ອົງການ ອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ກະຊວງກະສິກຳ ແລະ ປ່າໄມ້ ລິເລີ່ມຈັດຕັ້ງປະຕິບັດ 2 ໂຄງການໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຮັກສາສຸຂະພາບສັດໃນ ສປປ ລາວ/FAO and the Ministry of Agriculture and Forestry initiate two projects to strengthen animal health systems in Lao People’s Democratic Republic

ອົງການ ອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ກະຊວງກະສິກຳ ແລະ ປ່າໄມ້ ລິເລີ່ມຈັດຕັ້ງປະຕິບັດ 2 ໂຄງການໃໝ່ ເພື່ອສ້າງຄວາມເຂັ້ມແຂງ

ໃຫ້ແກ່ລະບົບການຮັກສາສຸຂະພາບສັດໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ ວັນທີ 3 ພຶດສະພາ 2024, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO), ໂດຍການຮ່ວມມືກັບ ກະຊວງກະສິກໍາ ແລະ ປ່າໄມ້ (MAF), ໄດ້ຈັດກອງປະຊຸມເພື່ອນໍາສະເໜີ 2 ໂຄງການສຳຄັນ ທີ່ມີເປົ້າໝາຍແນໃສ່ປັບປຸງລະບົບການຮັກສາສຸຂະພາບສັດ ໃນ ສປປ ລາວ ແລະ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໂດຍການເຂົ້າຮ່ວມຂອງຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຈາກພາກລັດ ກໍຄື ກົມລ້ຽງສັດ ແລະ ການປະມົງ (ກລປ), ກະຊວງກະສິກຳ ແລະ ປ່າໄມ້ (ກປ), ຜູ້ຕາງໜ້າຈາກອົງການໃຫ້ທຶນທີ່ສຳຄັນຄື: ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ອົງການ ປ້ອງກັນ ແລະ ຫຼຸດຜ່ອນໄພພິບັດທາງຊີວະພາບຂອງສະຫະລັດອາເມລິກາ (DTRA).

ທ່ານ ໄມເຄີນ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງການຂະຫຍາຍການຮ່ວມມືຮອບດ້ານລະຫວ່າງ ສະຫະລັດອາເມລິກາ-ລາວ, ເຊິ່ງທ່ານໄດ້ກ່າວວ່າ “ອົງການ USAID ມຸ່ງໝັ້ນໃຫ້ການ       ສະໜັບສະໜູນ ສປປ ລາວ ພາຍໃຕ້ການຮ່ວມມືໃນການຕ້ານກັບພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ໄພຂົ່ມຂູ່ອື່ນໆ ຕໍ່ສຸຂະພາບ. ພວກເຮົາຕີລາຄາສູງຕໍ່ການຮ່ວມມືກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການ FAO ໃນວຽກງານອັນສຳຄັນດັ່ງກ່າວນີ້.” ໃນກອງປະຊຸມດັ່ງກ່າວ ທ່ານ ໄມເຄີນ ຣອນນິ້ງ ຍັງໄດ້ຍົກໃຫ້ເຫັນກ່ຽວກັບປັດໄຈສຳຄັນຂອງຄວາມສຳເລັດແມ່ນເກີດຈາກການປະສານງານຢ່າງໃກ້ຊິດໃນລະດັບພາກພື້ນ ແລະ ລະດັບຊາດກ່ຽວກັບການແຈ້ງເຕືອນລ່ວງໜ້າ, ແຜນງານການສ້າງຄວາມອາດສາມາດ ແລະ ການບຳລຸງຮັກສາເຄືອຂ່າຍຂອງວຽກງານລະບາດວິທະຍາ ແລະ ຫໍວິໄຈພະຍາດສັດ.

ໃນກອງປະຊຸມດັ່ງກ່າວ, ທ່ານ ດຣ. ສຸພາວັນ ແກ້ວວິໄລ, ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ໃຫ້ຮູ້ວ່າ: ທາງກົມມີຄວາມເຊື່ອໝັ້ນໃນວິຊາການ ແລະ ຄວາມຮູ້ທີ່ສະໜອງໃຫ້ໂດຍສູນສຸກເສີນເພື່ອຄວບຄຸມພະຍາດລະບາດສັດຂ້າມແດນ (ECTAD) ຂອງອົງການ FAO ເພື່ອບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ຂອງສອງໂຄງການດັ່ງກ່າວ. ທ່ານ ກ່າວວ່າ: “ໂດຍຜ່ານການມີສ່ວນຮ່ວມ ແລະ ມີການສະໜັບສະໜູນຈາກອົງການ FAO ທີ່ຜ່ານມາ, ຂ້າພະເຈົ້າເຊື່ອໝັ້ນວ່າ ສິ່ງທີ່ພວກເຮົາຈະພັດທະນາ ແລະ ເປົ້າໝາຍທີ່ຈະບັນລຸໃນມື້ນີ້ ທີ່ວາງໄວ້ໃນແຜນວຽກ ແລະ ລາຍລະອຽດກິດຈະກຳຕ່າງໆ, ພວກເຮົາຈະຕ້ອງສູ້ຊົນເຮັດໃຫ້ສໍາເລັດທັງໝົດ ເພື່ອຜົນປະໂຫຍດຂອງພວກເຮົາ, ເພື່ອສັດລ້ຽງ, ສິ່ງແວດລ້ອມ ແລະ ຊຸມຊົນ ຂອງພວກເຮົາເອງ”.

ທ່ານ ນາງ ຄະຢອງ ມີ ຄິມ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ຮູ້ສຶກເປັນກຽດຢ່າງຍິ່ງທີ່ອົງການ USAID ແລະ DTRA ໄດ້ມອບ 2 ໂຄງການໃໝ່ເພື່ອຈັດຕັ້ງປະຕິບັດຮ່ວມກັບ ກົມລ້ຽງສັດ ແລະ ການປະມົງ. ທ່ານກ່າວວ່າ: “ອົງການ FAO ຂໍສະແດງຄວາມຮູ້ບຸນຄຸນມາຍັງອົງການ USAID ແລະ DTRA ຕໍ່ກັບຄວາມໄວ້ວາງໃຈ ແລະ ການຮັບຮູ້ເຖິງຂີດຄວາມສາມາດ ແລະ ຄວາມຊໍານານທາງດ້ານພະຍາດສັດເກີດໃໝ່ ແລະ ພະຍາດລະບາດສັດຂ້າມແດນ. ອົງການ FAO ຈະເຮັດວຽກໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ໃຫ້ການສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ເພື່ອບັນລຸຜົນສຳເລັດຂອງສອງໂຄງການເພື່ອຮັບປະກັນ ເຮັດໃຫ້ການຜະລິດທີ່ດີກວ່າ, ໂພຊະນາການທີ່ດີກວ່າ, ສະພາບແວດລ້ອມທີ່ດີກວ່າ ແລະ ຊີວິດທີ່ດີຂຶ້ນ ສຳລັບທຸກຄົນ. ພວກເຮົາພ້ອມກັນກ້າວໄປ.”

ເພື່ອກຽມພ້ອມຮັບມືກັບການລະບາດຂອງພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງ ແລະ ບັນດາຜົນກະທົບຈາກໄພຂົ່ມຂູ່ທາງຊີວະພາບ, ອົງການ USAID ໄດ້ມອບໝາຍໜ້າທີ່ໃຫ້ແກ່ອົງການ FAO ເພື່ອຈັດຕັ້ງປະຕິບັດໂຄງການ “ການເສີມສ້າງລະບົບຮັກສາສຸຂະພາບສັດ ເພື່ອການຫຼຸດຜ່ອນໄພຂົ່ມຂູ່ທາງຊີວະພາບ ຢູ່ໃນອາຊີ ຕາເວັນອອກສ່ຽງໃຕ້”. ຮອດປີ 2027, ໂຄງການນີ້ຄາດວ່າຈະສາມາດເສີມຂະຫຍາຍການປັບປຸງຄວາມອາດສາມາດດ້ານລະບາດວິທະຍາໃຫ້ແກ່ນັກວິຊາການພາກລັດທີ່ກ່ຽວຂ້ອງ ຊຶ່ງໃນນັ້ນເຄືອຂ່າຍຫໍວິໄຈພະຍາດຈະມີຄວາມເຂັ້ມແຂງຂຶ້ນ, ການເຝົ້າລະວັງແບບມີຍຸດທະວິທີ ແລະ ລະບົບການເຕືອນໄພລ່ວງໜ້າໃນທົ່ວຂົງເຂດລະບົບການຮັກສາສຸຂະພາບສັດຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ໂດຍການຊ່ວຍເຫຼືອງົບປະມານຈາກ ອົງການ DTRA ເຂົ້າໃນໂຄງການ ພາຍໃຕ້ ຫົວຂໍ້ “ການສະໜັບສະໜູນດ້ານວິຊາການໃນລະບົບການຮັກສາສຸຂະພາບສັດເພື່ອຮັບມືກັບພະຍາດສັດເກີດໃໝ່ ແລະ ພະຍາດສັດທີ່ຈັດເຂົ້າໃນບູລິມະສິດ ແລະ ໄພຂົ່ມຂູ່ຕໍ່ສຸຂະພາບໃນ ສປປ ລາວ” ແມ່ນໂຄງການທີ 2 ທີ່ ອົງການ FAO ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດ. ໂຄງການດັ່ງກ່າວມີຈຸດປະສົງເພື່ອເສີມສ້າງລະບົບຮັກສາສຸຂະພາບສັດເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຕ່າງໆຈາກພະຍາດຕິດຕໍ່ຈາກສັດສູ່ຄົນ, ໄພຂົ່ມຂູ່ຈາກການເກີດຂຶ້ນຂອງພະຍາດ, ເຊື້ອຈຸລະຊີບຕ້ານຕໍ່ຢາຕ້ານເຊື້ອ (AMR) ແລະ ໄພຂົ່ມຂູ່ທາງຊີວະພາບ ໂດຍຜ່ານ ວິທີການສຸຂະພາບໜຶ່ງດຽວ ແລະ ຫຼັກການທີ່ມີຄວາມຫຼາກຫຼາຍ, ທີ່ສະໜັບສະໜູນຂະແໜງການລ້ຽງສັດໃນການປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດແຜນງານ ຄວາມປອດໄພດ້ານສຸຂະພາບໃນໂລກ.

ຕິດຕໍ່ເພີ່ມເຕີມ:

Embassy of the United States

Vientiane, Lao PDR

Tel: (856-21) 487000

Website: https://la.usembassy.gov

Food and Agriculture Organization of the United Nations (FAO)

Bounmee Maokhamphiou, Outreach Specialist

Vilaylack Khounvisith, National Communication Consultant

Related links:

**********

FAO and the Ministry of Agriculture and Forestry initiate two projects to strengthen animal health systems in Lao People’s Democratic Republic

Vientiane, Lao People’s Democratic Republic – On May 3, 2024, The Food and Agriculture Organization (FAO) of the United Nations, in collaboration with the Ministry of Agriculture and Forestry, unveiled two significant projects aimed at strengthening animal health systems in Lao People’s Democratic Republic and the Southeast Asia region in the presence of key government partners, including the Department of Livestock and Fisheries (DLF) of the Ministry of Agriculture and Forestry (MAF), and representatives of key donors: the United States Agency for International Development (USAID) and U.S. Defense Threat Reduction Agency (DTRA).

Mr. Michael Ronning, USAID Country Representative to Laos, highlighted the expanding U.S.-Lao Comprehensive Partnership by saying, “USAID is committed to supporting Lao People’s Democratic Republic under the Partnership in the fight against zoonotic diseases and other health threats. We value the collaboration with the Ministry of Agriculture and Forestry and FAO in this important work.” He also signaled during the workshop that the key factor of success is the close coordination at regional and national level on early warning, capacity building programs, and maintenance of epidemiology and laboratory networks.

Dr. Souphavanh Keovilay, Deputy Director General of the Department of Livestock and Fisheries, expressed that the Department is confident in the technical expertise and knowhow provided by FAO through its Emergency Center for Transboundary Animal Diseases (ECTAD) to achieve the outcomes set out by the two projects. He said, “through our previous engagement with and support from FAO, I am certain that, what we will develop and commit today through our detailed workplans and activities, we will realize them all for the benefits of us, our livestock, our environment and our community.”

Kyung-Mee Kim, FAO Representative in the Lao People’s Democratic Republic, was enthusiastically honored with the trust given by USAID and DTRA toward the two new projects handled over to FAO for execution with DLF. She expressed that “FAO is grateful for the confidence offered by both USAID and DTRA and the acknowledgement on our competence and expertise in the areas of emerging and transboundary animal diseases. FAO will work harder and support the Government of Lao People’s Democratic Republic to realize the outcomes of the two projects to ensure better production, better nutrition, better environment and better life for all. FAO is committed to leave no one behind.”

To prepare for disease outbreaks and reduce risks and impacts of biological threats, USAID commissioned FAO to undertake the “Strengthening animal health systems for biological threat reduction in Southeast Asia” Project. By 2027, the Project is envisaged to have improved epidemiological capability of relevant government staff, strengthened laboratory networks, and enhanced strategic surveillance and early warning systems across animal health systems.

Funded by DTRA, the “Technical assistance for animal health systems to address emerging and priority zoonotic diseases and health threats in Lao People’s Democratic Republic” is the second project to be implemented by FAO. It aims to strengthen animal health systems to reduce the risks and impacts of zoonoses, emerging disease threats, antimicrobial resistance (AMR) and biothreats through a One Health and inclusive approach, supporting the animal sector’s contribution to Global Health Security.

Media contact:

Embassy of the United States

Vientiane, Lao PDR

Tel: (856-21) 487000

Website: https://la.usembassy.gov

Food and Agriculture Organization of the United Nations (FAO)

Bounmee Maokhamphiou, Outreach Specialist

Vilaylack Khounvisith, National Communication Consultant

Related links:

**********

News by: MAF Media Team
####📷📹🎥📽🎞📞☎️📟📠📺📻🎙#####
ທ່ານສາມາດ ຕິດຕາມຂ່າວສານຜ່ານທາງ
#Follow us at: https://web.facebook.com/ຂ່າວສານກະສິກຳປ່າໄມ້-ແລະ-ພັດທະນາ-ຊົນນະບົດ-103875801434608
#SubCribe us at: https://www.youtube.com/channel/UCvv_AnV6UyRl8-yYbptrifg
Official Website :www.maf.gov.la
#ລາຍການກະສິກຳ ແລະ ປ່າໄມ້

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 1:

– ວັນພະຫັດ      ພາກຄໍ່າ ເວລາ    17:30-18:00 ໂມງ;

– ວັນສຸກ          ພາກບ່າຍ ເວລາ   14:25-14:55 ໂມງ;

– ວັນອາທິດ      ພາກເຊົ້າ ເວລາ   10:00-10:30 ໂມງ.

ອອກອາກາດທາງໂທລະພາບແຫ່ງຊາດ ຊ່ອງ 3:

– ວັນອາທິດ      ພາກເຊົ້າ ເວລາ   6:30-07:00 ໂມງ;

ພາກບ່າຍ ເວລາ 13:10-13:40 ໂມງ;

ພາກເດິກ ເວລາ  20:45-21:15 ໂມງ

 

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ