ຄວາມສ່ຽງອຸຕຸກະເສດ ອາກາດຮ້ອນເອົ້າ ແລະ ໜາວເຢັນ ກັບວິທີການໃຫ້ຄຳແນະນຳການລ້ຽງສັດ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮ່ວມມືເຮັດວຽກປະສານງານກັບ ກະຊວງກະສິກຳ ແລະ ປ່າໄມ້ ເປັນ​ຕົ້ນ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ (ສູນປ້ອງ​ກັນພືດ), ໄດ້ຮວ່ມກັນພັດທະນາລະບົບບໍລິການຂໍ້ມູນອຸຕຸກະເສດ ຂອງ ສປປ ລາວ ພາຍໃຕ້ການສະ​ໜັບສະ​ໜູນທຶນ ແລະ ເຕັກນິກຈາກ ອົງການ ອາຫານ ແລະ ​ການກະ​ເສດ ແຫ່ງສະ​ຫະ​ປະ​ຊາຊາດ ປະ​ຈຳ ສ​ປ​ປ ລາວ.

ລະບົບອຸຕຸກະເສດ ຂອງ ສປປ ລາວ ແມ່ນລະບົບ ເວັບ​ໄຊ໌ ແລະ ເ​ເອັບອອນລາຍ ທີ່ສາມາດເຂົ້າເຖິງໄດ້ທຸກສະຖານທີ່ໆມີອິນເຕີເນັດ ໂດຍຜ່ານທາງໂມບາຍໂຟນ ແລະ ຄອມພິວເຕີ. ການບໍ​ລິ​ການຂໍ້​ມູນອຸ​ຕຸ​ກະ​ສິກຳ ແມ່ນອົງປະ​ກອບຫຼັກອັນໜຶ່ງ ຂອງລະ​ບົບ ທີ່ປະ​ກອບດ້ວຍ: ບົດຂ່າວອຸ​ຕຸກະ​ເສດ (ປະ​ຈຳອາທິດ ແລະ ປະ​ຈຳເດືອນ), ດັດສະ​ນີອຸ​ຕຸກະ​ເສດ, ແຜນທີ່ຄວາມ ສ່ຽງສະ​ພາບແຫ້ງແລ້ງ ແລະ ອາກາດຮ້ອນເອົ້າ. ບັນດາຄວາມສ່ຽງອຸ​ກະ​ເສດທັງໝົດມີ 6 ດັດສະນີ ຄື: ອຸນ​ຫະ​ພູມ​ສະ​ສົມ​ໃນ​ປີ ຫຼື GDD, ນ້ຳຝົນ, ໄພ​ແຫ້ງແລ້ງ, ອາດກາດຮ້ອນເອົ້າ, ອາກາດໜາວເຢັນ ແລະ ສັດລ້ຽງກັ​ບອາກາດຮ້ອນເອົ້າ.

ມາດຖານການກຳນົດຄ່າດັດສະ​ນີຄວາມສ່ຽງອາກາດຮ້ອນເອົ້າ ແມ່ນຈະ​ນຳໃຊ້ຄຳສັ່ງປະ​ມວນຜົນທີ່ເອີ້ນວ່າ: ຄຳ​ສັ່ງ​ຊຸດ​ປະ​ມວນ​ຜົນການ​ກະ​ຈາຍ ທາງ​ສະ​ຖິ​ຕິ​ຂອງ​ອຸນ​ຫະ​ພູມ​ສູງ​ສຸດ​ລາຍ​ວັນ  (Daily TMAX Climatology Distribution Function) ເຊິ່ງອຸນຫະ​ພູມສູງສຸດຈະ​ເປັນຕົວປ້ອນການປະ​ມວນຜົນ ແລະ ມາດຖານການກຳນົດຄ່າດັດສະ​ນີຄວາມສ່ຽງອາ ກາດໜາວເຢັນ ແມ່ນຈະ​ນຳໃຊ້ຄຳສັ່ງປະ​ມວນຜົນທີ່ເອີ້ນວ່າ: ອຸນ​ຫະ​ພູມ​ຕ່ຳ​ສຸດ (Daily TMIN Climatology Distribution Function) ເຊິ່ງອຸນຫະ​ພູມຕ່ຳສຸດຈະ​ເປັນຕົວປ້ອນປະ​ມວນຜົນ ໂດຍນຳໃຊ້ຄ່າມາດຖານທາງສະ​ຖິ​ຕິ (Standard Deviation or sd)  ຈັດຄ່າດັດສະ​ນີອອກເປັນຄວາມສ່ຽງ 3 ລະ​ດັບ ຄື: ຄວາມສ່ຽງລະ​ດັບຕ່ຳ,  ຄວາມສ່ຽງລະ​ດັບປານ​ກາງ ແລະ ຄວາມສ່ຽງລະ​ດັ​ບສູງ.

ຈ​າກການປະ​ມວນຜົນແບບຈຳລອງຢູ່ເບື້ອງຫຼັງໃນລະ​ບົບຫຼັກຊາ, ຫຼັງຈາກນັ້ນ ກໍ່ຈະໄດ້ຄ່າດັດສະ​ນີ ຄວາມສ່ຽງຄາດຄະ​ເນ 7 ວັນລ​ວ່ງໜ້າ ທີ່ສະ​ແດງເປັນແຜນວາດທີ່ເຂົ້າໃຈງ່າຍ ເພື່ອເປັນການເຕືອນລະ​ດັ​ບຄວາມສ່ຽງໃຫ້ ແກ່ຊາວກະ​ສິກອນ ແລະ ເຈົ້າໜ້າທີ່ກະສິກຳ ໃຫ້ມີການກຽມພ້ອມວາງແຜນລ່ວງໜ້າ ເພື່ອຮັບມືກັບສະ​ພາບຄວາມສ່​ຽງດັ່ງກ່າວ ເຮັດໃຫ້ເກີດຜົນເສຍ ຫາຍໜ້ອຍທີ່ສຸດແກ່ສັດລ້ຽງ ຂອງຊາວກະ​ສິກອນ.

ສຳລັບການໃຫ້ຄຳແນະນຳໃນສະ​ພາບຄວາມສ່ຽງສະ​ພາບອາກາດ ແກ່ວຽກງານການລ້ຽງສັດ ແມ່ນໄດ້ພັດທະ​ນາເປັນ ຕາຕະ​ລາງທາງເລືອກ ການໃຫ້ຄຳແນະນຳຕາມແຕ່ລະ​ສະ​ພາບອ​າກາດ ໂດຍໄດ້ຮັບການພັດທະ​ນາ ຈາກສະ​ຖາບັນຄົ້ນຄວ້າກະ​ສິກຳ, ປ່າໄມ້ ແລະ ພັດທະ​ນາຊົນນະບົດ. ພາຍໃຕ້ການສະ​ໜັບສະ​ໜູນດ້ານວິ​ຊາການ ໂດຍສະ​ຖາບັນຄົ້ນຄ້​ວາກະ​ສິກຳເຂດ ຮອ້ນ (CIAT) ແລ້ວບັນດາຄຳແນະ​ນຳດັ່ງກ່າວ ແມ່ນໄດ້ຖືກນຳໄປໃຊ້ໃນລະ​ບົບບໍ​ລິ​ການອຸ​ຕຸ​ກະ​ເສດຂອງປະ​ເທດລາວ (ລະ​ບົບຫຼັກຊາ) ທີ່ປະ​ກົດເຫັນໃນບົດຂ່າວອຸ​ຕຸກະ​ເສດປະ​ຈຳອາທິດ ແລະ ປະ​ຈຳເດືອນ ເຊັ່ນ: ບົດຂ່າວພະ​ຍາກອນອຸ​ຕຸ​ກະ​ເສດປະ​ຈຳ ເດືອນ ອອກຄັ້ງວັນທີ 1/1/2022 ແຂວງ ຊຽງຂວາງ, ທີ່ມີຄວາມສ່ຽງຕໍ່ສະ​ພາບອຸນຫະ​ພູມຕ່ຳ ສຳລັບໄລ​ຍະເດືອນມັງກອນ ເພື່ອປົກປ້ອງສັດ ຈາກອຸນຫະ​ພູມທີ່ຫຼຸດລົງຢ່າງກະ​ທັນຫັນ ຕ້ອງໃຫ້ສັດລ້ຽງໄດ້ຢູ່ໃນບໍ​ລິ​ເວນທີ່​ມີສິ່ງປົກຄຸມ ຫຼື ມີຫລັງຄາໃນ ເວ​ລາກາງຄືນ. ສັດທີ່ເຈັບປ່ວຍຄວນໄດ້ຮັບການປົກຄຸມຈາກຜ້າແພ ຫຼື ເປົາເພື່ອປົກປ້ອງເຂົາຈາກອາກາດໜາວເຢັນ. ສັດ   ຄວ​ນໄດ້ຮັບອາຫານພຽງພໍ ແລະ ດື່ມນ້ຳທີ່ອຸ່ນ ພ້ອມ​ທັງ​ໄດ້​ຮັບ​ການ​ສັກ​ຢາ​ປ້ອງ​ກັນ​ເປັນ​ປົກ​ກະ​ຕິ.

ຂໍ້ມູນເພີ້ມເຕີມ:

ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ  ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ຫຼັກຊາ:  www.lacsa.net

ລະບົບເອບປຼີເກເຊີນແອນດຼອຍ:   https://play.google.com/store/apps/details?id=com.fao.lacsa_app

ລະບົບເອບປຼີເກເຊີນ ແອບໂປ້:  https://apps.apple.com/sg/app/lacsa/id1573693442

ຂໍ້ມູນປັບປູງເປັນປະຈຳສາມາດເຂົ້າເບິ່ງໄດ້ທີ່:   https://www.facebook.com/samisdmh.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ