ສໍາເລັດຈັດຕັ້ງປະຕິບັດໂຄງການສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ ບ້ານບຸນໃຕ້

ສໍາເລັດຈັດຕັ້ງປະຕິບັດໂຄງການສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ ບ້ານບຸນໃຕ້

      ໃນວັນທີ 23 ມິຖຸນາ 2022 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງບຸນໃຕ້, ແຂວງຜົ້ງສາລີ ສົມທົບກັບການນຳຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ທິມງານຂັ້ນບ້ານ  ໄດ້ລົງກວດກາຜົນສໍາເລັດຂອງໂຄງການສ້ອມແປງເສັ້ນທາງຫາເຂດການຜະລິດ ບ້ານບຸນໃຕ້ ເຊິ່ງເຂົ້າຮ່ວມໃນການກວດກາຜົນສໍາເລັດໂຄງການສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດໃນຄັ້ງນີ້ ໂດຍທ່ານ ບຸນແພງ ລາວລີ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆບຸນໃຕ້ ຜູ້ຊີ້ນໍາວຽກງານ ທລຍ, ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ, ພ້ອມດ້ວຍອົງການປົກຄອງທ້ອງຖິ່ນ, ທິມງານຂັ້ນບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມທັງໝົດ 150 ຄົນ, ຍິງ 60 ຄົນ.

ທ່ານ ວິໄລ ແກ້ວອິ່ນຄຳ ຫົວໜ້າທິມງານ ທລຍ ເມືອງບຸນໃຕ້ ໄດ້ລາຍງານວ່າ: ໂຄງການສ້ອມແປງເສັ້ນທາງ ເຂົ້າຫາເຂດການຜະລິດ ບ້ານບຸນໃຕ້, ເມືອງບຸນໃຕ້, ແຂວງຜົ້ງສາລີ ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ກໍ່ຄືລັດຖະບານ ແຫ່ງ ສປປ ລາວ ຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ ຮອບວຽນ 18 (2022) ມີມູນຄ່າທັງໝົດ132.536.896 ກີບ, ໃນນັ້ນ ມູນຄ່າວ່າຈ້າງກົນຈັກ 103.606.317 ກີບ ແລະ ຊຸມຊົນໄດ້ປະກອບສ່ວນແຮງງານ ຖາງແລວທາງ ແລະ ເກັບມ້ຽນສິ່ງເສດເຫຼືອຈາກການກໍ່ສ້າງ ຄິດເປັນມູນຄ່າ 7.540.000 ກີບ. ເສັ້ນທາງດັ່ງກ່າວ ປະກອບມີ 2 ຈຸດ ຄື: ຈຸດທີ 1 ຈຸດພູຜາໂງ່ນ ໜ້າທາງກ້ວາງ 4 ແມັດ, ມີຄວາມຍາວ 2.800 ແມັດ ແລະ ຈຸດທີ 2 ຫ້ວຍຫວາຍ ໜ້າທາງກ້ວາງ 4 ແມັດ, ມີຄວາມຍາວ 1.400 ແມັດ ລວມຄວາມຍາວທັງ 2 ຈຸດ 4.200 ແມັດ.  ໜ້າວຽກຫຼັກ ປະກອບມີ: ບຸກເບີກພື້ນທີ່ ແລະ ປັບເເຕ່ງໜ້າທາງ, ປັບເກດໜ້າທາງ ແລະ ຮ່ອງລະບາຍນໍ້າ, ຕັດຈຸດຄ້ອຍຊັນ ແລະ ອື່ນໆ ເຊິ່ງໄດ້ເລີ່ມກໍ່ສ້າງມາແຕ່ວັນທີ 15 ມິຖຸນາ 2022 ແລະ ສໍາເລັດໃນວັນທີ 23 ມິຖຸນາ 2022.

ໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ຈະປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ຍຸດທະສາດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແກ່ປະຊາຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອປັບປຸງການເຂົ້າເຖິງການບໍລິການ ແລະ ຍົກລະດັບການຜະລິດ ເພື່ອເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວໃນເຂດບ້ານເປົ້າໝາຍຂອງໂຄງການ ທລຍ ເພື່ອໂພຊະນາການທີ່ດີຂື້ນ ກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ພາຍຫຼັງກໍ່ສ້າງສຳເລັດແລ​້ວ ໂຄງການສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ ປະຊາຊົນບ້ານບຸນໃຕ້ ແລະ ປະຊາຊົນອີກ 2 ບ້ານໃກ້ຄຽງ ຄື: ບ້ານໂພທອງ ແລະ ບ້ານໂນນບຸນກາງ  ຫຼາຍກວ່າ 750 ຄົນ, ຍິງ 420 ຄົນ, ຊົນເຜົ່າ 535 ຄົນ ແລະ ຜູ້ທຸກຍາກ 460 ຄົນ ຈະໄດ້ຊົມໃຊ້ເສັ້ນທາງດັ່ງກ່າວ.

 

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ