ພີທີເປີດນຳໃຊ້ນ້ຳຊົນລະປະທານເຂົ້າສູ້ການຜະລິດລະດູແລ້ງ ສົກປີ 2016-2017.

IMG_2768IMG_2770

ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ, ເວົ້າລວມເວົ້າສະເພາະ ວຽກງານຄ້ຳປະກັນທາງດ້ານສະບຽງອາຫານໃຫ້ກຸ້ມກີນ ແລະ ຜະລິດເປນສີນຄ້າ, ໃນຕອນເຊົ້າວັນທີ 3 ພະຈິກ 2016 ທີ່ຜ່ານມານີ້ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໄຊທານີ ໄດ້ຈັດພິທີສ້າງຂະບວນການອານະໄມຄອງເໝືອງ ແລະ  ເປີດນຳໃຊ້ນ້ຳຊົນລະປະທານ ຢູ່ທີ່ສະຖານີເວີນຄຳ 1  ໂດຍການເປັນປະທານຮ່ວມຂອງ ທ່ານ ແກ້ວວິໄລວັນ ອະໄພລາດ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມນີ້ມີທ່ານຮອງເຈົ້າເມືອງ, ພະນັກວີຊາການ, ທະຫານ, ຕຳຫຼວດ, ລວມເຖີງພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອປະຕິບັດຕາມກົດໝາຍວ່າດ້ວຍຊົນລະປະທານ ສະບັບເລກທີ 26/ສພຊ, ລົງວັນທີ 14 ທັນວາ 2015 ໃນພາກທີ IX ມາດຕາທີ 77 ລັດໄດ້ກຳໜົດເອົາວັນທີ່ 3 ພະຈິກ ຂອງທຸກໆປີ ເປັນວັນຊົນລະປະທານແຫ່ງຊາດ. ພ້ອມທັງເປັນວັນເປີດຂະບວນການຜະລິດລະດູແລ້ງ ສົກປີ 2016-2017 ທີ່ຈະມາເຖີງນີ້ ໃນທົ່ວປະເທດໃຫ້ບັນລຸຕົວເລກໝາຍ 180,000 ເຮັກຕາ ໃນນີ້ນາແຊງໃຫ້ໄດ້ 120,000 ເຮັກຕາ, ປູກພືດໃຫ້ໄດ້ 60,000 ເຮັດຕາ ເພືອຕອບສະໜອງນ້ຳໃຫ້ການຜະລິດ, ໃຫ້ທ່ວງທັນ ແລະ ພຽງພໍ  ດັ່ງນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ຈື່ງອອກຄຳສັ່ງ ສະບັບເລກທີ 3510/ຫກ, ລົງວັນທີ 27 ຕຸລາ 2016 ກ່ຽວກັບການສ້າງຂະບວນການອານະໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ. ພ້ອມນີ້ໃນພີທີ ທ່ານ ແກ້ວວິໄລວັນ ອະໄພລາດ ຮອງເຈົ້າຄອງນະຄອນຫຼວງ ກໍ່ໄດ້ຂື້ນລັ່ນຄອງເກົ້າບາດ ພ້ອມທັງຕັດແຖມຜ້າ ເພື່ອເປັນສັນຍານເປີດຂະບວນການຜະລິດລະດູແລ້ງໃນຂອບເຂດທົ່ວປະເທດ.

ໃນເວລາຕໍ່ມາ ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ບໍລິສັດ ເພັດບັນດິດກໍ່ສ້າງ ສວນເສດຖາວັງສູງ ຢູ່ບ້ານ ພູຄຳ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສວນດັ່ງກ່າວມີເນື້ອທີ່ທັງໝົດ 42 ກວ່າເຮັກຕາ, ມີໜອງປາ, ປູກໄມ້ໃຫ້ໝາກ, ປູກພືດຜັກອິນຊີ, ປູກຫຍ້າມະເລ, ຫຍ້ານວນນ້ອຍ ເພື່ອນຳມາຕົບແຕ່ງໜ້າບ້ານ, ເດີນບ້ານ, ເດີນກ໊ອຟ ແລະ ອື່ນໆ.

ຫ້ອງການກະຊວງ

ພະແນກຂ່າວສານກະສິກຳ ແລະ ປ່າໄມ້

ຂຽນໂດຍ: ທ່ານ ພອນໄຊ ສີສົງຄາມ

ກວດແກ້ໂດຍ: ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ