນທາງການ ເພື່ອ:

  • ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານລັດ ແລະ ຜູ້ທີ່ກ່ຽວຂ້ອງ.
  • ສ້າງແຜນແມ່ບົດຊາລາວທີ່ມີເຂນື່ອໃນຄົບຖ້ວນ ໂດຍຜ່ານການເກັບກຳຂໍ້ມູນຢ່າງລະອຽດ, ການວິເຄາະຕ່ອງໂສ້ມູນຄ່າ ແລະ ການປະເມີນທີ່ດິນທີ່ເໝາະສົມສຳລັບການຜະລິດຊາຄຸນນະພາບສູງ.
  • ສ້າງຕັ້ງ “ສະມາຄົມຊາລາວ” ໃຫ້ເປັນເວທີໃຈກາງໃນການປະສານງານ, ສົ່ງເສີມ ແລະ ຮ່ວມມືກັນພາຍໃນອຸດສາຫະກຳຊາທັງພາຍໃນ ແລະ ຕ່າງປະເທດ.

ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມໄດ້ປຶກສາຫາລືກັນຢ່າງເລິກເຊິ່ງ ເພື່ອປັບປຸງແຜນການຈັດຕັ້ງປະຕິບັດໂຄງການໃຫ້ດີຍິ່ງຂຶ້ນ, ເຊິ່ງລວມມີກິດຈະກຳສຳຄັນ ເຊັ່ນ: ການຈັດກອງປະຊຸມຝຶກອົບຮົມ, ການເກັບກຳຂໍ້ມູນ, ການສຳຫຼວດທີ່ດິນ, ການສຶກສາຕ່ອງໂສ້ມູນຄ່າ ແລະ ການວາງແຜນລະອຽດເພື່ອສ້າງຕັ້ງສະມາຄົມ ແລະ ຮ່າງແຜນແມ່ບົດ.

ທ່ານ ວັນທ່ຽງ ພົມມະສຸລິນ ຈາກກະຊວງ ກປ ໄດ້ກ່າວວ່າ: “ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອກ້າວໄປສູ່ການອະນຸມັດເຫັນດີ ແລະ ສ້າງຕັ້ງ ສະມາຄົມຊາລາວ ແລະ ແຜນແມ່ບົດພັດທະນາຊາ ຢ່າງເປັນທາງການ.”

ທ່ານ ຈັນທະລາດ ປອງມາລາ ຈາກອົງການ FAO ກໍໄດ້ກ່າວເສີມອີກວ່າ: “ພວກເຮົາໝັ້ນໃຈວ່າ ຜ່ານການແລກປ່ຽນຄວາມຮູ້, ປະສົບການ ແລະ ຄວາມຕັ້ງໃຈຮ່ວມກັນ, ພວກເຮົາຈະສາມາດສ້າງຄວາມເຂົ້າໃຈອັນເລິກເຊິ່ງ ເພື່ອເຮັດໃຫ້ແຜນແມ່ບົດມີເນື່ອໃນຄົບຖ້ວນ ແລະ ສ້າງສະມາຄົມຊາລາວທີ່ເຂັ້ມແຂງ, ເໝາະສົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນໃນເງື່ອນໄຂຂອງ ສປປ ລາວ.”

ການຮ່ວມມືຄັ້ງນີ້ລະຫວ່າງ ອົງການ FAO ແລະ ກະຊວງ ກປ ສະແດງໃຫ້ເຫັນເຖິງວິໄສທັດຮ່ວມກັນ ເພື່ອອະນາຄົດຂອງຂະແໜງຊາລາວທີ່ມີການຈັດຕັ້ງທີ່ດີ, ມີຄວາມກ້າວໜ້າ ແລະ ຍືນຍົງ ເຊິ່ງຈະຊ່ວຍຊຸກຍູ້ການເຕີບໂຕທາງເສດຖະ ກິດ, ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊົນນະບົດຂອງປະເທດເຮົາ.

ຕິດຕໍ່:

ນາງ ສະເໜອຳໄພ ພຣະໄຊຍະມົງຄຸນ – ຜູ້ປະສານງານໂຄງການ

ໂຄງການ TCP/LAO/3902 – ໂຄງການພັດທະນາແຜນແມ່ບົດຊາ

ອີເມວ: sneamphay.phrasayamongkhounh@fao.org

VIENTIANE, Lao PDR – 30 April 2025 – The Food and Agriculture Organization of the United Nations (FAO) in Lao People’s Democratic Republic, in collaboration with the Department of Agriculture of the Ministry of Agriculture and Forestry (MAF), convened a pivotal consultation meeting to initiate the development of a national Master Plan for the Lao tea sector and the establishment of a dedicated Lao Tea Association. The meeting, held in Vientiane, brought together key stakeholders committed to unlocking the full potential of this vital agricultural sector.

The consultation was chaired by Mr. Vanthieng Phommasoulin, Deputy Director General of the Department of Agriculture, MAF, and co-chaired by Mr. Chanthalath Pongmala, Assistant FAO Representative. Both emphasized the significant role of tea in Lao PDR’s economy, providing livelihoods for farmers and offering considerable opportunities for both domestic and international markets. Lao PDR’s rich tea heritage, particularly its unique, centuries-old wild tea varieties from the northern regions, is recognized globally for its distinctive quality. Currently, tea cultivation spans approximately 7,800 hectares across eight provinces, yielding around 18,400 tons, supported by 28 processing facilities.

Recognizing the existing challenges within the sector, including prevalent basic production methods and market access limitations, the initiative aims to pave the way for a more structured and prosperous future. The consultation marks the official commencement of project activities designed to:

  • Enhance the capabilities of government personnel and relevant stakeholders.
  • Formulate a comprehensive Tea Master Plan for Lao PDR through rigorous data collection, value chain analysis, and assessments of suitable land for quality tea production.
  • Establish the Lao Tea Association as a foundational institution to foster coordination, promotion, and collaborative efforts within the tea industry.

Discussions during the meeting focused on refining the project’s implementation strategy, encompassing crucial activities such as capacity-building workshops, data gathering, land surveys, value chain studies, and the detailed planning for the establishment of the association and the drafting of the master plan.

“This consultation meeting represents a significant step towards the official endorsement and establishment of both the Lao Tea Association and the Tea Development Master Plan,” affirmed Mr. Vanthieng Phommasoulin of MAF.

Mr. Chanthalath Pongmala of FAO added, “We are confident that through shared knowledge, experience, and dedication, we can generate valuable insights to strengthen the master plan and build a robust and relevant Lao Tea Association that can be effectively implemented within the Lao PDR context.”

This joint initiative by FAO and MAF underscores a shared vision for a more organized, prosperous, and sustainable future for the Lao tea sector, contributing to economic growth, poverty reduction, and rural development in the country.

Contact:

Ms. Sneamphay Phrasayamongkhounh – National Project Technical Support Officer

TCP/LAO/3902 – Tea Master Plan Development project

Email: sneamphay.phrasayamongkhounh@fao.org

 

ການເຜີຍແຜ່ຮ່າງເອກະສານກ່ຽວກັບ ວຽກງານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ESF

ການເຜີຍແຜ່ຮ່າງເອກະສານກ່ຽວກັບ ວຽກງານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ESF:

ລັດຖະບານແຫ່ງ ສປປ ລາວ ໄດ້ເຂົ້າເຖິງທຶນການຊ່ວຍເຫຼືອ 37 ລ້ານໂດລາສະຫັດ ຂອງສະມາຄົມພັດທະນາສາກົນ ຫຼື ທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພສະນາການໃນຊົນນະບົດໃນໄລຍະ 2 (RRPM II, ໃນນີ້ໄດ້ເອີ່ນວ່າ: ”ໂຄງການ”). ໂຄງການດັ່ງກ່າວຈະກວມເອົາ 7 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ອຸດົມໄຊ, ຜົ້ງສາລີ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ. ໂດຍກະຊວງກະສິກຳແລະ ປ່າໄມ້ ຈະໄດ້ຈັດຕັ້ງປະຕິບັດຜ່ານ ກົມພັດທະນາຊົນນະບົດ ໂດຍຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ເຊິ່ງຈັດຕັ້ງປະຕິບັດຜ່ານສະຖາບັນຄົ້ນຄວ້າການພັດທະນາ. ຕາມຄວາມຮຽກຮ້ອງຕ້ອງການຂອງທະນາຄານໂລກ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກະກຽມເອກະສານຕໍ່ໄປນີ້ກ່ອນການຈັດຕັ້ງປະຕິບັດໂຄງການໄລຍະທີ່ສອງ: Continue reading

ປະຫວັດຄວາມເປັນມາຂອງຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກໍາ ແລະ ປ່າໄມ້ ປີ ຄ.ສ 1965- ປີ ຄ.ສ2024

ປື້ມປະຫວັດຄວາມເປັນມາຂອງຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກໍາ ແລະ ປ່າໄມ້ ປີ ຄ.ສ 1965 – ປີ ຄ.ສ 2024

ດາວໂຫລດຟາຍ:ປະຫວັດຄວາມເປັນມາຂອງຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກໍາ ແລະ ປ່າໄມ້ ປີ ຄ.ສ 1965- ປີ ຄ.ສ 2024

ສາມາດເຂົ້າອ່ານປື້ມສະບັບເຕັມໄດ້ທີ່ລິ້ງດ້ານລຸ່ມນີ້https://www.maf.gov.la/%e0%ba%a7%e0%ba%b2%e0%ba%a5%e0%ba%b0%e0%ba%aa%e0%ba%b2%e0%ba%99/

 

ເມື່ອຫວນຄືນເຖິງຂະບວນວິວັດແຫ່ງການຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ໄລຍະ 59 ປີຜ່ານມາ ເຫັນວ່າ ໄດ້ມີການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ຕິດພັນກັບການດໍາລົງຊີວິດຂອງປະຊາຊົນລາວ, ຕິດພັນຢ່າງແໜ້ນແຟ້ນກັບຂະບວນ ການຕໍ່ສູ້ກູ້ຊາດໃນທຸກຍຸກທຸກສະໄໝ ໄດ້ປະກອບສ່ວນສໍາຄັນຕໍ່ຜົນ ສຳເລັດຂອງການປະຕິວັດໃນແຕ່ລະໄລຍະຕະຫຼອດມາ. ພາຍຫຼັງປະ ເທດຊາດໄດ້ຮັບການສະຖາປະນາເປັນ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975, ເປັນໄລຍະແຫ່ງ
ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ແນໃສ່ຮັບໃຊ້ແນວທາງນະໂຍບາຍຂອງພັກ ແລະ ລັດ, ຮັບໃຊ້ການສ້າງຕັ້ງອໍານາດການປົກຄອງໃໝ່, ຟື້ນຟູເສດຖະກິດ, ຮຳບາດແຜສົງຄາມ, ຂະແໜງຜະລິດກະສິກຳ, ປ່າໄມ້ ແລະ ຊົນລະປະທານ ໃນເວລານັ້ນໄດ້ກຳນົດໜ້າທີ່ການເມືອງ ແລະ ຈັດຕັ້ງປະຕິບັດການປະຕິວັດທັງ 3 ປະການໄປພ້ອມໆກັນຄື: 1) ການປະຕິວັດແຫ່ງການຜະລິດ, 2) ການປະຕິວັດທາງດ້ານວິທະຍາສາດ-ເຕັກນິກ, 3) ການປະຕິວັດທາງດ້ານແນວຄິດ-ວັດທະນະທໍາ, ອອກແຮງຟື້ນຟູ ແລະ ຂະຫຍາຍເສດຖະກິດ, ຈັດຕັ້ງການຜະລິດຄືນໃໝ່ໂດຍຖືເອົາກະສິກໍາ-ປ່າໄມ້ ເປັນພື້ນຖານເພື່ອຂະຫຍາຍອຸດສາຫະກໍາ, ເຊິ່ງໄດ້ຫັນເອົາການຜະລິດແບບທໍາມະຊາດກະແຈກກະຈາຍຫັນມາເປັນການຜະລິດຂະໜາດໃຫຍ່ ນໍາໃຊ້ເຕັກນິກວິຊາການທາງດ້ານກະເສດສຸມເທື່ອລະກ້າວ, ໂດຍຖືເອົາການຫັນເປັນອຸດສາຫະກໍາເປັນໜ້າທີ່ໃຈກາງຕະຫຼອດໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ, ກໍ່ສ້າງລະບອບເປັນເຈົ້າລວມໝູ່ສູ່ສັງຄົມນິຍົມ, ໄດ້ເອົາໃຈໃສ່ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ ເຂົ້າສູ່ການເຄື່ອນໄຫວວຽກງານຕົວຈິງຂອງຂະແໜງການກະສິກຳ ແລະ ປ່າໄມ້, ສາມາດປະຕິບັດໜ້າທີ່ການເປັນເສນາທິການດ້ານການຜະລິດກະສິກຳ ພ້ອມທັງປະກອບສ່ວນໃນການຜະລິດສະບຽງອາຫານ, ວຽກງານຫຼຸດຜ່ອນຄວາມທຸກຍາກ, ວຽກງານຄຸ້ມຄອງປ່າໄມ້. ຕະຫຼອດໄລຍະຜ່ານມາ ສາມາດເວົ້າໄດ້ວ່າ ພວກເຮົາມີຄວາມເອກອ້າງຕໍ່ບັນດາຜົນສໍາເລັດແຫ່ງການເຄື່ອນໄຫວວຽກງານຂອງຂະແໜງການກະສິກຳ ແລະ ປ່າໄມ້ ທີ່ໄດ້ຮັບການພັດທະນາ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ດັ່ງນັ້ນ, ໃນໂອກາດ ຮຽບຮຽງປະຫວັດຄວາມເປັນມາຂອງ ຖໍ້າກະສິກໍາ ແລະ ຜົນງານກະຊວງກະສິກຳ ແລະ ປ່າໄມ້, ພວກເຮົາຈຶ່ງໄດ້ຮຽບຮຽງຈັດພິມເຜີຍແຜ່ປື້ມຫົວນີ້ອອກມາເປັນຄັ້ງທໍາອິດເພື່ອເປັນການຫວນຄືນປະຫວັດສາດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ເຊິ່ງແມ່ນຜົນງານການປະກອບສ່ວນຢ່າງໃຫຍ່ຫຼວງ ຂອງພະນັກງານການນໍາທຸກຂັ້ນ, ພະນັກງານລັດຖະກອນທັງໝົດໃນຂະແໜງການກະສິກຳ ແລະ ປ່າໄມ້ ແຕ່ອາດີດມາເຖິງປັດຈຸບັນ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ມາຍັງການນໍາຂັ້ນສູງຂອງພັກ-ລັດ ທີ່ຍາມໃດກໍໍ່ໄດ້ໃຫ້ ການຊີ້ນໍາຢ່າງໃກ້ຊິດແກ່ຂະແໜງການກະສິກຳ ແລະ ປ່າໄມ້ ຂອງພວກເຮົາຕະຫຼອດມາ, ເຮັດໃຫ້ພວກເຮົາສາມາດປະຕິບັດໜ້າທີ່ການເມືອງຂອງຕົນໄດ້ຢ່າງມີຜົນສໍາເລັດອັນຈົບງາມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ກຳນົດໄວ້. ພວກເຮົາຂໍຢືນຢັນວ່າພາຍໃຕ້ການຊີ້ນໍາຂອງຄະນະພັກ-ຄະນະນໍາທຸກຂັ້ນ ແລະ ຄວາມບຸກບືນຫ້າວຫັນຂອງພະນັກງານຂະແໜງການກະສິກຳ ແລະ ປ່າໄມ້, ພວກເຮົາຈະສືບຕໍ່ເສີມຂະຫຍາຍບົດຮຽນ ແລະ ແບບຢ່າງອັນດີງາມ ຂອງບັນດາພະນັກງານການນໍາຫຼັກແຫຼ່ງຮຸ່ນກ່ອນທີ່ໄດ້ສ້າງໄວ້ໃຫ້ກາຍເປັນມູນເຊື້ອອັນດີງາມ ແລະ ກາຍເປັນມູນມໍລະດົກຕົກທອດແກ່ພະ ນັກງານຂອງຂະແໜງການກະສິກຳ ແລະ ປ່າໄມ້ ໃນຮຸ່ນຕໍ່ໄປ.
ພວກເຮົາເຊື່ອໝັ້ນວ່າ ປື້ມຫົວນີ້ຈະເປັນແຫຼ່ງຂໍ້ມູນທີ່ສໍາຄັນ ແລະ ເປັນຊັບສົມບັດທີ່ມີຄ່າ ໃຫ້ແກ່ການຮຽນຮູ້ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຂະບວນວິວັດແຫ່ງການກຳເນີດ ແລະ ການຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ໂດຍສະເພາະພະນັກງານ ໃນຂົງເຂດກະສິກຳ ແລະ ປ່າໄມ້ ກໍ່ຄືປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເພື່ອເປັນບົດຮຽນໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ. ພ້ອມນີ້, ກ່ໍຫວັງວ່າປື້ມຫົວນີ້ຈະເປັນແຮງກະຕຸກຊຸກຍູ້ໜຶ່ງເຮັດໃຫ້ພະນັກງານຮຸ່ນປັດຈຸບັນ ແລະ ຮຸ່ນສືບທອດສືບຕໍ່ພາລະກິດໃນການພັດທະນາຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ດີຍິ່ງຂຶ້ນໄປໃນອະນາຄົດ.
ປື້ມເຫຼັ້ມນີ້ ແມ່ນໝາກຜົນຂອງການລວມຍອດຂອງການຂຸດຄົ້ນ, ເກັບກໍາ, ຄົ້ນຄວ້າວິໄຈ ເລືອກເຟັ້ນ ແລະ ສັງລວມບັນດາຂໍ້ມູນຈາກຫຼາຍພາກສ່ວນ, ການຈັດຕັ້ງ ແລະ ລວມທັງຈາກບຸກ ຄົນທີ່ໄດ້ເຄື່ອນໄຫວວຽກງານດັ່ງກ່າວໃນເວລານັ້ນ ລວມທັງຄໍາເຫັນສໍາພາດຕ່າງໆ ແຕ່ກໍ່ຄົງປາສະ ຈາກບໍ່ໄດ້ຂໍ້ຜິດພາດຂາດຕົກບົກຜ່ອງ.
ດັ່ງນັ້ນ, ຄະນະຮຽບຮຽງ ແລະ ຈັດພິມປື້ມເຫຼັ້ມນີ້ຫວັງຢ່າງຍິ່ງວ່າ ຈະໄດ້ຮັບຄໍາຕໍານິຕິຊົມຈາກຜູ້ອ່ານເພື່ອຊ່ວຍປັບປຸງໃຫ້ມີຄວາມສົມບູນກວ່າເກົ່າ.

ພິທີເຊັນສັນຍາ​ MOA​ ຮ່ວມມືລາວ-ຈີນ​ ດ້ານການກວດກາ ແລະຢັ້ງຢືນ​ຜະລິດຕະພັນ​ກະສິກໍາ,​ປ່າໄມ້ ແລະ ສະບຽງອາຫານ

ໃນວັນ​ທີ 8 ຕຸລາ 2024 ​ນີ້, ກົມ​ແຜນການ ​ແລະ​ ການ​ຮ່ວມ​ມື​ ກະຊວງ​ກະສິກຳ ​ແລະ ​ປ່າ​ໄມ້ ​ແຫ່ງ ​ສປປ ລາວ ​ແລະ ​ກຸ່ມ​ບໍລິສັດ ​ກວດກາ ​ແລະ ​ຢັ້ງຢືນ​ ຈີນ ແຂວງ​ກວາງຊີ ​ຈໍາກັດ (ສໍານັກງານ​ໃຫຍ່ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ສປ ຈີນ) ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ ດ້ານການກວດກາ ແລະ ຢັ້ງຢືນ​ ​ຜະລິດ​ຕະພັນ​ກະສິກຳ, ປ່າ​ໄມ້  ແລະ ສະບຽງອາຫານ ​ທີ່​ນະຄອນຫຼວງ​ວຽງ​ຈັນ. ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ຮສ. ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້. ນອກນີ້, ຍັງມີບັນດາທ່ານຫົວໜ້າ ຫ້ອງການ,ຫົວໜ້າ ກົມປູກຝັງ, ກົມລ້ຽງສັດ, ກົມປ່າໄມ້, ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ ແລະ ເປັນສັກຂີພິຍານໃນຄັ້ງນີ້.

ໃນພິທີລົງນາມຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ເຊັນໂດຍ ທ່ານ ປອ. ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ຕາງໜ້າກຸ່ມບໍລິສັດເຊັນໂດຍ ທ່ານ ແຢນຊ່ຽງສຸຍ (Mr. YAN XIANGSHUAI) ຜູ້ຕາງໜ້າ ກຸ່ມບໍລິສັດ ກວດກາ ແລະ ຢັ້ງຢືນ ຈີນ ປະຈຳພາກຕາເວັນຕົກສ່ຽງໃຕ້ ສປ ຈີນ) ແລະ ເຊັນເປັນພະຍານຂອງທ່ານ ບຸນຈັນກົມ ບຸນຍະສິດ ຫົວໜ້າກົມປູກຝັງ ແລະ ທ່ານ ປອ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ເປົ້າໝາຍຂອງການເຊັນສັນຍາຄັ້ງນີ້ ແມ່ນເພື່ອແນ່ໃສ່ເພີ່ມທະວີການພົວພັນຮ່ວມມືສາກົນລະຫວ່າງສອງປະເທດໃນຂົງເຂດກະສິກໍາ, ການຜະລິດກະສິກໍາເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ, ການຜະລິດກະສິກໍາ ເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືດ້ານຍຸດທະສາດລະຫວ່າງສອງປະເທດໃນຂົງເຂດກະສິກໍາໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອໃຫ້ໄດ້ຮັບຜົນດີ, ​ຮ່ວມ​ກັນ​ສ້າງ​ລະບົບ​ຕິດຕາມ​ກວດກາ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ສະບຽງ​ອາຫານ​ຢູ່​ ສປປ ລາວ. ບໍລິສັດ ກວດກາ ແລະ ຢັ້ງຢືນຈີນ ແຂວງກວາງຊີ ຈໍາກັດ (ສໍານັກງານໃຫຍ່ພາກຕາເວັນຕົກສ່ຽງໃຕ້ ສປ ຈີນ) ເປັນບໍລິສັດລູກລະດັບທໍາອິດຂອງກຸ່ມບໍລິສັດ CCIC ແລະ ເປັນໜື່ງໃນແປດພາກພື້ນພາຍໃນຂອງກຸ່ມ CCIC, ມີສໍານັກງານໃຫຍ່ແມ່ນຕັ້ງຢູ່ເມືອງໜານໜິງ ແຂວງກວາງຊີ, ເຂດທີ່ຂື້ນກັບການຄຸ້ມຄອງຂອງພາກພື້ນຕົນປະກອບມີ: ກວາງຊີ, ຢຸນນານ, ກຸຍໂຈ່, ເຊຊວນ ແລະ  ຊົງຊິງ ຈໍານວນ 5 ແຂວງ ແລະ ໄດ້ຂະຫຍາຍວຽກງານການຮ່ວມມືກັບຫຼາຍປະເທດ, ຂອບເຂດການບໍລິການກວມເອົາຂະແໜງກະສິກໍາ, ອຸດສາຫະກໍາ ແລະ ຂະແໜງບໍລິການ. ຄວາມສາມາດດ້ານວິຊາການກວມເອົາຂົງເຂດແຮ່ທາດ, ກະສິກໍາ, ອາຫານ, ນໍ້າມັນເຊື້ອໄຟ, ພະລັງງານ, ສິ່ງແວດລ້ອມ, ການວັດແທກ, ການປ້ອງກັນຟ້າຜ່າ, ຄວາມປອດໄພ, ອາຊີບສຸຂະພາບ ແລະ ອື່ນໆ. ເປັນວິສາຫະກິດພາກສ່ວນທີສາມທີ່ໃຫຍ່ທີ່ສຸດ ແລະ ມີອໍານາດທີ່ສຸດໃນພາກຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ. ຝ່າຍກຸ່ມບໍລິສັດຈະໝູນໃຊ້ທ່າແຮງຂໍ້ໄດ້ປຽບຂອງຕົນໃນດ້ານຄວາມໜ້າເຊື່ອຖືດ້ານຊື່ສຽງ (ຍີ່ຫໍ້), ດ້ານບຸກຄະລາກອນ, ຄວາມສາມາດທາງດ້ານເຕັກນິກ ແລະ ເຄືອຂ່າຍທົ່ວໂລກ ເພື່ອຮ່ວມມືກັບກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ຮ່ວມກັນສົ່ງເສີມການນຳໃຊ້ການບໍລິການ “ຕິດຕາມແຫຼ່ງທີ່ມາ + ຢັ້ງຢືນ​ການ​ກວດກາ (TIC)” ໃນການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້, ແລະ ສະບຽງອາຫານ ລາວ – ​ຈີນ ​ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ, ຍົກ​ສູງຄ່ານິຍົມ​ຂອງ​ຍີ່​ຫໍ້​, ສ້າງ​ຄວາມໜ້າ​ເຊື່ອ​ຖືໃນການ​ບໍ​ລິ​ໂພກ ແລະ ​ປະ​ກອບ​ສ່ວນ​ເພື່ອ​ການ​ພັດ​ທະ​ນາ​ການ​ຄ້າ​ ທີ່ມີທ່ວງທ່າດີຂື້ນລະ​ຫວ່າງ​ສອງ​ປະ​ເທດ​.

 

ພາບ ແລະ ຂ່າວ ໂດຍ: ນ. ສີອໍາມອນ ໄຊຍະລາດ

ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ເນັ້ນໜັກຄວາມຄືບໜ້າ ຂອງການແກ້ໄຂບັນຫາເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ໃນ ສປປ ລາວ/National Antimicrobial Resistance Committee highlights progress in addressing AMR in Lao PDR

#ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ເນັ້ນໜັກຄວາມຄືບໜ້າ ຂອງການແກ້ໄຂບັນຫາເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ໃນ ສປປ ລາວ#

ແຂວງວຽງຈັນ ວັນທີ 03-04 ຕຸລາ 2024 – ຄະນະກໍາມະການແຫ່ງຊາດວ່າດ້ວຍການຄວບຄຸມເຊື້ອຈຸລະຊີບຕ້ານຕໍ່ຢາ (AMR) ໄດ້ຈັດກອງປະຊຸມທົບທວນຄືນ ເປັນເວລາ 2 ວັນ ລະຫວ່າງວັນທີ 3-4 ຕຸລາ 2024 ທີ່ເມືອງວັງວຽງ, ແຂວງວຽງຈັນ, ໂດຍການເຂົ້າຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງທີ່ສຳຄັນໃນການແກ້ໄຂບັນຫາ AMR ຢູ່ ສປປ ລາວ. ກອງປະຊຸມປະຈຳປີຄັ້ງນີ້ໄດ້ເຜີຍແຜ່ຄວາມຄືບໜ້າ ແລະ ໄດ້ເຫັນດີເປັນເອກະພາບກ່ຽວກັບບາດກ້າວຕໍ່ໄປເພື່ອເລັ່ງສ້າງຄວາມຄືບໜ້າ, ລວມທັງ ການປັບປຸງແຜນຍຸດທະສາດແຫ່ງຊາດກ່ຽວກັບ AMR ໄລຍະຊຸມປີ 2025-2030.

ສປປ ລາວ ໄດ້ມີຄວາມຄືບໜ້າອັນໃຫຍ່ຫຼວງ ໃນການເສີມສ້າງລະບົບແຫ່ງຊາດ ເພື່ອແກ້ໄຂບັນຫາ AMR, ເຊິ່ງພົ້ນເດັ່ນທີ່ສຸດ ແມ່ນການສ້າງຕັ້ງຄະນະກຳມະການ AMR ໃນປີ 2015. ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ (WHO) ແລະ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO), ກອງປະຊຸມປຶກສາຫາລືກັບບັນດາພາກສ່ວນກ່ຽວຂ້ອງໄດ້ຖືກຈັດຂຶ້ນຫຼາຍຄັ້ງ, ແລະ ໃນທີ່ສຸດ ແຜນຍຸດທະສາດແຫ່ງຊາດກ່ຽວກັບ AMR ຢູ່ ສປປ ລາວ ສໍາລັບຊຸມປີ 2019-2023 ກໍໄດ້ຮັບການພັດທະນາຂຶ້ນ ແລະ ຮັບຮອງໂດຍລັດຖະມົນຕີກະຊວງສາທາລະນະສຸກ ແລະ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. Continue reading

ໜັງສືແຈ້ງເຊີນຮ່ວມປະມູນ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບທຶນຊ່ວຍເຫລືອລ້າ ຈາກລັດຖະບານ ສ. ເກົາຫຼີ ຜ່ານອົງການກອຍກາ ເພື່ອປະຕິບັດໂຄງການ ສ້າງແຜນກິດຈະກຳພັດທະນາຊົນນະບົດເພື່ອສ້າງລາຍຮັບໃຫ້ຊົນນະບົດ ເຂດພາກເໜືອ ແລະ ພາກກາງ ສປປ ລາວ ໂດຍສະເພາະແຂວງ ບໍລິຄຳໄຊ ໄດ້ຮັບທືນໃນການກໍສ້າງສູນບໍລິການເຕັກນິກກະສິກຳ ທີ່ຕັ້ງຂອງໂຄງການ ບ້ານປັດຊຸມ ເມືອງ  ປາກຊັນ ແຂວງ ບໍລິຄຳໄຊ ທ່ານສາມາດຕິດພົວພັນໃນວັນລັດຖະການໄດ້ທີ ຂະແໜງພັດທະນາຊົນນະບົດ ພະແນກກະສີິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ

ໂທ: 020 52944666, 020 55651882

[English below] FAO ຮ່ວມກັບ MAF ສະເຫຼີມສະຫຼອງຄວາມສຳເລັດຂອງໂຄງການໃນການສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດໍາລົງຊີວິດຂອງປະຊາຊົນແຂວງອັດຕະປືພາຍໃຕ້ທຶນຈາກອົງການ KOICA/FAO and MAF jointly marked successful completion of the project on building climate-resilient and eco-friendly agriculture systems and livelihoods for Attapeu people funded by KOICA

FAO ຮ່ວມກັບ MAF ສະເຫຼີມສະຫຼອງຄວາມສຳເລັດຂອງໂຄງການໃນການສ້າງຄວາມທົນທານຕໍ່ດິນຟ້າອາກາດ

ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດໍາລົງຊີວິດຂອງປະຊາຊົນແຂວງອັດຕະປືພາຍໃຕ້ທຶນຈາກອົງການ KOICA

FAO and MAF jointly marked successful completion of the project on building climate-resilient and eco-friendly agriculture systems

and livelihoods for Attapeu people funded by KOICA

ແຂວງອັດຕະປື, ວັນທີ 2 ສິງຫາ 2024 – ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງອັດຕະປື (PAFO) ໄດ້ຮ່ວມກັນຈັດກອງປະຊຸມສະຫຼຸບໂຄງ ການ ໃນວັນທີ 2 ສິງຫາ 2024, ທີ່ຫ້ອງປະຊຸມ PAFO ແຂວງອັດຕະປື. ກອງປະຊຸມດັ່ງກ່າວໄດ້ຖືກຈັດຕັ້ງຂຶ້ນພາຍໃຕ້ໂຄງການ  “ສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື” (Climate REAL) ເຊິ່ງເປັນໜຶ່ງໃນອົງປະກອບຂອງແຜນງານການເສີມສ້າງຄວາມເຂັ້ມແຂງເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ແບບປະສົມປະສານ (IPCREA) ທີ່ໄດ້ຮັບທຶນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA)

Attapeu Province, 2 August 2024 – The Food and Agriculture Organization of the United Nations (FAO) and Attapeu Provincial Agriculture and Forestry Office (PAFO) jointly organized the final project workshop on 2 August 2024, at Attapeu PAFO Meeting Hall. This event was conducted under the “Building Climate-Resilient and Eco-friendly Agriculture Systems and Livelihoods” (Climate REAL) project, which is a part of the Integrated Programme for Climate Resilience and Empowerment in Attapeu Province (IPCREA), funded by Korea International Cooperation Agency (KOICA).

 

ກອງປະຊຸມສະຫຼຸບໂຄງການນີ້ໄດ້ເຊື້ອເຊີນທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເພື່ອ (1) ນຳສະເໜີຜົນສຳເລັດຂອງໂຄງການ ລວມທັງການປະຕິບັດທີ່ດີ ແລະ ວິທີການທີ່ໄດ້ຮັບການພິສູດຜົນທີ່ໂຄງການໄດ້ນຳໃຊ້; (2) ປຶກສາຫາລືບັນດາບົດຮຽນທີ່ຖອດຖອນໄດ້, ສິ່ງທ້າທາຍ ແລະ ວິທີແກ້ໄຂ; ແລະ (3) ສະເໜີຍຸດທະສາດຫຼັງສຳເລັດໂຄງການ ແລະ ຂົງເຂດເພື່ອການສືບຕໍ່ສະໜັບສະໜູນສະຖາບັນ, ພ້ອມທັງເສີມສ້າງຄວາມເຂັ້ມແຂງຂອງຍຸດທະສາດດັ່ງກ່າວໂດຍການຮັບເອົາຄໍາຄິດເຫັນຈາກພາກສ່ວນກ່ຽວຂ້ອງ.

This final workshop brought together all relevant stakeholders to (1) present and showcase the project achievements including good practices and proven approaches introduced by the project; (2) discuss lessons learnt, challenges and solutions; and (3) present the project exit strategy and areas for continued institutional support, while strengthening it with the feedback from the stakeholders.

ໃນລະຫວ່າງກອງປະຊຸມສະຫຼຸບໂຄງການນີ້, ທ່ານ ຄໍາບູນ ດວງພະບາງ, ຮອງເຈົ້າແຂວງອັດຕະປື, ໃນຖານະທີ່ເປັນປະທານກອງປະຊຸມ, ຮັບຮູ້ວ່າ ໂຄງການດັ່ງກ່າວໄດ້ຖືກສ້າງຂຶ້ນ ແລະ ຈັດຕັ້ງປະຕິບັດມາແຕ່ເດືອນ ສິງຫາ 2020 ເປັນຕົ້ນມາ ເພື່ອຍົກລະດັບຄວາມທົນທານຕໍ່ດິນຟ້າອາກາດໃຫ້ແກ່ລັດຖະບານ ສປປ ລາວ ແລະ ປະຊາຊົນແຂວງອັດຕະປື ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນປີ 2018. ທ່ານຍັງໄດ້ຍົກໃຫ້ເຫັນຕື່ມວ່າ ເປົ້າໝາຍສູງສຸດແມ່ນເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າຕອນກ່ອນເກີດໄພພິບັດ, ໂດຍຜ່ານການປັບປຸງຜົນຜະລິດກະສິກໍາ, ການເຮັດກະສິກໍາທີ່ມີຄວາມທົນທານຕໍ່ດິນຟ້າອາກາດ, ການພັດທະນາສີມືແຮງງານ, ການຄຸ້ມຄອງຄວາມສ່ຽງໄພພິບັດ ທີ່ສອດຄ່ອງກັບບັນດາບູລິມະສິດການພັດທະນາກະສິກໍາຂອງລັດຖະບານ. ທ່ານຍັງໄດ້ເນັ້ນວ່າ ຖ້າປາສະຈາກການສະໜັບສະໜູນດ້ານເຕັກນິກຈາກອົງການ FAO ແລະ ການປະກອບສ່ວນດ້ານທຶນຮອນຈາກອົງການ KOICA, ຊີວິດການເປັນຢູ່ຂອງປະຊາຊົນທີ່ດຳລົງຊີວິດຢູ່ໃນຂົງເຂດເປົ້າໝາຍກໍຍາກທີ່ຈະໄດ້ຮັບການຟື້ນຟູໃຫ້ດີຂຶ້ນ.

During the final workshop, Mr. Khamboun Duangpabang , Vice Provincial Governor of Attapeu as the chair acknowledged that the project was formulated and implemented since August 2020 to enhance the climate resilience of the Government of Lao PDR and the Attapeu community, particularly those affected by the flooding in 2018. He highlighted that the ultimate goals were to make people’s lives better than before the disaster, through improvements in agriculture productivity, climate resilient farming practice, skills development, and disaster risk management in line with the Government agriculture development priorities. He expressed that without the technical support from FAO and financial contribution from KOICA, the livelihoods of those living in the target areas would hardly be lifted.

ທ່ານນາງ ຄະຢອງ ມີ ຄິມ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ໃນຖານະທີ່ເປັນປະທານກອງປະຊຸມຮ່ວມ, ໄດ້ຍົກໃຫ້ເຫັນວ່າ ໂຄງການ Climate REAL ໄດ້ຖືກອອກແບບມາໂດຍສະເພາະເພື່ອຊຸກຍູ້ທຸລະກິດກະສິກຳຂະໜາດນ້ອຍ ໂດຍຜ່ານ ຕ່ອງໂສ້ມູນຄ່າລວມ ພ້ອມທັງ ສະໜັບສະໜູນຊຸມຊົນເພື່ອປັບປຸງ ແລະ ຄຸ້ມຄອງການເຂົ້າເຖິງນ້ຳ, ການນຳໃຊ້ທີ່ດິນ ແລະ ປັບປຸງຄຸນນະພາບຂອງດິນຢ່າງຍືນຍົງ. ທ່ານຍັງໄດ້ກ່າວວ່າໂຄງການນີ້ຍັງໄດ້ເສີມຂະຫຍາຍຄວາມອາດສາມາດຂອງລັດຖະບານທ້ອງຖິ່ນ ແລະ ຊຸມຊົນໃນການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂະແໜງກະສິກຳ, ທີ່ນໍາໄປສູ່ການຫຼຸດຜ່ອນຄວາມສ່ຽງ ແລະ ເພີ່ມທະວີການກຽມຄວາມພ້ອມຮັບມືກັບໄພພິບັດ. ທ່ານນາງ ຄິມ ໄດ້ສະແດງຄວາມຂອບໃຈມາຍັງບັນດາພາກສ່ວນກ່ຽວຂ້ອງຂອງລັດຖະບານທີ່ໃຫ້ການຊີ້ນໍາ-ນໍາພາ ແລະ ອຸທິດຕົນໃຫ້ແກ່ວຽກງານຂອງອົງການ FAO ໃນແຂວງອັດຕະປື ຕະຫຼອດໄລຍະໂຄງການ ໃຫ້ໄດ້ຮັບຜົນດີ ແລະ ປະສົບຜົນສໍາເລັດ. ທ່ານນາງ ຄິມ ຍັງໄດ້ກ່າວສັນເສີນອົງການ KOICA ທີ່ໄດ້ໃຫ້ທຶນຊ່ວຍເຫຼືອໂຄງການນີ້.

Ms. Kyung-Mee Kim, FAO Representative to Lao PDR, as the co-chair of the final workshop, highlighted that Climate REAL was designed specifically to boost small-scale agribusiness through inclusive value chains while supporting the communities to improve and sustainably manage water access, land use and soil quality. She also said the project was able to strengthen local government and communities’ capacities for disaster risk management and climate change adaptation in the agriculture sector, reducing vulnerability and strengthening disaster preparedness. Ms. Kim expressed her appreciation to all relevant government counterparts for their leadership and dedication for the work of FAO in Attapeu province during the project period to good results and success. She also appreciated generous funding from KOICA.

ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍຢ່າງສຳເລັດຜົນຢູ່ໃນ 31 ບ້ານເປົ້າໝາຍ ໃນ 3 ເມືອງຂອງແຂວງອັດຕະປື (ເມືອງສາມັກຄີໄຊ, ເມືອງໄຊເສດຖາ, ເມືອງສະໜາມໄຊ), ໂດຍມີການປະສານສົມທົບກັນຢ່າງແໜ້ນແຟ້ນກັບໜ່ວຍງານລັດຂັ້ນສູນກາງ ແລະ ທ້ອງຖິ່ນ. ເຖິງແມ່ນວ່າຈະມີການຊັກຊ້າໃນການເລີ່ມຕົ້ນການຈັດຕັ້ງປະຕິບັດໂຄງການເນື່ອງຈາກສະພາບການ COVID-19, ຊາວກະສິກອນ 2, 641 ຄົວເຮືອນ (ລວມທັງຊາວກະສິກອນຕົວແບບ 307 ຄົນ) ແລະ ພະນັກງານລັດ ແລະ ອໍານາດການປົກຄອງບ້ານ ຈໍານວນ 181 ຄົນ ກໍໄດ້ຮັບຜົນປະໂຫຍດຈາກການຈັດຕັ້ງປະຕິບັດຂອງໂຄງການ. ໃນທາງອ້ອມ, ໂຄງການ Climate REAL ໄດ້ສ້າງຜົນປະໂຫຍດໃຫ້ແກ່ 7,873 ຄົວເຮືອນ, ປະມານ 37,091 ຄົນ ໃນ 31 ບ້ານ ໂດຍຜ່ານພື້ນຖານໂຄງລ່າງຂອງຊຸມຊົນ ແລະ ການສ້າງຂີດຄວາມອາດສາມາດ, ລວມທັງ ພະນັກງານຂອງລັດໃນຂັ້ນສູນກາງ ແລະ ທ້ອງຖິ່ນປະມານ 235 ຄົນ ໂດຍຜ່ານການສ້າງຂີດຄວາມອາດສາມາດ.

The project was successfully implemented in 31 target villages of three districts of Attapeu province (Samakhixay, Saysettha, and Sanamxay districts), in close collaboration with central and local government agencies. Despite some delays at the beginning of project implementation due to COVID-19, 2,641 farming households (including 307 model farmers) and 181 government officials and village authorities have benefited from the project interventions. Indirectly, Climate REAL project benefitted 7,873 households, approximately 37,091 people in 31 villages through community infrastructure and capacity building, and approximately 235 government officers at national and local level through capacity building.

ກອງປະຊຸມສະຫຼຸບໂຄງການດັ່ງກ່າວໄດ້ຮັບກຽດເຂົ້່າຮ່ວມໂດຍ ທ່ານນາງ ຮັງທິທັນ ຟາມ, ຫົວໜ້າຊ່ຽວຊານ-ອົງການ FAO ປະຈໍາ ຫ້ອງການພາກພື້ນອາຊີ ແລະ ປາຊີຟິກ (RAP); ທ່ານ ປ.ອ. ສຸລະພອນ ອິນທະວົງ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື (MAF); ຕາງໜ້າຈາກບັນດາພະແນກ, ເຈົ້າເມືອງສາມັກຄີໄຊ, ເຈົ້າເມືອງໄຊເສດຖາ, ເຈົ້າເມືອງສະໜາມໄຊ, ເຈົ້າເມືອງຊານໄຊ ແລະ ເຈົ້າເມືອງພູວົງ; ຕົວແທນຈາກອົງການ KOICA; ແລະ ຊາວກະສິກອນຕົວແບບດ້ານການປູກເຂົ້າ, ປູກພືດຜັກ, ລ້ຽງປາ ແລະ ປູກໝາກໂມ.

The final project workshop was attended by Ms. HangThiThanh Pham, FAO Lead Technical Officer (Regional Office for Asia and the Pacific – RAP), Dr. Soulaphone Inthavong, Deputy Director General of Department of Planning and Cooperation of MAF, representatives from various government divisions including District Governors of Samakhixay, Saysettha, Sanamxay, Sanxay and Phouvong, representatives from KOICA, and model farmers on rice production, vegetable production, fish production and watermelon production.

**********

Lao Media Contact Person/s:

Bounmee Maokhamphiou, Outreach Specialist – Bounmee.Maokhamphiou@fao.org

Vilaylack Khounvisith, National Communication Consultant – Vilaylack.Khounvisith@fao.org

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg

#Official Website :www.maf.gov.la
#ລາຍການກະສິກຳ ແລະ ປ່າໄມ້

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ      ພາກຄໍ່າ ເວລາ    17:30-18:00 ໂມງ;

– ວັນສຸກ          ພາກບ່າຍ ເວລາ   14:25-14:55 ໂມງ;

– ວັນອາທິດ      ພາກເຊົ້າ ເວລາ   10:00-10:30 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:

– ວັນອາທິດ      ພາກເຊົ້າ ເວລາ   6:30-07:00 ໂມງ;

                    ພາກບ່າຍ ເວລາ 13:10-13:40 ໂມງ;

                    ພາກເດິກ ເວລາ  20:45-21:15 ໂມງ

A handful of rice yields high hopes

A handful of rice yields high hopes

“Building Climate-Resilient and Eco-friendly Agriculture Systems and Livelihoods” (Climate REAL) is a project implemented by the Food and Agriculture Organization of the United Nations (FAO) with financial support from Korea International Cooperation Agency (KOICA) as part of KOICA’s Integrated Programme for Climate Resilience and Empowerment in Attapeu Province, Lao People’s Democratic Republic.

Five beneficiaries share the positive changes experienced from participating in the project.

Khammoun checked his rice from the rice sorter provided by the Climate REAL project. ©FAO/Bounmee Maokhamphiou

 

As the newly harvested rice is being processed in the rice sorter, Khammoun Heuangsouvantha remarks on the noticeable change in the quality and quantity of the rice he can produce. The 58-year-old has been farming rice all his life – starting at a young age helping his parents in the fields – but this is the first season that he has seen such good yields.

For decades, Khammoun had only experienced low yields, and providing for his family of six had become increasingly more difficult. Crop production was affected by multiple factors including threats imposed by climate change, natural disasters, pests and diseases. Farmers in the community had few resources or strategies to respond to these problems and relied on traditional practices.

Khammoun went to his rice field with his hoe. ©FAO/Saykham Manilasith

 

“With all the effort I put in, I only ever got low output. If I put in less effort, I got even lower yields.”

February 2023 was the start of a new venture for Khammoun. Because of his passion for rice farming and enthusiasm for new knowledge and skills to improve crop production, he was nominated by local government authorities to participate in the Climate REAL project activities. Initial engagement with the project included weekly trainings of season-long Farmer Field School on rice seed production and study visits to well-established and successful farmers in Savannakhet and Champasak Provinces.

Village consultation activities to gather information under the Climate REAL project. ©FAO/Vornthalom Chanthavong

 

Khammoun learned quickly and was able to remember by heart the ingredients and proportions of botanical pesticides from locally available materials and specific techniques for rice planting procedures as well as pest and disease management. He could also provide the rationale behind the techniques.

Villagers of Attapeu Province are preparing to grow rice. ©FAO/Vilaysack Xayyavong

 

Khammoun went to his rice field with his hoe. ©FAO/Saykham Manilasith

 

“I admit that I did not know about which fertilizer was for rice crops, the role of fertilizer for rice at each growth stage, which formula to use when and by how much in relation to the rice growth stage and size of paddy field until I joined the project. Now, I know that each formula contains different nutrient needs for rice crop development at each growth stage. Through learning by doing, l also learned that the level of fertilizer application depends on the rice growth stage and size of the rice field as well as soil fertility.”

From joining the project, Khammoun now knows how to deal with, prevent and manage rice insects and disease such as planthoppers and seed-borne disease. He also fully recognizes how much the proper application of fertilizer contributes to the rice yield.

One of the most significant lessons was the importance of seed selection to improve the quality of the yields. Techniques on seed selection need to be performed every rice planting season to reduce any potential seed-borne diseases, which can cause severe problems in the rice cultivation process.

Photo of the rice field in the implementation area of the Climate REAL project. ©FAO/Vornthalom Chanthavong

 

Within a few months, Khammoun was able to put his learning into practice with good results. He received 9kg of RD2 rice seeds from the project to produce RD3 rice seeds in the rainy/rice-growing season from June to November 2023 and decided to conduct an experiment. He would compare the results of using traditional practices and project intervention techniques with the rice seeds given by the project against his own. He applied what he had learned in the Farmer Field School on RD3 rice seed production, and used traditional practices as a control field. He observed a big difference between the two. He was delighted to report that rice grown with techniques and quality seeds introduced by the project produced bigger and greener leaves and plumper rice ears.

Not only was the quality better, but the project intervention techniques also resulted in greater volume. The 9kg of RD2 rice seeds from a reliable source produced 480 kg of RD3 rice seeds which, at LAK 12 000 per kilo, could sell for approximately LAK 6 million. Conversely, his own traditional rice variety and technique yielded lower outputs and could only fetch a price of LAK 7 000 per kilo.

This is the first time that Khammoun has been involved with projects such as Climate REAL and, while initial investments were high, the results have been amazing. He and others in farmer groups in the area are grateful to the project for investing in the rice sorting machine, which reduces the cost of processing the quality rice seed with potential market access. This initial investment gave direct beneficiaries the confidence to financially engage with project activities and also showed the potential for their own investment in the future.

Villagers in the target area of the Climate REAL project and the project staff inspected the quality of rice planting ©FAO/Vornthalom Chanthavong

 

Because of his great results, Khammoun has been invited to join many workshops, meetings and events. He has gone on to share his knowledge with his family and the wider community, including local farmers who have not yet participated in the project directly and with other target districts of the project.

Hopes are high for the rice farming communities of Attapeu Province. Apart from planning and preparing for the next rice growing season, Khammoun has also started to make plans for his grandson’s future. He personally believes that there is no end to the learning and enrichment and that local farmers can benefit from continued support. It is hoped that in the next 5 to 10 years, villagers will be able to produce enough rice not only for their own families but also for sale. The potential to start a small agribusiness and gradually improve living conditions would be within reach.

 

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg
Official Website :www.maf.gov.la
#ລາຍການກະສິກຳ ແລະ ປ່າໄມ້

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ      ພາກຄໍ່າ ເວລາ    17:30-18:00 ໂມງ;

– ວັນສຸກ          ພາກບ່າຍ ເວລາ   14:25-14:55 ໂມງ;

– ວັນອາທິດ      ພາກເຊົ້າ ເວລາ   10:00-10:30 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:

– ວັນອາທິດ      ພາກເຊົ້າ ເວລາ   6:30-07:00 ໂມງ;

                    ພາກບ່າຍ ເວລາ 13:10-13:40 ໂມງ;

                    ພາກເດິກ ເວລາ  20:45-21:15 ໂມງ

ເຂົ້າໜຶ່ງກໍາກັບຄວາມຫວັງອັນຍິ່ງໃຫຍ່

ເຂົ້າໜຶ່ງກໍາກັບຄວາມຫວັງອັນຍິ່ງໃຫຍ່

ໂຄງການ ເສີມສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື (ຫຼື ໂຄງການ Climate REAL) ເປັນໂຄງການທີ່ຈັດຕັ້ງປະຕິບັດໂດຍ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ເຊິ່ງໄດ້ຮັບການສະໜັບສະໜູນທາງດ້ານທຶນຮອນຈາກ ອົງການຮ່ວມມືສາກົນເກົາຫຼີ (KOICA) ເຊິ່ງເປັນໜຶ່ງໃນອົງປະກອບຂອງແຜນງານການເສີມສ້າງຄວາມເຂັ້ມແຂງເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ແບບປະສົມປະສານ ໃນແຂວງອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຜູ້ໄດ້ຮັບຜົນປະໂຫຍດຫ້າທ່ານໄດ້ແລກປ່ຽນປະສົບການໃນທາງທີ່ດີຈາກການເຂົ້າຮ່ວມໂຄງການ.

ທ່ານຄໍາມູນກວດກາເຂົ້າທີ່ໄດ້ຮັບການຄັດແຍກຈາກເຄື່ອງຄັດແຍກເຂົ້າທີ່ໄດ້ຮັບຈາກໂຄງການ Climate REAL. ©FAO/Bounmee Maokhamphiou

 

ໃນຂະນະທີ່ເຂົ້າທີ່ເກັບກ່ຽວໄດ້ໃໝ່ພວມຖືກຄັດແຍກໂດຍເຄື່ອງຄັດແຍກເຂົ້າ, ທ່ານ ຄຳມູນ ເຮືອງສຸວັນທາ ໄດ້ສັງເກດເຫັນການປ່ຽນແປງທີ່ພົ້ນເດັ່ນທາງດ້ານຄຸນນະພາບ ແລະ ປະລິມານຂອງເຂົ້າທີ່ທ່ານເອງສາມາດຜະລິດໄດ້. ທ່ານ ຄໍາມູນ ອາຍຸ 58 ປີ ມີອາຊີບເຮັດໄຮ່ນາມາຕະຫຼອດຊີວິດ – ເລີ່ມແຕ່ຕອນທ່ານອາຍຸຍັງນ້ອຍ ທີ່ໄດ້ຊ່ວຍພໍ່ແມ່ຂອງທ່ານເຮັດນາ – ແຕ່ຄັ້ງນີ້ແມ່ນລະດູການທຳອິດທີ່ທ່ານໄດ້ຮັບຜົນຜະລິດທີ່ດີ.

ເປັນເວລາຫຼາຍທົດສະວັດແລ້ວ, ທ່ານ ຄຳມູນ ໄດ້ຮັບຜົນຜະລິດທີ່ຕໍ່າ ແລະ ການສະໜອງຄວາມຕ້ອງການຕ່າງໆໃຫ້ແກ່ຄອບຄົວຂອງທ່ານທີ່ມີ 6 ຄົນນັ້ນໄດ້ກາຍເປັນຄວາມຫຍຸ້ງຍາກຫຼາຍຂຶ້ນ. ການຜະລິດຜົນລະປູກໄດ້ຮັບຜົນກະທົບຈາກຫຼາຍປັດໃຈລວມກັນ ລວມທັງ ໄພຂົ່ມຂູ່ຈາກການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ, ການເຮັດນາແບບປະຖົມປະຖານ, ສັດຕູພືດ ແລະ ພະຍາດຕ່າງໆ. ຊາວກະສິກອນໃນຊຸມຊົນມີຊັບພະຍາກອນ ຫຼື ຍຸດທະສາດທີ່ຈໍາກັດເພື່ອຕອບໂຕ້ກັບບັນຫາເຫຼົ່ານີ້ ແລະ ໄດ້ອີງໃສ່ການເຮັດນາແບບດັ້ງເດີມ.

 

ທ່ານຄໍາມູນໄປທົ່ງນາຂອງລາວພ້ອມກັບຈົກ. ©FAO/Saykham Manilasith

 

“ດ້ວຍຄວາມພະຍາຍາມທັງໝົດທີ່ຂ້າພະເຈົ້າໄດ້ສຸມໃສ່, ຂ້າພະເຈົ້າຍັງໄດ້ຮັບຜົນຜະລິດຕໍ່າ. ຖ້າຂ້າພະເຈົ້າໃຊ້ຄວາມພະຍາຍາມຫຼຸດລົງພຽງໜ້ອຍໜຶ່ງ, ຂ້າພະເຈົ້າກໍຈະໄດ້ຮັບຜົນຜະລິດທີ່ຕໍ່າກວ່າເກົ່າຫຼາຍ.”

ເດືອນກຸມພາ 2023 ເປັນການເລີ່ມຕົ້ນເສັ້ນທາງໃໝ່ຂອງ ທ່ານ ຄຳມູນ. ເນື່ອງຈາກຄວາມມັກໃນການເຮັດນາ ແລະ ຄວາມກະຕືລືລົ້ນທີ່ຈະຊອກຫາຄວາມຮູ້ ແລະ ທັກສະໃໝ່ເພື່ອປັບປຸງການຜະລິດຜົນລະປູກ, ທ່ານໄດ້ຮັບການສະເໜີຊື່ຈາກອຳນາດການປົກຄອງທ້ອງຖິ່ນໃຫ້ເຂົ້າຮ່ວມກິດຈະກໍາຂອງໂຄງການ Climate REAL. ການມີສ່ວນຮ່ວມໃນເບື້ອງຕົ້ນກັບໂຄງການ ລວມມີການຝຶກອົບຮົມການຜະລິດເມັດພັນເຂົ້າໂດຍຜ່ານໂຮງຮຽນຊາວນາ ແລະ ການທັດສະນະສຶກສາເພື່ອຢ້ຽມຢາມຊາວກະສິກອນທີ່ປະສົບຜົນສຳເລັດຢູ່ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ.

ກິດຈະກໍາລົງປຶກສາຫາລື ແລະ ເກັບກໍາຂໍ້ມູນຂັ້ນບ້ານພາຍໃຕ້ໂຄງການ Climate REAL. ©FAO/Vornthalom Chanthavong

 

ທ່ານ ຄຳມູນ ເປັນຄົນທີ່ຮຽນຮູ້ໄດ້ໄວ ແລະ ສາມາດຈື່ສູດສ່ວນປະສົມຕ່າງໆໃນການເຮັດສະໝຸນໄພຂັບໄຂ່ ສັດຕູພືດ ຈາກວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ ແລະ ເຕັກນິກສະເພາະຂອງຂັ້ນຕອນການປູກເຂົ້າ ໄດ້ຢ່າງຂຶ້ນໃຈ ພ້ອມທັງການຈັດການສັດຕູພືດ ແລະ ພະຍາດ. ທ່ານຍັງສາມາດອະທິບາຍໃຫ້ເຫດຜົນເຖິງການນໍາໃຊ້ເຕັກນິກຕ່າງໆໄດ້ເປັນຢ່າງດີ.

ປະຊາຊົນແຂວງອັດຕະປືກໍາລັງກຽມປັກດໍານາ. ©FAO/Vilaysack Xayyavong

 

ທ່ານຄໍາມູນໄປທົ່ງນາຂອງລາວພ້ອມກັບຈົກ. ©FAO/Saykham Manilasith

 

“ຂ້າພະເຈົ້າຍອມຮັບວ່າ ແຕ່ກ່ອນຂ້າພະເຈົ້າບໍ່ເຄີຍຮູ້ວ່າ ປຸ໋ຍແມ່ນຫຍັງ? ປຸ໋ຍມີບົດບາດສຳຄັນຕໍ່ການຈະເລີນເຕີບໂຕຂອງຕົ້ນເຂົ້າແນວໃດ? ບໍ່ຮູ້ວ່າຕ້ອງໃຊ້ປຸ໋ຍສູດໃດ ຕອນໃດ ໃສ່ຫຼາຍເທົ່າໃດ ຕົ້ນເຂົ້າຈຶ່ງໃຫ້ຜົນຜະລິດທີ່ດີ. ຈົນວ່າຂ້າພະເຈົ້າໄດ້ເຂົ້າຮ່ວມໂຄງການ. ປັດຈຸບັນ, ຂ້າພະເຈົ້າໄດ້ຮຽນຮູ້ແລ້ວວ່າ ປຸ໋ຍແຕ່ລະສູດໃຫ້ທາດອາຫານທີ່ຕົ້ນເຂົ້າຕ້ອງການໃນແຕ່ລະໄລຍະທີ່ແຕກຕ່າງກັນ ພ້ອມທັງຮຽນຮູ້ວິທີການໃສ່ປຸ໋ຍ ແບບທັງຮຽນທັງເຮັດໄປພ້ອມ ທີ່ອີງຕາມ ອາຍຸຂອງເຂົ້າ, ເນື້ອທີ່ ຂອງທົ່ງນາ ແລະ ລະດັບຄວາມອຸດົມສົມບູນຂອງດິນນາ.”

ຈຸດທີ່ສຳຄັນແມ່ນພາຍຫຼັງເຂົ້າຮ່ວມໂຄງການ, ທ່ານຮູ້ວິທີປ້ອງກັນ ແລະ ຮັບມືກັບແມງໄມ້ ແລະ ພະຍາດຕ່າງໆ ເຊັ່ນ: ຕັກກະແຕນ ແລະ ພະຍາດທີ່ມານໍາເມັດແນວພັນ, ແລະ ທ່ານຍັງເຂົ້າໃຈວ່າການນຳໃຊ້ປຸ໋ຍທີ່ເໝາະສົມຊ່ວຍໃຫ້ໄດ້ຮັບຜົນຜະລິດເຂົ້າທີ່ສູງສົມຄວນ.

ໜຶ່ງໃນບົດຮຽນທີ່ສໍາຄັນທີ່ສຸດແມ່ນຄວາມສໍາຄັນຂອງການຄັດເລືອກແນວພັນເພື່ອປັບປຸງຄຸນນະພາບຂອງຜົນຜະລິດ. ເຕັກນິກໃນການຄັດເລືອກແນວພັນແມ່ນຕ້ອງໄດ້ປະຕິບັດໃນທຸກລະດູການປູກເຂົ້າ ເພື່ອຫຼຸດຜ່ອນພະຍາດທີ່ອາດເກີດຈາກເມັດແນວພັນ, ເຊິ່ງສາມາດເຮັດໃຫ້ເກີດບັນຫາຮ້າຍແຮງຕ່າງໆໃນຂະບວນການປູກເຂົ້າ.

ຮູບພາບທົ່ງນາໃນເຂດຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ Climate REAL. ©FAO/Vornthalom Chanthavong

 

ພາຍໃນສອງ-ສາມເດືອນເທົ່ານັ້ນ, ທ່ານ ຄຳມູນ ກໍສາມາດນໍາເອົາຄວາມຮູ້ຂອງທ່ານໄປລົງປະຕິບັດຕົວຈິງໄດ້ ໃນຊ່ວງທີ່ເຂົ້າຮ່ວມການຝຶກອົບຮົມການຜະລິດເມັດພັນເຂົ້າລຸ້ນ 3. ທ່ານໄດ້ຮັບແນວພັນເຂົ້າລຸ້ນ 2 ຈຳນວນ 9 ກິໂລ ຈາກໂຄງການເພື່ອຜະລິດເມັດພັນລຸ້ນ 3 ໃນລະດູຝົນ ແຕ່ເດືອນມິຖຸນາ ຫາ ເດືອນພະຈິກ 2023 ແລະ ໄດ້ຕັດສິນໃຈເຮັດການທົດລອງດ້ວຍຕົວເອງ ແບບທັງຮຽນທັງເຮັດ ເພື່ອປຽບທຽບຜົນໄດ້ຮັບຂອງການປູກເຂົ້າແບບປະຖົມປະຖານໂດຍການໃຊ້ແນວພັນພື້ນເມືອງຂອງຕົນເອງ ແລະ ການນໍາໃຊ້ເຕັກນິກທີ່ໄດ້ຮຽນຮູ້ຈາກໂຄງການ ໂດຍການໃຊ້ແນວພັນເຂົ້າທີ່ໂຄງການໄດ້ມອບໃຫ້. ທ່ານສັງເກດເຫັນຄວາມແຕກຕ່າງອັນພົ້ນເດັ່ນລະຫວ່າງສອງການທົດລອງ. ທ່ານຮູ້ສຶກດີໃຈຕໍ່ຜົນໄດ້ຮັບ ແລະ ລາຍງານວ່າເຂົ້າທີ່ປູກດ້ວຍເຕັກນິກທີ່ໂຄງການໄດ້ແນະນຳໃຫ້ໄດ້ຜະລິດໃບທີ່ໃຫຍ່ກວ່າ ແລະ ມີສີຂຽວກວ່າ, ເມັດເຕັມດີ ແລະ ຮວງເຂົ້າກໍງາມ ແລະ ໃຫຍ່ກວ່າ.

ບໍ່ພຽງແຕ່ມີຄຸນນະພາບທີ່ດີຂຶ້ນເທົ່ານັ້ນ, ແຕ່ເຕັກນິກຂອງໂຄງການຍັງເຮັດໃຫ້ໄດ້ປະລິມານທີ່ເພີ່ມຂຶ້ນ. ແນວພັນເຂົ້າລຸ້ນ 2 ຈໍານວນ 9 ກິໂລ ຈາກແຫຼ່ງທີ່ເຊື່ອຖືໄດ້ ຜະລິດເຂົ້າລຸ້ນ 3 ໄດ້ ຈໍານວນ 480 ກິໂລ, ໃນລາຄາ 12,000 ກີບຕໍ່ກິໂລ, ສາມາດຂາຍໄດ້ປະມານ 6 ລ້ານກວ່າກີບ. ກົງກັນຂ້າມ, ແນວພັນພື້ນເມືອງ ແລະ ເຕັກນິກການປູກຂອງທ່ານເອງໄດ້ຮັບຜົນຜະລິດທີ່ຕໍ່າ ແລະ ສາມາດຂາຍໄດ້ໃນລາຄາພຽງແຕ່ 7,000 ກີບຕໍ່ກິໂລເທົ່ານັ້ນ.

ນີ້ແມ່ນຄັ້ງທຳອິດທີ່ທ່ານ ຄຳມູນ ໄດ້ເຂົ້າຮ່ວມໂຄງການ ຄື ໂຄງການ Climate REAL. ເຖິງແມ່ນວ່າ ການລົງທຶນໃນເບື້ອງຕົ້ນແມ່ນສູງ, ແຕ່ຜົນໄດ້ຮັບກໍຍິ່ງສູງກວ່າ. ບັນດາກຸ່ມຊາວນາໃນເຂດດັ່ງກ່າວ ລວມທັງ ທ່ານເອງ ມີຄວາມປຶ້ມປິຕິ ຕໍ່ໂຄງການ ໃນການລົງທຶນໃສ່ເຄື່ອງຈັກແຍກແນວພັນເຂົ້າ, ເຊິ່ງເຮັດໃຫ້ຕົ້ນທຶນໃນຂະບວນການນີ້ຫຼຸດລົງ. ການລົງທຶນເບື້ອງຕົ້ນນີ້ໄດ້ເຮັດໃຫ້ຜູ້ໄດ້ຮັບຜົນປະໂຫຍດໂດຍກົງມີຄວາມໝັ້ນໃຈໃນການມີສ່ວນຮ່ວມທາງດ້ານການເງິນກັບກິດຈະກໍາຕ່າງໆຂອງໂຄງການ ແລະ ຍັງສະແດງໃຫ້ເຫັນທ່າແຮງສໍາລັບການລົງທຶນຂອງຕົນເອງໃນອະນາຄົດ.

ປະຊາຊົນໃນເຂດເປົ້າໝາຍຂອງໂຄງການ Climate REAL ແລະ ພະນັກງານໂຄງການສໍາຫຼວດຄຸນນະພາບຂອງການປູກເຂົ້າ  ©FAO/Vornthalom Chanthavong

 

ຍ້ອນໝາກຜົນອັນພົ້ນເດັ່ນ, ທ່ານ ຄຳມູນ ຈຶ່ງໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸມ ແລະ ງານຕ່າງໆ ຢ່າງຕໍ່ເນື່ອງ. ທ່ານໄດ້ແລກປ່ຽນຄວາມຮູ້ກັບຄອບຄົວ ແລະ ຊຸມຊົນໃນວົງກວ້າງ ລວມທັງ ຊາວກະສິກອນທ້ອງຖິ່ນຜູ້ທີ່ຍັງບໍ່ທັນເຂົ້າຮ່ວມໂຄງການໂດຍກົງ ແລະ ຊາວກະສິກອນໃນເມືອງເປົ້າໝາຍອື່ນໆຂອງໂຄງການ.

ສິ່ງນີ້ເຮັດໃຫ້ຊຸມຊົນການປູກເຂົ້າຂອງແຂວງອັດຕະປືມີຄວາມຫວັງທີ່ສູງຂຶ້ນ. ນອກຈາກການວາງແຜນ ແລະ ກະກຽມສໍາລັບລະດູການປູກເຂົ້າໃນປີຕໍ່ໄປແລ້ວ, ທ່ານ ຄຳມູນ ຍັງໄດ້ເລີ່ມສ້າງແຜນເພື່ອອະນາຄົດຂອງຫຼານຊາຍຂອງທ່ານ. ໂດຍສ່ວນຕົວແລ້ວ, ທ່ານເຊື່ອວ່າ ການຮຽນຮູ້ ແລະ ການພັດທະນາທັກສະແມ່ນບໍ່ມີມື້ສິ້ນສຸດ ແລະ ຊາວກະສິກອນທ້ອງຖິ່ນສາມາດໄດ້ຮັບຜົນປະໂຫຍດຈາກການສະໜັບສະໜູນຢ່າງຕໍ່ເນື່ອງ. ການຈັດຕັ້ງປະຕິບັດຂອງໂຄງການສາມາດຊ່ວຍປະຊາຊົນພາຍໃນແຂວງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນໄລຍະ 5 ຫາ 10 ປີຕໍ່ໜ້າ. ປະຊາຊົນຈະສາມາດຜະລິດເຂົ້າໄດ້ພຽງພໍ ບໍ່ສະເພາະໃຫ້ແຕ່ຄອບຄົວຂອງພວກເຂົາເອງເທົ່ານັ້ນ, ແຕ່ຍັງສາມາດຂາຍໄດ້ອີກດ້ວຍ. ທ່າແຮງໃນການຫາລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ເທື່ອລະກ້າວແມ່ນສາມາດບັນລຸຜົນໄດ້.

 

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg
Official Website :www.maf.gov.la
#ລາຍການກະສິກຳ ແລະ ປ່າໄມ້

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ      ພາກຄໍ່າ ເວລາ    17:30-18:00 ໂມງ;

– ວັນສຸກ          ພາກບ່າຍ ເວລາ   14:25-14:55 ໂມງ;

– ວັນອາທິດ      ພາກເຊົ້າ ເວລາ   10:00-10:30 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:

– ວັນອາທິດ      ພາກເຊົ້າ ເວລາ   6:30-07:00 ໂມງ;

                    ພາກບ່າຍ ເວລາ 13:10-13:40 ໂມງ;

                    ພາກເດິກ ເວລາ  20:45-21:15 ໂມງ

1 2 3 45
ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ