ພິທີມອບ-ຮັບ ອາຄານອາເນກປະສົງ ແລະ ອຸປະກອນຫ້ອງທົດລອງ ໃຫ້ໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ

ໂຄງ​ການ​ພັດ​ທະ​ນາ ແລະ ປັບ​ປຸງ​ເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດ​ພືດ​ຜັກ ຢູ່​ເຂດ​ເມືອງ ຫາດ​ຊາຍ​ຟອງ ແມ່ນ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນ​ຈາກ ກະ​ຊວງ​ກະ​ສິ​ກຳ, ອາ​ຫານ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຂອງ ສ.ເກົາຫຼີ ໂດຍ​ຜ່ານ​ລັດ​ວິ​ສາ​ຫະ​ກິດ​ຊຸມ​ຊົນ-ຊົນ​ນະ​ບົດ ສ.ເກົາຫຼີ (KRC), ຈຳ​ນວນ 3.478.260 ໂດ​ລາ​ສະ​ຫະ​ລັດ ຫຼື ເທົ່າ​ກັບ 4.000.000.000 ວອນ. ໄລ​ຍະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ແມ່ນ 04 ປີ (2019-2022).

ຈຸດ​ປະ​ສົງ​ຂອງ​ໂຄງ​ການ​ແມ່ນ ເພື່ອ​ຄົ້ນ​ຄວ້າ ແລະ ພັດ​ທະ​ນາ​ ເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດພືດ​ຜັກ​ທີ່​ເໝາະ​ສົມ ໃນ​ສະ​ພາບ​ແວດ​ລ້ອມ​ ຂອງ ສ​ປ​ປ ​ລາວ; ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ນັກ​ຄົ້ນ​ຄວ້າ, ນັກ​ສົ່ງ​ເສີມ, ນັກ​ສຶກ​ສາ ແລະ ຊາວ​ກະ​ສິ​ກອນ ດ້ານ​ເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດ​ພືດ​ຜັກ ແລະ ເພື່ອ​ປັບ​ປຸງ​ໂຄ​​ງລ່າງ​ພື້ນ​ຖານ​ຂອງ​ສູນ​ຄົ້ນ​ຄວ້າ​ພືດ​ຜັກ ແລະ ໄມ້​ໃຫ້​ໝາກ, ເປັນ​ບ່ອນ​ຮຽນ​ຮູ້ ແລະ ເປັນ​ພື້ນ​ທີ່​ຕົວ​ແບບ. ​ເຊິ່ງ​ໂຄງ​ການ​ດັ່ງ​ກ່າວນີ້​ແມ່ນ​ສູນ​ຄົນ​ຄວ້າ​ພືດ​ຜັກ ແລະ ໄມ້​ໃຫ້​ໝາກ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ກະ​ສິ​ກຳ, ປ່າ​ໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ເປັນ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ.

ໃນ​ວັນ​ທີ 24 ທັນ​ວາ 2021 ໂຄງ​ການພັດ​ທະ​ນາ ແລະ ປັບ​ປຸງ​ເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດ​ພືດ​ຜັກ, ໄດ້​ຈັດພິ​ທີ ມອບ-ຮັບ ອາ​ຄານອາ​ເນກ​ປະ​ສົງ ແລະ ອຸ​ປະ​ກອນ​ຫ້ອງ​ທົດ​ລອງ ​ຈາກ ​KRC  ໃຫ້ກັບໂຄງ​ການ​ການພັດ​ທະ​ນາ ແລະ ປັບ​ປຸງ​ເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດ​ພືດ​ຜັກ ​ຂຶ້ນ, ທີ່​ສູນ​ຄົ້ນ​ຄວ້າ​ພືດ​ຜັກ ແລະ ໄມ້​ໃຫ້​ໝາກ, ບ້ານ ຫາດດອກ​ແກ້ວ, ເມືອງ ຫາດ​ຊາຍ​ຟອງ, ນະ​ຄອນຫຼວງວຽງ​ຈັນ. ຕາງ​ໜ້າ KRC ເຊັນ​ມອບ​ໂດຍ ທ່ານ ດ​ຣ ຢ໋ອງ ອິນ ໂຮ ​ຫົວ​ໜ້າ​ຫ້ອງ​ການ KRC ປະ​ຈຳ​ລາວ, ຕາງ​ໜ້າ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ເຊັນ​ຮັບ​ໂດຍ ທ່ານ ນາງ ປອ ໃຈ ບຸນ​ພະ​ນຸ​ໄຊ ຫົວ​ໜ້າ​ສະ​ຖາ​ບັນ​ຄົນ​ຄວ້າ​ກະ​ສິ​ກຳ, ປ່າ​ໄມ້ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ. ເຊິ່ງ​ມີພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພະ​ຍານ.

ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ​ທີ່ມອບ​ໃຫ້​ໂຄງ​ການ​ໃນ​ຄັ້ງ​ນີ້ ແມ່ນ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ເພີ່ມ​ຜົນ​ຜະ​ລິດ, ປັບ​ປ​ຸງ​ຄຸນ​ນະ​ພາບ ແລະ ຄວາມ​ປອດ​ໄພ ຂອງ​ຜະ​ລິດ​ຕະ​ພັນ​ພືດ​ຜັກ ໃນ 04 ບ້ານ​ເປົ້າ​ໝາຍ​ຂອງ​ໂຄງ​ການ ຄື: ບ້ານ ຫົວ​ຫ້າ, ຊາຍ​ຟອງ​ເໜືອ, ທ່າ​ແຂກ ແລະ ບ້ານ ສີມ​ມະ​ໂນ, ເມືອງ ຫາດ​ຊາຍ​ຟອງ, ນະ​ຄອນຫຼວງວຽງ​ຈັນ. ນອກ​ນັ້ນ, ຍັງ​ສ້າງ​ສວນ​ສາ​ທິດ, ຄອບ​ຄົວ​ຕົວ​ແບບ ແລະ ບ້ານຕົວ​ແບບ ເພື່ອ​ໃຫ້​ຊາວ​ກະ​ສິ​ກອນ, ນັກ​ຮຽນ-ນັກ​ສຶກ​ສາ, ຜູ້​ປະ​ກອບ​ການ ແລ​ະ ພະ​ນັກ​ງານ ໄດ້​ມາ​ຮຽນ​ຮູ້ ແລະ ​ຖອດ​ຖອນ​ບົດຮຽນ.

https://fb.watch/abOoixRJgW/

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ