
Lamngeun Saipadith
ປຶກສາຫາລືກ່ຽວກັບການວາງແຜນການຮ່ວມມື ກັບຊ່ຽວຊານ ອົງການສະຫະປະຊາຊາດ
ໃນວັນທີ 16 ກຸມພາ 2018 ຫ້ອງການກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບກົມປູກຝັງ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການວາງແຜນການຮ່ວມມືຮ່ວມກັບຊ່ຽວຊານອົງການສະຫະປະຊາຊາດ ຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ. ເຂົ້າຮ່ວມໂດຍທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນກະຊວງກະສິກໍາ ແລະປ່າໄມ້, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ, ຜູ້ຄົ້ນຄິດເຕັກໂນໂລຊີ ຈຸນສາວ, ຫົວໜ້າກົມ-ຮອງຫົວໜ້າກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຈັນ ກົມບຸນຍະສິດ ຮອງຫົວໜ້າກົມປູກຝັງ ໄດ້ລາຍງານວ່າ: ຈຸດປະສົງຕົ້ນຕໍຂອງການມາເຮັດວຽກໃນຄັ້ງນີ້ ແມ່ນເພື່ອເກັບກໍາຂໍ້ມູນເບື້ອງຕົ້ນ ກ່ຽວກັບຄວາມເປັນໄປໄດ້ໃນການຖ່າຍທອດເຕັກໂນໂລຊີ ຈຸນສາວ ເຂົ້າມານໍາໃຊເຂົ້າໃນການຜະລິດກະສິກໍາ ຢູ່ ສປປ ລາວ ໂດຍແນໃສ່ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະການຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກໄປຍັງ ສປ ຈີນ. ສໍາລັບເຕັກໂນໂລຊີ ຈຸນສາວ ເປັນເຕັກໂນໂລຊີດ້ານການປູກຫຍ້າ ເພື່ອລ້ຽງສັດ, ປູກເຫັດ, ເຮັດແຜນຟາຍບອດ, ປ້ອງກັນການເຊາະເຈື່ອນ, ຫຼຸດຜ່ອນອາຍພິດເຮືອນແກ້ວ ແລະອື່ນໆ ຊື່ງເຕັກໂນໂລຊີ ດັ່ງກ່າວ ກໍາລັງນໍາໃຊ້ຢ່າງມີຜົນສໍາເລັດໃນຫຼາຍເຂດພື້ນທີ່ ຢູ່ ສປ ຈີີນ ແລະໄດ້ຖ່າຍທອດໄປຍັງຫຼາຍປະເທດທີ່ກໍາລັງພັດທະນາ. ໃນກອງປະຊຸມ ຊ່ຽວຊານ ຍັງໄດ້ຂຶ້ນສະເໜີກ່ຽວກັບປະຫວັດຄວາມເປັນມາຂອງເຕັກໂນໂຍຊີ ດັ່ງກ່າວ. ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ໃຫ້ທິດຊີ້ນຳແກ່ການນໍາກະຊວງກະສິກໍາ ແລະປ່າໄມ້ ເອົາໃຈໃສ່ຊີ້ນຳໆພາ ວຽກງານການຮ່ວມມືດັ່ງກ່າວ ໂດຍໃຫ້ມີແຜນດໍາເນີນການຢ່າງລະອຽດ, ແລະໃຫ້ກົມປູກຝັງກະກຽມວິຊາການທີ່ກ່ຽວຂ້ອງເພື່ອສົມທົບ ແລະອໍານວຍຄວາມສະດວກໃຫ້ແກ່ຝ່າຍຈີນ ເພື່ອເຮັດໃຫ້ວຽກງານການຮ່ວມມືໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ພິທີມອບ-ຮັບເງິນສົມທົບທຶນປູກສ້າງສ້ອມແປງເຮືອນ
ໃນວັນທີ 18 ກຸມພາ 2019 ກົມຈັດຕັ້ງ ແລະພະນັກງານ, ກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດພິທີມອບ-ຮັບເງິນສົມທົບທຶນປຸກສ້າງສ້ອມແປງເຮືອນ ໃຫ້ແກ່ພະນັກງານປະຕິວັດອາວຸໂສບໍານານ ປະຈໍາປີ 2018 ຢູ່ຫ້ອງປະຊຸມກົມຈັດຕັ້ງ ແລະ ພະນັກງານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ມີຫົວໜ້າກົມ, ຮອງກົມ, ຫ້ອງການກະຊວງ, ພະນັກງານອາວຸໂສບໍານານ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສົມປອງ ສຸວັນນະເມທີ ຫົວໜ້າພະແນກນະໂຍບາຍ, ກົມຈັດຕັ້ງ ແລະພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍກູ້ຍືມເງິນເພື່ອປູກສ້າງ-ສ້ອມແປງເຮືອນ ປະຈໍາປີ 2018 ຕາມດໍາລັດ 272/ລບ, ລົງວັນທີ 16 ກັນຍາ 2015ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ກ່ຽວກັບເງິນ, ພະນັກງານບໍານານ ສົມທົບປູກສ້າງສ້ອມແປງເຮືອນ ປະຈໍາປີ 2018 ຈາກພັກ-ລັດຖະບານ ໃຫ້ພະນັກງານອາວຸໂສບໍານານ ຂອງບັນດາກະຊວງເວົ້າລວມ, ເວົ້າສະເພາະ ກະຊວງກະສິກໍາ ແລະປ່າໄມ້ ທີີ່ໄດ້ຮັບເງິນ ຈໍານວນ 02 ທ່ານ ເປັນເງິນຈໍານວນ 60 ລ້ານກີບ ຄື: ທ່ານ ສາຍຄໍາ ພົນທະລີຫານ, ທ່ານ ອ່ຽນ ເລືອງວັນແອງ. ເພື່ອເຮັດໃຫ້ພິທີດັ່ງກ່າວມີຄວາມໝາຍຄວາມສໍາຄັນ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດມອບເງິນ ໂດຍຊ້ອງໜ້າຜູ້ເຂົ້າຮ່ວມ ແລະໄດ້ໂອ້ລົມ ຊື່ງທ່ານໄດ້ສະແດງຄວາມດີໃຈ ຕໍກັບພະນັກງານບໍານານທັງສອງທ່ານ ທີ່ໄດ້ຮັບເງິນສົມທົບທຶນໃນຄັ້ງນີ້ ແລະໃຫ້ນໍາໃຊ້ເງິນດັ່ງກ່າວແກ້ໄຂຊີວິດການເປັນຢູ່, ຍົກລະດັບຖານະຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ.
ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຕ້ອນຮັບເອກອັກຄະລັດຖະທູດ ຝຣັ່ງ ແລະ ເອກອັກຄະລັດຖະທູດ ບຼູໄນ ປະຈໍາລາວ
ເພື່ອສືບຕໍ່ສາຍພົວພັນວຽກງານການຮ່ວມມືໃຫ້ນັບມື້ນັບກວ້າງຂວາງ. ໃນຕອນເຊົ້າວັນທີ 25 ກຸມພາ 2019 ຢູ່ຫ້ອງຮັບແຂກຫ້ອງການກະຊວງກະສິກໍາ ແລະປ່າໄມ້ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນ. ຟລໍຮັອງ ຊັອງບັອງ-ຣີກແລກ ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາລາວ. ພ້ອມນີ້ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງຂອງການພົບປະໃນຄັ້ງນີ້ ເພື່ອເປັນການປຶກສາຫາລືກ່ຽວກັບວຽກງານການຮ່ວມກັນໃນໄລຍະຜ່ານມາລະຫວ່າງລັດຖະບານລາວ ແລະລັດຖະບານຝຣັ່ງ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືການພັດທະນາໃນຂົງເຂດວຽກງານກະສິກໍາ ແລະປ່າໄມ້. ຜ່ານມາ ລັດຖະບານຝຣັ່ງ ໄດ້ໃຫ້ການສະໜັບສະໜູນຫຼາຍດ້ານ ດ້ວຍຮູບແບບການລົງທຶນ ແລະໃຫ້ການຊ່ວຍເຫຼືອລ້າ ໂຄງການທີ່ພົ້ນເດັ່ນ ແມ່ນໂຄງການຜະລິດກາເຟ ເຂດພູພຽງບໍລິເວນ. ໂອກາດນີ້, ທັງສອງຝ່າຍ ຍັງໄດ້ຮ່ວມກັນປຶກສາຫາລື ເພື່ອຫາວິທີການຂະຫຍາຍວຽກງານການຮ່ວມໃນຕໍ່ໜ້າເປັນຕົ້ນແມ່ນ ການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນກະສິກໍາ, ການຜະລິດກະສິກໍາ ເພື່ອໂພຊະນາການ ລວມທັງ ວຽກງານການອະນຸລັກປ່າສະຫງວນແຫ່ງຊາດ.
ໃນເວລາຕໍ່ມາ, ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາອິມ ສາເລສ ເອກອັກຄະລັດຖະທູດ ບຼູໄນ ປະຈໍາລາວ. ການພົບປະໃນຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການສະເໜີຂໍສໍາປະທານທີ່ດິນ ເຮັດການຜະລິດກະສິກໍາ ຈໍານວນ 5 ພັນເຮັກຕາ ຫາ 20 ພັນເຮັກຕາ ຢູ່ຂອບເຂດທົ່ວປະເທດຂອງລາວ ໂດຍສະເພາະແມ່ນຢູ່ໃນຂົງເຂດທົງພຽງ ໂດຍມີຈຸດປະສົງນໍາໃຊ້ເຮັດການຜະລິດກະສິກໍາສະອາດປອດສານພິດ, ລວມທັງວຽກງານການປູກຝັງ ແລະລ້ຽງສັດ ເພື່ອເປັນສິນຄ້າ. ໂອກາດນີ້, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ສະເໜີໃຫ້ມີການເຮັດແຜນ ແລະບົດບັນທຶກ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ ຈາກທັງສອງຝ່າຍກ່ອນທີ່ຈະຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າ ພ້ອມນີ້, ຍັງໄດ້ປຶກສາຫາລືຊອກຫາວິທີຄວາມເປັນໄປໄດ້ ໃນການຮ່ວມກັນພັດທະນາຂະແໜງການກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດຂອງ ສປປ.ລາວ ນໍາອີກ.
ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ
ແຂວງຄໍາມ່ວນ ປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້
ໃນວັນທີ 20 ກຸມພາ 2019 ແຂວງຄໍາມ່ວນ ໄດ້ຈັດພິທີປະກາດຮັບຮອງບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້ ຄື: ບ້ານ ດອນຈະເລີນ, ສົບຄໍາ, ຫ້ວຍມະໄລ, ບົວມາ ແລະບ້ານ ນາຕານ ຢູ່ທີ່ຫ້ອງການກຸ່ມບ້ານ ທ່າລັ່ງ ເມືອງນາກາຍ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ, ທ່ານ ແສງປະເສີດ ມັດທຸຈັນ ຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະປ່າໄມ້, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ, ທ່ານ ສົມພົງ ວັນໄພທອງ ເຈົ້າເມືອງໆນາກາຍ, ພະແນກການອ້ອມຂ້າງແຂວງ. ບັນດາຮອງເຈົ້າເມືອງ, ຫ້ອງການການອ້ອມຂ້າງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນ 5 ບ້ານເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນພິທີ ທ່ານ ກ້ຽງ ສຸລິຈັນ ຕາງໜ້ານາຍບ້ານທັງ 5ບ້ານ ໄດ້ຂຶ້ນລາຍງານກ່ຽວກັບກັບສະພາບລວມຈຸດພິເສດທີ່ຕັ້ງຂອງບ້ານ ແລະ ສະພາບຄວາມເປັນມາຂໍ້ມູນດ້ານກະສິກໍາ ແລະປ່າໄມ້ ຂອງ 5 ບ້ານ. ສໍາລັບຄອບຄົວຕົວແບບກະສິກໍາ ແລະປ່າໄມ້ ມີການຜະລິດກະສິກໍາສະອາດແບບປະສົມປະສານ ແລະມີແບບແຜນການອະນຸລັກຮັກສາສະພາບແວດລ້ອມ ບັນລຸ 625 ຄອບຄົວ, ກວມເອົາ 93,64%, ມີຄອບຄົວເຂົ້າກຸ່ມການຜະລິດກະສິກໍາ ແລະປ່າໄມ້ ແລະກຸ່ມພັດທະນາອື່ນໆ ທີ່ອົງການປົກຄອງທ້ອງຖິ່ນໄດ້ສ້າງຕັ້ງຂຶ້ນ ບັນລຸ 391 ຄອບຄົວ, ກວມເອົາ 73,98%. ໃນພິທີ ທ່ານ ສົມພົງ ວັນໄພທອງ ເຈົ້າເມືອງໆນາກາຍ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນບ້ານທີ່ສໍາເລັດການຈັດສັນທີ່ດິນກະສິກໍາ ແລະປ່າໄມ້ ແລະ ມອບໃບຍ້ອງຍໍກົມກອງ-ບຸກຄົນດີເດັ່ນ ໃນຂະບວນການພິທີ ດັ່ງກ່າວ. ຕໍ່ມາທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ບ້ານແບບຢ່າງດ້ານກະສິກໍາ ແລະປ່າໄມ້ ພ້ອມທັງໂອ້ລົມໃຫ້ບ້ານທີ່ໄດ້ຮັບການປະກາດຄັ້ງນີ້ ເອົາໃຈໃສ່ສືບຕໍ່ມູນເຊື້ອດຸໝັ່ນຂະຫຍັນພຽນ, ສ້າງເສດຖະກິດຄອບຄົວ ໂດຍຖືເອົາວຽກງານການຜະລິດກະສິກໍາເປັນຫຼັກ ຕິດພັນກັບການຫັນປ່ຽນຮູບແບບການຜະລິດກະສິກໍາແບບໃໝ່.
ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ