ລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້ ລົງຢ້ຽມຢາມຟາມປູກຝັງ ແລະ ລ້ຽງສັດ ແບບປະສົມປະສານ.

IMG_3984 IMG_4014

ໃນວັນທີ 17 ພະຈິກ 2016 ທີ່ຜ່ານມານີ້ ທ່ານ ລຽນ ທີແກ້ວ ລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຕິດຕາມຊຸກຍູ້ຟາມປູກຝັງ ແລະ ລ້ຽງສັດ ແບບປະສົມປະສານ ຂອງ ທ່ານ ອານຸສັກ  ຢູ່ບ້ານ ຖ້ຳ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັ, ຟາມດັ່ງກ່າວໄດ້ສ້າງຕັ້ງຂື້ນໃນປີ 2015 ມີເນື້ອທີ່ທັງໝົດ 5 ເຮັດຕາ. ໃນນີ້ໄດ້ປູກໝາກໜາວນອກລະດູໃສ່ແທ້ງສ້າງ 300 ຕົ້ນ, ປູກໄຜ່ບົງຫວານ, ປູກໄມ້ໃຫ້ໝາກ, ປູກໝາກຖົ່ວ, ໝາກແຕ່ງ, ລ້ຽງປາ 4 ໜອງ,ໃນນີ້ໄດ້ລ້ຽງປານີນ, ປາໃນ, ປາກີນຫຍ້າ ແລະ ລ້ຽງປາເຂັງໃນກະຊັງ ແລະ ລ້ຽງກົບ, ຕາມການລາຍງານຂອງນັກວິຊາການໃຫ້ຮູ້ວ່າ ແຜນການໃນຕໍ່ໜ້າຈະຂະຫຍາຍເບຍໝາກໜາວ, ຜະລິດລູກກົບ, ແລະ ລ້ຽງໄກ່ລາດ ເພື່ອຈຳໜ່າຍ. ແລະ ໃນເວລາຕໍ່ມາທ່ານລັດຖະມົນຕີພ້ອມດ້ວຍຄະນະສືບຕໍ່ຢ້ຽມຢາມ ບໍລິສັດ ເພັດບັນດິດກໍ່ສ້າງ ສວນເສດຖາວັງສູງ ຢູ່ບ້ານ ພູຄຳ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ຄຳສີງ ຄູນສະຫວັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ທ່ານ ຫຼ້າແກ້ວ ແສງວິໄຊ  ຜູ້ບໍລິຫານຟາມ ໄດ້ລາຍງານໃຫ້ຮູ້ຫວ່າ ຟາມດັ່ງກ່າວໄດ້ສ້າງຂື້ນໃນປີ 2013 ຊື່ງມີເນື້ອທີ່ທັງໝົດ 42 ເຮັກຕາ, ໃນນີ້ມີ  ໜອງປາ 5 ໜອງ, ປູກໄມ້ໃຫ້ໝາກ 10 ເຮັກຕາ, ສວນຫຍ້າຕົບແຕ່ງເດີ່ນບ້ານ, ເດີນເຕະບານ, ສະໜາມກອບ ແລະ ສະຖານທີ່ຕ່າງໆ 6 ເຮັກຕາ, ລ້ຽງສັດ, ປູກຜັກໄຮໂດໂປນິກ ແລະ ປູກຜັກອໍເກນິກ ເພື່ອສະໜອງໃຫ້ບັນດາໂຮງແຮມ ແລະ ຮ້ານມິນີມາກໃນນະຄອນຫຼວງວຽງຈັນ.

ເພື່ອເຮັດໃຫ້ວຽກງານຂະແໜງກະສິກຳ ແລະ ປ່າໄມ້ ພັດທະນາຂື້ນຢ່າງຕໍ່ເນື່ອງ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຟາມ ທີ່ສຸ່ມໃສ່ການຜະລິດກະສິກຳ ເພື່ອຄ້ຳປະກັນສະບຽງອາຫານ ໃຫ້ຊາວນະຄອນຫຼວງວຽງຈັນ, ນັກທ່ອງທ່ຽວ ແລະ ແຂກທີ່ເຂົ້າມາຢຢຽມຢາມທ່ຽວຊົມນະຄອນຫຼວງວຽງຈັນກໍ່ຄືພາຍໃນປະເທດ, ເພື່ອມີອາຫານບໍລິໂພກພຽງພໍ, ມີຜັກກີນທີ່ສະອາດ, ປອດໄພ, ບໍ່ມີສານຕົກຄ້າງ ພ້ອມທັງເປັນການສ້າງວຽກເຮັດງານທຳ, ສ້າງລາຍຮັບທີ່ໝັ້ນຄົງໃຫ້ປະຊົນລາວບັນດາເຜົ່າ, ຫຼຸດພົ້ນອອກຈາກຄວາມທຸຫຍາກເທື່ອລະກ້າວ.

ພະແນກຂ່າວສານກະສິກຳ ແລະ ປ່າໄມ້.

ຂຽນໂດຍ: ທ້າວ ພອນໄຊ ສີສົງຄາມ.

ກວດແກ້ໂດຍ: ທ່ານ ເຂັມພອນ ທີພົມມະຈັນ.

ຕິດຕາມຊ່ອງທາງ ຢູທູບ
ບົດລາຍງານໂຄງການ
ເອກະສານການປະເມີນການປົກປ້ອງທາງສັງຄົມ ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ Social Assessment for  The Laos Reducing Rural Poverty and Malnutrition Project  September 2018 Capture2  
ລະບົບຖານຂໍ້ມູນຕ່າງໆ