ບົດຂ່າວອຸຕຸກະເສດປະຈໍາອາທິດທີ່ 27 ທັນວາ 2021 ຫາ ວັນທີ 2 ມັງກອນ 2022

ຜົນການພະຍາກອນອາ​ກາດ 03 ເດືອນຂ້າງໜ້າ ( ທັນ​ວາ 2021 ຫາ ກຸມ​ພາ 2022) ຈາກລະບົບອຸຕຸກະເສດແຫ່ງ ສປປ ລາວ ໄດ້ຊີ້ໃຫ້ເຫັນວ່າ: ບັນດາແຂວງດ້ານຕາເວັນຕົກສຽງເໜືອ ແລະ ບາງແຂວງພາກກາງ (ແຂວງ ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ,ໄຊຍະບູລີ, ແຂວງ ວຽງຈັນ ແລະ ນະຄອນຫຼວງວຽງຈັນ) ມີສະພາບອຸນຫະພູມສູງກວ່າ ເມື່ອທຽບໃສ່ເກນປົກກະຕິ. ເຊິ່ງໃນນີ້ 2 ແຂວງ ຄື: ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ແມ່ນມີຜົນຄາດຄະເນອຸນ ຫະພູມຕໍ່າກວ່າ ເມື່ອທຽບໃສ່ເກນປົກກະຕິ ສ່ວນແຂວງອື່ນໆແມ່ນນອນຢູ່ໃນເກນປົກກະຕິ.

ຈາກຜົນຊີ້ວັດດັດສະນີຄວາມສ່ຽງອຸຕຸກະເສດໃນເດືອນ ​ທັນ​ວາ 2021 ຊີ້ໃຫ້ເຫັນວ່າ: ແຂວງ ເຊກອງ ແມ່ນມີ ຄວາມສ່ຽງລະ​ດັບປານກາງ ແນະ​ນຳໃຫ້ປະ​ຊາຊົນເອົາໃຈໃສ່ເຝົ້າລະ​ວັງການລະ​ບາດ, ສ່ວນພະ​ຍາດພືດແມ່ນບໍ່ມີຄວາມສ່ຽງ, ສໍາລັບຄວາມສ່ຽງຝົນຕົກໜັກແມ່ນ​ຢູ່ ແຂວງ ຜົ້ງສາລີ ຄາດຄະເນມີຄວາມສ່ຽງລະດັບປານກາງ, ດັ່ງນັ້ນ ໃຫ້ປະຊາຊົນມີສະຕິເຝົ້າລະ ວັງຄວາມສ່ຽງຕໍ່ພຶດ ແລະ ສັດ.

ຈາກຜົນການແຈ້ງເຕືອນຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແນະນໍາວ່າ: ໃນໄລຍະ ວັນທີ 27  ຫາ 28 ທັນວາ 2021 ມວນອາກາດໜາວເຢັນຈາກປະ​ເທດຈີນ ມີກຳລັງແຮງແຜ່ລົງມາປົກຄຸມທົ່ວທຸກພາກຂອງປະ​ເທດລາວ, ດ້ວຍກໍາລັງ ປານກາງ ຫາ ແຮງ, ພ້ອມດຽວກັນນັນ ລົມມໍ​ລະສຸມ​ຕາເວັນອອກສຽງເໜືອ ພັດມາປົກຄຸມເປັນສ່ວນໃຫ່ຍ ເຊິ່ງເຮັດ​ໃຫ້ ອຸນຫະ​ພູມຫຼຸດ​ລົງ 1 ຫາ 2 ອົງສາ, ອາກາດໜາວເຢັນລົງຕື່ມ, ມີໝອກປົກຫຸ້ມໃນຕອນເຊົ້າ ແລະ ອາ​ກາດ​ໜາວເຢັນຢູ່ແຕ່ລະພາກ. ໂດຍສະເພາະຢູ່ ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດໜາວເຢັນ, ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

ບົດພະຍາກອນອຸຕຸກະເສດ ປະຈໍາອາທິດທີ 1 ຂອງເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ, ຄາດຄະເນໃນໄລຍະວັນທີ 27 ທັນວາ 2021 ຫາ 2 ມັງກອນ 2022: ສຳລັບເຂົ້ານາແຊງ ແມ່ນໃຫ້ປະ​ຊາຊົນເອົາໃຈໃສ່ ຕໍ່ຄວາມສ່ຽງອາກາດ     ໜາວເຢັນ, ການຫົດນ້ຳ ແລະ ປົກ​ຄຸມ​ໜານ​ຜັກ​ດ້ວຍເສດພຶດ ຈະຊ່ວຍຫຼູດຄວາມເສຍຫາຍຈາກອາກາດເຢັນໄດ້ ເພີ່ມທະ​ວີຕິດຕາມເຝົ້າລະ​ວັງ ແລະ ນຳໃຊ້ມາດຕະ​ການທີ່ ເໝາະສົມ ສຳລັບເພ້ຍຈັກຈັ່ນສີນ້ຳຕານ ທີ່ມ​ີຄວາມສ່ຽງລະ​ດັບປານກາງ ຫາ ສູງ. ສວ່ນເມືອງອື່ນໆ ແມ່ນສາມາດເຂົ້າໄປເບິ່ງ​ໄດ້ໃນລະບົບ​ລັກຊາ ຕາມທີ່ຢູ່ຂ້າງລຸ່ມນີ້.

ຂໍ້ມູນເພີ້ມເຕີມ:

ລະບົບຫຼັກຊາແມ່ນໄດ້ຮັບທືນຊ່ວຍເຫຼືອຈາກ ໂຄງການໃຫ້ທືນໂດຍກອງທືນສິ່ງແວດລອ້ມໂລກ ຂອງອົງການ FAO ຜ່ານໂຄງການ ສ້າງຄວາມເຂັ້ມແຂງ ລະບົບຕິດຕາມ ແລະ  ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕກັບການປ່ຽນແປງພູມອາກາດ ແລະ ຄ້ຳປະກັນສະບຽງອາຫານ   ໃນ ສປປ ລາວ (SAMIS).

ທີ່ຢູ່ເວັບໄຊ້ຫຼັກຊາ:  www.lacsa.net

ລະບົບເອບປຼີເກເຊີນ ແອນດຼອຍ:   https://play.google.com/store/apps/details?id=com.fao.lacsa_app

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ