ລົງຊຸກຍູ້ຕິດ​ຕາມກຸ່ມໂພຊະນາການ ຢູ່ບ້ານເປົ້າໝາຍ​ຂອງ ທລຍ ເມືອງກັວນ, ແຂວງຫົວພັນ

ລົງຊຸກຍູ້ຕິດ​ຕາມກຸ່ມໂພຊະນາການ ຢູ່ບ້ານເປົ້າໝາຍ​ຂອງ ທລຍ ເມືອງກັວນ, ແຂວງຫົວພັນ

ໃນວັນທີ 17 ມິຖຸນາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ເມືອງກັວນ, ແຂວງຫົວພັນ, ໄດ້ລົງຊຸກຍູ້ຕິດຕາມ ກຸ່ມໂພຊະນາການບ້ານຍອດອິ້ນ ໂດຍໄດ້ນໍາພາສາທິດການປຸ່ງແຕ່ງອາ ຫານເສີມ ໃຫ້ແກ່ກຸ່ມແມ່ຍິງຖືພາ ຈຳ​ນວນ 13 ຄົນ, ແມ່ລູກອ່ອນທີ່​ມີ​ລູກ​ນ້ອຍ​ອາ​ຍຸ​ຕັ້ງ​ແຕ່ 0-23 ເດືອນ ຈຳ​ນວນ 36 ຄົນ ແລະ ຜູ້ດູແລເດັກ. ການສາທິດປຸງແຕ່ງອາຫານໃນຄັ້ງນີ້ ແມ່ນໄດ້ຕົ້ມເຂົ້າປຽກຕາມສູດທີ 8 ຂອງກຸ່ມໂພຊະນາການບ້ານຍອດອິ້ນ ໂດຍມີສ່ວນປະກອບ ຄື: ແປ້ງບົດ (ເຮັດມາຈາກເຂົ້າຈ້າວ ແລະ ຖົ່ວຂຽວ) 50 ກຣາມ, ນໍ້ານົມຈືດ 125 ມິນລິລິດ ແລະ ໝາກກ້ວຍ 40 ກຣາມ. ຫຼັງ​ຈາກ​ນັ້ນ, ສ່ວນ​ປະ​ສົມ​ທັງ​ໝົດ​ມາ​ຕົ້ມ.

ການປຸງແຕ່ງອາຫານເສີມໃຫ້ເດັກອາຍຸ 6-23 ເດືອນ ໃນຮູບແບບດັ່ງກ່າວນີ້ ແມ່ນໄດ້ປະຕິບັດຢ່າງຕໍ່ເນື່ອງ 1 ຄັ້ງຕໍ່ອາທິດ ຢູ່ບັນດາບ້ານບ້ານເປົ້າໝາຍດັ່ງກ່າວ ຊື່ງສູດອາຫານດັ່ງນີ້ ຈະຊ່ວຍເຮັດໃຫ້ເດັກ ມີສຸ ຂະພາບແຂງແຮງ ໄດ້ຮັບອາຫານທີ່ມີໂພຊະນາການ ແລະ ຄົບຄຸນປະໂຫຍດຂອງໝວດອາຫານ ແລະ ຍັງເຮັດໃຫ້ຜູ້ເປັນແມ່ ໄດ້ຮຽນຮູ້ ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານໃນແຕ່ລະໄລຍະອີກດ້ວຍ.​

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ